ASEAN ເປັນເຈົ້າການ ຮັບມືຕໍ່ການປ່ຽນແປງຂອງດິນຟ້າອາກາດ

ASEAN ເປັນເຈົ້າການ ຮັບມືຕໍ່ການປ່ຽນແປງຂອງດິນຟ້າອາກາດ

ຕໍ່​ໜ້າ​ ​ຜົນ​ກະທົບ​ ຈາກ​ການ​ປ່ຽນ​ແປງ​ ຂອງ ​ດິນ​ຟ້າ​ອາກາດ​ ທີ່​ມີ​ຕໍ່​ການ​ພັດທະນາ​ປະຊາ​ຄົມ, ASEAN ​ໄດ້​ສ້າງ​ຂອບ​ເຂດ ແລະ ​ແຜນການ​ເຄື່ອນ​ໄຫວ​ເພື່ອ​ຕ້ານ​ການ​ປ່ຽນ​ແປງ​ ຂອງ​ ດິນ​ຟ້າ​ອາກາດ. ປັດຈຸ​ບັນ, 10 ປະ​ເທດ​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ລ້ວນແຕ່ເຂົ້າຮ່ວມ​ສົນທິສັນຍາ​ຂອບ​ການ​ປ່ຽນ​ແປງ​ ຂອງ ​ດິນ​ຟ້າ​ອາກາດ ​ຂອງ​ ສະຫະ​ປະຊາ​ຊາດ (UNFCCC) ​ແລະ ສັນຍາ ​ປາຣີ​ ກ່ຽວ​ກັບ​ການ​ປ່ຽນ​ແປງ​ ຂອງ​ ດິນ​ຟ້າ​ອາກາດ.

ໜ່ວຍກູ້ໄພ ຊ່ວຍນໍາເດັກນ້ອຍອອກຈາກເຂດນໍ້າຖ້ວມຢູ່ເມືອງ Hulu Langat, Selangor, ປະເທດ ມາເລເຊຍ. ພາບ: ຊິນຮົວ/VNA

ອາຊີຕາເວັນອອກສ່ຽງໃຕ້ ແມ່ນພາກພື້ນທີ່ສຳຄັນ ສໍາລັບການດໍາເນີນການດ້ານສະພາບອາກາດ. ​ການ​ປ່ອຍ​ອາຍ​ພິດ ​ຂອງ ​ພາກ​ພື້ນ​ກວມ​ປະມານ3%ຂອງ​ການ​ປ່ອຍ​ອາຍ​ພິດ​ທົ່ວ​ໂລກ, ​ແຕ່​ອາດສູງເຖິງ 5% ​ໃນ​ປີ 2030. ​ເຖິງ​ວ່າ​ປະລິມານ​ການ​ປ່ອຍ ອາຍພິດ ​ຍັງ​ໜ້ອຍ, ​ແຕ່​ພາກ​ພື້ນນີ້ ເປັນຂົງເຂດ ທ່ີໄດ້ຮັບ​ຜົນ​ກະທົບ​ຈາກ​ການ​ປ່ຽນ​ແປງ ​ຂອງ​ ດິນ​ຟ້າ​ອາກາດ.

ປະເທດໃນພາກພື້ນເຊັ່ນ: ມຽນມາ, ຟີລິບປິນ, ຫວຽດນາມແລະໄທເປັນປະເທດທີ່ໄດ້ຮັບຜົນກະທົບຢ່າງຮ້າຍແຮງທີ່ສຸດໃນໂລກ ກ່ຽວກັບຈຳນວນຜູ້ເສຍຊີວິດ ຈາກໄພພິບັດ ທາງທໍາມະຊາດ ໃນໄລຍະສອງທົດສະວັດ ທີ່ຜ່ານມາ. ບາງ​ເຂດ ​ຂອງ​ ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້, ​ໂດຍ​ສະ​ເພາະ​ແມ່ນ​ເຂດ​ຕົວ​ເມືອງ​ຢູ່​ລຽບ​ຕາມ​ແຄມ​ຝັ່ງ​ທະ​ເລ ໄດ້​ປະສົບ​ກັບ​ການ​ສູງ​ຂຶ້ນ​ ຂອງ​ ນ້ຳ​ທະ​ເລ.

 


ທະນາຄານ​ພັດທະນາ ​ອາຊີ (ADB)​ ໄດ້​ຈັດ​ຊື່ 19 ​ເມືອງ​ຂອງ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ໃນ​ຈຳນວນ25 ​ເມືອງ​ຂອງ​ໂລກ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ລະດັບ​ນ້ຳ​ທະ​ເລ​ສູງ​ຂຶ້ນ, ​ໃນ​ນັ້ນ​ມີ7 ​ເມືອງ​ຢູ່​ ຟີ​ລິບ​ປິນ. ການຄົ້ນຄວ້າ ຍັງສະແດງໃຫ້ເຫັນວ່າ ຜົນກະທົບຈາກການປ່ຽນແປງ ຂອງ ດິນຟ້າອາກາດ ຕໍ່ເສດຖະກິດໃນພາກພື້ນແມ່ນໃຫຍ່ຫຼວງ. ADB ຄາດ​​ວ່າ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ຈະ​ສູນ​ເສຍ11% GDP ​ໃນ​ປີ 2100.

ASEAN​ ໄດ້​ເພີ່ມການເຄື່ອນໄຫວ ໃນການສ້າງຂໍ້ລິເລີ່ມ ໃນການປ້ອງ​ກັນ​ການ​ປ່ຽນ​ແປງ​ ຂອງ​ ດິນ​ຟ້າ​ອາກາດ ​ພາຍ​ໃນ​ພາກ​ພື້ນ ​ເຊັ່ນ: ການ​ຫັນ​ເປັນ​ພະລັງງານ​ທົດ​ແທນ, ກະສິກຳ ​ແລະຄວາມປອດໄພດ້ານສະບຽງ​ອາຫານ, ການ​ປົກ​ປັກ​ຮັກສາ​ປ່າໄມ້ ແລະ ​ນຳ​ໃຊ້​ທີ່​ດິນ, ການຄວບຄຸ້ມຄວາມ​ສ່ຽງ​ຈາກໄພ​ພິບັດ, ການ​ອະນຸລັກ​ຊີວະ​ນາໆ ​ພັນ​ແລະອື່ນໆ.

 

ໄພພິບັດ ທ່ີເກີດຈາກພາຍຸ Rai ໃນແຂວງ Surigao del Norte, ປະເທດ ຟີລິບປິນ. ພາບ: ຊິນຮົວ/VNA

ASEAN ​ໄດ້​ກໍານົດ​ເປົ້າ​ໝາຍ​ຢ່າງຈະແຈ້ງ ​ຍິ່ງຂຶ້ນ ໃນ​ເອ​ກະ​ສານ​ແນະ​ນຳ​ຫຼ້າ​ສຸດ​ ຂອງຕົນ. ແຜນປະຕິບັດງານ ຂອງ ASEAN ກ່ຽວກັບການຮ່ວມມືດ້ານພະລັງງານ (APAEC) 2016-2025 ໄດ້ກໍານົດເປົ້າໝາຍ ຂອງສ່ວນແບ່ງພະລັງງານທົດແທນແມ່ນ 23%ໃນການສະໜອງພະລັງງານ ທັງໝົດໃນປີ2021. ASEAN ຍັງມຸ່ງໝັ້ນ ທີ່ຈະຫຼຸດ30%ຄວາມເຂັ້ມຂົ້ນຂອງການໃຊ້ພະລັງງານ ລົງໃນປີ 2025 ອີງຕາມລະດັບປີ 2005.

ໂດຍ​ສະ​ເພາະ​ແມ່ນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ພວມສ້າງຜົນ​ກະທົບ​ຕໍ່ຂະ​ແໜງ​ກະສິກຳ, ​ແມ່ນ​ປັດ​ໄຈ​ເສດຖະກິດ​ ຕົ້ນຕໍຂອງ ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທົ່ງ​ນາ​ເຂົ້າ ​ໃນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ຄາດ​​ວ່າ ​ຈະ​ຫຼຸດ​ລົງ 6-12% ແລະ ຜົນ​ຜະ​ລິດ​ ຈະ​ຫຼຸດ​ລົງ 3-26% ໃນ​ປີ 2050. ຢູ່ ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປິນ, ໄທແລະ​ ຫວຽດ​ນາມ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຈະເຮັດໃຫ້ຜົນ​ຜະ​ລິດ​ເຂົ້າ​ຫຼຸດລົງເຖິງ 50%.


ໂຄງການ​ລົງທຶນ​ລະບົບ​ຊົນລະປະທານ​ ກາຍເລີນ - ກາຍແບ ​ໄລ ຍະ​ທີ 1 ​ເມື່ອ​ນໍາເຂົ້າໃຊ້ງານ ຄວາມ​ສາມາດ​ປັບ​ຕົວ​ເຂົ້າ ​ກັບ​ສະພາບ​ທຳ​ມະ​ຊາດ, ແຫຼ່ງນ້ຳ ​ແລະ ເປັນເຈົ້າຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ນ້ຳ​ທະ​ເລ​ໜູນສູງ ​ໃນ​ເນື້ອທີ່ປະມານ 10.300 ເຮັກ ຕາ ຢູ່ເມືອງ ເຈົາແທ່ງ ແລະ ປະມານ 110.000 ເຮັກຕາ ຢູ່ເມືອງ ກຽນເລືອງ, ຢາງແທ່ງ ແລະ ຮ່ອນເດີດ. ພາບ: ໂຮ່ງດາດ/VNA
ຫວຽດນາມ ຢືນ​ອັນ​ດັບ​ທີ 3 ​ໃນ​ພາກ​ພື້ນ​ ອາຊີ - ປາຊີ​ຟິກ ຮອງຈາກ ອົດ​ສະ​ຕາ​ລີ ​ແລະ ຍີ່​ປຸ່ນ ​ເມື່ອ​ສະ​ເໜີ​ອັດຕາ​ພາສີ​ໄຟຟ້າ​ທີ່ດີ​ເພື່ອ ​ດຶງ​ດູດ​ການ​ລົງທຶນ​ພະລັງງານແຮງ​ລົມ ​ແລະ ແສງ​ຕາ​ເວັນ. ພາບ: VNA

ທ່ານ ປອ Tan Siang Hee, ຜູ້ອຳນວຍການບໍລິຫານຂອງສະມາ ຄົມ CropLife ອາຊີ ໄດ້ສັງເກດວ່າ“ຊາວກະສິກອນ ໃນທົ່ວອາຊີ ຕາເວັນອອກສ່ຽງໃຕ້ກຳລັງປະເຊີນໜ້າກັບສິ່ງທ້າທາຍທີ່ຮ້າຍແຮງກວ່າເກົ່າ ແລະ ເປັນໄພຂົ່ມຂູ່ຕໍ່ຊີວິດການເປັນຢູ່ຂອງພວກເຂົາ”.

ເມື່ອບໍ່ດົນມານີ້, ກະຊວງກະສິກຳຟີລິບປິນ ກ່າວວ່າ ການສູນເສຍດ້ານກະສິກຳ ຂອງປະເທດ ຍ້ອນພາຍຸNoruຄາດວ່າ ຈະສູງເຖິງ 1,29ຕື້ ເປໂຊ (21,9 ລ້ານໂດລາສະຫະລັດ). ພາຍຸ  Noruສົ່ງຜົນກະທົບຕໍ່ເນື້ອທີ່ຜະລິດກະສິກຳ ກວ່າ 141.312 ເຮັກຕາ, ສ້າງຄວາມເສຍຫາຍໃຫ້ແກ່ຊາວກະສິກອນແລະຊາວປະມົງ 82.158 ຄົນ. ລັດຖະບານ​ ຟີ​ລິບ​ປິນ ​​ຍອມຮັບ​ວ່າ: ພາຍຸ​ Noru ​ໄດ້​ເຮັດ​ໃຫ້​ຈຳນວນເຂົ້າ​ ແລະ​ ເຂົ້າສານ (ປະມານ 90% ຂອງ​ ຜະລິດ​ຕະພັນ​ກະ​ເສດ​ ທັງ​ໝົດ72.231 ໂຕນ) ຖືກ​ເສຍ​ຫາຍ. ອີງ​ຕາມ​ອົງ​ການຄຸ້ມຄອງ​ບໍ​ລິ​ການ​ ທໍ​ລະ​ນີ​ສາດ​ ແລະ​ ດາ​ລາ​ສາດ​ ຟີ​ລິບ​ປິນ, ລົມ​ພາ​ຍຸ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ 8 ຄົນ​ເສຍ​ຊີ​ວິດ, ກວ່າ 74.000 ຄົນ ​ໄດ້​​ອົບ​ພະ​ຍົບ ​ອອກ​ຈາກ​ເຮືອນ ​ຂອງ​ ເຂົາ​ເຈົ້າ​ ກ່ອນ​ທີ່​ພາ​ຍຸ​ຈະ​ພັດ​ເຂົ້າມາ.

 

ຫວຽດນາມ ພວມ​ດຶງ​ດູດ​ການ​ລົງທຶນ​ດ້ານ​ພະລັງງານ​ລົມ ​ແລະ ແສງ​ຕາ​ເວັນ. ພາບ: VNA

ຢູ່​ ຫວຽດນາມ, ​ເພື່ອ​ຮັບ​ມື​ກັບ​ພາຍຸ ​ເຊິ່ງຖື​ວ່າ​ ຮຸນແຮງ​ທີ່​ສຸດ​ໃນ​ຮອບ 20 ປີ​ຜ່ານ​ມາ, ບັນດາ​ແຂວງ​ ແຕ່​ ກວາງ​ບິ່ງຫາບິ່ງ​ຖ້ວນ ​ໄດ້​ກວດກາ ​ແລະອົບ​ພະຍົບ ປະຊາຊົນ 868.230 ຄົນ. ບັນດາ​ທ້ອງ​ຖິ່ນ​ ຍັງ​ໄດ້​​ຮຽກຮ້ອງ ​ແລະຊີ້​ນຳ​ກຳ​ປັ່ນ 57.800 ກວ່າ​ລຳພ້ອມ​ກັບ​ແຮງງານ 300.000 ຄົນ ​ເພື່ອ​ຫຼົບຈາກ​ພາຍຸ. ຄວາມ​ເສຍ​ຫາຍ​ທີ່​ເກີດ​ຈາກ​ພາຍຸ​ ໄດ້​ຫຼຸດ​​ລົງ​ ຍ້ອນ​ການ​ນຳ​ແຕ່ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ​ ຍາມ​ໃດ​ກໍ່​ຕັ້ງ​ໃຈ​ຮັບປະກັນ​ຄວາມ​ປອດ​ໄພ​ ໃນຊີວິດ​ຂອງ​ ປະຊາຊົນ ​ຢ່າງ​ແທ້​ຈິງ. ພ້ອມ​ທັງ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ຕັ້ງໜ້າ​ຂອງ​ປະຊາຊົນ ​ໃນ​ການ​ປ້ອງ​ກັນ​ໄພ​ນ້ຳ​ຖ້ວມ ​ແລະ ພາຍຸ.

ຮັບ​ຮູ້​ວ່າ ​ການ​ປ່ຽນ​ແປງ​ ຂອງ​ ດິນ​ຟ້າ​ອາ​ກາດ ເປັນບັນຫາ​ລະດັບ​ໂລກ, ບໍ່​ມີ​ປະ​ເທດ ​ຫຼື ​ອົງການ​ໃດ​ສາມາດ​ ດໍາເນີນການ​ໄດ້​ດ້ວຍຕົນເອງ, ASEAN ​ໄດ້​ເພີ່ມ​ທະວີ​ ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ ແລະ ​ອົງການ​ຈັດ​ຕັ້ງ​ສາກົນ ​ໃນ​ຫຼາຍ​ປີ​ມາ​ນີ້. ບັນດາ​ໂຄງ ການ​ຕອບ​ໂຕ້​ການ​ປ່ຽນ​ແປງ ​ຂອງ ​ດິນ​ຟ້າ​ອາກາດ​ ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ເຊັ່ນ: ສ ອາ​ເມ​ລິ​ກາ, ຍີ່​ປຸ່ນ, ສເກົາຫຼີ, ສປ ຈີນ, ອົດ​ສະ​ຕຣາ​ລີ...ຜ່ານ​ບັນດາ​ກົນ​ໄກ​ຮ່ວມ​ມື​ໃນ​ຫຼາຍ​ປີ​ມາ​ນີ້​ໄດ້​ຮັບ​ຜົນ​ດີ​ຫຼາຍ​ຢ່າງ.

ບົດ: VNP ສັງລວມ - ພາບ: VNA - ແປໂດຍ: ຢືຟຽນ

 


Top