ໂຮງຮຽນ ທີ່ສ່ອງແສງສະຫວ່າງ ໃຫ້ແກ່ອະນາຄົດ

ໂຮງຮຽນ ທີ່ສ່ອງແສງສະຫວ່າງ ໃຫ້ແກ່ອະນາຄົດ

ທ່າມກາງສາຍພູ ທີ່ສະຫຼັບຊັບຊ້ອນ ຂອງ 2 ແຂວງຊາຍແດນ ດ້ຽນບຽນ  ແລະ ລາຍເຈົາ, ບັນດາໂຮງຮຽນກິນນອນ ພວມ ຄ່ອຍໆ ປະກົດຕົວຂຶ້ນ, ເປີດກາໂອກາດ ແຫ່ງການຮຽນ ແລະ ການປ່ຽນແປງ ໃຫ້ກັບນັກຮຽນຊົນເຜົ່າສ່ວນໜ້ອຍ ຫຼາຍພັນຄົນ. ບໍ່ພຽງແຕ່ຈຸດປະກາຍ ຄວາມຝັນ ດ້ານການສຶກສາ ເທົ່ານັ້ນ, ບັນດາກິດຈະກຳເຫຼົ່ານີ້ ຍັງປະກອບສ່ວນ ບຳລຸງສ້າງແຫຼ່ງ ຊັບພະຍາກອນມະນຸດເທົ່ານັ້ນ, ແຕ່ຍັງ ເສີມສ້າງ ຄວາມ ເຂັ້ມແຂງ ໃຫ້ກັບຊາຍແດນ ຂອງ ປະເທດ ດ້ວຍພະລັງແຮງ ຂອງການສຶກສາ ທ່ີຍືນຍົງ ອີກດ້ວຍ.

ວັນທີ 31 ມັງກອນ 2026, ສະຫາຍ ເລຂາທິການໃຫຍ່ ໂຕເລິມ ຮ່ວມກັບບັນດານ້ອງ ນັກຮຽນ ໂຮງຮຽນກິນນອນຊັ້ນ ປະຖົມ ແລະ ມັດທະຍົມ ຕອນຕົ້ນ ຊີປາຟີ່ນ, ແຂວງ ດ້ຽນບຽນ. ພາບ: ຊວນຕື

ໃນເມື່ອກ່ອນ, ແຕ່ລະມື້ທີ່ໄປໂຮງຮຽນ ຂອງນ້ອງ ວ່າງທິຮ່າງ, ຊາວເຜົ່າ ມົ້ງ ຢູ່ຕາແສງເຂດພູສູງ ຊີປາຟີ່ນ ແມ່ນການເດີນທາງ ທີ່ບໍ່ງ່າຍເລີຍ. ເຮືອນຢູ່ໄກຈາກໂຮງຮຽນ, ເສັ້ນທາງພູ ທ່ີຄົດໂຄ້ງ, ໂດຍສະເພາະແມ່ນໃນວັນ ທີ່ມີຝົນຕົກລົມແຮງ, ເສັ້ນທາງດິນ ທີ່ມື່ນ ໄດ້ເຮັດໃຫ້ການໄປໂຮງຮຽນ ກາຍເປັນສິ່ງທ້າທາຍ.  

ປັດຈຸບັນ, ການເດີນທາງນັ້ນໄດ້ປ່ຽນໄປ. ເມື່ອໂຮງຮຽນກິນນອນ ຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ຊີປາຟີ່ນ ໄດ້ຖືກກໍ່ສ້າງ ແລະ ນຳໃຊ້, ນ້ອງ ວ່າງທິຮ່າງ ພ້ອມກັບນັກຮຽນຄົນອື່ນໆ ອີກຫຼາຍຄົນ ບໍ່ຈຳເປັນຕ້ອງໄປ - ກັບ ໃນແຕ່ລະວັນອີກແລ້ວ. ໂຮງຮຽນແຫ່ງໃໝ່ ໄດ້ກາຍເປັນ “ເຮືອນຫຼັງທີສອງ”, ເຊິ່ງແມ່ນ ບ່ອນທີ່ພວກນ້ອງໄດ້ຮັບການຮຽນ, ດຳເນີນຊີວິດ ແລະ ສ້າງ ຄວາມຝັນໃນອະນາຄົດ.

 

 

ແຈ້ງການສະຫຼຸບ ເລກທີ 81-TB/TW ລົງວັນທີ 18 ກໍລະກົດ 2025 ຂອງ ກົມການເມືອງ ໄດ້ເປັນເອກະພາບ ຕໍ່ ແຜນນະໂຍບາຍ ລົງທຶນ ກໍ່ສ້າງ ບັນດາໂຮງຮຽນກິນນອນ ຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ຢູ່ 248 ຕາແສງ ຊາຍແດນທາງບົກ. ໃນປີ 2025 ໄດ້ມີໂຮງຮຽນ 108 ແຫ່ງ ເລີ່ມລົງມືກໍ່ສ້າງ ໃນທົ່ວປະເທດ, ຮັບປະກັນໃຫ້ສຳເລັດ ກ່ອນວັນທີ 30 ສິງຫາ 2026, ໃນນັ້ນມີໂຮງຮຽນກິນນອນ ຊັ້ນ ປະຖົມ ແລະ ມັດທະຍົມຕອນຕົ້ນ ຊີປາຟີ່ນ (ແຂວງ ດ້ຽນບຽນ) ທີ່ໄດ້ສຳເລັດ, ຈັດພິທີ ເປີດນຳໃຊ້ຢ່າງເປັນທາງການ ໃນວັນທີ 31 ມັງ ກອນ 2026.


ວັນທີ 31 ມັງກອນ 2026, ສະຫາຍ ເລຂາທິການໃຫຍ່ ໂຕເລິມ ແລະ ບັນດາສະຫາຍ ການນຳ ພັກ, ລັດ ດຳເນີນພິທີເປີດນຳໃຊ້ ກິດຈະກຳໂຮງຮຽນ ກິນນອນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ຊີປາຟີ່ນ, ແຂວງ ດ້ຽນບຽນ. ພາບ: ຊວນຕື
ໂຮງຮຽນກິນນອນຊັ້ນ ປະຖົມ ແລະ ມັດທະຍົມຕອນຕົ້ນ ຊີປາຟີ່ນ ແມ່ນໂຮງຮຽນແຫ່ງທຳອິດ ທີ່ໄດ້ຖືກກໍ່ສ້າງ ແລະ ສຳເລັດ ຕາມແຜນນະໂຍບາຍຂອງ ກົມການເມືອງ ກ່ຽວກັບ ການລົງທຶນກໍ່ສ້າງ ໂຮງຮຽນ ກິນນອນລະຫວ່າງຊັ້ນ 248 ແຫ່ງ ຢູ່ 248 ຕາແສງ ຊາຍແດນທາງບົກ. ພາບ: ເຕິດເຊີນ/VNP
ສະຫາຍ ເລຂາທິການໃຫຍ່ ໂຕເລິມ ຢ້ຽມຢາມຫ້ອງຮຽນຂອງ ໂຮງຮຽນກິນນອນຊັ້ນ ປະຖົມ ແລະ ມັດທະຍົມຕອນຕົ້ນ ຊີປາຟີ່ນ. ພາບ: ຊວນຕື
 

ໃນສະພາບແວດລ້ອມ ຂອງໂຮງຮຽນກິນນອນ, ນ້ອງ ລໍ່ທິລອງຍີ, ຊົນເຜົ່າໄທ ໄດ້ຄ່ອຍໆ ພັດທະນາ ຄວາມເປັນອິດສະຫຼະ ແລະ ເຂົ້າສັງຄົມກັບໝູ່ເພື່ອນ. ນ້ອງໄດ້ແບ່ງປັນຄວາມຝັນ ຢາກເປັນ ຕຳຫຼວດຍິງ ເພື່ອພາຍພາກໜ້າ ຈະກັບຄືນມາ ປະກອບສ່ວນ ສ້າງສາບ້ານ ເກີດເມືອງນອນ. ຄວາມຝັນນັ້ນ ເບິ່ງຄືວ່າງ່າຍ, ແຕ່ພັດສ່ອງແສງ ໃຫ້ເຫັນເຖິງ ການປ່ຽນແປງອັນໃຫຍ່ຫຼວງ: ເມື່ອໂອກາດແຫ່ງການສຶກສາ ໄດ້ເປີດກວ້າງຂຶ້ນ, ອະນາຄົດ ກໍຈະຊັດເຈນຍິ່ງຂຶ້ນ.

ພື້ນທີ່ ໂຮງຮຽນກິນນອນຊັ້ນ ປະຖົມ ແລະ ມັດທະຍົມ ຕອນຕົ້ນ ຊີປາຟີ່ນ ໄດ້ຮັບການລົງທຶນຢ່າງດີ. ພາບ: ເຕິດເຊີນ/VNP
ໂຮງຮຽນກິນນອນຊັ້ນ ປະຖົມ ແລະ ມັດທະຍົມ ຕອນຕົ້ນ ຊີປາຟີ່ນ ແມ່ນບ່ອນຮ່ຳຮຽນ ແລະ ຝຶກຝົນ ຂອງ ນັກຮຽນຊົນ ເຜົ່າສ່ວນໜ້ອຍ ຫຼາຍກວ່າ 1.000 ຄົນ. ພາບ: ເຕິດເຊີນ/VNP

ໂຮງຮຽນຂອງນ້ອງ ວ່າງທິຮ່າງ ແລະ ລໍ່ທິລອງຍີ ຕັ້ງຢູ່ເທິງໂນນພູ ແຫ່ງໜຶ່ງໃນ ຊີປາຟີ່ນ, ໃນພາສາ ມົ້ງ ມີຄວາມໝາຍວ່າ “ດິນແດນ ແຫ່ງ 18 ໂນນພູ ທີ່ມີຮູບຊົງ ຄືຖ້ວຍຂວ້ຳ”. ບົນເນື້ອທີ່ ຫຼາຍກວ່າ 6 ເຮັກຕາ ດ້ວຍຍອດມູນຄ່າ ການລົງທຶນ 280 ຕື້ດົ່ງ, ໂຮງຮຽນ ໄດ້ຖືກກໍ່ສ້າງຢ່າງກວ້າງຂວາງ, ງາມຕາ ມີ 31 ຫ້ອງຮຽນ ສຳລັບນັກຮຽນ 1.000 ກວ່າຄົນ.  

ບໍ່ພຽງແຕ່ມີຫ້ອງຮຽນເທົ່ານັ້ນ, ຍັງມີ 14 ຫ້ອງຮຽນ ສະເພາະວິຊາ, ຫໍພັກ 91 ຫ້ອງ, ໂຮງອາຫານ, ຫໍສະໝຸດ, ເຂດກິລາ, ສະລອຍນ້ຳ... ໄດ້ສ້າງສະພາບແວດລ້ອມ ທາງ ການສຶກສາ ທີ່ຮອບດ້ານ, ເຊິ່ງແມ່ນ ສິ່ງທີ່ເຄີຍພົບເຫັນໄດ້ຍາກ ຢູ່ເຂດຊາຍແດນ.

ທ່ານນາງ ຮວ່າງຕວ໋ຽດບານ, ຫົວໜ້າພະແນກສຶກສາທິການ ແລະ ບຳລຸງສ້າງ ແຂວງ ດ້ຽນບຽນກ່າວວ່າ “ໂຮງຮຽນກິນນອນ ລະຫວ່າງຊັ້ນ ຊີປາຟີ່ນ ບໍ່ພຽງແຕ່ ແມ່ນກິດຈະກຳ ການສຶກສາ ເທົ່ານັ້ນ, ແຕ່ຍັງແມ່ນ ‘ຈຸດເດັ່ນ’ ທີ່ປະກອບສ່ວນ ສ້າງການ ຫັນປ່ຽນໂດຍພື້ນຖານ ກ່ຽວກັບຄຸນນະພາບການສຶກສາ ຢູ່ເຂດຊາຍແດນ, ນຳມາຊຶ່ງຄວາມໝາຍ ທາງດ້ານການເມືອງ ແລະ ມະນຸດສະທຳ ຢ່າງເລິກເຊິ່ງ”. 

ຊົ່ວໂມງຮຽນ ໄອທີ ຂອງ ບັນດານ້ອງນັກຮຽນ ໂຮງຮຽນກິນນອນ ຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ຊີປາຟິ່ນ, ແຂວງ ດ້ຽນບຽນ. ພາບ: ແທງຢາງ/VNP
ຊົ່ວໂມງຮຽນພູມສາດທີ່ຟົດຟື້ນ ຂອງນັກຮຽນ ຫ້ອງ 8 C1 ໃນບັນຍາກາດຫ້ອງຮຽນທີ່ສະອາດຈົບງາມ ແລະ ມີອຸປະກອນ ຄົບຊຸດ. ພາບ: ແທງຢາງ/VNP
 

ເມື່ອສຽງກອງໂຮງຮຽນ ດັງຂຶ້ນ, ນັກຮຽນ ກໍໄດ້ເຂົ້າສູ່ ຄວາມເປັນ ລະບຽບຮຽບຮ້ອຍ ໃນບັນດາຫ້ອງຮຽນວິຊາສະເພາະ ເຊັ່ນ: ໄອທີ, ສິລະປະດົນຕີ ຫຼື STEM Robotics.  ການທີ່ໄດ້ຮຽນ ໄປຄຽງຄູ່ ກັບການປະຕິບັດຕົວຈິງ ໄດ້ຊ່ວຍໃຫ້ພວກນ້ອງ ເຂົ້າເຖິງ ຄວາມຮູ້ ດ້ວຍຄວາມເປັນເຈົ້າການຫຼາຍຂຶ້ນ.  

ທ່ານ ຫງວຽນວັນຢຸ໋ບ, ຜູ້ອໍານວຍການໂຮງຮຽນກິນນອນ ຊັ້ນ ປະຖົມ ແລະ ມັດທະຍົມຕອນຕົ້ນ ຊີປາຟີ່ນ ໃຫ້ຮູ້ວ່າ: “ພື້ນຖານ ໂຄງລ່າງ ທີ່ທັນສະໄໝ ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າ ເພີ່ມທະວີ ການປະສານສົມທົບ ລະຫວ່າງທິດສະດີ ແລະ ການປະຕິບັດ ຕົວຈິງ, ຝຶກຝົນໃຫ້ ນັກຮຽນ ກ່ຽວກັບທັກສະການເຮັດວຽກ ເປັນກຸ່ມ, ການຄິດທ່ີມີເຫດຜົນ ແລະ ຄວາມສາມາດໃນ ການແກ້ໄຂບັນຫາ”.  

ສຳລັບບັນດາຄູອາຈານ ທີ່ຜູກພັນມາເປັນເວລາຫຼາຍປີ ຄື ທ່ານ ນາງ ຫວູ໊ທິເລືອງ, ການປ່ຽນແປງໄດ້ສະແດງໃຫ້ເຫັນ ຢ່າງຈະແຈ້ງ ໃນແຕ່ລະຊົ່ວໂມງສອນ. ທ່ານນາງ ຫວູ໊ທິເລືອງ ໄດ້ກ່າວວ່າ: “ເມື່ອກ່ອນ ແມ່ນຂາດແຄນ ອຸປະກອນ ປະກອບ ການສອນ, ປັດຈຸບັນ ມີແຜນທີ່, ໂທລະທັດ, ເຄື່ອງສາຍ ໂປເຈັກເຕີ... ບົດສອນກໍມີຊີວິດຊີວາກວ່າເກົ່າ, ນັກຮຽນ ກໍຮັບເອົາຄວາມຮູ້ໄດ້ດີຂຶ້ນ”.

ວັນທີ 31 ມັງກອນ 2026, ສະຫາຍ ເລຂາທິການໃຫຍ່ ໂຕເລິມ ແລະ ບັນດາສະຫາຍ ການນຳ ພັກ, ລັດ ດຳເນີນພິທີປູກຕົ້ນໄມ້ ຢູ່ໂຮງຮຽນກິນນອນ ຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ຊີປາຟີ່ນ, ແຂວງ ດ້ຽນບຽນ. ພາບ: ຊວນຕື

ທ່ານນາງ ຮວ່າງຕວ໋ຽດບານ, ຫົວໜ້າພະແນກສຶກສາທິການ ແລະ ບຳລຸງສ້າງ ແຂວງ ດ້ຽນບຽນ ໃຫ້ຮູ້ວ່າ: “ໂຮງຮຽນ ກິນນອນ ຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ຊີປາຟີ່ນ ບໍ່ພຽງແຕ່ ແມ່ນກິດຈະກຳ ການສຶກສາ ເທົ່ານັ້ນ, ແຕ່ຍັງແມ່ນ ‘ຈຸດເດັ່ນ’ ທີ່ປະກອບສ່ວນ ສ້າງການ ຫັນປ່ຽນຂັ້ນພື້ນຖານ ກ່ຽວກັບ ຄຸນນະພາບການສຶກສາ ຢູ່ເຂດຊາຍແດນ, ນຳມາຊຶ່ງ ຄວາມໝາຍທາງດ້ານການເມືອງ ແລະ ມະນຸດສະທຳ ຢ່າງເລິກເຊິ່ງ”.

ບັນດາທຳນອງເພງ ເຂດພູສູງ ດັງກ້ອງກັງວານ ໃນຫ້ອງດົນຕີ ທີ່ເປັນມືອາຊີບ ພ້ອມດ້ວຍເຄື່ອງດົນຕີຄົບຊຸດ. ພາບ: ແທງຢາງ/VNP
ເດີ່ນເຕະບານນ້ອຍຫຍ້າທຽມ, ເຊິ່ງແມ່ນບ່ອນຈັດການ ແຂ່ງຂັນບານເຕະ ແລະ ມີສຽງຫົວຢ່າງເບີກບານມ່ວນຊື່ນ ພາຍຫຼັງ ຊົ່ວໂມງຮຽນ ຂອງ ພວກນ້ອງນັກຮຽນ ຢູ່ໂຮງຮຽນ ກິນນອນ ຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ຊີປາຟີ່ນ. ພາບ: ແທງຢາງ/VNP

ເບື້ອງຫຼັງຂອງໂຮງຮຽນ ຢູ່ເທິງຈອມພູແຫ່ງນັ້ນ ແມ່ນແນວທາງ ອັນໃຫຍ່ຫຼວງ. ຕໍ່ກັບສະພາບຄວາມເປັນຈິງ ທີ່ມີນັກຮຽນ ຫຼາຍກວ່າ 332.000 ຄົນ ຢູ່ 22 ແຂວງຊາຍແດນ ມີຄວາມ ຕ້ອງການ ຮຽນປະຈໍາ, ແຕ່ມີພຽງປະມານ 18% ເທົ່ານັ້ນທີ່ ໄດ້ຮັບການຕອບສະໜອງ, ກົມການເມືອງ ຈຶ່ງໄດ້ ເປັນເອກະພາບ ໃນການກໍ່ສ້າງໂຮງຮຽນກິນນອນລະຫວ່າງຊັ້ນ 248 ແຫ່ງ ຢູ່ບັນດາຕາແສງຊາຍແດນທາງບົກ.  

ນັບຈາກນະໂຍບາຍໜຶ່ງ, ບັນດາໂຮງຮຽນຄື ຊີປາຟີ່ນ ພວມຄ່ອຍໆ ເຮັດໃຫ້ຄວາມຝັນແຫ່ງການຮ່ຳຮຽນ ຂອງ ນັກຮຽນ ເຂດພູສູງຫຼາຍພັນຄົນກາຍເປັນຄວາມຈິງ.

ເລີ່ມຈາກ ຊີປາຟີ່ນ, ຮູບແບບໂຮງຮຽນກິນນອນ ລະຫວ່າງຊັ້ນ ພວມໄດ້ຮັບການເຜີຍແຜ່ຢ່າງວ່ອງໄວ ໄປຍັງຫຼາຍທ້ອງຖິ່ນ ຊາຍແດນ. ພາຍຫຼັງໂຮງຮຽນ 108 ແຫ່ງ ໄດ້ເລີ່ມລົງມືກໍ່ສ້າງ ໃນປີ 2025, ຮອດເດືອນ ມີນາ ປີ 2026 ໄດ້ມີໂຮງຮຽນ ຕື່ມອີກ 121 ແຫ່ງ ໄດ້ຮັບການຈັດຕັ້ງປະຕິບັດພ້ອມກັນ ຢູ່ 17 ແຂວງ, ນະຄອນ.

ວັນທີ 19 ມີນາ 2026, ພິທີວາງສິລາລຶກ ກໍ່ສ້າງ ບັນດາໂຮງຮຽນ ກິນນອນລະຫວ່າງຊັ້ນ ຢູ່ບັນດາຕາແສງຊາຍແດນ ທີ່ຍັງເຫຼືອ ໄດ້ ຖືກຈັດຂຶ້ນຢ່າງພ້ອມກັນ ຢູ່ 17 ແຂວງ, ນະຄອນ. ໃນຮູບ ແມ່ນ ພິທີ ກົດປຸ່ມ ເລີ່ມລົງມືກໍ່ສ້າງ ໂຮງຮຽນກິນນອນ ປະຖົມ ແລະ ມັດທະຍົມຕອນຕົ້ນ 6 ແຫ່ງ ຢູ່ບໍລິເວນແຂວງ ລາຍເຈົາ. ພາບ: ເຕິດເຊີນ/VNP

ຢູ່ແຂວງ ລາຍເຈົາ, ເຊິ່ງແມ່ນບ່ອນ ທີ່ມີນັກຮຽນຫຼາຍກວ່າ 80% ແມ່ນຊົນເຜົ່າສ່ວນໜ້ອຍ, ບັນດາກິດຈະກຳກໍ່ສ້າງ ແມ່ນມີຄວາມ ຄືບໜ້າຢ່າງໄວ. ໂຮງຮຽນ ກິນນອນ ຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ຊີປາຟີ່ນ ຢູ່ຕາແສງ ຟອງໂຖ ແມ່ນໜຶ່ງໃນບັນດາໂຄງການຕົວແບບ. ຢູ່ເຂດກໍ່ສ້າງ ທີ່ມີເນື້ອທີ່ 6 ເຮັກຕາ, ບັນຍາກາດການກໍ່ສ້າງ ໄດ້ຮັບການ ດຳເນີນໄປຢ່າງເລັ່ງດ່ວນ. ໂຄງການດັ່ງກ່າວ ມີຍອດມູນຄ່າ 250 ຕື້ດົ່ງ, ປະກອບດ້ວຍ ສິ່ງອໍານວຍຄວາມສະດວກ ດ້ານການຮຽນ ແລະ ທ່ີຢູ່ອາໄສຢ່າງຄົບຖ້ວນເຊັ່ນ: ຫ້ອງຮຽນ, ຫໍພັກ, ໂຮງອາຫານ, ຫໍປະຊຸມ ອະເນກປະສົງ, ເດີ່ນກິລາ ແລະ ສະລອຍນ້ຳ.

“ການກໍ່ສ້າງບັນດາໂຮງຮຽນກິນນອນ ທີ່ທັນສະໄໝ ບໍ່ພຽງແຕ່ ປັບປຸງເງື່ອນໄຂການຮຽນ ແລະ ດຳເນີນຊີວິດເທົ່ານັ້ນ, ແຕ່ຍັງ ປະກອບສ່ວນຍົກສູງສຸຂະພາບ, ສ້າງວິຖີຊີວິດແບບ ວິທະຍາສາດ ແລະ ເພີ່ມຄວາມສາມາດ ໃນການຮັບເອົາ ຄວາມຮູ້ ໃຫ້ແກ່ນັກຮຽນ” - ທ່ານ ມາກກວາງຢຸ໊ງ, ຫົວໜ້າ ພະແນກ ສຶກສາທິການ ແລະ ບຳລຸງສ້າງ ແຂວງ ລາຍເຈົາ.


ບັນດານັກຮຽນ ໃນພື້ນທີ່ ເບິ່ງແຜນຜັງການກໍ່ສ້າງໂຮງຮຽນ. ພາບ: ເຕິດເຊີນ/VNP
ບັນຍາກາດການກໍ່ສ້າງ ຢູ່ກິດຈະກຳໂຮງຮຽນກິນນອນ ປະຖົມ ແລະ ມັດທະຍົມຕອນຕົ້ນ ຟອງໂຖ ດຳເນີນໄປຢ່າງເລັ່ງດ່ວນ ແລະ ຟົດຟື້ນ ທັງເວັນ ທັງຄືນ. ພາບ: ເຕິດເຊີນ/VNP

ທ່ານ ເດື່ອງວິງຮຽນ, ຕົວແທນໜ່ວຍງານກໍ່ສ້າງໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ໄດ້ລະດົມກຳລັງແຮງງານຢ່າງເຕັມທ່ີ, ມີບາງຊ່ວງ ມີກໍາມະກອນ ສູງເຖິງ 500 - 600 ຄົນ ເພື່ອຮັບປະກັນຄວາມ ຄືບໜ້າ, ພ້ອມທັງຍັງຮັກສາ ຄຸນນະພາບ ຂອງ ກິດຈະກຳ”. ຕາມແຜນການ, ໂຄງການຈະສຳເລັດ ໃນທ້າຍເດືອນ ສິງຫາ ປີ 2026, ແຕ່ໜ່ວຍງານກໍ່ສ້າງ ໄດ້ຕັ້ງເປົ້າໝາຍຈະເຮັດວຽກ ທັງເວັນ ແລະ ຄືນ ເພື່ອ ມອບ - ຮັບ ສ່ວນໜ່ຶງຂອງກິດຈະກຳ ໃນໂອກາດວັນທີ 19 ພຶດສະພາ.

ກຳມະກອນ ກໍາລັງສຸມໃສ່ ໃນການສານໂຄງເຫຼັກພື້ນ, ເພື່ອ ຮັບປະກັນເຖິງຄວາມແຂງແກ່ນ ທົນນານ ແລະ ຄວາມປອດໄພ ສູງສຸດ ໃຫ້ແກ່ ກິດຈະກຳ ຢູ່່ໂຮງຮຽນກິນນອນ ປະຖົມ ແລະ ມັດທະຍົມຕອນຕົ້ນ ຟອງໂຖ. ພາບ: ແທງຢາງ/VNP
ກຳມະກອນ ຫຼາຍຮ້ອຍຄົນ ກໍາເລັ່ງເຮັດວຽກ ຢູ່ໂຄງການ ໂຮງຮຽນ ກິນນອນລະຫວ່າງຊັ້ນ ຟອງໂຖ ເພື່ອໃຫ້ທັນ ຕາມ ກຳນົດເວລາ ການ ມອບ - ຮັບ. ພາບ: ແທງຢາງ/VNP

ທ່ານ ມາກກວາງຢຸ໊ງ, ຫົວໜ້າ ພະແນກສຶກສາທິການ ແລະ ບຳລຸງສ້າງ ແຂວງ ລາຍເຈົາ ເນັ້ນໜັກວ່າ: “ການກໍ່ສ້າງ ບັນດາ ໂຮງຮຽນ ກິນນອນ ທີ່ທັນສະໄໝ ບໍ່ພຽງແຕ່ ປັບປຸງເງື່ອນໄຂ ໃນການຮຽນ ແລະ ດຳເນີນຊີວິດເທົ່ານັ້ນ, ແຕ່ຍັງປະກອບສ່ວນ ຍົກສູງສຸຂະພາບ, ສ້າງວິຖີຊີວິດ ແບບວິທະຍາສາດ ແລະ ເພີ່ມຄວາມສາມາດ ໃນການ ຮັບເອົາຄວາມຮູ້ໃຫ້ແກ່ນັກຮຽນ”. ຕາມທ່ານແລ້ວ, ໃນໄລຍະຍາວ, ສະພາບແວດລ້ອມ ການສຶກສາໃໝ່ ຈະຊ່ວຍຍົກສູງ ລະດັບຄວາມຮູ້ ຂອງ ປະຊາຊົນ, ສ້າງແຫຼ່ງຊັບພະຍາກອນມະນຸດ ທີ່ມີຄຸນນະພາບ, ພ້ອມທັງດຶງດູດ ແລະ ຮັກສາຄູອາຈານໄວ້ ຢູ່ເຂດທີ່ມີຄວາມ ຫຍຸ້ງຍາກ.  

ຕາມແຜນການ, ແຂວງ ລາຍເຈົາ ຈະກໍ່ສ້າງໂຮງຮຽນ 11 ແຫ່ງຢູ່ 11 ຕາແສງຊາຍແດນ, ໃນນັ້ນມີ 5 ແຫ່ງໄດ້ເລີ່ມລົງມືກໍ່ສ້າງ ໃນປີ 2025 ແລະ 6 ແຫ່ງຈະສືບຕໍ່ຈັດຕັ້ງປະຕິບັດ ໃນປີ 2026. ນີ້ແມ່ນສ່ວນໜຶ່ງ ໃນແຜນງານລວມ ໂຮງຮຽນ 248 ແຫ່ງ ໃນທົ່ວປະເທດ.

ໂຮງຮຽນກິນນອນ ປະຖົມ ແລະ ມັດທະຍົມຕອນຕົ້ນ ຟອງໂຖ ທີ່ ກໍ່ສ້າງບົນເນື້ອທີ່ກວ່າ 6 ເຮັກຕາ ພວມຮີບຮ້ອນການກໍ່ສ້າງ ໃຫ້ ສຳເລັດ ຕາມແຜນການ. ພາບ: ເຕິດເຊີນ/VNP
ໃນໂອກາດນີ້, ບຸກຄະລາກອນ ຈຳນວນຫຼວງຫຼາຍ ໄດ້ຖືກລະດົມ ເພື່ອເຮັດໃຫ້ສຳເລັດ ຕາມຄາດໝາຍທີ່ວາງໄວ້ ຢູ່ໂຮງຮຽນ ກິນນອນປະຖົມ ແລະ ມັດທະຍົມຕອນຕົ້ນ ຟອງໂຖ. ພາບ: ເຕິດເຊີນ/VNP
 

ໃນລະດັບທີ່ກວ້າງກວ່າ, ບັນດາໂຮງຮຽນກິນນອນ ລະຫວ່າງຊັ້ນ ບໍ່ພຽງແຕ່ແກ້ໄຂບັນຫາການສຶກສາ ໃນສະເພາະໜ້າເທົ່ານັ້ນ, ແຕ່ຍັງ ປະກອບສ່ວນ ສ້າງພື້ນຖານແຫ່ງການພັດທະນາ ທີ່ຍືນຍົງ ໃຫ້ແກ່ ເຂດຊາຍແດນ, ເຊິ່ງແມ່ນບ່ອນທີ່ນັກຮຽນ ແຕ່ລະຄົນ ໄດ້ຮັບການຮ່ຳຮຽນ, ເຕີບໃຫຍ່ ແລະ ຜູກພັນກັບ ບ້ານເກີດເມືອງນອນ. ໃນສະພາບການດັ່ງກ່າວ, ການສຶກສາ ກາຍເປັນ “ກຳແພງອ່ອນ” ໃນການປົກປັກຮັກສາຊາຍແດນ ບໍ່ແມ່ນດ້ວຍຮົ້ວປ້ອງກັນ ຫຼື ອາວຸດ, ແຕ່ແມ່ນດ້ວຍສະຕິປັນຍາ ແລະ ດ້ວຍມະນຸດ.  

ນັບແຕ່ ຊີປາຟີ່ນ ຮອດ ຟອງໂຖ, ນັບແຕ່ບັນດາຫ້ອງຮຽນໃໝ່ ຮອດ ບັນດາຄວາມຝັນ ທີ່ພວມເຕີບໃຫຍ່ຂຶ້ນ, ການເດີນທາງ ຢ່າງງຽບໆ ແຕ່ເຕັມໄປດ້ວຍຄວາມໝາຍ ພວມດຳເນີນໄປ. ນັ້ນແມ່ນການເດີນທາງ ທີ່ນຳໃຊ້ການສຶກສາ ເພື່ອສ່ອງສະຫວ່າງ ໃຫ້ແກ່ອະນາຄົດ ແລະ ຮັກສາເຂດຊາຍແດນ ຂອງ ປະເທດຊາດ ໃຫ້ໝັ້ນຄົງ.

ບົດ: ເງິນຮ່າ/VNP - ພາບ: ເຕິດເຊີນ, ແທງຢາງ, ຊວນຕື - ແປໂດຍ: ບິກລຽນ


Top