80 ປີ ສະພາແຫ່ງຊາດ ຫວຽດນາມ ຄຽງບ່າຄຽງໄຫ່ຼ ໄປພ້ອມກັບ ປະເທດຊາດ

80 ປີ ສະພາແຫ່ງຊາດ ຫວຽດນາມ ຄຽງບ່າຄຽງໄຫ່ຼ ໄປພ້ອມກັບ ປະເທດຊາດ

ໃນຕະຫຼອດໄລຍະທາງ 80 ປີ ແຫ່ງການຕິດພັນ ແລະ ຮ່ວມເດີນທາງ ໄປພ້ອມກັບປະເທດຊາດ, ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ ແມ່ນ ສັນຍະລັກ ກຸ່ມກ້ອນແຫ່ງຄວາມມະຫາສາມັກຄີ ທົ່ວປວງຊົນທັງ ຊາດ, ແມ່ນອົງການ ອຳນາດລັດ ສູງສຸດ ແລະ ແມ່ນອົງການຕົວແທນ ສູງສຸດ ຂອງ ປະຊາຊົນ. ສະພາແຫ່ງຊາດ ໄດ້ເຕີບໃຫຍ່ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ, ປ່ຽນແປງໃໝ່ ແລະ ປັບປຸງບູລະນະທາງດ້ານການຈັດ ຕັ້ງ, ແບບແຜນວິທີ ເຮັດວຽກ, ຍົກສູງສະມັດຖະພາບ ແລະ ປະສິດທິ ຜົນໃນ ການເຄື່ອນໄຫວ, ປະກອບສ່ວນ ເຂົ້າໃນການສ້າງຄວາມເຊື່ອ ໝັ້ນ ໃຫ້ແກ່ປະຊາຊົນ ຕໍ່ກັບພາລະກິດສ້າງສາ, ປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ການສະເຫຼີມສະຫຼອງ ວັນສ້າງຕັ້ງ ສະພາແຫ່ງ ຊາດ (ວັນເລືອກຕັ້ງທົ່ວປະເທດ ຄັ້ງທຳອິດ) ຄົບຮອບ 80 ປີ (ວັນທີ 06 ມັງກອນ 1946-06 ມັງກອນ 2026) ແມ່ນໂອກາດເພື່ອໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ເຮົາໄດ້ຮ່ວມກັນທົບທວນຄືນປະຫວັດ ສາດ ແຫ່ງການກຳເນີດ ແລະ ວິວັດທະນາການ ພັດທະນາ ຂອງ ສະພາ ແຫ່ງຊາດ ຫວຽດນາມ..

ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ, ສະພາແຫ່ງຊາດ ຊຸດທີ I (1946-1960) ໄດ້ປະຕິບັດ ບັນດາໜ້າທີ່ ຂອງ ອົງການທີ່ມີອຳນາດສູງສຸດ ຂອງສາທາ ລະນະລັດ ປະຊາທິປະໄຕ ຫວຽດນາມ. ໃນໄລຍະປີ 1946-1954, ສະພາແຫ່ງຊາດ ໄດ້ຄຽງບ່າຄຽງໄຫ່ຼກັບປະຊາຊົນ ດຳເນີນພາລະກິດ ແຫ່ງການຕໍ່ຕ້ານ ແລະ ສ້າງສາປະເທດຊາດ. ນີ້ແມ່ນຈຸດພິເສດທີ່ສຸດ ຂອງ ສະພາແຫ່ງຊາດ ຫວຽດນາມ ໃນໄລຍະນີ້-“ສະພາແຫ່ງຊາດ ແຫ່ງການຕໍ່ຕ້ານ”. ສະພາແຫ່ງຊາດ ໄດ້ມອບອຳນາດ ໃຫ້ລັດຖະບານ ເປັນຜູ້ລວມສູນ. ຄະນະປະຈຳສະພາແຫ່ງຊາດ ຍາມໃດກໍໄດ້ຮ່ວມກັບ ລັດຖະບານ ເພື່ອປຶກສາຫາລື, ປະກອບຄຳເຫັນ ຕໍ່ກັບບັນດາແນວທາງ, ນະໂຍບາຍໃຫຍ່ ແລະ ຕິດຕາມກວດກາ, ຕຳນິຕິຊົມລັດຖະບານ. ໃນ ໄລຍະປີ 1954-1960, ສະພາແຫ່ງຊາດ ໄດ້ຄຽງບ່າຄຽງໄຫຼ່ ກັບປະ ຊາຊົນ ດຳເນີນສອງ ໜ້າທີ່ຍຸດທະສາດຄື: ພາກເໜືອ ຟື້ນຟູ, ດັດສ້າງ ແລະ ພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ ຕາມເສັ້ນທາງ ສັງ ຄົມນິຍົມ; ພາກໃຕ້ ສືບຕໍ່ການປະຕິວັດຊາດ ປະຊາທິປະໄຕ, ດຳເນີນ ການຕໍ່ສູ້ ເພື່ອປົດປ່ອຍພາກໃຕ້ ເພື່ອກ້າວໄປເຖິງ ການໂຮມປະເທດ ຊາດ ເປັນເອກະພາບ ໂດຍສັນຕິວິທີ. 

ໃນຕະຫຼອດ 14 ປີ ແຫ່ງການເຄື່ອນໄຫວ, ສະພາແຫ່ງຊາດ ຊຸດທີ I ໄດ້ ຈັດກອງປະຊຸມສະໄໝສາມັນ 12 ຄັ້ງ, ຜ່ານຮ່າງລັດຖະທຳມະນູນ ປີ 1946 ແລະ ປີ 1959, ພ້ອມດ້ວຍກົດໝາຍ 16 ສະບັບ ແລະ ມະຕິ ທີ່ສຳ ຄັນ 50 ສະບັບ.

ປະທານ ໂຮ່ຈີມິນ ປ່ອນບັດເລືອກຕັ້ງ ສະມາຊິກສະພາປະຊາຊົນ ຊຸດທີ V ຢູ່ໜ່ວຍເລືອກຕັ້ງທີ 1, ເຂດຍ່ອຍ 1, ເຂດ ບາດິ່ງ (ຮ່າໂນ້ຍ, ວັນທີ 27 ເມສາ 1969). ພາບ: VNA. 
 

ໃນໄລຍະນີ້, ສະພາແຫ່ງຊາດ ເຄື່ອນໄຫວຕາມລັດຖະທຳມະນູນ ປີ 1959 ແລະ ກົດໝາຍວ່າດ້ວຍ ການຈັດຕັ້ງສະພາແຫ່ງຊາດ ປີ 1960. ນີ້ແມ່ນ ໄລຍະທີ່ສະພາແຫ່ງຊາດ ເຄື່ອນໄຫວໃນເງື່ອນໄຂ ທີ່ພາກເໜືອ ດຳເນີນ ການສ້າງສາລັດທິສັງຄົມນິຍົມ ແລະ ເປັນແນວຫຼັງອັນ ແຂງ ແກ່ນ ໃຫ້ແກ່ ການຕໍ່ສູ້ກູ້ຊາດ ຕ້ານຈັກກະພັດ ອາເມລິກາ.

ປະຊາຊົນ ເຜົ່າ ມ໋ານ ເບິ່ງຮູບໂຄສະນາການເລືອກຕັ້ງ ສະພາແຫ່ງ ຊາດ ຊຸດທີ II (ປີ 1960). ພາບ: ຫວູ໊ຕີ໋ນ/VNA
ທີ່ກອງປະຊຸມສະໄໝສາມັນ ຄັ້ງທີ 1, ສະພາແຫ່ງຊາດ ຊຸດທີ VI ໄດ້ຜ່ານມະຕິ ກ່ຽວກັບການປ່ຽນຊື່ປະເທດ ຫວຽດນາມ ປະຊາທິປະໄຕ ສາທາລະນະລັດ ເປັນ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ຕົກລົງໃຫ້ສະພາແຫ່ງຊາດ ຊຸດທີ່ໄດ້ຮັບການເລືອກຕັ້ງ ໃນການເລືອກ ຕັ້ງທົ່ວໄປ ວັນທີ 25 ເມສາ 1976 ແມ່ນ ສະພາແຫ່ງຊາດ ຊຸດທີ VI ຂອງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ຕົກລົງປ່ຽນຊື່ ນະ ຄອນ ໄຊງ່ອນ-ຢາດິ້ງ ເປັນນະຄອນ ໂຮ່ຈີມິນ ຢ່າງເປັນທາງການ. ພາບ: VNA

ສະພາແຫ່ງຊາດ ແຕ່ຊຸດທີ II ຫາ ຊຸດທີ V ໄດ້ຮັບຮອງເອົາກົດໝາຍ ແລະ ມະຕິທີ່ສຳຄັນຫຼາຍສະບັບ ກ່ຽວກັບເສດຖະກິດ, ການຕ່າງປະເທດ ແລະ ການຈັດຕັ້ງການບໍລິຫານ, ຮັບປະກັນກຳລັງແຮງ ເພື່ອຕີເອົາ ຊະ ນະ ສົງຄາມ, ປະກອບສ່ວນເຂົ້າໃນໄຊຊະນະ ຂອງ ການບຸກໂຈມຕີ ຄັ້ງ ໃຫຍ່ ແລະ ການລຸກຮືຂຶ້ນ, ສຳເລັດການປະຕິວັດຊາດ ປະຊາທິປະໄຕ ແລະ ໂຮມປະເທດຊາດເປັນເອກະພາບ. ພິເສດ, ສະພາແຫ່ງຊາດ ຊຸດ ທີ VI (1976 - 1981) ແມ່ນສະພາແຫ່ງຊາດ ຂອງ ປະເທດ ຫວຽດນາມ ທີ່ເປັນເອກະພາບ, ໄດ້ຕົກລົງປ່ຽນຊື່ປະເທດ ເປັນສາທາລະນະລັດສັງ ຄົມນິຍົມ ຫວຽດນາມ, ກຳນົດທຸງຊາດ, ກາໝາຍຊາດ, ເພງຊາດ, ປ່ຽນ ຊື່ນະຄອນ ໄຊງ່ອນ-ຢາດິ້ງ ເປັນນະຄອນ ໂຮ່ຈີມິນ ແລະ ກໍານົດເອົາ ຮ່າໂນ້ຍ ເປັນນະຄອນຫຼວງ ຂອງ ປະເທດ ຫວຽດນາມ ທີ່ເປັນເອກະ ພາບ ແລະ ໃນກອງປະຊຸມສະໄໝສາມັນ ຄັ້ງທີ 7 (ເດືອນ ທັນວາ 1980), ສະພາແຫ່ງ ຊາດ ໄດ້ຮັບຮອງເອົາ ຮ່າງລັດຖະທຳມະນູນ ສະ ບັບໃໝ່ ຂອງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ-ລັດຖະທໍາ ມະນູນ ປີ 1980.

ນີ້ແມ່ນໄລຍະ ທີ່ສະພາແຫ່ງຊາດ ໄດ້ຮັບການຈັດຕັ້ງ ແລະ ເຄື່ອນໄຫວ ຕາມລັດຖະທຳມະນູນ ປີ 1980 ແລະ ກົດໝາຍວ່າດ້ວຍການຈັດຕັ້ງ ສະ ພາແຫ່ງຊາດ ແລະ ສະພາແຫ່ງລັດ ປີ 1981. ສະພາແຫ່ງຊາດ ໄດ້ກຳ ນົດວ່າ ແມ່ນອົງການຕົວແທນສູງສຸດ ຂອງ ປະຊາຊົນ, ແມ່ນອົງການອຳ ນາດລັດ ສູງສຸດ ຂອງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ແມ່ນ ອົງການໜຶ່ງດຽວ ທີ່ມີສິດອຳນາດ ໃນການສ້າງ ລັດຖະທຳມະນູນ ແລະ ກົດໝາຍ. ສະພາແຫ່ງຊາດ ປະຕິບັດ ສິດຕິດຕາມ ກວດກາສູງສຸດ ຕໍ່ ທຸກການເຄື່ອນໄຫວຂອງລັດ.

ສະພາແຫ່ງຊາດ ຊຸດທີ VII (1981-1987) ແລະ ຊຸດທີ VIII (1987-1992) ໄດ້ຮັບຮອງເອົາປະມວນກົດໝາຍ 2 ສະບັບ, ກົດດຳລັດ 35 ສະ ບັບ, ມະຕິ 35 ສະບັບ ແລະ ສະພາແຫ່ງລັດ ໄດ້ປະກາດໃຊ້ ລັດຖະດຳ ລັດ 54 ສະບັບ. ພິເສດ, ສະພາແຫ່ງຊາດ ຊຸດທີ VIII ແມ່ນ ສະພາແຫ່ງ ຊາດ ໃນໄລຍະເລີ່ມຕົ້ນ ຂອງ ພາລະກິດການປ່ຽນແປງໃໝ່ ຮອບດ້ານ ຂອງ ປະເທດຊາດ ທີ່ວາງອອກໂດຍກອງປະຊຸມໃຫຍ່ ຄັ້ງທີ VI ຂອງ ພັກ. ທີ່ກອງປະຊຸມສະໄໝສາມັນ ຄັ້ງທີ 11 (ປີ 1992), ສະພາແຫ່ງ ຊາດ ໄດ້ ຮັບຮອງເອົາຮ່າງລັດຖະທຳມະນູນ ປີ 1992.

ທ່ານ ປະທານສະພາແຫ່ງຊາດ ຫງວຽນຝູ໋ຈ້ອງ ຢ້ຽມຢາມ ຫ້ອງ ຮຽນພາສາ ຫວຽດ ຢູ່ ນະຄອນຫຼວງ ປຣາກ, ສ ເຊັກ (ປີ 2009). ພາບ: ຈີ໋ຢຸງ/VNA

ນີ້ແມ່ນໄລຍະທີ່ສະພາແຫ່ງຊາດ ມີການປ່ຽນແປງໃໝ່, ຍົກສູງຄຸນນະ ພາບ ການເຄື່ອນໄຫວຢ່າງບໍ່ຢຸດຢັ້ງ. ການເຄື່ອນໄຫວ ຂອງ ສະພາແຫ່ງ ຊາດ ນັບມື້ນັບມີຄວາມເປີດເຜີຍ, ໂປ່ງໃສ, ສຸມໃສ່ 3 ໜ້າທີ່ຫຼັກຄື: ນິຕິ ບັນຍັດ (ສ້າງ ແລະ  ປັບປຸງລະບົບກົດໝາຍ), ຕິດຕາມກວດກາ (ເພີ່ມ ທະວີ ການຕິດຕາມກວດກາສູງສຸດ) ແລະ ຕົກລົງບັນດາບັນຫາສຳຄັນ ຂອງ ຊາດ.

ສະພາແຫ່ງຊາດ ຊຸດທີ IX ຫາ ຊຸດທີ XII ໄດ້ມີການປ່ຽນແປງໃໝ່ ຢ່າງ ແຂງແຮງ ໃນວຽກງານນິຕິບັນຍັດ, ການຕິດຕາມກວດກາ (ເຊັ່ນ: ການ ຮັບຟັງບົດລາຍງານ, ສົ່ງຄະນະກວດກາ ການຈັດຕັ້ງປະຕິບັດກົດໝາຍ, ສຸມໃສ່ບັນຫາທີ່ຮີບດ່ວນ ເຊັ່ນ: ການປ້ອງກັນ ແລະ ຕ້ານສະກັດກັ້ນ ການສໍ້ລາດບັງຫຼວງ) ແລະ ການເຄື່ອນໄຫວຕ່າງປະເທດ.

ທ່ານ ປະທານສະພາແຫ່ງຊາດ ເຈິ່ນແທັງເໝີ໊ນ ພົບປະກັບ ທ່ານ ນາຍົກລັດຖະມົນຕີ ສປ ຈີນ ຫຼີ່ຊຽງ ໃນໂອກາດຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ (ຮ່າໂນ້ຍ, ວັນທີ 13 ຕຸລາ 2024). ພາບ: ຢວ໊ານເຕີ໋ນ/VNA
ທ່ານ ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ກ່າວປາໄສ ທີ່ກອງ ປະຊຸມ ບັນດາປະທານສະພາແຫ່ງຊາດໂລກ ຄັ້ງທີ 4 ຢູ່ສຳນັກງານ ໃຫຍ່ ອົງການສະຫະປະຊາຊາດ ທີ່ ນິວຢອກ (ສ ອາເມລິກາ), ແຕ່ ວັນທີ 31 ສິງຫາ-ວັນທີ 02 ກັນຍາ 2015. ພາບ: ຍານຊ໋າງ/VNA
ໃນຕອນບ່າຍວັນທີ 10 ກັນຍາ 2024 (ຕາມເວລາທ້ອງຖິ່ນ), ຢູ່ທີ່ ວັງ ເຄຣັມລິນ, ນະຄອນຫຼວງ ມົດສະກູ, ທ່ານ ປະທານສະພາແຫ່ງຊາດ ເຈິ່ນແທັງເໝີ໊ນ  ໄດ້ພົບປະກັບ ທ່ານ ປະທານາທິບໍດີ ແຫ່ງ ສ  ລັດເຊຍ Vladimir Putin. ພາບ: ຖົ໋ງເຍິດ/VNA

ສະພາແຫ່ງຊາດ ຊຸດທີ XIII (2011 – 2016) ຖືວ່າ ເປັນຄັ້ງທຳອິດ ທີ່ຜູ້ ມີສິດເລືອກຕັ້ງ ທົ່ວປະເທດ ເຂົ້າຮ່ວມການເລືອກຕັ້ງ ສະມາຊິກສະພາ ແຫ່ງຊາດ ແລະ ເລືອກຕັ້ງສະມາຊິກສະພາ ປະຊາຊົນ ທຸກຂັ້ນ ໃນມື້ ດຽວກັນ ເປັນຈໍານວນຫຼວງຫຼາຍ. ຜົນສຳເລັດທີ່ພົ້ນເດັ່ນທີ່ສຸດ ຂອງ ສະ ພາແຫ່ງ ຊາດ ຊຸດທີ XIII ແມ່ນການລົງຄະແນນສຽງ ຮັບຮອງເອົາ ເນື້ອ ໃນ ທັງໝົດ ຂອງ ຮ່າງລັດຖະທຳມະນູນ ປີ 2013. ອາຍຸການນີ້ ຍັງໄດ້ ສ້າງຂີດໝາຍປະຫວັດສາດ ເມື່ອເປັນຄັ້ງທຳອິດ ທີ່ດຳເນີນ ການລົງຄະ ແນນ ສຽງໄວ້ວາງໃຈ ຕໍ່ບັນດາຕຳແໜ່ງທີ່ ສະພາແຫ່ງຊາດ ເລືອກຕັ້ງ ຫຼື ຮັບຮອງ ແລະ ສະມາຊິກລັດຖະບານ ທຸກທ່ານ ລ້ວນແຕ່ຕ້ອງຕອບຄຳ ຊັກຖາມ ຕໍ່ໜ້າສະພາແຫ່ງຊາດ.

ສະພາແຫ່ງຊາດ ຊຸດທີ XIV (2016-2021): ສືບຕໍ່ປະກາດໃຊ້ ກົດດຳ ລັດສຳຄັນຫຼາຍສະບັບ ເພື່ອຜັນຂະຫຍາຍ ບັນດາຂໍ້ກຳນົດ ຂອງລັດຖະ ທຳມະນູນ ປີ 2013 ແລະ ປັບປຸງບູລະນະລະບົບການຈັດຕັ້ງກົນໄກລັດ. ພິເສດ, ອາຍຸການນີ້ໄດ້ສ້າງບາດກ້າວບຸກທະລຸ ຂອງ ສະພາແຫ່ງຊາດ ໃນການນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານ, ພົ້ນເດັ່ນແມ່ນການຈັດ ກອງປະຊຸມຕາມຮູບແບບປະສົມປະສານ ລະຫວ່າງ ການປະຊຸມ ທາງ ໄກ ແລະ ການປະຊຸມແບບລວມສູນ ເພື່ອຮັບມື ກັບການແຜ່ ລະບາດ ຂອງ ພະຍາດ ໂຄວິດ-19.

ສະພາແຫ່ງຊາດ ຊຸດທີ XV (2021- 2026): ໄດ້ຮັບການເລືອກຕັ້ງ ດ້ວຍ ອັດຕາ ຜູ້ມີສິດເລືອກຕັ້ງ ເຂົ້າຮ່ວມການປ່ອນບັດສູງສຸດ ເທົ່າທີ່ເຄີຍມີມາ (99,6%). ວຽກງານນິຕິບັນຍັດ ໄດ້ຮັບການຜັນຂະຫຍາຍ ດ້ວຍຈິດໃຈ “ເປັນເຈົ້າການ ໃນວຽກງານນິຕິບັນຍັດ”, ບັນລຸໄດ້ໝາກຜົນ ສຳຄັນຫຼາຍ ປະການ, ສຸມໃສ່ການປັບປຸງ ກົດໝາຍທີ່ກ່ຽວຂ້ອງ ເພື່ອຮັບໃຊ້ ການເຮັດໃຫ້ ກົນໄກລະບົບການເມືອງມີຄວາມກະທັດຮັດ. ຮອດປັດຈຸບັນ, ສະພາ ແຫ່ງຊາດ ຊຸດທີ XV ໄດ້ຈັດກອງປະຊຸມທັງໝົດ 17 ຄັ້ງ, ໃນນັ້ນ ມີກອງ ປະຊຸມສະໄໝວິສາມັນ 9 ຄັ້ງ ແລະ ກອງປະຊຸມສະໄໝສາມັນ 8 ຄັ້ງ.

ສະຫາຍ ໂຕເລີມ, ເລຂາທິການໃຫຍ່ ກ່າວປາໄສ ໃນພິທີ ສະເຫຼີມ ສະຫຼອງ ວັນສ້າງຕັ້ງສະພາແຫ່ງຊາດ (ວັນເລືອກຕັ້ງ ທົ່ວປະເທດຄັ້ງ ທຳອິດ) ຄົບຮອບ 80 ປີ. ພາບ: ຢວ໊ານເຕີ໋ນ/VNA
ຕອນ​ບ່າຍ​ວັນ​ທີ 11 ທັນວາ, ຢູ່​ຮ່າ​ໂນ້ຍ, ສະພາ​ແຫ່ງ​ຊາດ​ໄດ້​ຈັດພິທີປິດ​ກອງ​ປະຊຸມ​ ​ຄັ້ງ​ທີ 10, ສະ​ໄໝ​ທີ XV. ສະຫາຍ ​ເລຂາທິການ​ໃຫຍ່ ໂຕເລີມ ພ້ອມ​ກັບ​ບັນດາສະຫາຍ ​ການ​ນຳ, ອະດີດ​ການ​ນຳ​ຂອງ​ພັກ, ລັດ, ບັນດາ​ຜູ້​ແທນ​ໄດ້​ເຂົ້າ​ຮ່ວມພິທີ​ກອງ​ປະຊຸມດັ່ງກ່າວ​. ພາບ: ຢວ໊ານເຕີ໋ນ/VNA

ການພັດທະນາ ຂອງ ສະພາແຫ່ງຊາດ ຕະຫຼອດໄລຍະ 80 ປີຜ່ານມາ ແມ່ນ ວິວັດທະນາການ ທີ່ສືບທອດ ແລະ ປ່ຽນແປງໃໝ່ຢ່າງຕໍ່ເນື່ອງ, ຢັ້ງ ຢືນ ຖານະບົດບາດ ເປັນອົງການຕົວແທນສູງສຸດ ຂອງ ປະຊາຊົນ, ອົງ ການອຳນາດລັດສູງສຸດ ຂອງ ສາທາລະນະລັດ ສັງຄົມນິຍົມ ຫວຽດ ນາມ, ຕອບສະໜອງໄດ້ ຄວາມຮຽກຮ້ອງຕ້ອງການ ຂອງ ໜ້າທີ່ໃນ ແຕ່ ລະໄລຍະ ການປະຕິວັດ ຫວຽດນາມ.

  •                         ບົດ ແລະ ພາບໂດຍ: VNA/VNP - ເຕັກນິກກຣາຟິກ: ເຮືອງຖາວ - ແປໂດຍ: ບິກລຽນ


Top