MISA - ຈາກຊອບແວ ການບັນຊີ ສູ່ການເປັນເຈົ້າ ດີຈີຕອນ

MISA - ຈາກຊອບແວ ການບັນຊີ ສູ່ການເປັນເຈົ້າ ດີຈີຕອນ

ເລີ່ມຕົ້ນຈາກ ຊອບແວການບັນຊີ ໃນປີ 1994, MISA ໄດ້ພັດທະ ນາ ກາຍເປັນ ວິສາຫະກິດ ເຕັກໂນໂລຊີ ທີ່ສະໜອງ ທາງອອກ ດີຈີຕອນ ໃຫ້ແກ່ວິສາຫະກິດ, ຄົວເຮືອນທຸລະກິດ ແລະ ອົງການຈັດ ຕັ້ງລັດ. ໃນຍຸກປັນຍາປະດິດ (AI), ວິສາຫະກິດ ກໍາລັງຍູ້ແຮງ ການພັດທະນາ ເຕັກໂນໂລຊີ ທີ່ຄົນ ຫວຽດນາມ ເປັນເຈົ້າຂອງ, ປະກອບສ່ວນ ຍົກສູງຄວາມສາມາດເປັນເຈົ້າຕົນເອງດ້ານ ດີຈີຕອນຂອງ ຫວຽດນາມ.

ຂະຫຍາຍລະບົບນິເວດ ທາງອອກ ດີຈີຕອນ

ກວ່າສາມທົດສະຫວັດ ແຫ່ງການພັດທະນາ, MISA ໄດ້ຂະ ຫຍາຍຕົວເທື່ອລະກ້າວ ຈາກຊອບແວການບັນຊີ ໄປສູ່ທາງອອກການຄຸ້ມຄອງວິສາຫະກິດ, ການເງິນ, ການສຶກສາ, ສາທາລະນະສຸກ ແລະ ການຄຸ້ມຄອງບໍລິຫານລັດ. ຈາກຜະລິດຕະພັນ ທີ່ຮັບໃຊ້ວຽກງານວິຊາສະເພາະ, ວິສາຫະກິດ ໄດ້ພັດທະນາລະບົບນິເວດການປະຍຸກໃຊ້ (ແອັບພລິເຄຊັນ) ເທິງແພລດຟອມ ອອນລາຍ ແລະ ຄລາວ ຄອມພິວຕິງ (cloud computing), ຊ່ວຍລູກຄ້າ ຄຸ້ມຄອງຂໍ້ມູນ, ປັບປຸງຂັ້ນຕອນການເຮັດວຽກ ໃຫ້ມີປະສິດທິພາບ ແລະ ຍົກສູງປະສິດທິຜົນ ການດໍາເນີນງານ.

ເດືອນ ຕຸລາ 2026, ຕາມຕົວເລກ ທີ່ວິສາຫະກິດປະກາດ, ລະບົບນິເວດ MISA ໄດ້ຮັບໃຊ້ປະມານ 400.000 ວິສາຫະກິດ ແລະ ຄົວເຮືອນທຸລະກິດ, ຫຼາຍກວ່າ 44.500 ອົງການບໍລິຫານ ວິຊາການ, ຕາແສງ, ຄຸ້ມບ້ານ ແລະ ໂຮງຮຽນ, ພ້ອມກັບຜູ້ໃຊ້ສ່ວນບຸກ ຄົນ 3,5 ລ້ານຄົນ; ທາງອອກ ຂອງ ວິສາຫະກິດ ມີໜ້າຢູ່ 22 ປະ ເທດ ແລະ ເຂດແຄວ້ນ.

ຮອງປະທານສະພາບໍລິຫານ MISA, ນາງ ດິງທິຖຸ໋ຍ (ຄົນທີໜຶ່ງຈາກຂວາ) ພ້ອມດ້ວຍບັນດາບໍລິສັດເຕັກໂນໂລຊີຊັ້ນນຳອື່ນໆ ໄດ້ຮັບກຽດຂຶ້ນເວທີຮັບໜ້າທີ່ເປັນຜູ້ບຸກເບີກ ຈາກການນຳພັກ ແລະ ລັດ ເພື່ອເປັນເຈົ້າnເຕັກໂນໂລຊີnດີຈີຕອນ, ກ້າວເຂົ້າສູ່ຍຸກໃໝ່. 
 

 ທ່ານ ເລຮົ່ງກວາງ, ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດ MISA ໃຫ້ຮູ້ວ່າ ວິສາຫະກິດ ເລືອກພັດທະນາ ຊອບແວ ສໍາເລັດຮູບ ເພື່ອຮັບໃຊ້ລູກຄ້າຈໍານວນຫຼາຍ ດ້ວຍຄ່າໃຊ້ຈ່າຍ ທີ່ເໝາະສົມ. ທິດທາງນີ້ ຮຽກຮ້ອງໃຫ້ຜະລິດຕະພັນ ຕ້ອງຕອບສະໜອງ ຄວາມຕ້ອງການ ດ້ານຄວາມມີສະຖຽນລະພາບ, ຄວາມປອດໄພ ແລະ ຄວາມສາ ມາດ ໃນການດໍາເນີນງານ ຂະໜາດໃຫຍ່. ຕາມທ່ານແລ້ວ, ເປົ້າໝາຍຂອງ MISA ບໍ່ພຽງແຕ່ແມ່ນການສະໜອງ ຊອບແວເທົ່ານັ້ນ ແຕ່ຍັງແມ່ນການສ້າງເວທີ ທີ່ຊ່ວຍໃຫ້ອົງການຈັດຕັ້ງ ແລະ ວິສາ ຫະກິດ ຍົກສູງ ປະສິດທິພາບ ຂອງ ວຽກງານ.  

ການພັດທະນາ ຂອງ MISA ຕິດພັນກັບຄວາມຕ້ອງການຫັນເປັນ ດີຈີຕອນ ທີ່ເພີ່ມຂຶ້ນ ຢູ່ ຫວຽດນາມ, ໂດຍສະເພາະແມ່ນໃນວົງການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ເຊິ່ງແມ່ນຜູ້ທີ່ຕ້ອງ ການ ເຄື່ອງມືຄຸ້ມຄອງ ທີ່ມີປະສິດທິພາບ ດ້ວຍຄ່າໃຊ້ຈ່າຍທີ່ສົມເຫດສົມຜົນ. ທາງອອກ ດີຈີຕອນ ຍັງຊ່ວຍໃຫ້ຄົວເຮືອນທຸລະກິດ ປັບຕົວເຂົ້າກັບ ຄວາມຕ້ອງການ ດ້ານການຄຸ້ມຄອງພາສີ, ການຈົດບັນທຶກ ແລະ ການປະຕິບັດພັນທະທາງການເງິນ. ນອກຈາກນັ້ນ, ເວທີ MISA Lending ຍັງເຊື່ອມຕໍ່ວິສາຫະກິດ ກັບອົງການສິນເຊື່ອ, ປະກອບສ່ວນຂະຫຍາຍໂອກາດ ເຂົ້າເຖິງແຫຼ່ງທຶນ ເພື່ອຮັບໃຊ້ການຜະລິດ ແລະ ທຸລະກິດ.

ຮອງປະທານສະພາບໍລິຫານ MISA, ນາງ ດິງທິຖຸ໋ຍ ຮັບໜ້າທີ່ເປັນຜູ້ບຸກເບີກ ຈາກເລຂາທິການໃຫຍ່ ໂຕເລິມ ເພື່ອເປັນເຈົ້າເຕັກໂນໂລຊີດີຈີຕອນ, ກ້າວເຂົ້າສູ່ຍຸກໃໝ່. 
MISA ບັນລຸເຄື່ອງໝາຍການຄ້າແຫ່ງຊາດ ປີ 2024. 

ເປັນເຈົ້າ ເຕັກໂນໂລຊີ AI, ມຸ່ງສູ່ການເປັນເຈົ້າຕົນເອງ ດ້ານ ດີຈີຕອນ

ຖ້າທາງອອກ ການຄຸ້ມຄອງ ສ້າງພື້ນຖານການພັດທະນາ, AI ກໍກໍາລັງເປີດທິດທາງໃໝ່ ໃຫ້ກັບ MISA. ແຕ່ເດືອນ ທັນວາ 2025, ວິສາຫະກິດໄດ້ກໍານົດ Agentic AI-ເຕັກໂນໂລຊີ ທີ່ອະນຸຍາດໃຫ້ລະບົບ AI ປະຕິບັດ ລໍາດັບໜ້າວຽກ ດ້ວຍຄວາມເປັນເຈົ້າຕົນເອງທີ່ສູງຂຶ້ນ ພາຍໃຕ້ການຕິດຕາມກວດກາທີ່ເໝາະສົມ ຂອງມະນຸດ-ເຊິ່ງແມ່ນໜຶ່ງໃນຈຸດສຸມຍຸດທະສາດ. ຕາມທິດທາງນີ້, ບັນດາແພລດຟອມ ດີຈີຕອນ ບໍ່ພຽງແຕ່ສະໜັບສະໜູນການປະມວນຜົນຂໍ້ມູນເທົ່ານັ້ນ, ແຕ່ຍັງມຸ່ງໄປສູ່ ຄວາມສາມາດໃນການວິເຄາະ, ສະ ເໜີ ແລະ ປະຕິບັດວຽກງານ, ຊ່ວຍຍົກສູງຜົນຜະລິດ ໃຫ້ກັບວິສາ ຫະກິດ ແລະ ອົງການຄຸ້ມຄອງ.

ພະນັກງານ MISA ພວມໃຫ້ຄຳປຶກສາແກ່ລູກຄ້າ ກ່ຽວກັບບັນດາທາງອອກຂອງບໍລິສັດ. 
MISA ກໍາລັງຍູ້ແຮງການຄົ້ນຄວ້າ ແລະ ປະຍຸກໃຊ້ ຫຸ່ນຍົນ AI ຄືເປັນສ່ວນໜຶ່ງ ໃນຍຸດທະສາດ ຜັນປ່ຽນຈາກວິສາຫະກິດດີຈີຕອນ ສູ່ແບບຈຳລອງ “ວິສາຫະກິດ ປະຕິບັດງານດ້ວຍຕົນເອງ”. ພາບ: MISA
 

ເດືອນ ມັງກອນ 2025, MISA ໄດ້ຮັບມອບໝາຍວຽກງານພັດທະ ນາ ແບບຈໍາລອງ ພາສາຂະໜາດໃຫຍ່ (LLM) “Make in Vietnam” ດ້ວຍຄໍາໝັ້ນສັນຍາ ລົງທຶນ 2.500 ຕື້ດົ່ງ ໃນໄລຍະ 5 ປີ. ຮອດເດືອນ ສິງຫາ 2025, ວິສາຫະກິດ ໄດ້ປະກາດວ່າ ໄດ້ພັດທະນາແບບຈໍາລອງນີ້ ແລະ ແນະນໍາລະບົບນິເວດປະຍຸກໃຊ້ (ແອັບພລີເຄຊັນ) ເຊິ່ງລວມມີຜູ້ຊ່ວຍ AI, AI Agent ພ້ອມກັບເວ ທີໂຄງຮ່າງລວມແບບຈໍາລອງປັນຍາປະດິດ.


ພະນັກງານ MISA ແນະນຳ ການນຳໃຊ້ເຕັກໂນໂລຊີ, ຫັນເປັນດີຈີຕອນ ຢ່າງຮອບດ້ານ ຊ່ວຍປັບປຸງ ຂັ້ນຕອນຈັດຕັ້ງ ການຂາຍສິນຄ້າ ເທິງ ແພລດຟອມ ດີຈີຕອນ ໃຫ້ດີທີ່ສຸດ. ພາບ: MISA

ຕາມ MISA, ແບບຈໍາລອງພາສາຂະໜາດໃຫຍ່ ໄດ້ຖືກພັດທະ ນາ ເທິງພື້ນຖານໂຄງລ່າງ GPU ທີ່ຕັ້ງຢູ່ ຫວຽດນາມ, ສຸມໃສ່ພາສາ ຫວຽດ ແລະ ຂົງເຂດວິຊາສະເພາະ ເຊັ່ນ: ກົດໝາຍ, ການບັນຊີ, ພາສີ ແລະ ການຄຸ້ມຄອງວິສາຫະກິດ. ທິດທາງການເຂົ້າເຖິງນີ້ ແມ່ນເພື່ອ ຍົກສູງຄວາມສາມາດ ໃນການປະມວນຜົນພາສາ, ຂຸດຄົ້ນຄວາມຮູ້ວິຊາສະເພາະ ແລະ ຕອບສະໜອງ ຄວາມຕ້ອງການສະເພາະ ຂອງຕະຫຼາດພາຍໃນປະເທດ.

ມຸມໜຶ່ງ ພື້ນທີ່ເຮັດວຽກຂອງບັນດາພະນັກງານ MISA. ພາບ: MISA
ໄລ່ມາຮອດປັດຈຸບັນ, ບໍລິສັດຫຸ້ນສ່ວນ MISA ມີກຳລັງແຮງງານ ດ້ວຍພະນັກງານ ແລະ ເຈົ້າໜ້າທີ່ປະມານ 4.200 ຄົນ ທີ່ພວມເຮັດວຽກຢູ່ບັນດາຫ້ອງການ, ສູນຕ່າງໆ ໃນທົ່ວປະເທດ.
ການນຳ AI Academy ມາຢ້ຽມຢາມ MISA. 

ໃນບໍລິບົດທີ່ AI ນັບມື້ນັບມີອິດທິພົນຢ່າງກວ້າງຂວາງ ແລະ ເລິກ ເຊິ່ງ ຕໍ່ກິດຈະກໍາ ດ້ານເສດຖະກິດ ແລະ ຊີວິດສັງຄົມ, ການພັດທະ ນາ ເຕັກໂນໂລຊີພາຍໃນປະເທດ ມີຄວາມໝາຍ ບໍ່ພຽງແຕ່ ສໍາລັບວິສາຫະກິດເທົ່ານັ້ນ, ແຕ່ຍັງສໍາລັບຄວາມສາມາດ ໃນການແຂ່ງ ຂັນ ແລະ ຄວາມປອດໄພຂອງຂໍ້ມູນ. ການເປັນເຈົ້າເວທີ, ແບບຈໍາລອງ ແລະ ການປະຍຸກໃຊ້  AI ຈະສາມາດຊ່ວຍໃຫ້ ຫວຽດນາມ ມີຄວາມເປັນເຈົ້າການຫຼາຍຂຶ້ນ ໃນການເລືອກ ເຕັກໂນໂລຊີ, ພັດ ທະນາຜະລິດຕະພັນ ທີ່ເໝາະສົມ ກັບຄວາມຕ້ອງການພາຍໃນປະເທດ ແລະ ຄ່ອຍໆ ເຂົ້າຮ່ວມຢ່າງເລິກເຊິ່ງກວ່າ ໃນຕ່ອງໂສ້ມູນຄ່າ ດີຈີຕອນ ທົ່ວໂລກ.

MISA ໄດ້ລົງນາມຮ່ວມມື ກັບບັນດາຄູ່ຮ່ວມມືວິສາຫະກິດ ທັງພາຍໃນ ແລະ ຕ່າງປະເທດ. ພາບ: MISA

ບົດ: ວີຖາວ - ພາບ: MISA ສະໜອງໃຫ້


Top