30 ປີ ແຫ່ງການເດີນທາງຮ່ວມກັບ ASEAN

30 ປີ ແຫ່ງການເດີນທາງຮ່ວມກັບ ASEAN

ສະຫາຍເລຂາທິການໃຫຍ່ ໂຕເລີມ ໄດ້ກ່າວຄຳປາໄສທີ່ພິທີສະເຫຼີມສະຫຼອງ 30 ປີແຫ່ງການເຂົ້າເປັນສະມາຊິກ ASEAN ຂອງ ຫວຽດນາມ. ພາບ: VNA

ໃນການເດີນທາງເຊື່ອມໂຍງພາກພື້ນ ແລະ ສາກົນ ທີ່ນັບມື້ນັບເລິກ ເຊິ່ງ ໂດຍມີຈຸດເລີ່ມຕົ້ນຄື ASEAN, ຫວຽດນາມ ໄດ້ພະຍາຍາມປະ ກອບສ່ວນຢ່າງຕັ້ງໜ້າ, ຕັ້ງໃຈ ແລະ ມີຄວາມຮັບຜິດຊອບ ເພື່ອ ASEAN ໜຶ່ງທີ່ເຂັ້ມແຂງ, ສາມັກຄີ, ມີບົດບາດ ແລະ ຖານະ ໃນພາກພື້ນ ແລະ ໃນໂລກ. ຜົນປະໂຫຍດຈາກການຮ່ວມມື ASEAN ຍັງໄດ້ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາ ຢ່າງຮອບດ້ານຂອງ ຫວຽດນາມໃນ ໄລຍະ 30 ປີຜ່ານມາ.

ສະຫາຍເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ພ້ອມດ້ວຍສະຫາຍເລຂາທິການໃຫຍ່ ASEAN Kao Kim Hourn ແລະ ພັນລະຍາ ໄດ້ຮ່ວມກັນຕັດ ເຄັກ ສະເຫຼີມ ສະຫຼອງ 30 ປີແຫ່ງການເຂົ້າເປັນສະມາຊິກ ASEAN ຂອງຫວຽດນາມ. ພາບ: VNA

ຫວຽດນາມ ໄດ້ກາຍເປັນສະມາຊິກ ຢ່າງເປັນທາງການຂອງ ASEAN ໃນວັນທີ 28 ກໍລະກົດ 1995. ບົນເສັ້ນທາງເກືອບ 30 ປີທີ່ຄຽງຄູ່ກັບ ASEAN, ຫວຽດນາມ ຈາກປະເທດ ທີ່ຜ່ານສົງຄາມ, ຖືກໂດດດ່ຽວ, ຖືກປິດລ້ອມດ້ານການຄ້າ, ໃນປັດຈຸບັນ ໄດ້ສ້າງຕັ້ງສາຍພົວພັນທາງການທູດກັບ 194 ປະເທດ, ເປັນສະມາຊິກ ຂອງ ຫຼາຍກວ່າ 70 ເວທີ ແລະ ອົງ ການຈັດຕັ້ງ ພາກພື້ນ ແລະ ສາກົນ. ໃນຈໍານວນ 34 ປະເທດທີ່ມີສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ ລວມມີສະມາຊິກ ASEAN ທັງໝົດ ແລະ ຄູ່ຮ່ວມມື ສຳຄັນຂອງສະມາຄົມ. ເຄືອຂ່າຍ FTA ທີ່ ຫວຽດນາມ ໄດ້ຈັດຕັ້ງປະຕິບັດ ກັບຫຼາຍກວ່າ 60 ຄູ່ຮ່ວມມື ໄດ້ປະກອບສ່ວນເຮັດໃຫ້ ຫວຽດນາມ ກາຍເປັນໜຶ່ງ ໃນ 40 ພື້ນຖານເສດຖະກິດ ໃຫຍ່ທີ່ສຸດໃນໂລກ ແລະ 20 ພື້ນຖານເສດຖະກິດ ຊັ້ນນໍາກ່ຽວກັບການດຶງດູດ FDI ແລະ ຂະໜາດການຄ້າ.

ກໍາລັງທະຫານກຽດຕິຍົດ ປະຕິບັດພິທີຊັກທຸງ ASEAN ຂຶ້ນເສົາ. ພາບ: VNA
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍບັນດາຜູ້ນຳ ASEAN, GCC ແລະ ຈີນ. ພາບ: ເຢືອງາງ/VNA
ລາຍການສະແດງຂອງຄະນະດົນຕີທະຫານກອງທັບ ມາເລເຊຍ ໃນພິທີເປີດງານມະໂຫລານດົນຕີທະຫານກອງທັບບັນດາປະເທດ ASEANປີ 2024 ພາຍໃຕ້ຫົວຂໍ້ “ດົນຕີສ້າງສາຍພົວພັນມິດຕະພາບ”. ພາບ: VNA

ສະພາບແວດລ້ອມທີ່ສະຫງົບສຸກ ແລະ ມີສະຖຽນລະພາບ ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ ຫວຽດນາມ ສຸມໃສ່ການພັດທະ ນາປະເທດຊາດ ແລະ ບັນລຸຜົນສໍາເລັດ ທີ່ໂດດເດັ່ນ, ໂດຍສະເພາະໃນຂົງເຂດເສດຖະກິດ. GDP ສະເລ່ຍຕໍ່ຫົວຄົນ ເພີ່ມຂຶ້ນຈາກ 289 ໂດລາ ສະຫະລັດ ໃນປີ 1995 ເປັນ 4.700 ໂດລາສະຫະລັດ ໃນປີ 2024; ຂະໜາດພື້ນຖານເສດຖະກິດ ເພີ່ມຂຶ້ນກວ່າ 20 ເທົ່າ, ຈາກ 20,8 ຕື້ ໂດລາສະຫະລັດ ເປັນ 476 ຕື້ໂດລາສະຫະລັດ. ການລົງ ທຶນໂດຍກົງຈາກຕ່າງປະເທດ (FDI) ເພີ່ມຂຶ້ນຈາກ 10 ຕື້ໂດລາສະຫະລັດ ໃນປີ 1995 ເປັນເກືອບ 40 ຕື້ ໂດລາ ສະຫະລັດ ໃນປີ 2024. ມູນຄ່າການຄ້າລະຫວ່າງ ຫວຽດນາມ ກັບ ASEAN ເພີ່ມຂຶ້ນ 18 ເທົ່າ ໃນໄລຍະປີ 1995-2024. ການເຂົ້າຮ່ວມຂໍ້ຕົກລົງການຄ້າເສລີ (FTA) ລະຫວ່າງ ASEAN ກັບຄູ່ຮ່ວມມືທີ່ສໍາຄັນ, ຫວຽດນາມ ໄດ້ກາຍເປັນຈຸດເຊື່ອມຕໍ່ ທີ່ສໍາຄັນ ໃນການເຊື່ອມໂຍງ ເສດຖະກິດພາກພື້ນ ແລະ ທົ່ວໂລກ.

ທ່ານປະທານາທິບໍດີ ຕີມໍ ເລັສເຕ Jose Ramos-Horta (ເສື້ອສີອ່ອນ) ພ້ອມດ້ວຍບັນດາຜູ້ແທນເຂົ້າຊົມຮູບຈຳລອງເຂດອຸດສາຫະກຳ ຫວຽດນາມ-ສິງກະໂປ (VSIP) ບັກນິງ. ພາບ: VNA

 ຫວຽດນາມ ໄດ້ປະກອບສ່ວນ ຢ່າງໂດດເດັ່ນ ໃນຂະບວນການຂະ ຫຍາຍສະມາຊິກ ຂອງ ສະມາຄົມ, ເມື່ອ ຫວຽດນາມ ໄດ້ຊຸກຍູ້ຢ່າງຕັ້ງໜ້າເພື່ອໃຫ້ ASEAN ຮັບ ລາວ, ມຽນມາ ໃນປີ 1997 ແລະ ກໍາປູເຈຍ ໃນປີ 1999 ເຂົ້າເປັນສະມາຊິກ. ຜ່ານນັ້ນ, ສະມາຄົມໄດ້ບັນລຸຄວາມຝັນ “ຄອບຄົວໃຫຍ່ ASEAN” ທີ່ມີ 10 ປະເທດ ອາຊີຕາເວັນອອກສ່ຽງໃຕ້ ໃຫ້ເປັນຈິງ. ຫວຽດນາມ ໄດ້ຮັບໜ້າທີ່ເປັນຜູ້ນໍາຢ່າງສໍາເລັດຜົນ, ເມື່ອເປັນເຈົ້າພາບຈັດກິດຈະກໍາ ແລະ ກອງປະຊຸມທີ່ສໍາຄັນຂອງ ASEAN. ພຽງແຕ່ 3 ປີ ຫຼັງຈາກເຂົ້າຮ່ວມ, ຫວຽດນາມ ໄດ້ຈັດກອງປະຊຸມສຸດຍອດ ASEAN ຄັ້ງທີ 6 ຢູ່ ຮ່າໂນ້ຍ ໃນເດືອນ ທັນວາ 1998 ຢ່າງສໍາເລັດຜົນ. ຫວຽດນາມ ຍັງໄດ້ສໍາເລັດ ພາລະບົດບາດເປັນປະທານ ASEAN ຢ່າງດີເລີດ ໃນປີ 2010 ແລະ 2020, ດ້ວຍຜົນໄດ້ຮັບທີ່ແທ້ຈິງ, ປະກອບສ່ວນ ເພີ່ມທະວີຄວາມສາມັກຄີ, ເອກະພາບໃນ ASEAN.

ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີການຕ່າງປະເທດ ASEAN ຖ່າຍຮູບຮ່ວມກັນ. ພາບ: VNA

ກ່າວປາໄສ ໃນພິທີສະເຫຼີມສະຫຼອງ 30 ປີ ຫວຽດນາມ ເຂົ້າຮ່ວມເປັນສາມະຊິກ ASEAN ເຊິ່ງໄດ້ຈັດຂຶ້ນຢູ່ ອິນໂດເນເຊຍ ໃນເດືອນ ມີນາ 2025, ສະຫາຍເລຂາທິການໃຫຍ່ ໂຕເລີມ ໄດ້ກ່າວເນັ້ນວ່າ ເພື່ອເສີມຂະຫຍາຍຜົນສໍາເລັດ ທີ່ໄດ້ບັນລຸຢ່າງມີປະສິດທິຜົນ ແລະ ຍືນຍົງ, ຢືນ ຢັນບົດບາດ ແລະ ຖານະສູນກາງ, ASEAN ບໍ່ພຽງແຕ່ຕ້ອງການຄວາມສາມັກຄີ, ເປັນນໍ້າໜຶ່ງໃຈດຽວ ກັນເທົ່ານັ້ນ, ແຕ່ຍັງຕ້ອງການມີຄວາມຄິດສ້າງສັນທີ່ໂດດເດັ່ນ ເພື່ອເສີມຂະຫຍາຍຄຸນຄ່າຍຸດທະສາດຂອງ ASEAN, ຍົກສູງຊື່ສຽງ ແລະ ບົດບາດ ຂອງ ສະມາຄົມ.

ສັບປະດາ ສິນຄ້າ ຫວຽດນາມ ຈັດຂຶ້ນຢູ່ແຂວງ ອຸດອນທານີ, ປະເທດ ໄທ, ໂດຍກຸ່ມບໍລິສັດ Central Retail ຫວຽດນາມ ແລະ Central Group ໄທ ສົມທົບກັບສູນສົ່ງເສີມການຄ້າ ແລະ ການລົງທຶນນະຄອນ ໂຮ່ຈີມິນ (ITPC) ຈັດຕັ້ງ. ພາບ: VNA

ໃນບັນດາການຕັດສິນໃຈໃຫຍ່ ຂອງ ASEAN, ຫວຽດນາມ ໄດ້ເຂົ້າຮ່ວມການສ້າງ ແລະ ນໍາໜ້າ, ຈັດຕັ້ງປະຕິບັດຢ່າງຕັ້ງໜ້າຫຼາຍເອກະ ສານສໍາຄັນ ເຊັ່ນ: ສົນທິສັນຍາ ອາຊີຕາເວັນອອກສ່ຽງໃຕ້ ປອດອາ ວຸດນິວເຄຼຍ (SEANWFZ), ວິໄສທັດ ASEAN ປີ 2020, ກົດບັດ ASEAN, ແຜນແມ່ບົດສ້າງປະຊາຄົມ ASEAN … ໂດຍສະເພາະ, ຫວຽດນາມ ຍັງໄດ້ຊຸກຍູ້ຢ່າງຕັ້ງໜ້າໃຫ້ ASEAN ມີທ່າທີຮ່ວມກັນກ່ຽວກັບບັນຫາທະເລຕາເວັນອອກ, ຈັດຕັ້ງປະຕິບັດຖະແຫຼງການກ່ຽວກັບການປະພຶດ ຂອງ ຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (DOC) ແລະ ຊຸກຍູ້ການເຈລະຈາກັບ ຈີນ ກ່ຽວກັບກົດລະບຽບ ການປະພຶດໃນທະ ເລຕາເວັນອອກ (COC) ຢ່າງມີຜົນສັກສິດ ແລະ ມີປະສິດທິພາບ.

ພະນັກງານຕ້ອນຮັບ ແລະ ແອັດໂຮສເຕສ ຖ່າຍຮູບຢູ່ຂ້າງເຮືອບິນທີ່ມີສັນຍາລັກ “ປີທ່ອງທ່ຽວ ມາເລເຊຍ 2026” (Visit Malaysia Year 2026) ໃນພິທີເປີດຕົວ. ພາບ: Bernama/VNA
ທີມຊາດ ຫວຽດນາມ ຄວ້າແຊ້ມ ASEAN Cup 2024 ຢ່າງໜ້າປະທັບໃຈ. ພາບ: VNA

ນັບຕັ້ງແຕ່ເລີ່ມຕົ້ນການເປີດປະຕູ ແລະ ເຊື່ອມໂຍງ, ຫວຽດນາມ ໄດ້ກໍານົດASEAN ເປັນກົນໄກຮ່ວມມືຫຼາຍຝ່າຍ ທີ່ຕິດພັນໂດຍກົງ ແລະ ມີຄວາມໝາຍສໍາຄັນອັນດັບແຖວໜ້າ. ດ້ວຍແຜນນະໂຍບາຍ, ແນວທາງການຕ່າງປະເທດ ຍຸກໃໝ່, ຫວຽດນາມ ຈະສືບຕໍ່ພະຍາຍາມຢ່າງສຸດຄວາມສາມາດ ປະກອບສ່ວນ ເຂົ້າໃນ ເສັ້ນທາງການພັດທະນາໃໝ່ ຂອງ ASEAN.

ບົດ: VNP- ພາບ: VNA- ແປໂດຍ: ຢືຟຽນ


Top