DSDHOME - ເຮືອນອັດສະລິຍະ ສຳລັບອະນາຄົດ

DSDHOME - ເຮືອນອັດສະລິຍະ ສຳລັບອະນາຄົດ

DSDhome ສັງກັດບໍລິສັດຫຸ້ນສ່ວນ ສະຖາປັດ ຕະຍະກຳ DSD ແມ່ນໜຶ່ງໃນຜູ້ນຳໜ້າ ໃນການກໍ່ສ້າງວິທີແກ້ໄຂທີ່ສະຫຼາດສໍາລັບທີ່ຢູ່ອາໄສ ໃນອະນາຄົດ, ຕອບສະໜອງ ຄວາມຕ້ອງການ ທີ່ບໍ່ສາມາດ ຫຼີກລ່ຽງໄດ້ ຂອງສັງຄົມສີວິໄລ ແລະ ທັນສະໄໝ.

ບາງຕົວແບບຂອງ ເຮືອນອັດສະລິຍະ DSDHOME ຖືກນໍາໄປໃຊ້ໃຫ້ກັບເຮືອນພັກ ແລະ ສະຖານທີ່ພັກຜ່ອນ ຂອງຜູ້ລົງ ທຶນ. ພາບ: DSDHOME

ຖ້າ​ແນວ​ຄິດ​ ຂອງ​ຊາວ​ ຫວຽດນາມ ​ໃນເມື່ອກ່ອນ​ແມ່ນກິນ​ໃຫ້ອີ່ມ​​, ນຸ່ງ​ໃຫ້ທົນ”, ​ແຕ່ແນວ​ຄິດ ​ຂອງ​ຄົນ​ໜຸ່ມສາວ​ ໃນ​ປັດຈຸ​ບັນ​ແມ່ນ ກິນ​ໄວ, ນຸ່ງ​ງາມ”. ດັ່ງນັ້ນ, ຮູບແບບເຮືອນປະກອບ ກໍາລັງກາຍເປັນທ່າອ່ຽງ, ຕອບສະໜອງໃຫ້ແກ່ຄວາມຕ້ອງການ ພື້ນທີ່ດໍາລົງຊີວິດໃໝ່ ຂອງ ຄົນໜຸ່ມສາວ. 

ທ່ານ​ນາງ ຫງວຽນ​ທິ​ຢຸງ, CEO ​ຂອງ DSDHOME ​ໃຫ້ຮູ້ວ່າ ເຮືອນ​ປະກອບ​​ມີ​ຫຼາຍຈຸດ​ເດັ່ນ​ທີ່​ເຮັດ​ໃຫ້​ມັນກາຍ ເປັນທ່າ​ອ່ຽງໄດ້. ນັ້ນແມ່ນ ເວລາກໍ່ສ້າງໄວ ຈະຫຼຸດຜ່ອນຄວາມສ່ຽງໃນວິວັດການກໍ່ສ້າງ, ຄ່າໃຊ້ຈ່າຍຕໍ່າກວ່າ ເມື່ອທຽບກັບການກໍ່ສ້າງເຮືອນແບບດັ້ງເດີມ ເພາະບໍ່ເກີນງົບຄາດໝາຍການກໍ່ສ້າງ ແລະ ຄ່າໃຊ້ຈ່າຍອື່ນໆ...

ເຮືອນປະກອບ ມີຄວາມງາມສູງ, ການອອກແບບຕາມວິທະຍາ ສາດ ແລະ ທັນສະໄໝ, ຮັບປະກັນການນໍາໃຊ້ຢ່າງພຽງພໍ, ບໍ່ມີລາຍລະອຽດຊ້ໍາຊ້ອນ, ພື້ນທີ່ສີຂຽວ ໄດ້ຖືກອອກແບບຢ່າງກົມກຽວ. ນອກ ຈາກນັ້ນ, ສໍາລັບ ເຮືອນແບບດັ້ງເດີມ, ການຍົກຍ້າຍ ແມ່ນເປັນໄປບໍ່ໄດ້, ແຕ່ເຮືອນປະກອບ ສາມາດຍົກຍ້າຍໄປຢູ່ສະຖານທີ່ອື່ນ ຕາມຄວາມຕ້ອງການ ຂອງ ເຈົ້າຂອງເຮືອນ.

 


ເຖິງແມ່ນວ່າ ຍັງມີຂໍ້ຈໍາກັດເຊັ່ນ: ຄຸນນະພາບຂອງການກໍ່ສ້າງແມ່ນຂຶ້ນກັບໜ່ວຍງານກໍ່ສ້າງ ແລະ ຄວາມທົນທານບໍ່ເທົ່າກັບເຮືອນແບບດັ້ງເດີມ, ແຕ່ດ້ວຍຂໍ້ດີທີ່ໂດດເດັ່ນຂ້າງເທິງ, ຄວາມຕ້ອງການສໍາລັບເຮືອນປະກອບ ໄດ້ເພີ່ມຂຶ້ນເທື່ອລະກ້າວ.

ທ່ານນາງ ຢຸງ ໃຫ້ຮູ້ວ່າ ປັດຈຸບັນ, 70% ລູກຄ້າ ຂອງ DSDHOME ມີຄວາມຕ້ອງການທີ່ຈະສ້າງເຮືອນ secondhome - ເຮືອນ ທີ່ສອງ ສໍາລັບການພັກຜ່ອນ ໃນທ້າຍອາທິດ. ລູກຄ້າ ພາກສ່ວນນີ້ ມັກຈະບໍ່ ມີເວລາຫຼາຍໃນການເດີນທາງໄປມາເພື່ອຕິດຕາມ ຄຸນນະພາບການກໍ່ສ້າງ ແລະ ຕ້ອງການບໍລິການບໍາລຸງຮັກສາ ແລະ ການດູແລເຮືອນ ໃນເວລາທີ່ບໍ່ໄດ້ໃຊ້ ໃນເວລາສອງສາມເດືອນ.

ນອກຈາກນັ້ນ, DSDHOME ຍັງຂະຫຍາຍບໍລິການ ຊື້ເຮືອນ ຄືນ ເພື່ອຕອບສະໜອງຄວາມຕ້ອງການປ່ຽນແປງ ແລະ ເຮັດໃໝ່ພື້ນທີ່ ດໍາລົງຊີວິດ ຂອງ ນັກລົງທຶນ.

ປັດຈຸບັນ, 20% ລູກຄ້າຂອງ DSDHOME ແມ່ນບັນດາ ໂຄງການ homestay. ສໍາລັບລູກຄ້າພາກສ່ວນນີ້, DSDHOME ມີວິທີການອອກແບບ ປະສານສົມທົບ 3 ໃນ 1 ເພື່ອການດຳເນີນທຸລະກິດ ແລະ ການນໍາໃຊ້ພື້ນທີ່ ໃຫ້ດີທີ່ສຸດ.


10% ລູກຄ້າທີ່ຍັງເຫຼືອ ແມ່ນເຮືອນປະກອບໃໝ່ ສໍາລັບຄູ່ຜົວເມຍໜຸ່ມ. ດ້ວຍ​ຄ່າໃຊ້ຈ່າຍໃນການກໍ່ສ້າງ​ເຮືອນ​ແບບ​ດັ້ງ​ເດີມ, ຄູ່​ຜົວ​ເມຍ​ໜຸ່ມ​ຫຼາຍ​ຄູ່​ ບໍ່​ສາ​ມາດ​ປຸກ​ເຮືອນ​ເປັນ​ຂອງ​ຕົນ​ເອງໄດ້. ການເລືອກຮູບແບບ ເຮືອນປະກອບ ຈະຊ່ວຍໃຫ້ໄວໜຸ່ມຫັນຄວາມມຸ່ງມາດປາ ຖະໜາ ທີ່ຈະມີ ເຮືອນຫຼັງໜຶ່ງ ແລະ ພື້ນທີ່ດໍາລົງຊີວິດຂອງເຂົາເຈົ້າໃຫ້ກາຍເປັນຄວາມຈິງໄດ້ໄວຂຶ້ນ.

ປັດຈຸບັນ, DSDHOME ເປັນຫົວໜ່ວຍທີ່ໃຊ້ເວລາ ການກໍ່ສ້າງສັ້ນ, ພຽງແຕ່ 3-5 ມື້, ຫຼັງຈາກປະເມີນຜົນ ສະຖານທີ່ຕິດຕັ້ງ, ໃນຂະນະທີ່ໜ່ວຍອື່ນໆ ແມ່ນແຕ່ 20-25 ມື້. Modul ເຮືອນ ຂອງ SDHOME ລ້ວນແຕ່ ໄດ້ກໍ່ສ້າງ ແລະ ຫຸ້ມຫໍ່ຢູ່ໂຮງງານຜະລິດ, ດັ່ງນັ້ນ ຈຶ່ງສາ ມາດ ຮັບປະກັນ ບັນດາປັດໄຈ ກ່ຽວກັບ ຄຸນນະພາບຂອງການ ກໍ່ ສ້າງ, ສິ່ງເສດເຫຼືອໃນການກໍ່ສ້າງ ຫຼື ຜູ້ກໍ່ສ້າງບໍ່ຕ້ອງ ຢູ່ບ່ອນກໍ່ສ້າງ ເປັນເວລາດົນ.

 



ເຖິງ​ວ່າ ​ໄດ້ເປີດຕົວ ໃນ​ຕະຫຼາດ​ເກືອບ 3 ປີ​ແລ້ວ, ​ແຕ່ DSDhome ​ໄດ້​ກາຍ​ເປັນ​ບໍລິສັດ​ ຜະລິດ​ເຮືອນ​ປະກອບ ອັນ​ດັບ 1 ຢູ່​ ຫວຽດນາມ ດ້ວຍ​ການ​ບໍລິການ​ໃຫ້​ເຊົ່າ, ​ບໍລິການ​ພັກກຜ່ອນ ​ແລະ ບັນດາ​ໂຄງ ການ ​ນຳ​ໃຊ້​ເຮືອນປະກອບສີຂຽວ​ ເພື່ອ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. DSDhome ໄດ້ສ້າງວິທີແກ້ໄຂທີ່ສະຫຼາດສໍາລັບ ທີ່ຢູ່ອາໄສ ໃນອະ ນາຄົດ - ການປົກປັກຮັກສາສິ່ງແວດລ້ອມ, ການປະຫຍັດວັດຖຸດິບ, ເວລາ ແລະ ເຫື່ອແຮງ ຂອງ ແຮງງານ, ຮັບປະກັນຈຸດ ປະສົງຂອງການນໍາໃຊ້, ຄວາມງາມ ແລະ ມີຄຸນຄ່າດ້ານມະນຸດສະທຳສູງ, ປະ ສົມກົມກຽວ ກັບທໍາມະຊາດ.

ວິໄສທັດຂອງ DSDhome ແມ່ນເພື່ອທົດແທນ 40% ຄວາມຕ້ອງ ການນຳໃຊ້ເຮືອນກໍ່ສ້າງແບບດັ້ງເດີມ, ຊ່ວຍຈໍາກັດຄ່າໃຊ້ຈ່າຍແຮງງານ, ເວລາ ແລະ ສິ່ງເສດເຫຼືອ ໃນການກໍ່ສ້າງອອກສູ່ສິ່ງແວດລ້ອມ.

ລູກຄ້າຕ້ອນຮັບບັນຍາກາດ ຕອນຄໍ່າ ຢູ່ທີ່ລະບຽງ ຂອງເຮືອນອັດສະລິຍະ DSDHOME. ພາບ: DSDHOME

DSD ໄດ້ເຄື່ອນໄຫວໃນຂົງເຂດການອອກແບບ ແລະ ກໍ່ສ້າງ ແຕ່ປີ 2015 ດ້ວຍເຄື່ອງໝາຍການຄ້າ DSD Architecture. ປີ 2017 ບໍລິ ສັດໄດ້ ສ້າງເຄື່ອງໝາຍການຄ້າ ເຄື່ອງເຟີນີເຈີ ສຳລັບເດັກນ້ອຍ DSDkids - ໄດ້ຮັບນາມມະຍົດ ຜະລິດຕະພັນ ບໍລິການຄຸນນະພາບ ອາຊີ, ຫົວໜ່ວຍອອກແບບ ແລະ ຜະລິດ ເຄື່ອງເຟີນີເຈີ ສຳລັບເດັກ ນ້ອຍ ອັນດັບ 1 ຢູ່ ຫວຽດນາມ. ໃນປີ 2021, DSD ກໍ່ຕັ້ງ ແລະ ພັດ ທະນາ DSDhome.

 ບົດ: VNP/ຖາວວີ - ພາບ: DSDHOME - ແປໂດຍ: ຢືຟຽນ


Top