Constança Arouca ກັບພິທີຂອບຄຸນພະເຈົ້າ ຢູ່ ຫວຽດນາມ
ບັນດາຮູບແຕ້ມຂອງສິລະປິນ,ນັກຄົ້ນຄວ້າວັດທະນະທຳທ່ານນາງ Constança Arouca (ຊາວ ປອກຕຸຍການ) ໃນໂຄງການ “ຄົ້ນຄວ້າກ່ຽວກັບຮູບພາບພິທີຂອບຄຸນພະເຈົ້າ ຢູ່ ຫວຽດນາມ ຜ່ານບັນດາຮູບແຕ້ມ” ໄດ້ສ່ອງແສງໃຫ້ເຫັນທັດສະນະໃໝ່ກ່ຽວກັບຄວາມເຊື່ອຖືຂອງຊາວ ຫວຽດນາມ ໃນການໄຫວ້ບູຊາ, ສົມມະນາຄຸນບັນພະບຸລຸດ.
ກ່ອນຈະມາ ຫວຽດນາມ, ທ່ານນາງ Constança Arouca ໄດ້ຮ່ຳຮຽນວັດທະນະທຳ ຫວຽດນາມຜ່ານບັນດາເອກະສານຢູ່ຫໍພິພິທະພັນ Orient, ນະຄອນຫຼວງ Lisbon. ແຕ່ປີ 2017, ເພິ່ນໄດ້ປະຕິບັດບັນດາໂຄງການຄົ້ນຄວ້າ ກ່ຽວກັບການພິມຈຳໜ່າຍຮູບແຕ້ມ ແລະ ຮູບໂຄ ສະນາຢູ່ ຫວຽດນາມ.
ປີ 2019, ທ່ານນາງ Constança Arouca ໄດ້ມາ ຫວຽດນາມເພື່ອສຳຜັດ ແລະ ຊອກຫາຂໍ້ມູນຄົ້ນຄວ້າສຳລັບໂຄງການ. ເພິ່ນໄປຢ້ຽມຢາມ ວັນມ໊ຽວ, ເບິ່ງພາບແຕ້ມຢູ່ ຫໍພິພິທະພັນ ວິຈິດສິນຫວຽດນາມ, ຊອກຮູ້ ວັດທະນະທຳ ຫວຽດນາມ ຢູ່ຫໍພິພິທະພັນຊົນເຜົ່າ, ຈາກນັ້ນເພິ່ນໄປ ບັກນິງ ແລະ ເຫວ້ ເພື່ອພົບປະກັບປະຊາຊົນ ແລະ ເປັນຄັ້ງທຳອິດທີ່ເຂົ້າໃກ້ພິທີຂອບຄຸນພະເຈົ້າ, ຮີດຄອງປະຈຳວັນຂອງຊາວ ຫວຽດນາມ. ເພິ່ນໄດ້ບັນທຶກໄວ້ ແລະ ຫຼັງຈາກນັ້ນ ສ້າງແນວຄວາມຄິດການແຕ້ມຮູບ. ການເດີນທາງພາກສະໜາມໄດ້ສ້າງແຮງໃຈ ແລະ ຄວາມຕື່ນເຕັ້ນໃຫ້ເພິ່ນຢ່າງຫຼວງຫຼາຍ.
ນັກສິລະປິນ Constança Arouca ໃຫ້ຮູ້ວ່າ: “ຊາວ ຫວຽດນາມ ມີຮີດ ຄອງປະເພນີສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ ໂດຍພິທີໄຫວ້ ແລະ ຖະຫວາຍເຄື່ອງບູຊາ ເຮັດດ້ວຍເຈ້ຍ”. ເພິ່ນໄດ້ໃຊ້ເວລາຫຼາຍຢູ່ເມືອງ ເຫ້ວ ແລະ ບັກນິງ ເຊິ່ງເປັນສອງທ້ອງຖິ່ນ ຂອງ ຫວຽດນາມ ມີການຜະລິດເຄື່ອງບູຊາຫຼາຍຢ່າງ, ຈາກນັ້ນເພິ່ນ ໄດ້ຊອກຮູ້ ກ່ຽວກັບພິທີກໍາ, ວິທີການຜະລິດຂອງຊາວທ້ອງຖິ່ນ, ເບິ່ງເຂົາເຈົ້າປະຕິບັດວິທີການຈຳໜ່າຍຜະລິດຕະພັນນີ້ ອອກສູ່ຕະຫຼາດຄືແນວໃດ?.
ໃຊ້ເວລາ 6 ເດືອນ ຊອກຮູ້ສະພາບຕົວຈິງຢູ່ ຫວຽດນາມ, ເພິ່ນໄດ້ສ້າງຮູບແຕ້ມລົງໃນປຶ້ມບັນທຶກສ່ວນຕົວ, ປຶ້ມບັນທຶກ ປະຈຳວັນ ແລະ ໄດ້ສົນທະນາຫຼາຍຢ່າງ ກັບປະຊາຊົນ ທ້ອງຖິ່ນ ເພື່ອແນໃສ່ຍົກໃຫ້ເຫັນຮູບພາບ ກ່ຽວກັບພິທີຂອບຄຸນພະເຈົ້າ ໃນຊີວິດການເປັນຢູ່ຂອງຊາວ ຫວຽດນາມ.
ເພື່ອປະຕິບັດໂຄງການຄົ້ນຄວ້າກ່ຽວກັບຮູບພາບ ຂອງ ພິທີ ສົມມະນາຄຸນຢູ່ ຫວຽດນາມ ຜ່ານການແຕ້ມຮູບລວມ (2021-2025), ທ່ານນາງ Constança Arouca ໄດ້ຮ່ວມມືກັບມະຫາວິທະຍາໄລ NOVA Lisbon (ປອກຕຸຍການ) ແລະ CRIA - ສູນຄົ້ນຄວ້າ ວິທະຍາສາດ ມະນຸດສາດ (Lisbon, ປອກຕຸຍການ). ສະຖາບັນຄົ້ນຄວ້າ ວັດທະນະ ທຳແລະສິລະປະແຫ່ງຊາດຫວຽດນາມ (VICAS) ຊຶ່ງແມ່ນຄູ່ຮ່ວມມືຂອງໂຄງການດັ່ງກ່າວ. ໂຄງການ ຄົ້ນຄວ້າກ່ຽວກັບຮູບພາບ ຂອງພິທີ ຂອບຄຸນພະເຈົ້າຢູ່ ຫວຽດນາມ ຜ່ານການແຕ້ມຮູບລວມໄດ້ຮັບການສະໜັບ ສະໜູນຈາກ ກອງທຶນວິທະຍາສາດແລະເຕັກໂນໂລຊີປອກຕຸຍການ (FCT).
ໃນຂະນະທີ່ດຳລົງຊີວິດຢູ່ ຮ່າໂນ້ຍ, ທ່ານນາງ Constança Arouca ໄດ້ຮ່ວມມືກັບ Heritage Space ເພື່ອດຳເນີນວຽກງານຊີ້ນຳຊາວໜຸ່ມແຕ້ມຮູບກ່ຽວກັບຊີວິດຂອງຊາວ ຮ່າໂນ້ຍ ໂດຍເອົາຕະຫຼາດ ໂຮມເປັນຕົວແບບ, ທ່ານນາງ Constança Arouca ແລະ ໄວໜຸ່ມຮ່າໂນ້ຍ ຫຼາຍຄົນໄດ້ມາທີ່ນີ້ ເພື່ອສັງເກດຈັງຫວະການດຳລົງຊີວິດ ແລະ ແນວຄວາມຄິດກ່ຽວກັບເນື້ອໃນແຕ້ມຮູບ, ຈາກນັ້ນ ທ່ານນາງ Constança Arouca ແລະ ຄະນະໄດ້ສຳເລັດວຽກງານ ການແຕ້ມຮູບ. ນີ້ກໍ່ແມ່ນວິທີເພື່ອໃຫ້ນັກສິລະປິນ Constança Arouca ເຊື່ອມໂຍງຢ່າງໃກ້ຊິດກັບຊາວ ຫວຽດນາມ ແລະສຳເລັດການຝຶກຊ້ອມ ໃຫ້ບັນ ດາໂຄງການແຕ້ມຮູບກ່ຽວກັບພິທີຂອບຄຸນພະເຈົ້າຂອງ ຊາວ ຫວຽດນາມ. ໂຄງການຄົ້ນຄວ້າຂອງເພິ່ນແມ່ນຂອງຂວັນທີ່ເພິ່ນມອບໃຫ້ແກ່ປະຊາຄົມຊາວ ຫວຽດນາມ ແລະ ແນະນຳໃຫ້ເພື່ອນມິດສາກົນກ່ຽວກັບຄວາມງາມຂອງວັດທະນະທຳຫວຽດນາມຜ່ານບັນດາຮູບພາບຂອງພິທີຂອບຄຸນພະເຈົ້າ.
ໃນຖານະເປັນນັກສິລະປິນແລະນັກຄົ້ນຄວ້າວັດທະນະທຳ, ທ່ານນາງ Constança Aroucaພ້ອມ ກັບໂຄງການຂອງຕົນໄດ້ປະກອບສ່ວນເປີດກວ້າງການພົວພັນແລກປ່ຽນວັດທະນະທຳ ລະຫວ່າງ2ປະເທດ ຫວຽດນາມ - ປອກຕຸຍການ. ຜ່ານການແຕ້ມຮູບ, ຄວາມງາມມູນເຊື້ອຂອງ ພິທີຂອບຄຸນພະເຈົ້າ ຫວຽດນາມ ໄດ້ຖືກຈຳລອງຢ່າງມີຊີວິດ ຊີວາ ແລະ ແທດຈິງທີ່ສຸດ ເພື່ອຊ່ວຍໃຫ້ເພື່ອນມິດສາກົນ ຊອກຮູ້ກ່ຽວກັບວັດທະນະທຳ ຫວຽດນາມດ້ວຍວິທີທີ່ເຂົ້າໃຈງ່າຍທີ່ສຸດ.
ທ່ານນາງ Constança Arouca ເກີດເມື່ອປີ 1976. ເພິ່ນຮຽນຈົບປະລິນຍາໂທ ດ້ານມະນຸດວິທະຍາ, ວັດທະນະທໍາ ສຳຜັດດ້ວຍຕາ. ແຕ່ປີ 2017-2020, ເພິ່ນໄດ້ສຳເລັດໂຄງການຄົ້ນຄວ້າກ່ຽວກັບການພິມຈຳໜ່າຍຮູບແຕ້ມ ແລະ ຮູບໂຄສະນາຢູ່ຫວຽດນາມ. ປີ 2022, ທ່ານນາງ Constança Arouca ໄດ້ເຂົ້າຮ່ວມຊຸດຮຽນພາສາ ຫວຽດນາມສໍາລັບຜູ້ເລີ່ມຕົ້ນຊັ້ນ1 - ຫຼັກສູດພາສາ ຫວຽດນາມຢູ່ SOAS (ໂຮງຮຽນຄົ້ນຄວ້າ ອາຟຣິກາ ແລະ ຕາເວັນອອກ - ມະຫາວິທະຍາໄລ ລອນດອນ). ການຮຽນພາສາ ຫວຽດນາມ ໄດ້ຊ່ວຍໃຫ້ເພິ່ນ ສາມາດສື່ສານ ແລະ ເຂົ້າໃຈພາສາຫວຽດ ໄດ້ດີຂຶ້ນ.
ບົດ: VNP/ບິກເວິນ - ພາບ: ແທງຢາງ, ເອກະສານ - ແປໂດຍ: ຢືຟຽນ