ASEAN: ການສົ່ງອອກສິນຄ້າປະກົດສີສັນຄວາມຈະເລີນ

ASEAN: ການສົ່ງອອກສິນຄ້າປະກົດສີສັນຄວາມຈະເລີນ

ປີ 2023 ​ຜ່ານໄປ ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຂອງ​ພື້ນຖານ​ເສດຖະກິດ​ໂລກ, ກ້າວ​ເຂົ້າ​ສູ່​ປີ 2024, ຍ້ອນ​ການ​ຟື້ນ​ຕົວ​ຂອງ​ຕະຫຼາດ​ໂລກ, ບັນດາ​ຄຳ​ສັ່ງສິນຄ້າ​ສົ່ງ​ອອກ​ເພີ່ມ​ຂຶ້ນ, ສະນັ້ນ ການ​ເຄື່ອນໄຫວນຳ​ເຂົ້າ ​ແລະ ​ສົ່ງ​ອອກ​ສິນຄ້າ ຂອງ​ບັນດາ​ປະ​ເທດ ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ປະກົດເຫັນສີສັນ ຄວາມຈະເລີນ.

ການ​ຟື້ນ​ຕົວ​ ຂອງ ການ​ສົ່ງ​ອອກ​ທີ່​ແຂງ​ແຮງ​ກວ່າ​ຈະ​ມີຜົນ​ກະທົບ​ຕໍ່​ເສດຖະກິດ​ທີ່​ເພິ່ງພາການ​ຄ້າ​ຫຼາຍ​ກວ່າ​ເກົ່າ. ​ພື້ນຖານເສດຖະກິດ ບັນດາປະເທດ ASEAN ​ທີ່​ມີ​ອັດຕາ​ສ່ວນ​ການ​ສົ່ງ​ອອກ​ສິນຄ້າ​ໃນ GDP ສູງກວ່າ ປະກອບມີ ສິງກະ​ໂປ (110%), ຫວຽດນາມ (91%) ​ແລະ ມາ​ເລ​ເຊຍ (86%). ການ​ສົ່ງ​ອອກ​ສິນຄ້າ​ແມ່ນ​ກຳລັງໜູນທີ່ມີຄວາມໝາຍ​ຢູ່ ​ໄທ (58%), ​ແຕ່​ໜ້ອຍ​ກວ່າ​ອິນ​ໂດ​ເນ​ເຊຍ (22%) ​ແລະ ຟີ​ລິບ​ປິນ (20%), ​ເຊິ່ງເປັນບັນດາປະເທດມີ​ຕະຫຼາດ​ພາຍ​ໃນ​ທີ່​ໃຫຍ່​ກວ່າ.

ການ​ສົ່ງ​ອອກ​ ເອ​ເລັກ​ໂຕຣ​ນິກ ພວມ​ນຳ​ໜ້າ​ໃນ​ຂະບວນການ​ຟື້ນ​ຕົວ​ດ້ານ​ການ​ຄ້າ ​ແລະ ກວມ​ເອົາ​ອັດຕາ​ສ່ວນ​ໃຫຍ່​ຂອງ​ການ​ສົ່ງ​ອອກ​ຈາກ​ຟີ​ລິບ​ປິນ, ມາ​ເລ​ເຊຍ, ຫວຽດນາມ ​ແລະ ສິງກະ​ໂປ ​ແລະ ​ຢູ່ລະດັບ​ທີ່​ໜ້ອຍ​ກວ່າ​ ໄທ. ການ​ສົ່ງ​ອອກ​ ເອ​ເລັກ​ໂຕຣ​ນິກ ​ກວມ​ເອົາ​ປະມານ 58% ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ ​ຟີ​ລິບ​ປິນ; 38% ໃນ ມາເລເຊຍ; 31% ໃນ ຫວຽດນາມ ແລະ 23% ໃນ ສິງກະໂປ.

 


ກະສິກຳ​ແມ່ນ​ໜຶ່ງ​ໃນ​ບັນດາ​ຂົງເຂດ​ທີ່​ສຳຄັນ​ທີ່​ສຸດ ​ຂອງ​ບັນດາ​ປະ​ເທດ ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ເມື່ອກວມ​ເອົາ​​ກວ່າ 25% GDP ຂອງ​ບາງ​ປະ​ເທດ. ສຳລັບ​ ມຽນມາ, ຂົງເຂດ​ນີ້​ສະໜອງ​ກວ່າ 40% ຈໍານວນວຽກເຮັດທັງໝົດ.

ASEAN​ ແມ່ນ​ແຫຼ່ງສະໜອງຜະ​ລິດ​ຕະ​ພັນ​ ກະເສດ​ຕົ້ນ​ຕໍ​ຂອງ​ຫຼາຍ​ຕະ​ຫຼາດ​ໃຫຍ່​ໃນ​ທົ່ວ​ໂລກ. ຕາມ​ປົກກະຕິ​ແລ້ວ, ອິນ​ໂດ​ເນ​ເຊຍ, ​ໄທ ​ແລະ ມາ​ເລ​ເຊຍ ​ປູກ​ຢາງພາລາ​ປະມານ 3,3 ລ້ານ​ໂຕນ​ຕໍ່​ປີ, ກວມ​ເອົາ​ປະມານ 70% ຂອງ​ປະລິມານການ​ຜະລິດ​ຂອງ​ໂລກ.

ອິນໂດເນເຊຍ ແລະ ມາເລເຊຍ ເປັນສອງປະເທດ ຜະລິດນໍ້າມັນ ປາມຫຼັກ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ສະໜອງ ເກືອບ 90% ປະລິມານການ​ຜະລິດ​ຂອງ​ໂລກ. ນອກຈາກນັ້ນ, ອິນໂດເນເຊຍ ຍັງເປັນປະເທດທີ່ຜະລິດ ໂກໂກ້ ໃຫຍ່ອັນດັບ 3 ຂອງໂລກ, ເມື່ອສະໜອງປະມານ 450.000 ໂຕນຕໍ່ປີ ແລະ ເປັນປະເທດ ຜະລິດຊາໃຫຍ່ອັນດັບ 8 ຂອງໂລກ ຕາມການ ຕີລາຄາ ຈາກອົງການອາຫານ ແລະ ການກະເສດແຫ່ງ ສະຫະປະຊາຊາດ (FAO).


ຟີ​ລິບ​ປິນ​ເປັນ​ປະ​ເທດ​ຜະ​ລິດ, ສົ່ງ​ອອກ​ໝາກພ້າວ​ ແລະ ໝາກ​ນັດ​ລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ ແລະ​​ ເປັນ​ປະເທດຜະ​ລິດນ​້​ໍາ​ຕານ ລາຍໃຫຍ່. ​​ອີງ​ຕາມ​ຂໍ້​ມູນ​ທີ່ຫາກໍ່ໄດ້​ເປີດ​ເຜີຍ​ໂດຍ​ສໍາ​ນັກ​ງານ​ສະ​ຖິ​ຕິ​ແຫ່ງ​ຊາດ ​ຟີ​ລິບ​ປິນ​, ໃນ​ໄຕ​ມາດ​ທໍາ​ອິດ​ຂອງ​ປີ 2024 ການ​ສົ່ງ​ອອກ​ສິນ​ຄ້າ ​ແລະ​ ການ​ບໍ​ລິ​ການ​ຂອງ​ປະ​ເທດ​ໄດ້ເພີ່ມ​ຂຶ້ນ​ 7.5%.

ຫວຽດນາມ ​ແລະ ​ໄທ ​ແມ່ນ​ສອງ​ປະ​ເທດ​ນຳ​ໜ້າ​ ໃນ​ການ​ສົ່ງ​ອອກ​ເຂົ້າສານ. ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ​ແມ່ນສອງປະເທດ ມະຫາອຳນາດໃນການສົ່ງ​ອອກ​ໝາກ​ພິກ​ໄທ. ຫວຽດນາມ, ໄທ, ມາ​ເລ​ເຊຍ ​ແມ່ນ 3 ປະ​ເທດ​ສົ່ງ​ອອກ​ໝາກ​ຖົ່ວລຽນ​ໃຫຍ່​ທີ່​ສຸດໃນພາກພື້ນ.

ໃນ​ໄຕ​ມາດ​ທີ I ປີ 2024, ວົງ​ເງິນ​ສົ່ງ​ອອກ​ສິນຄ້າ​ຂອງ​ຫວຽດນາມ ຄາດ​ວ່າ​ບັນລຸ 93,06 ຕື້ ໂດລາສະຫະລັດ, ​ເພີ່ມ​ຂຶ້ນ​ຢ່າງ​ແຂງ​ແຮງ ​ແລະ ສະ​ໝໍ່າສະເໝີ ໃນ 3ກຸ່ມ​ສິນຄ້າຄື: ຜະລິດ ຕະພັນກະເສດ, ປ່າ​ໄມ້ ​ແລະ ສິນໃນນໍ້າຄາດວ່າ ​ບັນລຸ ໄດ້ 8,46 ຕື້ ໂດລາສະຫະລັດ, ​ເພີ່ມ​ 23,8%; ກຸ່ມສິນຄ້າອຸດສາຫະກຳປຸງແຕ່ງ ແລະ ປະດິດສ້າງຄາດວ່າ ບັນລຸໄດ້79,6 ຕື້ ໂດລາສະຫະລັດ, ກວມເອົາ 86% ຍອດວົງເງິນສົ່ງອອກ; ກຸ່ມສິນຄ້າ ເຊື້ອເພີງ ແລະ ຊັບພະຍາກອນແຮ່ທາດ ຄາດວ່າບັນລຸໄດ້ 1,13 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ12,1% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີ 2023. ນອກຈາກນັ້ນ, ການເຄື່ອນໄຫວສົ່ງອອກເຄື່ອງ ຕໍ່າແຜ່ນຕັດຫຍິບ ໃນໄຕມາດທີ I ປີ 2024 ມີສັນຍານ ທ່ີດີ.


ໃນໄຕມາດທີ  I ປີ 2024, ອິນໂດເນເຊຍ ແມ່ນຕະຫຼາດ ນຳເຂົ້າໃຫຍ່ອັນດັບທີ 3 ຂອງ ຫວຽດນາມ ໃນພາກພື້ນ ASEAN (ຖັດຈາກ ໄທ 2,6 ຕື້ ໂດລາສະຫະລັດ ແລະ ມາເລເຊຍ 2,41 ຕື້ ໂດລາສະຫະລັດ). ເປັນຄັ້ງທຳອິດ ຫວຽດນາມ ໄດ້ກາຍເປັນ ປະເທດສົ່ງອອກເຂົ້າສານລາຍໃຫຍ່ທີ່ສຸດໄປຍັງຕະຫຼາດ ສິງກະໂປ ແລະ ເປັນຄູ່ຮ່ວມມືສົ່ງອອກສິນໃນນໍ້າ ໃຫຍ່ອັນດັບ 5 ຂອງ ປະເທດນີ້. ວົງເງິນການສົ່ງອອກຂອງ ສິງກະໂປ ບັນລຸກວ່າ 165,94 ຕື້ ໂດລາ ສິງກະໂປ, ເພີ່ມຂຶ້ນ 4,45% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2023.

ທະນາຄານ​ກາງ​ ມາ​ເລ​ເຊຍ​ ປະກາດ​ວ່າຈັງຫວະ​ການ​ເຕີບ​ໂຕ GDP ຂອງ​ ມາ​ເລ​ເຊຍ ​ໃນ​ໄຕ​ມາດ​ທີ 1 ປີ 2024 ບັນລຸ 4,2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ ຂອງປີ 2023, ​ສູງ​ສຸດ​ໃນ​ປີຜ່ານມາ. ຜົນໄດ້ຮັບນີ້ແມ່ນມາຈາກການຟື້ນຕົວ ຂອງຄວາມຕ້ອງການ ສິນຄ້າ ສົ່ງອອກຈາກບັນດາຄູ່ຮ່ວມມືຕ່າງປະເທດ, ກໍ່ຄື ການບໍລິໂພກ ເອກະຊົນຂະຫຍາຍຕົວທີ່ແຂງແຮງ. ການ​ສົ່ງ​ອອກ​ຂອງ​ມາ​ເລ​ເຊຍ ​ໄດ້​ເພີ່ມ​ 5,2% ເມື່ອ​ທຽບ​ໃສ່​ການ​ຫຼຸດ​ລົງ 7,9% ​ໃນ​ໄຕ​ມາດ​ທີ 4 ຂອງ​ປີ 2023.

ການ​ສົ່ງ​ອອກ​ຂອງພາກພື້ນ​ ASEAN ​ກັບມາມີ​ການ​ເຕີບ​ໂຕ​ຂຶ້ນ​ອີກ,​ ເຊິ່ງຈະ​ຊ່ວຍ​ຂະຫຍາຍ​ ການ​ເກີນ​ດຸນ​ການ​ຄ້າ, ​ເພີ່ມ​ທະ​ວີ​ການ​ສຳຮອງ​ເງິນຕາ​ຕ່າງປະ​ເທດ ​ແລະ ຮັກສາ​ຄວາມໝັ້ນຄົງ​ຂອງ​ເງິນຕາ​ໃນ​ປີ 2024, ​ສົ່ງຜົນໃຫ້ເສດຖະກິດ​ ASEAN ຈະ​ຟື້ນ​ຕົວ​ຢ່າງ​ແຂງ​ແຮງ.

ບົດ: VNP - ພາບ: VNA - ແປໂດຍ: ຢືຟຽນ


Top