ໂຮ່ກວາງກົວ: ຜູ້ຫວ່ານແນວພັນເຂົ້າ ຫວຽດ ອອກສູ່ໂລກ

ໂຮ່ກວາງກົວ: ຜູ້ຫວ່ານແນວພັນເຂົ້າ ຫວຽດ ອອກສູ່ໂລກ

ຈາກທົ່ງນາ ທີ່ຖືກນ້ຳເຄັມຖ້ວມ ຢູ່ເຂດທົ່ງພຽງແມ່ນ້ຳຂອງ, ທ່ານ ໂຮ່ກວາງກົວ ວິສະວະກອນກະສິກຳ ໄດ້ໃຊ້ເວລາກວ່າສີ່ທົດສະວັດ  ໃນການພັດທະນາແນວພັນເຂົ້າ ທີ່ມີຄຸນະພາບສູງ. ຜົນທີ່ໄດ້ຮັບ ແມ່ນ ເຂົ້າ ST52 - ເຊິ່ງເປັນເຂົ້າ ທີ່ເຄີຍໄດ້ຮັບການຍົກຍ້ອງວ່າ ເປັນ “ເຂົ້າທີ່ແຊບທີ່ສຸດໃນໂລກ”, ກາຍເປັນສັນຍາລັກ ໃຫ້ແກ່ ທິດທາງໃໝ່ ຂອງ ຂະແໜງກະສິກຳ ຫວຽດນາມ: ເພີ່ມມູນຄ່າ ດ້ວຍຄຸນນະພາບ, ປ່ຽນແປງໃໝ່ ດ້ວຍການນຳໃຊ້ ວິທະຍາສາດ ປະຍຸກ ແລະ ການພັດທະນາຢ່າງຍືນຍົງ.

ຈາກທົ່ງນາທີ່ຖືກນ້ຳເຄັມຖ້ວມ ສູ່ເຄື່ອງໝາຍການຄ້າ ຂອງ ເຂົ້າລະດັບໂລກ

ໃນຂະນະທີ່ຫຼາຍທ້ອງຖິ່ນ ຍັງຄົງ ໃຫ້ຄວາມສຳຄັນ ກັບການເພີ່ມ ຜົນຜະລິດ, ທ່ານ ໂຮ່ກວາງກົວ ແລະ ທີມງານ ໄດ້ຢຶດໝັ້ນ ໃນການສະແຫວງຫາ ເປົ້າໝາຍ ເພື່ອຍົກລະດັບມູນຄ່າຂອງເຂົ້າ. ເຂົ້າສາຍພັນຕ່າງໆ ພາຍໃຕ້ລະຫັດ ST (ໝາຍເຖິງ Sóc Trăng) ໄດ້ກຳເນີດຂຶ້ນ ເທື່ອລະສາຍພັນ,  ພາຍຫຼັງ ການປະສົມພັນ ຫຼາຍຮ້ອຍຄັ້ງ, ໂດຍຜ່ານການຄັດເລືອກ ແລະ ປັບປຸງມາ ໃນຫຼາຍ ລະດູການເກັບກ່ຽວ. ຫຼັງຈາກການ ຄົ້ນຄວ້າ ເປັນເວລາ ກວ່າ ສອງທົດສະວັດ, ເຂົ້າສາຍພັນ ST25 ກໍ່ໄດ້ ກາຍເປັນໝາກຜົນ ອັນລ້ຳຄ່າທີ່ສຸດ: ເມັດເຂົ້າຍາວ, ຂາວ, ໜຽວນຸ້ມ, ມີກິ່ນຫອມ ແບບທຳມະຊາດ ແລະ ເໝາະສົມກັບ ສະພາບດິນທີ່ຖືກ ນ້ຳເຄັມຖ້ວມ.

ທ່ານ ວິສະວະກອນ ໂຮ່ກວາງກົວ (ເດືອນເມສາ ປີ 2026). ພາບ: ເລມິງ/VNP 
ທ່ານ ໂຮ່ກວາງກົວ (ເບື້ອງຂວາ) ພ້ອມດ້ວຍເພື່ອນຮ່ວມງານ ພວມກວດກາ ແລະ ຈົດບັນທຶກການຈະເລີນເຕີບໂຕ ຂອງບັນດາ ແນວພັນເຂົ້າ ST ຢ່າງລະອຽດ ຢູ່ທົ່ງນາທົດລອງ ຢູ່ ແຂວງ ຊ໋ອກຈັງ (Sóc Trăng). ພາບ: ເອກະສານ  
 

ປີ 2019, ເຂົ້າ ST25 ໄດ້ຮັບການຍົກຍ້ອງໃຫ້ເປັນ “ເຂົ້າທີ່ແຊບ ທີ່ສຸດໃນໂລກ”, ເຊິ່ງຖືເປັນບາດກ້າວຫັນປ່ຽນທີ່ສຳຄັນ ຂອງ ຂະ    ແໜງການປູກເຂົ້າ ຂອງ ຫວຽດນາມ. ຄວາມສຳເລັດດັ່ງກ່າວ ໄດ້ຢັ້ງ ຢືນເຖິງແນວຄິດໃໝ່ທີ່ວ່າ: ແທນທີ່ຈະແລ່ນນຳແຕ່ປະລິມານ, ຫວຽດ ນາມ ສາມາດຢຶດຄອງຕະຫຼາດ ສາກົນໄດ້ ດ້ວຍຄຸນະພາບ ແລະ ເອກະລັກສະເພາະຕົວ.  

ຈຸດເດັ່ນໃນວິທີການເຮັດວຽກຂອງ ທ່ານ ໂຮ່ກວາງກົວ ແມ່ນການ ເຊື່ອມ ການຄົ້ນຄວ້າ ເຂົ້າກັບພາກປະຕິບັດຕົວຈິງ ຢູ່ທົ່ງນາ. ເພິ່ນໄດ້ຕິດຕາມແຕ່ລະໄລຍະ ການເຕີບໂຕ ຂອງຕົ້ນເຂົ້າ ດ້ວຍຕົນເອງ, ພ້ອມທັງພົບປະແລກປ່ຽນ ກັບຊາວກະສິກອນ ຢ່າງເປັນປະຈຳ ເພື່ອດັດປັບເຕັກນິກການເພາະປູກ. ສຳລັບ ເພິ່ນແລ້ວ, ຄວາມສຳເລັດຂອງເຂົ້າ ສາຍພັນໜຶ່ງ ຈະສົມບູນແບບ ກໍ່ຕໍ່ເມື່ອ ຊາວກະສິກອນໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ.

ຫວ່ານຄວາມເຊື່ອໝັ້ນ ສໍາລັບພື້ນຖານກະສິກຳ ທີ່ຍືນຍົງ

ໃນຕົ້ນປີ 2024, ຮູບແບບການຜະລິດເຂົ້າ ທີ່ປອດໄພ ເຊິ່ງກໍ່ຕັ້ງ ໂດຍທ່ານ ໂຮ່ກວາງກົວ ໄດ້ມີການຂະຫຍາຍຕົວຢ່າງໄວ. ຈາກທົ່ງນາ ເລີ່ມຕົ້ນພຽງແຕ່ 500 ເຮັກຕາ ຢູ່ເຂດ ຫງ໊ານໍາ ໃນປັດຈຸບັນ ເຂດວັດຖຸດິບໄດ້ຂະຫຍາຍອອກໄປ ປະມານ 3.000 ເຮັກຕາ ໃນຫຼາຍທ້ອງຖິ່ນ, ໂດຍມີຄອບຄົວ ຊາວກະສິກອນ ເຂົ້າຮ່ວມເກືອບ 2.000 ຄອບຄົວ. ໃນແຕ່ລະປີ, ເຂດນີ້ສາມາດສະໜອງເຂົ້າເປືອກ ທີ່ປອດໄພໃຫ້ແກ່ ຕະຫຼາດ ໄດ້ປະມານ 18.000 ໂຕນ.

ຮອຍຍິ້ມອັນເບີກບານມ່ວນຊື່ນ ຂອງ “ພໍ່ຄີງ” ແນວພັນເຂົ້າ ST25 ຄຽງຂ້າງກັບຮວງເຂົ້າສີ ເຫຼືອງອ່ອນ. ພາບ: ເລມິງ/VNP  

 

ເປັນເວລາກວ່າ 40 ປີ ທີ່ຜູກພັນກັບທົ່ງນາ, ທ່ານ ໂຮ່ກວາງກົວ ຖືວ່າ ເປັນໜຶ່ງ ໃນບຸກຄົນຕົວແບບ ທີ່ໂດດເດັ່ນ ຂອງ ຂະແໜງກະສິກຳ ຫວຽດນາມ ຍຸກທັນສະໄໝ. ເພິ່ນບໍ່ເລືອກເສັ້ນທາງການຄົ້ນຄວ້າ ຢູ່ແຕ່ໃນຫ້ອງທົດລອງ, ແຕ່ໄດ້ ໃຊ້ເວລາສ່ວນໃຫຍ່ ຂອງຊີວິດ ຢູ່ຕາມທົ່ງນາ ໃນເຂດ ຕາເວັນຕົກພາກໃຕ້, ເພື່ອປະສົມພັນ ເຂົ້າ ສາຍພັນໃໝ່ຢ່າງງຽບໆ ແລະ ຊອກຫາ ຄຳຕອບ ໃຫ້ແກ່ ສິ່ງທ້າທາຍ ຕ່າງໆ ໃນການຜະລິດເຂົ້າສານ.


ຮອຍຍິ້ມອັນເບີກບານມ່ວນຊື່ນ ຂອງ “ພໍ່ຄີງ” ແນວພັນເຂົ້າ ST25 ແລະ ຊາວນາເຂດພາກຕາເວັນຕົກພາກໃຕ້ ຄຽງຂ້າງກັບຮວງເຂົ້າສີ ເຫຼືອງອ່ອນ. ພາບ: ເລມິງ/VNP  
ຮອຍຍິ້ມອັນເບີກບານມ່ວນຊື່ນ ຂອງ “ພໍ່ຄີງ” ແນວພັນເຂົ້າ ST25 ແລະ ຊາວນາເຂດພາກຕາເວັນຕົກພາກໃຕ້ ຄຽງຂ້າງກັບຮວງເຂົ້າສີ ເຫຼືອງອ່ອນ. ພາບ: ເລມິງ/VNP  
 

ອີງຕາມການຜະລິດຕົວຈິງ, ສະມັດຕະພາບເຂົ້າ ST25 ປົກກະຕິ ຢູ່ທີ່ປະມານ 6 ໂຕນຕໍ່ເຮັກຕາ, ສ່ວນລາຄາຂາຍ ແມ່ນສູງກວ່າເຂົ້າ ທົ່ວໄປປະມານ 2.000 - 3.000 ດົ່ງ/ກິໂລ. ສິ່ງທີ່ສຳຄັນໄປກວ່ານັ້ນ ແມ່ນ ຮູບແບບນີ້ ໄດ້ຊ່ວຍຫຼຸດຜ່ອນ ຕົ້ນທຶນ ການຜະລິດ, ປັບປຸງ ຄຸນນະພາບ ຂອງດິນ ແລະ ຈຳກັດ ການນຳໃຊ້ ສານເຄມີ.  

ທ່ານ ໂຮ່ກວາງກົວ ໄດ້ເນັ້ນໜັກວ່າ: “ການຫັນປ່ຽນ ການເພາະປູກ ແມ່ນບໍ່ສາມາດນຳໃຊ້ ແບບຕາຍຕົວໄດ້. ຂ້າພະເຈົ້າ ເລືອກວິທີການ ທີ່ຍືດຫຍຸ່ນ, ສ້າງຄວາມເຊື່ອໝັ້ນ ໃຫ້ແກ່ ຊາວກະສິກອນ ໂດຍຜ່ານ ການລົງຢ້ຽມຢາມທົ່ງນາ, ການສົນທະນາ ໂດຍກົງ ແລະ ຂະບວນການຖ່າຍທອດເຕັກນິກ ໄປເທື່ອລະກ້າວ”.

ເບື້ອງຫຼັງເຄື່ອງໝາຍການຄ້າ ເຂົ້າ ທີ່ແຊບທີ່ສຸດໃນໂລກ ແມ່ນ ຄວາມພິຖີພິຖັນ, ຄວາມພະຍາຍາມຢ່າງບໍ່ຮູ້ອິດຮູ້ເມື່ອຍ ຂອງ ທ່ານ ວິສະວະກອນອາວຸໂສ ທີ່ໄດ້ອຸທິດໝົດຊີວິດຂອງຕົນ ເພື່ອຍົກສູງ ແລະ ປົກປ້ອງຄຸນຄ່າໃຫ້ແກ່ແຕ່ລະເມັດເຂົ້າ ຂອງ ຫວຽດນາມ. ພາບ: ເລມິງ/VNP  
ກຳມະກອນນຳໃຊ້ສາຍພານການຫຸ້ມຫໍ່ຜະລິດຕະພັນ ຢູ່ໂຮງງານຜະລິດເຂົ້າ ST25 ທີ່ຂຶ້ນກັບເຄື່ອງໝາຍການຄ້າ “Gạo Ông Cua” (ເຂົ້າ ອົງກົວ) ຢູ່ ແຂວງ ຊ໋ອກຈັງ. ພາບ: ເລມິງ/VNP
ກຳມະກອນນຳໃຊ້ສາຍພານການຫຸ້ມຫໍ່ຜະລິດຕະພັນ ຢູ່ໂຮງງານຜະລິດເຂົ້າ ST25 ທີ່ຂຶ້ນກັບເຄື່ອງໝາຍການຄ້າ “Gạo Ông Cua” (ເຂົ້າ ອົງກົວ) ຢູ່ ແຂວງ ຊ໋ອກຈັງ. ພາບ: ເລມິງ/VNP

ຫຼັງຈາກປະສົບຄວາມສຳເລັດໃນລະດັບສາກົນ, ເຂົ້າ ST25 ໄດ້ ກ້າວເຂົ້າສູ່ໄລຍະໃໝ່ ທີ່ມີທັງສິ່ງທ້າທາຍໃນການສ້າງ, ປົກປ້ອງ ແລະ ຢັ້ງຢືນທີ່ຕັ້ງ ຂອງຍີ່ຫໍ້ການຄ້າໃນຕະຫຼາດ. ເພື່ອປົກປ້ອງຊື່ສຽງ, ເພິ່ນໄດ້ສ້າງເຄື່ອງໝາຍການຄ້າ “Gạo Ông Cua ST25” (ເຂົ້າລຸງກົວ ST25), ເຊິ່ງໄດ້ຮັບການປົກປ້ອງ ລິຂະສິດ ໃນຫຼາຍຕະຫຼາດສາກົນ. ສຳລັບເພິ່ນແລ້ວ, ຄຸນະພາບທີ່ໝັ້ນຄົງ ຄື ວິທີການທີ່ດີທີ່ສຸດ ໃນການຮັກສາ ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ.

ຕາງໜ້າຄະນະກຳມະການ ຈັດງານການແຂ່ງຂັນ “ເຂົ້າທີ່ແຊບ ທີ່ສຸດໃນໂລກ” ມອບຂັນລາງວັນເຊີດຊູແນວພັນເຂົ້າ ST25 ໃຫ້ແກ່ ທ່ານ ໂຮ່ກວາງກົວ ແລະ ທິມງານຜູ້ຊ່ຽວຊານ. ພາບ: ເອກະສານ 

ໃນໄວກວ່າ 70 ປີ, ທ່ານ ໂຮ່ກວາງກົວ ຍັງຄົງ ລົງທົ່ງນາ ຢ່າງສະໝໍ່າສະເໝີ. ເສັ້ນທາງຊີວິດ ຂອງເພິ່ນ ແມ່ນການ ພິສູດ ໃຫ້ເຫັນເຖິງ ພະລັງ ຂອງ ວິທະຍາສາດປະຍຸກ ແລະ ຄວາມມານະອົດທົນ ຂອງ ບຸກຄົນ ທີ່ອຸທິດ ທັງຊີວິດ ໃຫ້ແກ່ ເຂົ້າ ຫວຽດ, ເພື່ອເຮັດໃຫ້ລົດຊາດ ຫວຽດນາມ ຈາກທົ່ງນາ ທາງພາກຕາ ເວັນຕົກພາກໃຕ້ ສືບຕໍ່ກ້າວໄກ ໃນແຜນທີ່ ກະສິກຳໂລກ.

ບົດ: ເລມິງ - ພາບ: ເລມິງ/VNP, ເອກະສານ


Top