ASEAN ເປີດປະຕູຂະແໜງການທ່ອງທ່ຽວ ຄືນໃໝ່

ASEAN ເປີດປະຕູຂະແໜງການທ່ອງທ່ຽວ ຄືນໃໝ່

ບັນດາ​ປະ​ເທດ​ ອາ​ຊຽນ ພວມ​ເລັ່ງດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ ​ແລະ ​ເພື່ອ​ບໍ່​ໃຫ້​ຫຼຸດ​ພົ້ນ​ຈາກ​ການ​ຟື້ນຟູຜົນຢ້ອນຫຼັງ​ຂອງ​ພະຍາດ​ໂຄ​ວິດ-19.

ພາຍ​ໃຕ້​ການ​ເປັນ​ປະທານ​ ຂອງ​ທ່ານລັດຖະມົນຕີ​​ກະຊວງ​ທ່ອງ​ທ່ຽວ​ ກໍາປູ​ເຈຍ ທອງ​ຄອນ, ກອງ​ປະຊຸມ​ລັດຖະມົນຕີ​ທ່ອງ​ທ່ຽວ​ອາ​ຊຽນ ຄັ້ງ​ທີ 25 ​ໄດ້​ຈັດ​ຂຶ້ນ​ຕາມຮູບແບບທາງໄກ ​ແລະ ໂດຍກົງ ຢູ່​ນະຄອນ Sihanoukville ຂອງ ​ກຳປູ​ເຈຍ​ ໃນ​ເດືອນ​ ມັງກອນ​ 2022. 

 

ໃນ​ຖະ​ແຫຼ​ງການໜຶ່ງ, ບັນດາ​ລັດຖະມົນຕີ ​ໄດ້​ເນັ້ນ​ໜັກ​ວ່າ ຂະແໜງການທ່ອງທ່ຽວ​ ອາ​ຊຽນ ບໍ່​ພຽງ​ແຕ່​ ພ້ອມ​ແລ້ວ​ທີ່​ຈະ​ເປີດ​ຄືນ​ໃໝ່​ເທົ່າ​ນັ້ນ, ຫາກ​ຍັງ​ຈະ​ຟື້ນ​ຕົວ ຢ່າງ​ວ່ອງ​ໄວ​ດ້ວຍ​ຄວາມ​ຢືດ​ຢຸ່ນ​ກວ່າ​ອີກ. ຖະ​ແຫຼງການ​ຍົກໃຫ້ເຫັນຢ່າງ ຈະແຈ້ງວ່າ ພວກ​ຂ້າພະ ເຈົ້າເປັນເອກະສັນກັນວ່າ ຈະ​ເປີດ​ປະຕູຂະແໜງການທ່ອງທ່ຽວ​ ອາ​ຊຽນ ຄືນ​ໃໝ່, ທັງ​ໃນ​ພາກ​ພື້ນ ​ແລະ​ສາກົນ ອີກດ້ວຍ”. ຖະ​ແຫຼ​ງການ​ຍັງ​ໃຫ້ຮູ້ວ່າ ຈະ​ປະຕິບັດ​ທຸກ​ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ປະສານ​ງານ​ ແລະ​ ການ​ຮ່ວມ​ມື​ເພື່ອ​ໃຫ້ການ​ຟື້ນ​ຕົວຂະ​ແໜງ​ການທ່ອງທ່ຽວ​ດຳ​ເນີນ​ໄປ​ເທື່ອ​ລະ​ກ້າວ​ ແລະ​ ໝັ້ນ​ຄົງ.

ຟ້ອນມັງກອນ ຕ້ອນຮັບປີໃໝ່ທີ່ນະຄອນຫຼວງ ບາງກອກ, ປະເທດ ໄທ, ເມື່ອວັນທີ 31 ມັງກອນ 2022. ພາບ: VNA

 ບັນດາລັດຖະມົນຕີ ໄດ້ເປັນເອກະສັນກັນວ່າ ຈະຮັບຮອງເອົາ ລະ ບົບການຮັບຮູ້ ວັກຊີນ ປ້ອງກັນພະຍາດ ໂຄວິດ-19 ທີ່ໄດ້ຫັນເປັນ ມາດຕະຖານ ລະຫວ່າງ ບັນດາປະເທດສະມາຊິກ ອາຊຽນ, ພ້ອມທັງຊົມເຊີຍການຜັນຂະຫຍາຍໂຄງການ ສັກ ວັກຊີນ ຢູ່ແຕ່ລະປະເທດສະມາຊິກຢ່າງໄວວາ, ເຊິ່ງເປັນຕົວເລກ ສຳຄັນພຽງອັນດຽວເພື່ອເປີດປະຕູຂະແໜງການທ່ອງທ່ຽວ ອາຊຽນ ຄືນໃໝ່.

ບັນດາ​ຝ່າຍ​ ຍັງ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມືໃນຂົງ ເຂດການທ່ອງທ່ຽວ ​ລະຫວ່າງ ​ບັນດາ​ປະ​ເທດ​ ອາ​ຊຽນ ​ເພື່ອ​ຮັບ ປະກັນ​ຄວາມ​ສາມາດ​ແກ່ງແຍ້ງຂອງ​ບັນດາ​ປະ​ເທດ​ໃນ​ຂົງ​ເຂດ​ການທ່ອງທ່ຽວ.

 

 

ເປັນທີ່ຮູ້ກັນວ່າ ທ້າຍປີ 2021 ຄວນເປັນຊ່ວງເວລາທີ່ຫຼາຍປະ ເທດ ໃນທົ່ວໂລກ ເປີດປະຕູ ຕ້ອນຮັບນັກທ່ອງທ່ຽວສາກົນກັບຄືນໃໝ່ ພາຍຫຼັງເກືອບ 2 ປີ, ແຕ່ການປະກົດຕົວ ຂອງ ເຊື້ອໄວ ຣັດ ສາຍພັນໃໝ່ Omicron ໄດ້ເຮັດໃຫ້ຂະແໜງການທ່ອງທ່ຽວຕ້ອງຊ້າລົງອີກຄັ້ງໜຶ່ງ. ​ແຕ່ວ່າ ຮອດ​ປີ 2022, ​ແຜນການ​ເປີດ​ປະ ຕູ​ ໃຫ້​ນັກ​ທ່ອງ​ທ່ຽວ​ ໄດ້​ເລີ່​ມດຳ​ເນີນ​ຄືນ​ໃໝ່. ຫຼ້າສຸດ​ແມ່ນ​ນະ​ໂຍບາຍ​ທີ່​ ຟີ​ລິບ​ປິນ ປະຕິບັດ​ເມື່ອວັນ​ທີ 10 ກຸມພາ​ 2022.

ພາຍຫຼັງ​ປິດ​ດ່ານ​ຊາຍ​ແດນ​ເກືອບ 2 ປີ, ນັບ​ແຕ່​ວັນ​ທີ 10 ກຸມພາ 2022, ຟີ​ລິບ​ປິນ​ ໄດ້​ເລີ່​ມເປີດ​ປະຕູ​ ໃຫ້​ນັກ​ທ່ອງ​ທ່ຽວສາກົນ ​ທີ່​ໄດ້​ຮັບ​ການ​ສັກ​ວັກຊິນ ຄົບ​ ໂດຍ​ບໍ່​ມີ​ການ​ກັກ​ກັນ. ນັກທອ່ງທ່ຽວ ທີ່ໄດ້ສັກວັກຊີນ ປ້ອງກັນ ໂຄວິດ-19 ຄົບ ຈາກ 157 ປະເທດ ແລະ ເຂດແຄວ້ນຕ່າງໆ ໄດ້ຍົກເວັ້ນ ວີຊາ, ພຽງແຕ່ມີຜົນກວດ ໂຄວິດ ເປັນລົບ ພາຍໃນ 48 ຊົ່ວໂມງເມື່ອມາຮອດ ຟີລິບປິນ ເທ່ົານັ້ນ. ບັນຊີລາຍຊື່ ໄດ້ຍົກເວັ້ນວີຊາ ການທ່ອງທ່ຽວດັ່ງກ່າວ ປະກອບມີ ຕະຫຼາດ ທ່ີສໍ່ຄັນ ຂອງ ຟີລິບປິນ ເຊັ່ນ: ສ ອາເມລິກາ, ສ ເກົາຫຼີ, ຍີ່ປຸ່ນ, ອົດສະຕຣາລີ, ການາດາ ແລະ ອັງກິດ.

 

​ເຂດ​ທັດສະນີ​ຍະ​ພາບ​ອຽນ​ຕື້ ​​ເຕົ້າໂຮມ​ນັກ​ທ່ອງ​ທ່ຽວ​ໃນທົ່ວປະເທດມາຢ້ຽມຢາມເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ 2022. ພາບ: VNA

ພ້ອມ​ກັບ ​ກຳ​ປູ​ເຈຍ, ໄທ, ອິນ​ໂດ​ເນ​ເຊຍ (ທີ່​ເປີດ​ກ່ອນ), ຟີ​ລິບ​ປິນ ​ແມ່ນ​ປະ​ເທດ​ຫຼ້າ​ສຸດ​ໄດ້ເປີດ​ປະ​ຕູ​ໃຫ້​ນັກ​ທ່ອງ​ທ່ຽວ​ສາ​ກົນ ​ເພື່ອຟື້ນ​ຟູ​ ຂະແໜງການ​ທ່ອງ​ທ່ຽວ​ ທີ່​ໄດ້​ຮັບ​ຜົນ​ກະ​ທົບຈາກ ການແຜ່​ລະ​ບາດຂອງ ໂຄວິດ-19. ອິນ​ໂດ​ເນ​ເຊຍ​ ໄດ້​ເປີດປະຕູຕ້ອນຮັບນັກທ່ອງທ່ຽວ ຢູ່ເກາະ Bali ເລີ່ມແຕ່ວັນທີ 4 ກຸມພາ 2022. ໃນ​ຂະ​ນະ​ດຽວ​ກັນ, ຕົ້ນ​ເດືອນ​ ກຸມພາ 2022, ປະເທດ ​ໄທ ​ໄດ້​ຟື້ນ​ຟູ​ໂຄງ​ການ "Test and Go" - ກົນ​ໄກ​ການ​ເດີນ​ທາງ​ທີ່​ບໍ່​ມີ​ການ​ກັກ​ຕົວ, ແຕ່​ຮຽກ​ຮ້ອງ​ໃຫ້​ຜູ້​ເຂົ້າມາ​​ໄທ ພຽງ​ແຕ່ໄດ້ ສັກ ວັກ​ຊີ​ນ ປ້ອງກັນໂຄວິດ-19 ຢ່າງຄົບຖ້ວນ ແລະ​ ຊື້​ປະ​ກັນ​ໄພ​ສຸ​ຂະ​ພາບ​ລ່ວງ​ໜ້າ ໂດຍ​ການ​ຈ່າຍ​ຢ່າງ​ໜ້ອຍ 50.000 ໂດລາສະຫະລັດ. 

 

ວັນ​ທີ 8 ກຸມພາ​ 2022, ສະພາ​ແຫ່ງ​ຊາດ​ ກ່ຽວກັບການຟື້ນຟູ ຂອງ  ມາ​ເລ​ເຊຍ ​ກ່າວ​ວ່າ ຈະສະເໜີ​ໃຫ້​ນາຍົກລັດຖະມົນຕີ ​​ກ່ຽວກັບການເປີດ​ດ່ານ​ສາກົນ​ ຢ່າງ​ເຕັມທີ່​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ ​ທຸກ​ຄົນ​ທີ່​ໄດ້​ສັກ ວັກຊີນ ປ້ອງກັນໂຄ​ວິດ-19 ​ແຕ່​ວັນ​ທີ 1 ມີນາ​ ປີ​ນີ້ ​ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ກັກ​ຕົວ. ຄາດ​ວ່າ ​ມາ​ເລ​ເຊຍ​ ຈະ​ກຳນົດ​ໃຫ້​ນັກ​ທ່ອງ​ທ່ຽວ​ຕ້ອງກວດ​ພະຍາດ ​ໂຄ​ວິດ-19 ກ່ອນ​ບິນ ​ແລະ ຫຼັງ​ເດີນທາງ​ເຂົ້າ​ປະ​ເທດ​ເທົ່າ​ນັ້ນ.

ຢູ່ ຫວຽດນາມ, ລັດຖະບານ ​ໄດ້​ສະ​ເໜີ​ເປີດ​ການທ່ອງທ່ຽວ ​ແຕ່​ວັນ​ທີ 15 ມີນາ ຕາມ​ການ​ສະ​ເໜີ ​ຂອງ​ ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ. ຫວຽດ​ນາມ ຈະ​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ສາ​ກົນ, ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ ​ຫວຽດ​ນາມ ແລະ ສົ່ງ​ນັກ​ທ່ອງ​ທ່ຽວ​ໄປຕ່າງ​ປະ​ເທດ​ຜ່ານ​ບັນ​ດາ​ດ່ານ​ຊາຍ​ແດນ​ສາ​ກົນ. 

 

                                                                                 ບົດ: ຟອງທູ - ພາບ: VNA - ແປໂດຍ: ຢືຟຽນ

 


Top