DK1 - 35 ປີທີ່ໝັ້ນຄົງ ຢູ່ກາງທະເລ

DK1 - 35 ປີທີ່ໝັ້ນຄົງ ຢູ່ກາງທະເລ

ທ່າມກາງຄື້ນທະເລ ແລະ ລົມແຮງ ຢູ່ເຂດໄຫຼ່ທະວີບ ທາງທິດໃຕ້ ຂອງປະເທດ, ຕະຫຼອດ 35 ປີ ຜ່ານມາ, ແທ່ນຂຸດເຈາະນໍ້າມັນ DK1 (ກຸ່ມເສດຖະກິດ-ວິທະຍາສາດ, ເຕັກນິກ-ບໍລິການ) ຍັງຄົງ ຢືນຕັ້ງສະຫງ່າ, ເໝືອນດັ່ງ “ປ້ອມປະການເຫຼັກ” ແຫ່ງໜຶ່ງ. ບັນດາ ພະນັກງານ, ນັກຮົບ ຈາກຮູ່ນສູ່ຮຸ່ນ ຂອງ ແທ່ນຂຸດເຈາະນໍ້າມັນ DK1 ຍາມໃດ ກໍ່ກໍາປືນເວນຍາມຕະຫຼອດວັນຄືນ, ຮັກສາໃຫ້ຄັນ ທຸງແດງດາວຄຳ ຂອງ ຫວຽດນາມ ປິວສະບັດ, ຢືນຢັນອຳນາດ ອະທິປະໄຕ ເຂດ ໝູ່ເກາະທະເລ ຂອງ ປະເທດຊາດ.

ປັດຈຸບັນ, ຢູ່ບັນດາແທ່ນ ຂຸດເຈາະນໍ້າມັນ DK1 ໄດ້ປະກອບ ພາ ຫະນະ ທີ່ທັນສະໄໝ, ຕອບສະໜອງວຽກງານ ທີ່ໄດ້ຮັບມອບໝາຍ ເປັນຢ່າງດີ. ພາບ: ຫງວຽນລວນ/VNP

ໃນລະຫວ່າງປີ 1987 ແລະ ຕົ້ນປີ 1988, ສະຖານະການ ອະທິປະໄຕ ຢູ່ເຂດທະເລຕາເວັນອອກ ມີການຜັນແປຢ່າງສັບສົນ. ສະນັ້ນ, ໃນເດືອນ ຕຸລາ 1988, ຄະນະພັກ ແລະ ກອງບັນຊາການ ເຫຼົ່າທັບ ໄດ້ມອບໜ້າທີ່ ໃຫ້ກອງພັນນ້ອຍ 171 ກອງທັບເຮືອ ແລະ ກອງ ເຮືອ 129 ກໍ່ສ້າງກຸ່ມເສດຖະກິດ-ວິທະຍາສາດ, ເຕັກນິກ-ບໍລິການ (ເອີ້ນຫຍໍ້ວ່າ DK1) ເພື່ອປົກປັກຮັກສາ ອຳນາດ ອະທິປະໄຕ ເຂດ ທະເລ ແລະ ເຂດໄຫຼ່ທະວີບ ຂອງ ປະເທດຊາດ ກໍຄື ປະຕິບັດບັນ ດາເປົ້າໝາຍຍຸດທະສາດ ພັດທະນາເສດຖະກິດ ທາງທະເລ.

ເດືອນ ກໍລະກົດ 1989, ແທ່ນ ຂຸດເຈາະນໍ້າມັນ DK1 ແຫ່ງທຳອິດ ໄດ້ຮັບການກໍ່ສ້າງ, ສັງກັດກຸ່ມ ຟຸກເຕີ່ນ. ນັບແຕ່ນັ້ນເປັນຕົ້ນມາ ໄດ້ ມີ ແທ່ນຂຸດເຈາະນໍ້າມັນ DK1 15 ແຫ່ງ ສັງກັດກຸ່ມ ບາແກ່, ຟຸກເຕີ່ນ, ເກ໋ວເດື່ອງ, ຕືຈິ໋ງ, ຟຸກງວຽນ, ຮວ່ຽນເຈິນ ແລະ ຫາດຕື້ນ ກ່າເມົາ ໄດ້ຮັບການກໍ່ສ້າງ ຊຶ່ງສ້າງເປັນເຂດຮົ້ວເຫຼັກ-ຊ່ວຍປົກປັກ ຮັກສາ ອຳນາດອະທິປະໄຕ ເຂດໄຫຼ່ທະວີບ ທາງທິດໃຕ້ ຂອງ ປະ ເທດຊາດ, ຮັກສາໃຫ້ການຂຸດຄົ້ນ ແຫຼ່ງຊັບພະຍາກອນ ຢູ່ເຂດໄຫຼ່ ທະວີບ ມີຄວາມສະຫງົບ ແລະ ລຸລ່ວງໂດຍດີ. 


ພະນັກງານ, ນັກຮົບແທ່ນ ຂຸດເຈາະນໍ້າມັນ DK1/18 ​​ຕ້ອນ​ຮັບ​ຄະ​ນະ​ປະຕິບັດງານ ຂຶ້ນຢ້ຽມຢາມແທ່ນຂຸດເຈາະນໍ້າມັນ. ພາບ: ຫງວຽນລວນ/VNP

ສະພາບອາກາດ ໃນເຂດ DK1 ແມ່ນມີຄວາມສັບສົນຫຼາຍ, ມີຄື້ນ ຟອງໃຫຍ່ ແລະ ລົມພັດແຮງ ເປັນປະຈໍາ. ໂດຍສະເພາະໃນ ເດືອນ ຕຸລາ ເຖິງ ເດືອນ ມັງກອນ, ມັກຈະມີພາຍຸ ເກີດຂຶ້ນ, ສ້າງໄພອັນຕະລາຍ ຕໍ່ການດໍາເນີນງານ ຂອງ ກໍາປັ່ນ ແລະ ຍານພາຫະນະ ທີ່ລອຍຢູ່ໃນທະເລ. ເຖິງວ່າດຳລົງຊີວິດ ແລະ ເຮັດວຽກຢູ່ໃນສະພາບອາກາດທີ່ຮ້າຍແຮງ ແລະ ມີຄື້ນສູງ ລົມແຮງ ກໍ່ຕາມ ແຕ່ພະນັກງານ, ນັກຮົບຢູ່ບັນດາແທ່ນ ຂຸດເຈາະນໍ້າມັນ DK1 ຍາມໃດກໍ່ເຊີດຊູນ້ຳໃຈສາມັກຄີ, ຄວາມກ້າຫານ ພ້້ອມກັບ ເຈດຈຳນົງ ອົງອາດກ້າແກ່ນ, ເກາະຕິດກັບແທ່ນຂຸດເຈາະນໍ້າມັນ. 

ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ ແລະ ກະຊວງປ້ອງກັນ ປະເທດ, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງພະນັກງານ, ນັກ ຮົບ ຢູ່ບັນດາແທ່ນ ຂຸດເຈາະນໍ້າມັນ DK1 ໄດ້ຮັບການປັບປຸງ ຫຼາຍຢ່າງໃນໄລຍະມໍ່ໆ ມານີ້. ຄຽງຄູ່ກັນນັ້ນ, ພະນັກງານ, ນັກຮົບ ຢູ່ແທ່ນ ຂຸດເຈາະນໍ້າມັນ DK1 ຍາມໃດກໍ່ໄດ້ຜ່ານຜ່າ ຄວາມຫຍຸ້ງຍາກ, ຕັ້ງ ໜ້າເພີ່ມພູນ ຜະລິດຜົນ ແລະ ເປັນເຈົ້າ ແຫຼ່ງອາຫານ. ເຂດເພີ່ມ ພູນ ຜະລິດຜົນ ຖືກແບ່ງອອກຕ່າງຫາກ ຢູ່ຕາມບັນດາແທ່ນຂຸດ ເຈາະນໍ້າມັນເກົ່າ ເພື່ອຮັບປະກັນ ສຸຂະອະນາໄມ, ແຍກອອກ ຈາກ ເຂດທີ່ຢູ່ອາໄສຂອງພະນັກງານ, ນັກຮົບ. ເຂດນີ້ໄດ້ຮັບການນຳໃຊ້ຢ່າງເຕັມສ່ວນ ຈາກພະນັກງານ, ນັກຮົບ ເພື່ອປູກຜັກ, ລ້ຽງໝູ, ໄກ່, ເປັດ... ຍ້ອນແນວນັ້ນ, ອາຫານ ຂອງ ພະນັກງານ, ນັກຮົບ ຂອງກົມກອງ ນັບມື້ນັບອຸດົມສົມບູນ, ຮັບປະກັນໂພຊະນາການ, ຕອບສະ ໜອງ ຄວາມຕ້ອງການ ດຳລົງຊີວິດ, ຝຶກແອບ ກຽມພ້ອມສູ້ຮົບ.

 


ພິເສດ, ປັດຈຸບັນ, ຢູ່ແທ່ນ ຂຸດເຈາະນໍ້າມັນ ທຸກແຫ່ງ ລ້ວນແຕ່ ມີຄື້ນໂທລະຄົມມະນາຄົມ ຊ່ວຍໃຫ້ນັກຮົບ ສາມາດໄດ້ຕິດຕໍ່, ຢ້ຽມ ຢາມຖາມຂ່າວຄອບຄົວ. ບັນດາແທ່ນ ຂຸດເຈາະນໍ້າມັນ ກໍໄດ້ປະ ກອບຕິດຕັ້ງ ລະບົບແບັກເຕີລີ ນຳໃຊ້ພະລັງງານແສງຕາເວັນ ເພື່ອ ສະໜອງໄຟຟ້າ ເພື່ອການຝຶກອົບຮົມ ແລະ ການເຄື່ອນໄຫວຕ່າງໆ ໃນຊີວິດ ປະຈໍາວັນ. ນັບແຕ່ມີການລົງທຶນລະບົບໄຟຟ້າໃຊ້ພະລັງ ງານແສງຕາເວັນ, ຊີວິດການເປັນຢູ່ຂອງພະນັກງານ, ນັກຮົບແທ່ນ ຂຸດເຈາະ ນໍ້າມັນ DK1 ໄດ້ຮັບການປັບປຸງດີຂຶ້ນຢ່າງເຫັນໄດ້ຊັດ. ພະນັກງານ, ນັກຮົບ ມີເງືື່ອນໄຂ ຢ່າງພຽງພໍ ໃນການເຮັດວຽກ, ສຶກ ສາ, ດຳເນີນຊີວິດ, ມ່ວນຊື່ນບັນເທີງ... ຊີວິດ ທາງດ້ານວັດຖຸ ແລະ ຈິດໃຈໄດ້ ຮັບປະກັນ, ພະນັກງານ-ນັກຮົບ ຂອງ ກົມກອງ ສາມາດ ປະຕິບັດງານ ດ້ວຍຄວາມອຸ່ນອຽນໃຈ ແລະ ສຳເລັດໜ້າທີ່ ທີ່ໄດ້ ຮັບມອບໝາຍໃຫ້ສຳເລັດຜົນ.



35 ປີຜ່ານມາ, ດ້ວຍຈິດໃຈສາມັກຄີ, ເດັດດ່ຽວໜຽວແໜ້ນ, ຜ່ານ ຜ່າ ຄວາມຫຍຸ້ງຍາກ, ບັນດາພະນັກງານ, ນັກຮົບ ຫຼາຍຮຸ່ນຄົນ ຂອງ DK1 ໄດ້ ແລະ ກໍາລັງສືບຕໍ່ມູນເຊື້ອ “ຍັງມີຄົນຢູ່, ຍັງມີແທ່ນ ຂຸດເຈາະນໍ້າມັນ” ຕັ້ງສະຫງ່າ ຢູ່ກາງທະເລ, ປົກປັກຮັກສາທະເລ ໝູ່ເກາະ ຂອງປະເທດຊາດ ແລະ ເປັນບ່ອນອີງອັນໝັ້ນແກ່ນ  ໃຫ້ຊາວປະມົງ ອອກໄປຫາສິນໃນນໍ້າ ຢູ່ນອກຝັ່ງທະເລ.

ບົດ ແລະ ພາບ: ຫງວຽນລວນ - ແປໂດຍ: ບິກລຽນ


Top