Blind Runners - ສະຖານທີ່ ເຜີຍແຜ່ກິລາ ໃຫ້ແກ່ຄົນຕາບອດ

Blind Runners - ສະຖານທີ່ ເຜີຍແຜ່ກິລາ ໃຫ້ແກ່ຄົນຕາບອດ


ຄົນ​ຕາ​ບອດ ​ເຂົ້າ​ຮ່ວມ​ໃນ​ການ​ແລ່ນ ​ມາ​ລາ​ທອນ ​ໃນ​ໄລ​ຍະ​ທາງ​ຫຼາຍ​ສິບ ​ກິໂລ​ແມັດ ດ້ວຍ​ຜົນ​ສຳ​ເລັດ​ ທີ່​ຄົນ​ທຳ​ມະ​ດາ​ ຫຼາຍ​ຄົນ​ປາ​ຖະ​ໜາ​. ນັ້ນຄືເລື່ອງລາວ ທີ່ພວມເກີດຂຶ້ນຢູ່ສະໂມສອນຄົນຕາບອດ ມັກແລ່ນ “Blind Runners”. ​ເລື່ອງລາວ ກ່ຽວກັບມານະຈິດໃນ ການ​ດຳ​ລົງ​ຊີ​ວິດ ​ໄດ້ສ້າງແຮງກຳລັງໃຈໃຫ້​ຫຼາຍ​ຄົນ​ໃນ​ສັງ​ຄົມ​ ເພື່ອ​ລຸກ​ຂຶ້ນ, ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​ຊີ​ວິດ.

ໂດຍ​ຮູ້ດີວ່າ ​ຄົນ​ຕາ​ບອດ ​ຫຼາຍ​ຄົນ ​ຢາກ​ແລ່ນ​ ແຕ່​ບໍ່​ມີເງື່ອນໄຂ, ນັກ​ກິລາ​ ຕາ​ບອດ​ ລະດັບ​ຊາດ ຫວູ໊​ຕ໋ຽນ​ແມ້ງ ​ແລະ ໝູ່​ເພື່ອນ ໄດ້​ສ້າງ​ຕັ້ງ​ສະໂມສອນ Blind Runners- ນັກ​ແລ່ນ​ຄົນ​ຕາ​ບອດ ​ເພື່ອ​ນຳ​ວິຊາການ​ແລ່ນ​ມາ​ໃຫ້​ເຂົາ​ເຈົ້າ, ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີໂອກາດເຂົ້າ ຮ່ວມໃນ “​ເສັ້ນທາງ​ແລ່ນຂອງ​ ຄົນ​ຕາດີ ແລະ​ ​ສ້າງແຮງບັນດານໃຈ, ​ການ​ເຜີຍ ແຜ່​​ສູ່ສັງ​ຄົມ​.

 

ທ່ານ ຫວູ໊ຕ໋ຽນ​ແມ້ງ ​ກ່າວ​ວ່າ: ດວງຕາ ​ຂອງ ​ຂ້າພະ​ເຈົ້າ​ມີຂໍ້ບົກພ່ອງ​ຕັ້ງແຕ່​ກໍາເນີດ, ສະ​ນັ້ນ​ການແນມເຫັນ ຂອງ​ ຂ້າພະ​ເຈົ້າ​ເກືອບວ່າ ​ເປັນ​ສູນ. ຈາກການໃຫ້ ກຳລັງໃຈ ຂອງ ທຸກໆ ຄົນ, ຂ້າພະເຈົ້າ ໄດ້ເລີ່ມເຂົ້າຮ່ວມ ການແລ່ນໄລຍະໄກ ຄັ້ງທຳອິດ ໃນການແຂ່ງຂັນ ECOPARK ໄລຍະທາງ 21 ກມ ເມື່ອປີ 2021. ກ່ອນຈະລົງທະບຽນ, ຂ້າພະເຈົ້າຮູ້ສຶກລະອາຍຫຼາຍ ເພາະຄິດວ່າ ໂລກຂອງ ຄົນຕາບອດ ແມ່ນຢູ່ພາຍໃນ ຝາຜະໜັງ 4 ແຜ່ນ. ຈົນວ່າ ຂ້າພະເຈົ້າໄດ້ເຂົ້າຮ່ວມ ໃນການແຂ່ງຂັນ ແລະ ໄດ້ຮັບຄວາມຊື່ນຊົມ, ການໃຫ້ກຳລັງໃຈ ຈາກຜູ້ຊົມ ຂ້າພະເຈົ້າຈຶ່ງຮູ້ວ່າ ຊີວິດພາຍນອກ ຍັງມີສິ່ງດີໆ ຫຼາຍ ຢ່າງທີ່ພວມລໍຖ້າຄົນຕາບອດ ຄືຂ້າພະເຈົ້າ. ຫຼັງຈາກການແຂ່ງຂັນ ຄັ້ງນັ້ນ, ຂ້າພະເຈົ້າຕັດສິນໃຈ ສ້າງຕັ້ງສະໂມສອນ “Blind Runners” ເພື່ອຊ່ວຍໃຫ້ ຜູ້ທີ່ມີສະຖານະການດຽວກັນ ໄດ້ມີໂອກາດ ແລ່ນ ແລະ ເຊື່ອມຕົວເຂົ້າກັບໂລກພາຍນອກ”.


ຈາກ​ຄວາມ​ຄິດ​ດັ່ງກ່າວ, ​ເດືອນ​ ກໍລະກົດ 2023, ສະ​ໂມ​ສອນ Blind Runners​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ພາຍ​ໃຕ້​ການ​ສະໜັບສະໜູນ ​ຂອງ​ ສະມາຄົມ ​ຄົນ​ຕາ​ບອດ ​ຫວຽດນາມ. ພາຍຫຼັງ ດຳເນີນ ມາເປັນເວລາເກືອບ 1 ປີ, ສະໂມສອນ ມີສະມາຊິກ ທັງໝົດ 41 ຄົນ (ມີຄົນຕາບອດ 26 ຄົນ ແລະ ອາສາສະໝັກ 15 ຄົນ) ແລະ ໄດ້ກາຍເປັນເຮືອນລວມ ທີ່ ບັນດາສະມາຊິກ ສາມາດແບ່ງປັນຄວາມ ປິຕິຍິນດີ, ຄວາມໂສກເສົ້າ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ.

ມາເຖິງສະໜາມກິລາ ຮ່າງໄດ໋ (ຮ່າໂນ້ຍ), ໃນຕອນເຊົ້າ ຂອງທຸກໆ ມື້, ພວກເຮົາສາມາດຮູ້ສຶກໄດ້ເຖິງພະລັງບວກ ທີ່ແຜ່ຂະຫຍາຍຢູ່ໃນສະ ມາຊິກແຕ່ລະຄົນ ຂອງ ສະໂມສອນ Blind Runners”. ສະຖານທີ່ ແຫ່ງນີ້ ບໍ່ພຽງແຕ່ ເປັນບ່ອນຝຶກຊ້ອມແລ່ນເທົ່ານັ້ນ, ແຕ່ຍັງເປັນບ່ອນ ປຸກລະດົມກຳລັງໃຈ ເພື່ອຊ່ວຍໃຫ້ຄົນຕາບອດ ເອົາຊະນະ ຕົນເອງ, ໝັ້ນໃຈໃນການເຊື່ອມໂຍງ ແລະ ສື່ສານກັບທຸກໆ ຄົນ.

 

ສິ່ງ​ພິ​ເສດ​ແມ່ນ ​ດ້ວຍ​ຄວາມ​ພະ​ຍາ​ຍາມ ​ໃນ​ການ​ຝຶກ​ຊ້ອມ, ສະ​ມາ​ຊິກ​ທຸກຄົນໃນສະ​ໂມ​ສອນ​ ສາ​ມາດ​ສຳເລັດ ​ໄລ​ຍະ​ການ​ແລ່ນ 10 ກມ​ ຂຶ້ນ​ໄປ. ​ໃນ​ນັ້ນ, ມີ​ນັກແລ່ນ​ຕາ​ບອດ 3 ຄົນ ​ທີ່​ໄດ້​ສ້າງຊື່ສຽງໂດ່ງດັ່ງ​ເມື່ອ​ເຂົ້າ​ຮ່ວມ​ການ​ແລ່ນ​ພາຍ​ໃນ​ປະ​ເທດ ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ການ​ແລ່ນ​ ມາ​ລາທອນ ​ໄລຍະທາງ 42 ກິ​ໂລ​ແມັດ. ນີ້​ແມ່ນ​ໄລຍະ​ທາງ​ທີ່​ຄົນ​ທຳ​ມະ​ດາ ​ຫຼາຍ​ຄົນ​ທີ່​ເຂົ້າ​ຮ່ວມ​ການ​ແລ່ນ​ ມາລາ​ທອນ ​ຝັນ​ຢາກ​ບັນລຸ​ໄດ້.

ໃນ​ຖານະ​ທີ່​ເປັນ​ໜຶ່ງ​ໃນ​ສະມາຊິກ​ຄົນ​ຕາ​ບອດ ​ຄົນ​ທຳ​ອິດ​ ຂອງ​ ສະ​ໂມ​ສອນ Blind Runners”, ທ່ານ ​ໂຮ່ມິນ​ກວາງ ​ກ່າວວ່າ: ຂ້າພະ​ເຈົ້າ ​ໄດ້​ເລີ່​ມຕົ້ນ​ການ​ແລ່ນ​ເທື່ອ​ທຳ​ອິດ​ຢູ່​ສະ​ໂມ​ສອນ Blind Runners”, ​ທຳອິດ ຂ້າພະເຈົ້າແລ່ນ​ໄດ້​ພຽງ 50 ​ມ ເທົ່ານັ້ນ, ​ແລ້ວ​ເພີ່ມ​ຂຶ້ນ​ເປັນ 100 ມ, ​ແຕ່ດຽວນີ້, ຈາກການແນະນຳຂອງອ້າຍ ນ້ອງສະມາຊິກໃນສະໂມສອນ ແລະ ດ້ວຍຄວາມພະຍາຍາມ ຂອງຕົນເອງ, ໄລຍະທາງແລ່ນ 10 ກມ ແມ່ນຂ້ອນຂ້າງງ່າຍດາຍ ສໍາລັບຂ້າພະເຈົ້າ. ການແລ່ນ ຊ່ວຍໃຫ້ສຸຂະພາບ ຂອງ ຂ້າພະເຈົ້າ ດີຂຶ້ນ ແລະ ຍິ່ງກວ່ານັ້ນ ແມ່ນຂ້າພະເຈົ້າໄດ້ພົບປະ ແລະ ພົວພັນ ກັບທຸກຄົນ.

 

ມາເຖິງສະໂມສອນ Blind Runners, ພວກຂ້າພະເຈົ້າ ໄດ້ຮັບຝັງ ເລື່ອງລາວ ທ່ີມ່ວນໆ ດີໆ ນັບຫຼາຍພັນເລື່ອງ ໂດຍຄົນຕາບອດ ບໍ່ຮູ້ສຶກນ້ອຍໃຈ. ເຂົາເຈົ້າມາທີ່ນີ້ ບໍ່ພຽງແຕ່ຮຽນຮູ້ການແລ່ນເທົ່ານັ້ນ ແຕ່ຍັງຊ່ວຍກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ຄວາມດ້ອຍໃນຊີວິດ ເພື່ອເຊື່ອມໂຍງເຂົ້າກັບ ຈັງຫວະທົ່ວໄປ ຂອງສັງຄົມ. ສະມາຊິກ 40 ກວ່າ​ຄົນ​ຮ່ວມ​ກັນ​ລົບ​ລ້າງ​ຊ່ອງ​ຫວ່າງ ​ລະຫວ່າງ​ ຄົນ​ປົກກະຕິ ​ແລະ ຄົນ​ຕາບອດ.

 

ທ່ານ ເຢືອງຫວູຮວ່າງລິງ, ອາສາສະໝັກ ຂອງ ສະໂມສອນ Blind Runnersໄດ້ກ່າວວ່າ: ຂ້າພະເຈົ້າ ຍັງຈື່ເລື່ອງໜຶ່ງຂອງທ້າວ ຫງວຽນຈ້ອງຫວຽດ (ອາຍຸ 15 ປີ) ເມື່ອເຂົ້າຮ່ວມສະໂມສອນ ມື້ທຳອິດ. ທ້າວ ຈ້ອງຫວຽດ ຕາບອດ ແລະ ສະໝອງພິການຕັ້ງ ແຕ່ເກີດ, ສະນັ້ນ ເວລາເລີ່ມເຂົ້າຮ່ວມການແລ່ນ, ເຂົາ ໄດ້ປະຕິເສດ ບໍ່ໃຫ້ຄວາມຮ່ວມມືແລະ ນັ່ງຮ້ອງໄຫ້ຢູ່ກາງທາງແລ່ນ. ຮູ້ກ່ອນແລ້ວວ່າ ເຂົາ ມັກກິນອາຫານຫວ່າງ, ສະນັ້ນພວກຂ້າພະເຈົ້າ ຈຶ່ງເອົາອາຫານ ອອກມາເພື່ອຊັກຊວນ ໃຫ້ເຂົາແລ່ນ, ຈາກນັ້ນເຂົາ ຈຶ່ງໃຫ້ຄວາມ ຮ່ວມມື, ທັງແລ່ນທັງກິນ ແລ່ນຮອບ ສະໜາມກິລາ ຮ່າງໄດ໋ ຮອບໜຶ່ງ. ​ປັດຈຸ​ບັນ, ເຂົາ​ໄດ້​ເດີນທາງ​ໄປ​ທົ່ວ​ທຸກ​ແຫ່ງຫົນ​ກັບ​ສະ​ໂມ​ສອນ ​ແລະ ​ໄດ້​ສຳ​ເລັດ​ໄລຍະ​ທາງ 5 ກມ ​ໃນ 10 ​ລາຍການ​ແລ່ນ​ ພາຍ​ໃນ​ປະ​ເທດ ​ດ້ວຍ​ວິທີ​ ທີ່​ງ່າຍ​ດາຍ.

 

ດ້ວຍສານ ຢ່າຍອມແພ້, ເຊື່ອໃນຕົວເອງ”, ສະໂມສອນ Blind Runnersໄດ້ເຜີຍແຜ່ຄຸນຄ່າຊີວິດ ໃນທາງບວກ ແລະ ແງ່ດີຢ່າງບໍ່ຢຸດຢັ້ງ ໃຫ້ແກ່ຊຸມຊົນ ຄົນຕາບອດໂດຍສະເພາະ ແລະ ຜູ້ດ້ອຍໂອກາດໃນສັງຄົມ ທົ່ວໄປ. ຈາກ​ນັ້ນ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຝຶກແອບ ​ເພື່ອ​ປັບ​ປຸງ​ສຸ​ຂະ​ພາບ​ ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງ​ຄົມ​ ເພື່ອ​ສ້າງວິຖີຊີວິດ ທີ່ມີ ສຸຂະພາບດີ ແລະ ມີຄວາມສຸກ.

ນັກແລ່ນຄົນຕາບອດ ຫຼື ອາສາສະໝັກທີ່ຕ້ອງການ ເຂົ້າຮ່ວມສະໂມສອນ ນັກແລ່ນຄົນຕາບອດ ກະລຸນາຕິດຕໍ່:

ທ່ານ ຫວູ໊ຕ໋ຽນແມ້ງ - ເບີໂທລະສັບ 0843582000

 

  • ບົດ: VNP/ກົງດາດ - ພາບ: ເຕິດເຊີນ - ແປໂດຍ: ຢືຟຽນ
  •   

 


Top