ໂລໂລຈ໊າຍ ແລະ ກວິ່ງເຊີນ - ໝູ່ບ້ານທ່ອງທ່ຽວ ທ່ີດີເດັ່ນ ທີ່ສຸດໂລກ ປີ 2025
ວັນທີ 17 ຕຸລາ 2025, ທີ່ເມືອງ ຫູໂຈ (ສປ ຈີນ), ອົງການທ່ອງທ່ຽວ ສະຫະປະຊາຊາດ (UN Tourism) ໄດ້ຍົກຍ້ອງໝູ່ບ້ານ ສອງແຫ່ງ ຂອງ ຫວຽດນາມ ຄື: ໂລໂລຈ໊າຍ (ແຂວງ ຕວຽນກວາງ) ແລະ ກວິ່ງ ເຊີນ (ແຂວງ ລ້າງເຊີນ) ເປັນໝູ່ບ້ານທ່ອງທ່ຽວ ທ່ີດີເດັ່ນ ທີ່ສຸດໂລກ ປີ 2025 (Best Tourism Villages). ນາມມະຍົດນີ້ ບໍ່ພຽງແຕ່ ເປັນຄວາມພາກພູມໃຈ ຂອງ ທ້ອງຖິ່ນເທົ່ານັ້ນ, ແຕ່ຍັງເປັນການ ຮັບຮູ້ຈາກນາໆ ຊາດ ຕໍ່ຄວາມພະຍາຍາມ ໃນການປົກປັກຮັກສາ ວັດທະນະທຳ ທ້ອງຖິ່ນ ແລະ ພັດທະນາ ການທ່ອງທ່ຽວ ແບບຍືນ ຍົງ ຂອງ ຫວຽດນາມ. ໝູ່ບ້ານສອງແຫ່ງນີ້ ເຖິງວ່າຈະຫ່າງໄກກັນ ທາງພູມສາດ, ແຕ່ລ້ວນມີຈຸດຄືກັນ ໃນການປົກປັກຮັກສາ ສະຖາປັດຕະຍະກຳ, ຮີດຄອງປະເພນີ ແລະ ການດຳລົງຊີວິດ ແບບດັ້ງເດີມໄວ້ຢ່າງຄົບຖ້ວນ, ເຮັດໃຫ້ສະຖານທີ່ແຫ່ງນີ້ກາຍເປັນ “ອັນຍະມະນີ ສີຂຽວ” ທີ່ດຶງດູດນັກທ່ອງທ່ຽວ ຈາກທົ່ວໂລກ.
ຕັ້ງຢູ່ໃຕ້ເສົາທຸງ ຫຼຸງກູ, ສະຖານທີ່ສັກສິດ ຢູ່ຈຸດເໜືອສຸດ ຂອງ ປະ ເທດຊາດ, ໝູ່ບ້ານວັດທະນະທຳ-ທ່ອງທ່ຽວ ໂລໂລຈ໊າຍ, ສັງກັດ ຕາ ແສງ ຫຼຸງກູ, ແຂວງ ຕວຽນກວາງ (ໃນເມື່ອກ່ອນ ແມ່ນຕາແສງ ຫຼຸງກູ, ເມືອງ ດົ່ງວັນ, ແຂວງ ຮ່າຢາງ), ປະກົດຂຶ້ນ ຄືກັບ ພາບແຕ້ມ ເທບນິ ຍາຍ ຢູ່ທ່າມກາງປ່າຫີນ. ນະແຫ່ງນີ້ ມີທໍາມະຊາດ ທີ່ງົດງາມໃຫຍ່ ໂຕມະໂຫຖານ ແລະ ວັດທະນະທຳ ຊົນເຜົ່າໂລໂລ ປະສານເຂົ້າກັນ ສ້າງເປັນພື້ນທີ່ດຳລົງຊີວິດ ທີ່ມີຊີວິດຊີວາ ແລະໜ້າປະທັບໃຈ. ດ້ວຍ ຈຳນວນຄົວເຮືອນຫຼາຍກວ່າ 120 ຄອບຄົວ, ສ່ວນຫຼາຍແມ່ນ ຊາວ ເຜົ່າໂລໂລ ອາໄສຢູ່ ສືບຕໍ່ກັນ ມາຫຼາຍຊົ່ວຄົນ, ໂລໂລຈ໊າຍ ໄດ້ກາຍ ເປັນສັນຍາລັກ ຂອງ ຄວາມກ້າແກ່ນ, ຮັກສາສີສັນເອກະລັກ ໃນສະ ພາບແວດລ້ອມແຫ່ງການດຳລຳຊີວິດ ທີ່ໂຫດຮ້າຍ ແຕ່ກໍ່ມີຄວາມ ງາມແບບຊວນຝັນ.
ຈຸດເດັ່ນທີ່ສຸດຂອງ ໂລໂລຈ໊າຍ ແມ່ນບັນດາຫຼັງເຮືອນ ກໍ່ດ້ວຍດິນ ທີ່ ມີເອກະລັກສະເພາະ ຖືກສ້າງຂຶ້ນ ດ້ວຍເຕັກນິກຫັດຖະກຳ ອັນປາ ນີດ. ຝາເຮືອນໜາ ສ້າງດ້ວຍດິນດາກ ແລະ ດິນໜຽວ, ເຮືອນເຫຼົ່ານີ້ ບໍ່ພຽງແຕ່ປ້ອງກັນ ຕໍ່ຄວາມໜາວເຢັນ ໃນລະດູໜາວ ແລະ ຄວາມ ຮ້ອນໃນລະດູຮ້ອນເທົ່ານັ້ນ, ແຕ່ຍັງມີຄວາມງາມແບບເກົ່າແກ່, ງຽບ ຂຶມ. ຫຼັງຄາມຸງດ້ວຍ ດິນຂໍຜູ້ ແລະ ດິນຂໍແມ່ ຂວ້ຳໜ້າ ໃສ່ກັນ, ສ້າງ ເປັນຮູບໂຄ້ງທີ່ອ່ອນໂຍນ, ງົດງາມ ເທິງພື້ນຖານສະຖາປັດຕະຍະ ກຳ ທີ່ແໜ້ນໜາ. ກຳແພງຫີນ ໄດ້ຖືກຈັດວາງ ຢ່າງຄ່ອງແຄ້ວອ້ອມ ຮອບເຮືອນ, ສ້າງເປັນພາບລວມ ທີ່ກົມກຽວກັບ ທິວທັດພູຫີນ.
ໃນການສົນທະນາກັບພວກຂ້າພະເຈົ້າ, ທ່ານ ຊີ່ງຢີກາຍ, ນາຍບ້ານ ໂລໂລຈ໊າຍ ກ່າວດ້ວຍຄວາມພາກພູມໃຈວ່າ: “ເຮືອນທີ່ກໍ່ດ້ວຍດິນ ນີ້ ບໍ່ພຽງແຕ່ເປັນທີ່ຢູ່ອາໄສເທົ່ານັ້ນ, ແຕ່ຍັງເປັນ ຄວາມຊົງຈຳ ຂອງ ຫຼາຍຮຸ່ນຄົນອີກດ້ວຍ. ພໍ່ແມ່ ຂອງ ພວກຂ້າພະເຈົ້າ ໄດ້ລົງແຮງງານ ຫຼາຍຢ່າງ ເພື່ອສ້າງມັນ. ດຽວນີ້ ເມື່ອເຮັດການທ່ອງທ່ຽວ, ພວກຂ້າ ພະເຈົ້າ ພະຍາຍາມຮັກສາ ຕົ້ນສະບັບນັ້ນໄວ້ຢ່າງຄົບຖ້ວນ. ແຂກ ທີ່ ມາທີ່ນີ້, ພວກເຂົາບໍ່ພຽງແຕ່ ຢາກເບິ່ງທິວທັດ ທີ່ສວຍງາມເທົ່ານັ້ນ, ແຕ່ຍັງຢາກຮູ້ສຶກເຖິງຈິດວິນຍານ, ຄວາມຮັກ ຂອງ ເຮືອນ, ຂອງ ໝູ່ບ້ານຕົນ”.
ນອກຈາກສະຖາປັດຕະຍະກຳແລ້ວ, ວັດທະນະທຳ ທີ່ເປັນນາມມະ ທຳ ຂອງ ຊາວເຜົ່າ ໂລໂລຈ໊າຍ ຢູ່ທີ່ນີ້ ກໍ່ມີຄວາມອຸດົມສົມບູນ ຢ່າງ ຍິ່ງ. ອາຊີບປັກແສ່ວ ຜ້າລາຍດອກພື້ນເມືອງ ຍັງຄົງຮັກສາ ແລະ ສົ່ງເສີມ. ລວດລາຍເທິງຜ້າປັກແສ່ວ ບໍ່ພຽງແຕ່ ເປັນລວດລາຍຕົກ ແຕ່ງເທົ່ານັ້ນ, ແຕ່ຍັງບັນຈຸ ເລື່ອງລາວ, ຄວາມເຊື່ອ ແລະ ຄວາມ ປາດຖະໜາ ຂອງ ຜູ້ຄົນ. ແພລາຍດອກແຕ່ລະຜືນ ແມ່ນຜົນງານ ສິລະປະ ທີ່ລະອຽດອ່ອນ, ສະແດງໃຫ້ເຫັນເຖິງ ຄວາມພິຖີພິຖັນ, ຄ່ອງແຄ້ວ ແລະ ຄວາມນິຍົມດ້ານຄວາມງາມ ທີ່ເປັນເອກະລັກ ຂອງ ຊາວເຜົ່າ ໂລໂລ.
ງານບຸນປະເພນີຕ່າງໆ ເຊັ່ນ: ພິທີລ້າງບ້ານ, ພິທີບູຊາບັນພະບຸລຸດ, ງານບຸນຂໍຝົນ, ງານບຸນເຕັ້ນໄມ້... ໄດ້ຈັດຂຶ້ນເປັນປະຈຳ ເຊິ່ງມີຄວາມໝາຍທາງດ້ານຈິດວິນຍານ ແລະ ຊຸມຊົນຢ່າງເລິກເຊິ່ງ. ໃນໂອກາດເຫຼົ່ານີ້, ທັງໝູ່ບ້ານ ຈະຮ່ວມກັນ ທຳພິທີກຳ ທີ່ສືບທອດ ກັນມາແຕ່ບູຮານນະການ, ຮ່ວມກັນຮ້ອງເພງ, ເຕັ້ນລຳ ສ້າງບັນຍາກາດ ທີ່ຄຶກຄື້ນ, ເຕັມໄປດ້ວຍສີສັນເອກະລັກ. ສຽງ ກອງທອງ, ສຽງແຄນ ໂລໂລ ດັງກ້ອງໄປທົ່ວບໍລິເວນ ພູຜາປ່າໄມ້, ປະສານເຂົ້າກັບບັນດາວາ ຟ້ອນພື້ນເມືອງ, ສ້າງເປັນ ບົດດົນຕີ ປະສານສຽງ ທ່ີເປັນເອກະລັກ, ສ້າງຄວາມປະທັບໃຈ ໃຫ້ແກ່ຜູ້ຄົນ.
ນາງ ຢິ່ວທິເຮືອງ, ຍິງສາວຊາວເຜົ່າ ໂລໂລ, ປັດຈຸບັນ ກຳລັງ ດຳເນີນທຸລະກິດ ໂຮມສະເຕ ແລະ ບໍລິການປະສົບການ ທາງດ້ານວັດທະນະທຳ ໄດ້ແບ່ງປັນດ້ວຍຮອຍຍິ້ມທີ່ສົດໃສວ່າ: “ເມື່ອກ່ອນ, ຊີວິດຂອງພວກຂ້າພະເຈົ້າ ຂ້ອນຂ້າງລຳບາກ. ນັບຕັ້ງແຕ່ ມີການທ່ອງທ່ຽວ, ໝູ່ບ້ານ ຂອງພວກຂ້າພະເຈົ້າ ກໍ່ມີຄວາມປ່ຽນແປງຢ່າງເຫັນໄດ້ຊັດ. ພວກຂ້າພະເຈົ້າ ໄດ້ສ້ອມແປງເຮືອນເກົ່າ ໃຫ້ກາຍເປັນ ໂຮມສະເຕ ທີ່ສະອາດ, ສະດວກສະບາຍ ແຕ່ຍັງຮັກສາຄວາມງາມ ແບບເກົ່າແກ່ ເອົາໄວ້ໄດ້. ພວກຂ້າພະເຈົ້າ ໄດ້ສອນໃຫ້ແຂກ ກ່ຽວກັບ ວິທີເຮັດ ເຂົ້າໜົມ, ວິທີປັກແສ່ວ, ວິທີເຕັ້ນລຳ. ສິ່ງທີ່ສໍາຄັນທີ່ສຸດ, ບໍລິການທ່ອງທ່ຽວ ຊ່ວຍໃຫ້ພວກຂ້າພະເຈົ້າມີລາຍໄດ້, ແລະ ສິ່ງທີ່ສໍາຄັນກວ່າ ນັ້ນຄື ເຮັດໃຫ້ພວກຂ້າພະເຈົ້າສຳນຶກເຖິງຄຸນຄ່າ ດ້ານວັດທະນະທຳ ຂອງ ເຜົ່າຕົນ ເພື່ອຮັກສາໄວ້ໃຫ້ລູກຫຼານ”.
ການທ່ອງທ່ຽວ ຊຸມຊົນຢູ່ ໂລໂລຈ໊າຍ ແລະ ກວິ່ງເຊີນ ຖືປະຊາຊົນ ເປັນໃຈກາງ. ພວກເຂົາ ເຂົ້າຮ່ວມໂດຍກົງໃນກິດຈະກຳ ການທ່ອງ ທ່ຽວ, ຕັ້ງແຕ່ການໃຫ້ບໍລິການ ທີ່ພັກ, ອາຫານການກິນ ຈົນເຖິງປະ ສົບການ ວັດທະນະທຳ. ສິ່ງນີ້ຮັບປະກັນວ່າ ຜົນປະໂຫຍດທາງ ດ້ານເສດຖະກິດ ຈາກການທ່ອງທ່ຽວ ໄດ້ຖືກແຈກຢາຍຢ່າງຍຸຕິທຳ, ສ້າງແຮງຈູງໃຈ ໃຫ້ປະຊາຊົນ ມີສ່ວນຮ່ວມຢ່າງຫ້າວຫັນ ໃນວຽກ ງານ ປົກປັກຮັກສາ ວັດທະນະທຳ.
ອອກຈາກ ໂລໂລຈ໊າຍ, ພວກຂ້າພະເຈົ້າເດີນທາງໄປເຖິງ ໝູ່ບ້ານ ທ່ອງທ່ຽວຊຸມຊົນ ກວິ່ງເຊີນ, ສັງກັດຕາແສງ ບັກເຊີນ, ແຂວງ ລ້າງ ເຊີນ (ໃນເມື່ອກ່ອນແມ່ນຕາແສງ ບັກເຊີນ, ເມືອງ ບັກເຊີນ, ແຂວງ ລ້າງເຊີນ).
ຕັ້ງຢູ່ໃນເຂດບູຮານສະຖານ ແຫ່ງຊາດ ພິເສດ, ການລຸກຮືຂຶ້ນ ບັກ ເຊີນ ແລະ ເຂດໃຈກາງ ຂອງ ສວນສາທາລະນະທໍລະນີສາດໂລກ ລ້າງເຊີນ, ໝູ່ບ້ານ ກວິ່ງເຊີນ ມີຄວາມງາມທີ່ສະຫງົບ, ຊວນຝັນ ດ້ວຍທົ່ງນາສີຂຽວ, ພູຫີນປູນ ທີ່ໃຫຍ່ໂຕມະໂຫຖານ ແລະ ເໜືອສິ່ງ ອື່ນໃດ ແມ່ນພື້ນຖານວັດທະນະທຳ ຊົນເຜົ່າ ໄຕ່ ທີ່ເຂັ້ມຂຸ້ນໄປດ້ວຍ ສີສັນ ທ່ີເປັນເອກະລັກ.
ສິ່ງທຳອິດທີ່ເຮັດໃຫ້ນັກທ່ອງທ່ຽວ ປະທັບໃຈ ເມື່ອມາຮອດ ກວິ່ງ ເຊີນ ແມ່ນຮູບພາບ ຂອງ ບັນດາຫຼັງເຮືອນຮ້ານ ຂອງ ຊາວເຜົ່າ ໄຕ່. ດ້ວຍສະຖາປັດຕະຍະກຳ ທີ່ເປັນເອກະລັກ, ເຮືອນຮ້ານ ມັກຈະມີ ສອງຊັ້ນ, ຊັ້ນລຸ່ມແມ່ນໄວ້ເຄື່ອງມືກະສິກຳ, ສ່ວນຊັ້ນເທິງ ແມ່ນ ບ່ອນຢູ່ອາໄສ. ເຮືອນຮ້ານ ໄດ້ເຮັດດ້ວຍໄມ້ທັງໝົດ, ມີຫຼັງຄາມຸງ ດ້ວຍດິນຂໍຜູ້ ແລະ ດິນຂໍແມ່ ຂວ້ຳໜ້າໃສ່ກັນ ຫຼື ຫຼັງຄາມຸງໃບຄໍ້ ຊຶ່ງສ້າງຄວາມງາມທີ່ອົບອຸ່ນ, ກົມກຽວ ກັບທິວທັດ ພູຜາປ່າໄມ້. ເຮືອນຮ້ານ ສ່ວນຫຼາຍ ແມ່ນຫັນໜ້າ ໄປຫາຮ່ອມພູ, ຮັບລົມເຢັນ ແລະ ແສງແດດ ທຳມະຊາດ.
ທ່ານ ເຢຶອງກົງເລືອງ, ຊາວເຜົ່າ ໄຕ່ ທີ່ໄດ້ຜູກພັນ ກັບເຮືອນຮ້ານ ບູຮານ ຂອງ ຕົນມາຕະຫຼອດຊີວິດ ໄດ້ແບ່ງປັນວ່າ: “ເຮືອນຮ້ານ ແມ່ນຄວາມຮັກ, ຄວາມຜູກພັນ ຂອງ ຊາວເຜົ່າ ໄຕ່. ຊັ້ນລຸ່ມ ກວ້າງ ຂວາງ ເພື່ອໃຫ້ທັງຄອບຄົວເຮັດວຽກ, ກິນເຂົ້າຮ່ວມກັນ. ຊັ້ນເທິງ ແມ່ນບ່ອນພັກຜ່ອນ, ເປັນພື້ນທີ່ສ່ວນຕົວ. ກິ່ນໄມ້, ກິ່ນຄວັນໄຟ ທີ່ ປະສົມປະສານກັນ, ມັນແມ່ນກິ່ນ ຂອງ ບ້ານເກີດ, ຂອງຄອບຄົວ. ພວກຂ້າພະເຈົ້າ ບໍ່ຢາກປ່ຽນແປງມັນ, ພຽງແຕ່ຕ້ອງການຮັກສາໄວ້ ເພື່ອໃຫ້ລູກຫຼານເຂົ້າໃຈ ກ່ຽວກັບຕົ້ນກໍາເນີດ.”.
ວັດທະນະທຳ ໄຕ່ ຢູ່ ກວິ່ງເຊີນ ບໍ່ພຽງແຕ່ສະແດງອອກ ຜ່ານສະຖາ ປັດຕະຍະກຳ ເທົ່ານັ້ນ, ແຕ່ຍັງມີຊີວິດຊີວາ ໃນບັນດາປະເພດສິລະ ປະ ແລະ ຮີດຄອງປະເພນີ. ພົ້ນເດັ່ນຄື ສິລະປະຂັບແຖນ ແລະ ພິນ ຕິ໋ງ ໄດ້ຖືກອົງການ UNESCO ຮັບຮອງເປັນມໍລະດົກ ວັດທະນະ ທຳ ທີ່ເປັນນາມມະທຳ ຂອງ ມວນມະນຸດ. ສຽງພິນຕິ໋ງ ທີ່ອ່ອນຊ້ອຍ ປະສານ ກັບສຽງຂັບແຖນ ທີ່ຫວານຊື່ນ, ບອກເລົ່າ ເລື່ອງຄວາມຮັກ ທ່ີມີຕໍ່ບ້ານເກີດເມືອງນອນ, ປະເທດຊາດ, ກ່ຽວກັບຊີວິດການອອກ ແຮງງານ ແລະ ຄວາມຝັນທີ່ລຽບງ່າຍ ຂອງ ຜູ້ຄົນ.
ບັນດາຈັງຫວະ ເຕັ້ນສາກ ແລະ ງານບຸນຕ່າງໆ ເຊັ່ນ: ງານບຸນ ລະດູ ບານໃໝ່, ງານບຸນ ລົງຕົ່ງ (ງານບຸນ ລົງທົ່ງ) ຍັງໄດ້ຊາວບ້ານ ກວິ່ງ ເຊີນ ຮັກສາ ແລະ ຈັດຂຶ້ນ ເປັນປະຈຳທຸກປີ. ໃນໂອກາດເຫຼົ່ານີ້, ທັງ ຊຸມຊົນຮ່ວມກັນ ເຂົ້າສູ່ບັນຍາກາດ ທີ່ມ່ວນຊື່ນ, ຄຶກຄື້ນ, ສະແດງ ໃຫ້ເຫັນເຖິງ ຄວາມສາມັກຄີ ແລະ ຄວາມປາດຖະໜາ ກ່ຽວກັບລະ ດູການເກັບກ່ຽວ ທີ່ໄດ້ຮັບຜົນດີ, ຊີວິດການເປັນຢູ່ ທີ່ອົບອຸ່ນ ອີ່ມໜໍາສໍາລານ.
ເອື້ອຍ ເຢຶອງທິຢື, ສະມາຊິກ ຂອງ ສະຫະກອນທ່ອງທ່ຽວ ຊຸມຊົນ ກວິ່ງເຊີນ ໄດ້ກ່າວ ກ່ຽວກັບການປ່ຽນແປງ ຂອງ ບ້ານຕົນເອງ ຢ່າງ ຕື່ນເຕັ້ນວ່າ: “ກວິ່ງເຊີນ ດຽວນີ້ແຕກຕ່າງ ຈາກເມື່ອກ່ອນຫຼາຍ. ນັກ ທ່ອງທ່ຽວ ມາທີ່ນີ້ ບໍ່ພຽງແຕ່ ເພື່ອຊົມທິວທັດທໍາມະຊາດເທົ່ານັ້ນ, ແຕ່ຍັງເພື່ອສຳຜັດກັບຊີວິດ ຂອງ ຊາວເຜົ່າ ໄຕ່ ອີກດ້ວຍ. ພວກຂ້າ ພະເຈົ້າ ຈັດກິດຈະກຳໃຫ້ນັກທ່ອງທ່ຽວ ໄດ້ຜ່ານປະສົບການຕົວຈິງ ກັບການເຮັດນາ, ຕຳເຂົ້າ, ຕົ້ມເຫຼົ້າສາລີ, ເຮັດເຂົ້າໜົມ. ສິ່ງສໍາຄັນ ທີ່ສຸດ ແມ່ນພວກຂ້າພະເຈົ້າສອນ ໃຫ້ພວກເຂົາ ວິທີເຄົາລົບ ວັດທະ ນະທຳ ພື້ນເມືອງ, ວິທີດຳລົງຊີວິດ ທີ່ກົມກຽວກັບທຳມະຊາດ. ຊື່ສຽງ ບ້ານທ່ອງທ່ຽວທ່ີດີເດັ່ນທີ່ສຸດໂລກນີ້ ເປັນແຮງຈູງໃຈ ໃຫ້ພວກຂ້າ ພະເຈົ້າ ສືບຕໍ່ພະຍາຍາມຫຼາຍຍິ່ງຂຶ້ນ”.a”.
ໂລໂລຈ໊າຍ ແລະ ກວິ່ງເຊີນ, ສອງໝູ່ບ້ານນ້ອຍໆ ແຕ່ເຕັມໄປດ້ວຍ ຄຸນຄ່າ ທາງດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ອັນລ້ຳຄ່າ, ໄດ້ກ້າວຜ່ານຄູ່ແຂ່ງ ທີ່ມາຈາກ 65 ປະເທດ ຈົນໄດ້ຮັບ ກຽດຍົກຍ້ອງ ເປັນໝູ່ບ້ານທ່ອງທ່ຽວ ທ່ີດີເດັ່ນທີ່ສຸດໂລກປີ 2025. ຊື່ ສຽງນີ້ບໍ່ພຽງແຕ່ເປັນການຢືນຢັນເຖິງ ຄວາມງາມທີ່ເປັນເອກະລັກ ແລະ ທ່າແຮງ ການທ່ອງທ່ຽວທີ່ບົ່ົມຊ້ອນ ຂອງ ສອງທ້ອງຖິ່ນເທົ່າ ນັ້ນ, ແຕ່ຍັງເປັນຫຼັກຖານ ທີ່ມີຊີວິດຊີວາ ສຳລັບຄວາມພະຍາຍາມ ທີ່ບໍ່ຢຸດຢັ້ງ ຂອງຊຸມຊົນເຜົ່າສ່ວນໜ້ອຍ ຂອງ ຫວຽດນາມ ໃນການ ປົກປັກຮັກສາ ມໍລະດົກວັດທະນະທຳ, ພັດທະນາການທ່ອງທ່ຽວ ແບບຍືນຍົງ ແລະ ຍົກລະດັບຄຸນນະພາບຊີວິດ.
ບົດ: ທົງທ້ຽນ - ພາບ: ຮວ່າງຮ່າ, ຫວຽດເກື່ອງ, ທົງທ້ຽນ, ຢວ໊ານ ຕ໋ວນ ແລະ ເອກະສານ - ແປໂດຍ: ບິກລຽນ

























