Gurudev Sri Sri Ravi Shankar ກັບ “ຄອນເສີດ ເພື່ອ ຈິດວິນຍານ”

Gurudev Sri Sri Ravi Shankar ກັບ “ຄອນເສີດ ເພື່ອ ຈິດວິນຍານ”

ທ່ານ Gurudev Sri Sri Ravi Shankar (ຊາວ ອິນເດຍ) ເປັນນັກເຄື່ອນໄຫວ ດ້ານມະນຸດສະທໍາ ທັງເປັນຄູສອນ ສະມາ ທິ ທີ່ມີຊື່ສຽງຂອງໂລກ. ທ່ານເປັນປະທານສະມາຄົມ ໂຢຄະ ອິນເດຍ. ຫວ່າງມໍ່ໆ ມານີ້, ເພິ່ນໄດ້ມາ ຫວຽດນາມ ເພື່ອຮ່ວມ ມື ກັບສະຫະພັນ ໂຢຄະ ຫວຽດນາມ ຈັດຕັ້ງງານບຸນ ເຊື່ອມຕໍ່ ວັດທະນະທຳ ຫວຽດນາມ-ອິນເດຍ ດ້ວຍຊື່ເອີ້ນ:  “ຄອນເສີດ ເພື່ອຈິດວິນຍານ”.  

ທ່ານ Gurudev Sri Sri Ravi Shankar ເປັນຜູ້ກໍ່ຕັ້ງ ມູນນິທິ Art of Living (ປີ 1981) ດ້ວຍໂຄງການ ການສຶກສາ ໂດຍ ຜ່ານເຕັກນິກ ໂຢຄະ. ການປະຕິບັດຕົວຈິງເຫຼົ່ານີ້ ໄດ້ຮັບການ ພິສູດວ່າ ມີປະສິດທິຜົນ ໃນຂອບເຂດທົ່ວໂລກ. Art of Living ໄດ້ມີໜ້າຢູ່ 180 ປະເທດທົ່ວໂລກ, ໃນນັ້ນມີ ຫວຽດນາມ. Art of Living ເຜີຍແຜ່ສານ ກ່ຽວກັບການປົກປັກຮັກສາສະພາບ ແວດລ້ອມ ແຫ່ງການດຳລົງຊີວິດ ແລະ ປູກຕົ້ນໄມ້ໃນທົ່ວໂລກ, ໄດ້ໜູນຊ່ວຍ 40.000 ໝູ່ບ້ານ ຝຶກອົບຮົບຊາວກະສິກອນ ເຮັດ ກະສິກຳ ອິນຊີ, ສ້າງຊຸດຮຽນ ປັບປຸງສຸຂະພາບ ທາງຈິດ ແລະ ຄວາມສຸກ…

ທ່ານ Gurudev ໄດ້ແບ່ງປັນສະຕິປັນຍາ ຕາມວິທີ ທີ່ເຮັດໃຫ້ ອຸດົມການ ອັນສູງສົ່ງ ສາມາດໝູນໃຊ້ ໃນຊີວິດປະຈໍາວັນ ຂອງ ພວກເຮົາ. ແຕ່ລະປີ, ທ່ານ Gurudev Sri Sri Ravi Shankar ໄດ້ເດີນທາງໄປຍັງ 70 ເມືອງ ໃນຫຼາຍປະເທດ ເພື່ອສົ່ງເສີມ ສັນຕິພາບ ແລະ ຖ່າຍທອດແຮງ ບັນດານໃຈ ດ້ານສິນທຳ, ຕ້ານການສໍ້ລາດບັງຫຼວງ, ແກ້ໄຂຂໍ້ຂັດແຍ່ງ ແລະ ເບິ່ງແຍງ ປະ ຊາຊົນທຸກຄົນ. ໃນປີ 1997, ທ່ານ Gurudev ໄດ້ຮ່ວມສ້າງຕັ້ງ ສະມາຄົມ ສາກົນ ກ່ຽວກັບຄຸນຄ່າ ຂອງ ມະນຸດ (IAHV) ເພື່ອ ປະສານສົມທົບກັບ The Art Of Living, ປະສານງານບັນດາ ໂຄງການ ພັດທະນາ ແບບຍືນຍົງ ບໍາລຸງລ້ຽງຄຸນຄ່າ ຂອງ ມະ ນຸດ.


ທ່ານ Gurudev Sri Sri Ravi Shankar ເດີນທາງມາຫວຽດ ນາມ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກ ປະຊາຊົນ ແລະ ເພື່ອນມິດສາກົນ. ໃນການພົບປະແລກປ່ຽນ ໃນຫົວຂໍ້: “ຄອນເສີດ ເພື່ອຈິດວິນຍານ”, ເພິ່ນໄດ້ແບ່ງປັນ ທ່າມກາງ ບັນ ຍາກາດ ສຽງດົນຕີ ທີ່ອ່ອນຊ້ອຍ. ເຫດການຄັ້ງນີ້ ໄດ້ມີການປະ ກອບສ່ວນ ຂອງ ທ່ານ Sandeep Arya Sir, ເອກອັກຄະລັດຖະ ທູດ ອິນເດຍ ປະຈຳ ຫວຽດນາມ. 

ເຫດການວັດທະນະທຳ, ດົນຕີ ແລະ ສະຕິ​ປັນຍາ​ ຢູ່​ຫໍ​ມິດຕະ ພາບ ຫວຽດນາມ-​ໂຊ​ວຽດ (ຮ່າ​ໂນ້ຍ) ພ້ອມກັບ​ບັນດາ​ລາຍ ການ ​ພົບ​ປະ​ແລກປ່ຽນ ​ວັດທະນະທຳ ອິນ​ເດຍ-ຫວຽດນາມ ​ໂດຍມີ​ການ​ເຂົ້າ​ຮ່ວມຂອງ 1.000 ກວ່າຄົນ. ພາບ: ແທງຢາງ/VNP

ຢູ່ ຫວຽດນາມ, ບັນດາຊຸດຮຽນ The Art Of Living ໄດ້ຈັດ ຂຶ້ນ ຢູ່ຫຼາຍແຂວງ, ນະຄອນ ພາຍໃຕ້ຊື່ “ຊຸດຮຽນ ສ້າງຄວາມສຸກ”. ນີ້ແມ່ນປະສົບການຕົວຈິງຜັນປ່ຽນ ສົມທົບ ລະຫວ່າງ ຄວາມຮູ້ ແຕ່ສະໄໝບູຮານ ກັບເຄື່ອງມື ໃນພຶດຕິກຳຕົວຈິງ ເພື່ອຊ່ວຍ ໃຫ້ ຜູ້ຄົນເຫັນໄດ້ຄວາມສຸກ, ຮັບມືກັບ ຄວາມເຄັ່ງຕຶງປະຈໍາວັນ ແລະ ກາຍເປັນຕົວເຮົາເອງ ທີ່ສະຫງົບກວ່າ.

“ຄອນເສີດ ເພື່ອຈິດວິນຍານ” ເປັນບ່ອນ ໃຫ້ທຸກຄົນ ໄດ້ຮຽນຮູ້ ວິທີເຮັດໃຫ້ຕົນສະຫງົບ, ວິທີຄວບຄຸມອາລົມ, ວິທີ ຝຶກຫາຍໃຈ ແລະ ສະມາທິ ເພື່ອໃຫ້ຊີວິດສົມດຸນ, ພັດທະນາ ສະຕິປັນຍາ ໃນການແກ້ໄຂວຽກງານ.

ທ່ານ Gurudev Sri Sri Ravi Shankar ໄດ້ແບ່ງປັນ ຢ່າງ ໃກ້ຊິດ ແລະ ເປັນປະໂຫຍດ ເພື່ອໃຫ້ມີຊີວິດ ທີ່ມີຄວາມ ສະຫງົບສຸກ. ພາບ: ແທງຢາງ/VNP
ທ່ານ Gurudev Sri Sri Ravi Shankar (ຊາວ ອິນເດຍ) ເປັນ ນັກເຄື່ອນໄຫວ ດ້ານມະນຸດສະທໍາ ທັງເປັນຄູສອນ ສະມາທິ ທີ່ມີຊື່ສຽງຂອງໂລກ. ພາບ: ແທງຢາງ/VNP

ທ່ານ Gurudev Sri Sri Ravi Shankar ໄດ້ຮັບລາງວັນ Padma Vibhushan, ລາງວັນປະຈໍາປີ ສໍາລັບ ພົນລະເມືອງ ທີ່ສູງສົ່ງ ທີ່ສຸດ ຂອງ ອິນເດຍ ແລະ ບັນດາລາງວັນ ພົນລະເມືອງ ທີ່ສູງສົ່ງ ທີ່ສຸດຂອງ ໂກລົມບີ, ມົງໂກລີ, ປຣາກວາຍ...

ທ່ານ Gurudev Sri Sri Ravi Shankar ພ້ອມກັບ The Art Of Living ໄດ້ໄປທົ່ວທຸກພາກ ຈາກ ຮ່າໂນ້ຍ ເຖິງນະຄອນ ໂຮ່ຈີ ມິນ, ເຖິງ ຫວຸ໊ງເຕົ່າ ແລະ ດົ່ງນາຍ. ຢູ່ບ່ອນໃດ, ເພິ່ນ ພ້ອມກັບ ປະຊາຊົນ ຫວຽດນາມ ລ້ວນແຕ່ມີຊ່ວງເວລາ ອັນສວຍງາມ ຂອງ ບັນດາຊຸດຮຽນ ສິລະປະ “ຄອນເສີດ ເພື່ອຈິດວິນຍານ”.  ທ່ານ Gurudev Sri Sri Ravi Shankar ໄດ້ສ້າງແຮງບັນດານ ໃຈ ໃຫ້ແກ່ຄົນທັງຫຼາຍ ກ່ຽວກັບຄວາມຮູ້ບຸນຄຸນ, ອິດສະລະ ພາບ, ຄວາມມ່ວນຊື່ນ, ຄວາມສຸກ, ຄວາມພໍໃຈ. ທ່ານ ກ່າວ ວ່າ: “ທຸກໆ ຄົນຕ່າງກໍ ກຳລັງຊອກຫາຄວາມສຸກ ແລະ ສິ່ງທີ່ ເຮັດໃຫ້ຄວາມໝັ້ນຄົງ ພາຍໃນພວກເຮົາ, ເຮັດໃຫ້ຄວາມສຸກ ຂອງພວກເຮົາ ກາຍເປັນເຂັ້ມແຂງຍິ່ງຂຶ້ນ, ຂ້າພະເຈົ້າເອີ້ນວ່າ ພູມປັນຍາ. ສະຕິປັນຍາເພື່ອຊີວິດ”.


ຢູ່ ຫວຽດນາມ, ຮ້ານຂາຍປຶ້ມ ຖ໋າຍຮ່າໄດ້ແນະນຳປຶ້ມ ກ່ຽວກັບ ເພິ່ນ ທີ່ໃສ່ຊື່ວ່າ “ທົ່ງພຽງເທິງຍອດສູງ”. ປຶ້ມຫົວນີ້ ແມ່ນການ ສະຫຼຸບສັງລວມ ແລະ ບຳລຸງລ້ຽງ ແຕ່ລະຄົນໃນ “ຄອນເສີດ ເພື່ອ ຈິດວິນຍານ” ໄດ້ຮັບການຕ້ອນຮັບ ຢ່າງອົບອຸ່ນ ຢູ່ ຫວຽດ ນາມ.

ບົດ: ບິກເວິນ - ພາບ: ແທງຢາງ - ແປໂດຍ: ບິກລຽນ


Top