ASEAN ເປີດປະຕູຂະແໜງການທ່ອງທ່ຽວ ຄືນໃໝ່
ບັນດາປະເທດ ອາຊຽນ ພວມເລັ່ງດຶງດູດນັກທ່ອງທ່ຽວສາກົນ ແລະ ເພື່ອບໍ່ໃຫ້ຫຼຸດພົ້ນຈາກການຟື້ນຟູຜົນຢ້ອນຫຼັງຂອງພະຍາດໂຄວິດ-19.
ພາຍໃຕ້ການເປັນປະທານ ຂອງທ່ານລັດຖະມົນຕີກະຊວງທ່ອງທ່ຽວ ກໍາປູເຈຍ ທອງຄອນ, ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 25 ໄດ້ຈັດຂຶ້ນຕາມຮູບແບບທາງໄກ ແລະ ໂດຍກົງ ຢູ່ນະຄອນ Sihanoukville ຂອງ ກຳປູເຈຍ ໃນເດືອນ ມັງກອນ 2022.
ໃນຖະແຫຼງການໜຶ່ງ, ບັນດາລັດຖະມົນຕີ ໄດ້ເນັ້ນໜັກວ່າ ຂະແໜງການທ່ອງທ່ຽວ ອາຊຽນ ບໍ່ພຽງແຕ່ ພ້ອມແລ້ວທີ່ຈະເປີດຄືນໃໝ່ເທົ່ານັ້ນ, ຫາກຍັງຈະຟື້ນຕົວ ຢ່າງວ່ອງໄວດ້ວຍຄວາມຢືດຢຸ່ນກວ່າອີກ. ຖະແຫຼງການຍົກໃຫ້ເຫັນຢ່າງ ຈະແຈ້ງວ່າ “ພວກຂ້າພະ ເຈົ້າເປັນເອກະສັນກັນວ່າ ຈະເປີດປະຕູຂະແໜງການທ່ອງທ່ຽວ ອາຊຽນ ຄືນໃໝ່, ທັງໃນພາກພື້ນ ແລະສາກົນ ອີກດ້ວຍ”. ຖະແຫຼງການຍັງໃຫ້ຮູ້ວ່າ ຈະປະຕິບັດທຸກຄວາມເປັນໄປໄດ້ຂອງການປະສານງານ ແລະ ການຮ່ວມມືເພື່ອໃຫ້ການຟື້ນຕົວຂະແໜງການທ່ອງທ່ຽວດຳເນີນໄປເທື່ອລະກ້າວ ແລະ ໝັ້ນຄົງ.
ບັນດາລັດຖະມົນຕີ ໄດ້ເປັນເອກະສັນກັນວ່າ ຈະຮັບຮອງເອົາ ລະ ບົບການຮັບຮູ້ ວັກຊີນ ປ້ອງກັນພະຍາດ ໂຄວິດ-19 ທີ່ໄດ້ຫັນເປັນ ມາດຕະຖານ ລະຫວ່າງ ບັນດາປະເທດສະມາຊິກ ອາຊຽນ, ພ້ອມທັງຊົມເຊີຍການຜັນຂະຫຍາຍໂຄງການ ສັກ ວັກຊີນ ຢູ່ແຕ່ລະປະເທດສະມາຊິກຢ່າງໄວວາ, ເຊິ່ງເປັນຕົວເລກ ສຳຄັນພຽງອັນດຽວເພື່ອເປີດປະຕູຂະແໜງການທ່ອງທ່ຽວ ອາຊຽນ ຄືນໃໝ່.
ບັນດາຝ່າຍ ຍັງໄດ້ເນັ້ນໜັກເຖິງການເພີ່ມທະວີການຮ່ວມມືໃນຂົງ ເຂດການທ່ອງທ່ຽວ ລະຫວ່າງ ບັນດາປະເທດ ອາຊຽນ ເພື່ອຮັບ ປະກັນຄວາມສາມາດແກ່ງແຍ້ງຂອງບັນດາປະເທດໃນຂົງເຂດການທ່ອງທ່ຽວ.
ເປັນທີ່ຮູ້ກັນວ່າ ທ້າຍປີ 2021 ຄວນເປັນຊ່ວງເວລາທີ່ຫຼາຍປະ ເທດ ໃນທົ່ວໂລກ ເປີດປະຕູ ຕ້ອນຮັບນັກທ່ອງທ່ຽວສາກົນກັບຄືນໃໝ່ ພາຍຫຼັງເກືອບ 2 ປີ, ແຕ່ການປະກົດຕົວ ຂອງ ເຊື້ອໄວ ຣັດ ສາຍພັນໃໝ່ Omicron ໄດ້ເຮັດໃຫ້ຂະແໜງການທ່ອງທ່ຽວຕ້ອງຊ້າລົງອີກຄັ້ງໜຶ່ງ. ແຕ່ວ່າ ຮອດປີ 2022, ແຜນການເປີດປະ ຕູ ໃຫ້ນັກທ່ອງທ່ຽວ ໄດ້ເລີ່ມດຳເນີນຄືນໃໝ່. ຫຼ້າສຸດແມ່ນນະໂຍບາຍທີ່ ຟີລິບປິນ ປະຕິບັດເມື່ອວັນທີ 10 ກຸມພາ 2022.
ພາຍຫຼັງປິດດ່ານຊາຍແດນເກືອບ 2 ປີ, ນັບແຕ່ວັນທີ 10 ກຸມພາ 2022, ຟີລິບປິນ ໄດ້ເລີ່ມເປີດປະຕູ ໃຫ້ນັກທ່ອງທ່ຽວສາກົນ ທີ່ໄດ້ຮັບການສັກວັກຊິນ ຄົບ ໂດຍບໍ່ມີການກັກກັນ. ນັກທອ່ງທ່ຽວ ທີ່ໄດ້ສັກວັກຊີນ ປ້ອງກັນ ໂຄວິດ-19 ຄົບ ຈາກ 157 ປະເທດ ແລະ ເຂດແຄວ້ນຕ່າງໆ ໄດ້ຍົກເວັ້ນ ວີຊາ, ພຽງແຕ່ມີຜົນກວດ ໂຄວິດ ເປັນລົບ ພາຍໃນ 48 ຊົ່ວໂມງເມື່ອມາຮອດ ຟີລິບປິນ ເທ່ົານັ້ນ. ບັນຊີລາຍຊື່ ໄດ້ຍົກເວັ້ນວີຊາ ການທ່ອງທ່ຽວດັ່ງກ່າວ ປະກອບມີ ຕະຫຼາດ ທ່ີສໍ່ຄັນ ຂອງ ຟີລິບປິນ ເຊັ່ນ: ສ ອາເມລິກາ, ສ ເກົາຫຼີ, ຍີ່ປຸ່ນ, ອົດສະຕຣາລີ, ການາດາ ແລະ ອັງກິດ.
ພ້ອມກັບ ກຳປູເຈຍ, ໄທ, ອິນໂດເນເຊຍ (ທີ່ເປີດກ່ອນ), ຟີລິບປິນ ແມ່ນປະເທດຫຼ້າສຸດໄດ້ເປີດປະຕູໃຫ້ນັກທ່ອງທ່ຽວສາກົນ ເພື່ອຟື້ນຟູ ຂະແໜງການທ່ອງທ່ຽວ ທີ່ໄດ້ຮັບຜົນກະທົບຈາກ ການແຜ່ລະບາດຂອງ ໂຄວິດ-19. ອິນໂດເນເຊຍ ໄດ້ເປີດປະຕູຕ້ອນຮັບນັກທ່ອງທ່ຽວ ຢູ່ເກາະ Bali ເລີ່ມແຕ່ວັນທີ 4 ກຸມພາ 2022. ໃນຂະນະດຽວກັນ, ຕົ້ນເດືອນ ກຸມພາ 2022, ປະເທດ ໄທ ໄດ້ຟື້ນຟູໂຄງການ "Test and Go" - ກົນໄກການເດີນທາງທີ່ບໍ່ມີການກັກຕົວ, ແຕ່ຮຽກຮ້ອງໃຫ້ຜູ້ເຂົ້າມາໄທ ພຽງແຕ່ໄດ້ ສັກ ວັກຊີນ ປ້ອງກັນໂຄວິດ-19 ຢ່າງຄົບຖ້ວນ ແລະ ຊື້ປະກັນໄພສຸຂະພາບລ່ວງໜ້າ ໂດຍການຈ່າຍຢ່າງໜ້ອຍ 50.000 ໂດລາສະຫະລັດ.
ວັນທີ 8 ກຸມພາ 2022, ສະພາແຫ່ງຊາດ ກ່ຽວກັບການຟື້ນຟູ ຂອງ ມາເລເຊຍ ກ່າວວ່າ ຈະສະເໜີໃຫ້ນາຍົກລັດຖະມົນຕີ ກ່ຽວກັບການເປີດດ່ານສາກົນ ຢ່າງເຕັມທີ່ໃຫ້ແກ່ນັກທ່ອງທ່ຽວ ທຸກຄົນທີ່ໄດ້ສັກ ວັກຊີນ ປ້ອງກັນໂຄວິດ-19 ແຕ່ວັນທີ 1 ມີນາ ປີນີ້ ໂດຍບໍ່ຈຳເປັນຕ້ອງກັກຕົວ. ຄາດວ່າ ມາເລເຊຍ ຈະກຳນົດໃຫ້ນັກທ່ອງທ່ຽວຕ້ອງກວດພະຍາດ ໂຄວິດ-19 ກ່ອນບິນ ແລະ ຫຼັງເດີນທາງເຂົ້າປະເທດເທົ່ານັ້ນ.
ຢູ່ ຫວຽດນາມ, ລັດຖະບານ ໄດ້ສະເໜີເປີດການທ່ອງທ່ຽວ ແຕ່ວັນທີ 15 ມີນາ ຕາມການສະເໜີ ຂອງ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ. ຫວຽດນາມ ຈະເປີດກວ້າງການເຄື່ອນໄຫວທ່ອງທ່ຽວສາກົນ, ຕ້ອນຮັບນັກທ່ອງທ່ຽວສາກົນມາ ຫວຽດນາມ ແລະ ສົ່ງນັກທ່ອງທ່ຽວໄປຕ່າງປະເທດຜ່ານບັນດາດ່ານຊາຍແດນສາກົນ.
ບົດ: ຟອງທູ - ພາບ: VNA - ແປໂດຍ: ຢືຟຽນ