Doveco Gia Lai-ວິສາຫະກິດປຸງແຕ່ງ ຜະລິດຕະພັນກະເສດສົ່ງອອກ ຊັ້ນນໍາຂອງ ໄຕງວຽນ

Doveco Gia Lai-ວິສາຫະກິດປຸງແຕ່ງ ຜະລິດຕະພັນກະເສດສົ່ງອອກ ຊັ້ນນໍາຂອງ ໄຕງວຽນ

ສູນ​ປຸງ​ແຕ່ງຂອງ Doveco ຢູ່ Gia Lai ແມ່ນ​ສູນ​ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ແຖວ​ໜ້າ​ຢູ່​ເຂດ ໄຕງວຽນ, ແຕ່​ລະ​ປີ​ສາ​ມາດ​ຊື້ ແລະ ປຸງ​ແຕ່ງ​ໝາກ​ໄມ້ ແລະ ຜັກ​ທຸກ​ປະ​ເພດ​ນັບ​ແສນ​ໂຕນ. ພາບ: ແທງຮ່ວາ/VNP

Doveco ​ແມ່ນ​ວິ​ສາ​ຫະກິດ​ແຖວໜ້າໃນ​ຂົງ​ເຂດ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ຢູ່ ຫວຽດນາມ. ດ້ວຍ​ການ​ກໍ່ສ້າງ​ໂຮງ ງານ​ປຸງ​ແຕ່ງ​ຂະໜາດ​ໃຫຍ່ ​ແລະ ທັນ​ສະໄໝ​ທີ່​ສຸດ​ ​ຫວຽດນາມ ຢູ່ ຢາລາຍ, Doveco ບໍ່​ພຽງ​ແຕ່​ມີ​ຄວາມ​ຫວັງ​ຈະ​ເປີດ​ກວ້າງ​ຕະຫຼາດ, ​ຍົກສູງວົງເງິນການ​ສົ່ງ​ອອກ​ເທົ່າ​ນັ້ນ, ແຕ່​ຍັງ​ສ້າງ​ວຽກ​ເຮັດ​ງານ​ທຳ​ແບບ​ຍືນ​ຍົງ​ໃຫ້​ແກ່​ຊາວ​ກະສິກອນ​ ນັບ​ໝື່ນ​ຄົນ​ຢູ່​ ໄຕງວຽນ ເມື່ອ​ເຂົ້າ​ຮ່ວມ​ລະບົບຕ່ອງໂສ້ ການຜະລິດ ແລະ ສະໜອງຜະລິດຕະພັນກະເສດ ໃຫ້ແກ່ ໂຮງງານ.

ໄຕງວຽນ ແມ່ນດິນແດນທີ່ມີທ່າແຮງບົ່ມຊ້ອນອັນ ໃຫຍ່ຫຼວງ ໃນການພັດທະນາເສດຖະກິດ ກະສິກຳ, ໂດຍສະເພາະແມ່ນ ປະເພດ ຜັກ, ຫົວ ແລະ ໝາກໄມ້ສົ່ງອອກ. ພ້ອມ​ກັນ​ນັ້ນ, ນີ້​ຍັງ​ແມ່ນ​ຂົງ​ເຂດ​ສຳຄັນ​ທີ່​ລັດຖະບານ​ໄດ້​ກຳນົດ ຍູ້​ແຮງການ​ລົງທຶນ ພັດທະນາ ​ເພື່ອ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ພິ​ເສດ​ແມ່ນ ປະຊາຊົນ ບັນດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ທີ່​ດຳລົງ​ຊີວິດ​ຢູ່​ເຂດ​ດັ່ງກ່າວ.

ເພາະສະນັ້ນ, ໃນຊຸມປີມໍ່ໆ ມານີ້, ນອກຈາກ ຍູ້ແຮງການລົງທຶນ ຊ່ວຍປະຊາຊົນ ຫັນປ່ຽນຮູບແບບເສດຖະກິດ, ພັດທະນາການລ້ຽງ ສັດ ແລະ ການປູກພືດກະສິກຳ ຈາກຮູບແບບກະສິກຳ ຂະໜາດ ນ້ອຍໄປສູ່ຮູບແບບກະສິກຳຂະໜາດໃຫຍ່ ດ້ວຍແນວພັນໃໝ່ ມີມູນຄ່າເສດຖະກິດສູງ ໃຫ້ແກ່ການສົ່ງອອກ, ລັດຖະບານ ແລະ ທ້ອງຖິ່ນ ຍັງຮຽກຮ້ອງ​ໃຫ້​ບັນດາ​ວິ​ສາ​ຫະກິດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ດ້ານ​ມາແຂວງ​ ຢາລາຍ ​​ຄົ້ນຄວ້າ ​ແລະ ລົງທຶນ​ເພື່ອ​ພ້ອມກັນພັດທະນາ.

ຢູ່​ເຂດ ໄຕງວຽນ, Doveco Gia Lai ​ມີ​ເນື້ອ​ທີ່​ປູກ​ໝາກ​ນອດທີ່​ມີ​ຄຸນ​ນະພາ​ບຫຼາຍ​ຮ້ອຍ​ເຮັກຕາ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ​ປຸງ​ແຕ່ງ​ການ​ສົ່ງ​ອອກ. ພາບ: ແທງຮ່ວາ/VNP

 

ກໍາ​ໄດ້​ໂອກາດ​ນີ້, ​ໃນ​ປີ 2018, ບໍລິສັດ​ຫຸ້ນ​ສ່ວນ​ ສົ່ງ​ອອກ​ອາຫານ ດົ່ງ​ຢາວ (Doveco), ​ແມ່ນ​ວິ​ສາ​ຫະກິດ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ຜະ ລິດ​ຕະພັນ​ກະ​ເສດ​ແຖວ​ໜ້າ​ ຂອງ​ ຫວຽດນາມ ​ໄດ້​ລົງທຶນ​ກໍ່ສ້າງ​ສູນ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ ຂະໜາດໃຫຍ່ ​ແລະ ທັນ​ສະ​ໄໝ​ທີ່​ສຸດ​ ຂອງ​ ຫວຽດນາມ ຕັ້ງ​ຢູ່​ເຂດ​ອຸດສາຫະກຳ ​ແລະ ອຸດສາຫະກຳ ນ້ອຍ ຫັດຖະກໍາ ເມືອງ ມາງຢາງ, ແຂວງ ຢາລາຍ ໃນເນື້ອທີ່ເກືອບ 6 ເຮັກຕາ.

ໂຄງ​ການ​ດັ່ງ​ກ່າວ​ປະ​ກອບ​ມີ 3 ​ໂຮງ​ງານ ​​ມີ​ອຸ​ປະ​ກອນ​ ແລະ​ ເຕັກ​ ໂນ​ໂລ​ຊີ ​ທີ່​ທັນສະໄໝ ນໍາເຂົ້າ ຈາກປະເທດ ​ອີ​ຕາ​ລີ​, ເຢຍ​ລະ​ມັນ​ ແລະ​ ຍີ່​ປຸ່ນ​. ໃນນັ້ນ, ມີໂຮງງານຜະລິດ ນໍ້າໝາກໄມ້ເຂັ້ມຂຸ້ນ ແລະ ຜະລິດໝາກໄມ້ ມີຄວາມສາມາດຜະລິດໄດ້ 10.000 ໂຕນ/ປີ, ໂຮງງານປຸງແຕ່ງ ໝາກໄມ້ ແລະ ຜັກແຊ່ແຂງ ມີກຳລັງການຜະລິດ 10.000 ໂຕນ/ປີ ແລະ ໂຮງງານປຸງແຕ່ງຜັກ ແລະ ໝາກໄມ້ ກະ ປ໋ອງ ມີກຳລັງການຜະລິດ 10.000 ໂຕນ/ປີ.

ດ້ວຍແຫຼ່ງວັດຖຸດິບທີ່ອຸດົມສົມບູນ, Doveco Gia Lai ຕອບສະໜອງຄວາມຕ້ອງການສົ່ງອອກໄປຍັງຫຼາຍປະເທດທົ່ວໂລກ. ພາບ: ແທງຮ່ວາ/VNP ແລະ ເອກະສານຂອງ Doveco 

ພາຍຫຼັງ​ດຳ​ເນີນ​ການ​ເຄື່ອນ​ໄຫວ​, ສູນ​ດັ່ງກ່າວ​ສາມາດ​ປຸງ​ແຕ່ງ​ນໍ້າໝາກນອດ ໄດ້​ປະມານ 300 ​ໂຕນ/ມື້, ໝາກນັດ 500 ​ໂຕນ/ມື້ ​ແລະ ໝາກມ່ວງ 200 ​ໂຕນ/ມື້. ນອກ​ນີ້, ສູນ​ດັ່ງກ່າວ​ຍັງ​ສາມາດ​ປຸງ​ແຕ່ງ​ໝາກ​ກ້ວຍ, ໝາກອາໂວກາໂດ, ໝາກມັງກອນ, ສາລີ​ຫວານ, ​ໝາກເມືອກ, ມັນ​ດ້າງ... ​ນັບ​ຮ້ອຍ​ໂຕນ. ​ໃນ​ປີ 2021, ​ເຖິງ​ວ່າ​ ສະພາບ​ເສດຖະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ຍ້ອນ​ຜົນ​ກະທົບ​ຈາກ​ ການລະບາດ ​ໂຄ​ວິດ-19, ແຕ່ສູນແຫ່ງ​ນີ້ ​ຍັງ​​ຜະລິດ​ຜັກ, ​​ໝາກ​ໄມ້​​ຊະນິດຕ່າງໆ ​ໄດ້​ກວ່າ 32.800 ​ໂຕນ, ​ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ບັນລຸ 68,95 ລ້ານ ໂດລາສະຫະລັດ.

ເພື່ອຮັບປະກັນແຫຼ່ງວັດຖຸດິບທີ່ໝັ້ນຄົງ ແລະ ຍັງສ້າງ ໂອກາດ ໃຫ້ປະຊາຊົນເຂົ້າຮ່ວມ ໃນລະບົບຕ່ອງໂສ້ການຜະລິດ, Doveco ໄດ້ສຸມໃສ່ພັດທະນາ ເຂດສະໜອງ ວັດຖຸດິບ ແບບຍືນຍົງຕັ້ງແຕ່ຕົ້ນ.

ດ້ວຍ​ຄຳ​ຂວັນທ່ີວ່າ ​ເພື່ອ​ຮັບປະກັນ​ຜົນ​ປະ​ໂຫຍ​ດ ລະຫວ່າງ​ຝ່າຍ​ຕ່າງໆ, ພິ​ເສດ​ແມ່ນ​ຜົນ​ປະ​ໂຫຍ​ດ ຂອງ​ຜູ້​ອອກ​ແຮງ​ງານ, Doveco ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ກັບ 500 ກວ່າ​ຄອບຄົວ​ປູກ​ຕົ້ນ​ໄມ້ຫຼາຍຊະນິດ​ເຊັ່ນ: ໝາກ​ນອດ, ໝາກ​ນັດ, ໝາກ​ກ້ວຍ​, ຖົ່ວ​ເຫຼືອງ, ໜໍ່​ໄມ້ ​ໃນ​​ເນື້ອ​ທີ່​ເກືອບ 4.000 ​ເຮັກຕາ, ​ໄດ້​ສຸມ​ໃສ່​ບັນດາ​ທ້ອງ​ຖິ່ນ​ຄື: ​ເມືອງ ຝູ​ທ້ຽນ, ​ເມືອງ​ ກົງ ເຈີຣໍ, ​ເມືອງ​ ເອຍ ປາ, ​ເມືອງ ​ດັກ​ເປີ, ​ເມືອງ​ ເອຍ ກຣາຍ, ​ເມືອງ​ ດັກ​ດວາ, ​ເມືອງ​ ມານ​ຢາງ, ​ເມືອງ​ ກາ​ບັງ, ​ເທດສະບານ​ ອານ​ເຄ ຂອງ​ແຂວງ ​ຢາ​ລາຍ ​ແລະ ​ເຂດ​ວັດ​ຖຸ​ດິບ​ຫຼາຍ​ແຫ່ງ​ຢູ່​ແຂວງ ກອນ​ຕູມ, ດັກ​ລັກ, ດັກ​ນົງ ແລະ ເລີມດົ່ງ.

ທຸກໆມື້ Doveco Gia Lai ສາມາດຊື້ ແລະ ປຸງແຕ່ງໝາກໄມ້ສົດທຸກຊະນິດໄດ້ຫຼາຍຮ້ອຍໂຕນ. ພາບ: ແທງຮ່ວາ/VNP

ເພື່ອຊ່ວຍໃຫ້ປະຊາຊົນ ມີຄວາມໝັ້ນໃຈໃນການເຂົ້າຮ່ວມ ໃນລະ ບົບຕ່ອງໂສ້ການຜະລິດ, Doveco ໄດ້ສະໜອງແນວພັນ, ປຸຍ ແລະ ຖ່າຍທອດດ້ານວິຊາການໃຫ້ແກ່ຊາວກະສິກອນ. ພ້ອມ​ກັນ​ນັ້ນ ຍັງແນະນຳ​ປະຊາຊົນ​ ຜະລິດ​ຕາມ​ຂັ້ນຕອນ ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານສະບຽງອາຫານ ​ເພື່ອ​ສ້າງ​ບັນດາ​ຜະລິດ​ຕະພັນ​ທີ່​ໄດ້​ມາດຕະຖານ ​ນັບ​ແຕ່​ການຜະລິດ ​ຮອດ​ການ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ. ໂດຍສະເພາະ, Doveco ຍັງມີນະໂຍບາຍຊ່ວຍ ເຫຼືອ ໃນກໍລະນີປະສົບຄວາມສ່ຽງ, ໄພພິບັດ ທາງທໍາມະຊາດ ແລະ ໃຫ້ຄໍາໝັ້ນສັນຍາໃນການຊື້ຜະລິດຕະພັນ.

ນອກຈາກ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາຊົນ​ແລ້ວ, Doveco ຍັງ​ໄດ້​ສ້າງ​ເຂດ​ວັດຖຸ​ດິບ ຂອງ​ຕົນ​ເພື່ອ​ຮັບ​ໃຊ້​ການ​ປຸງ​ແຕ່ງ​​ສົ່ງ​ອອກ​ຢ່າງ​ຕັ້ງໜ້າ. ດັ່ງ​ນັ້ນ​, Doveco ​ໄດ້​ເຊົ່າ​ເນື້ອ​ທີ່ດິນ 250 ​ເຮັກ​ຕາ​ເພື່ອ​ປູກ​ໝາກ​ນອດ ຢູ່​ເມືອງ​ ເອຍ ກຣາຍ; ຜັນ​ຂະຫຍາຍ​ບັນດາ​ຮູບ​ແບບ​ປູກໝາກ​ຖົ່ວ​ເຫຼືອງ​ຢູ່ເມືອງ ດັກ​ດວາ, ຝູ​ທ້ຽນ, ​ເອຍ ປາ; ປູກໝາກນັດ ຢູ່ເມືອງ ເອຍ ປາ; ປູກສາລີຫວານ ແລະ ຜັກຫົມ ຢູ່ເມືອງ ມາງຢາງ ແລະ ຕາແສງ ອານຟູ (ນະຄອນ Pleku ).

ຜະລິດຕະພັນ Doveco Gia Lai ທັງໝົດ ສາມາດຕິດຕາມໄດ້ເຖິງຕົ້ນກຳເນີດເພື່ອຢັ້ງຢືນ ຂໍ້ມູນຜະລິດຕະພັນ. ພາບ: ເອກະສານຂອງ Doveco 

ດ້ວຍ​ແຫຼ່ງວັດຖຸ​ດິບ​ ທີ່​ອຸດົມສົມບູນ ​ແລະ ​ກຳລັງ​ການ​ຜະລິດ​ຂະ  ໜາດ​ໃຫຍ່, ປັດຈຸ​ບັນ, ຜະລິດ​ຕະພັນ​ ຂອງ Doveco ​ໄດ້​ສົ່ງ​ອອກ​ໄປ​ຍັງ 50 ປະ​ເທດ, ​ຕົ້ນຕໍ ແມ່ນຕະຫຼາດ​ ຍີ່ປຸ່ນ (10%), ສ ອາ​ເມ​ລິ​ກາ (13%), ອິດສະຣາ​ແອນ (27%), EU (33%)... ຜະລິດຕະພັນ ສົ່ງອອກ ຍຸດທະສາດ ຂອງ Doveco ຕົ້ນຕໍແມ່ນ: ໝາກນັດ ເຢັນ 14,6%, ໝາກນັດ ກະປ໋ອງ 13,8%, ນໍ້າໝາກນັດ ເຂັ້ມຂຸ້ນ 25%, ນໍ້າໝາກນາວ ເຂັ້ມຂຸ້ນ 24%, ໝາກ ລິນຈີ່ ເຢັນ 8,5%,  ໝາກຝູງ ເຢັນ 3,8%, ຜັກຫົມ (Spinach) 3,1%, ປະເພດອື່ນໆ 7,2%. ຢູ່​ຕະ​ຫຼາດ​ພາຍ​ໃນ​ປະ​ເທດ, ຜະ​ລິດ​ຕະ​ພັນ ຂອງ Doveco ແມ່ນມີ​ຢູ່​ໃນ​ຮ້ານ​ສັບ​ພະ​ສິນ​ຄ້າ​ຂະ​ໜາດ​ໃຫຍ່​, ​ນ້ອຍ​ ​ແລະ ​ກໍາ​ລັງ​ຄອບ​ຄອງ​ສ່ວນ​ແບ່ງ​ຕະ​ຫຼາດ​ຂະ​ໜາດ​ໃຫຍ່.

  • ບົດ: VNP/ແທງຮ່ວາ - ພາບ: ແທງຮ່ວາ ແລະ ເອກະສານຂອງ Doveco - ແປໂດຍ: ຢືຟຽນ

 



Top