ແບັ໋ງຫອຍ ຝູ໋ລອງ - ກິ່ນອາຍລະດູບານໃໝ່ ຈາກອາຊີບດັ້ງເດີມ
ໃນຊຸມມື້ບຸນປີໃໝ່ ປະຈຳຊາດ, ເມື່ອບັນຍາກາດ ລະດູບານໃໝ່ ໄດ້ແຜ່ ຂະຫຍາຍໄປທົ່ວທຸກຫົນແຫ່ງ, ແບັ໋ງຫອຍ ຝູ໋ລອງ ໄດ້ປະກົດຕົວຂຶ້ນຄືກັບ ເປັນຈຸດເດັ່ນ ຂອງ ວັດທະນະທຳ ອາຫານທີ່ລຽບງ່າຍ ຂອງເຂດດິນ ຮ່າມ ຖັ໋ງ, ມັນໄດ້ບັນຈຸໄວ້ ເລື່ອງລາວທາງປະຫວັດສາດ ຂອງ ຊາວເມືອງ, ອາ ຊີບພື້ນເມືອງ ແລະ ກິ່ນອາຍ ລະດູບານໃໝ່ ທີ່ເປັນເອກະລັກ ສະເພາະ ຂອງ ສະຖານທີ່ແຫ່ງນີ້.
ຝູ໋ລອງ ຕັ້ງຢູ່ເທິງເສັ້ນທາງຫຼວງ ເລກທີ 1A, ປັດຈຸບັນ ຂຶ້ນກັບ ຕາແສງ ຮ່າມຖັ໋ງ (ແຂວງ ເລີມດົ່ງ). ໃນລະຫວ່າງປີ 1870, ສະຖານທີ່ແຫ່ງນີ້ ໄດ້ ຕ້ອນຮັບ ຜູ້ອົບພະຍົບ ຍົກຍ້າຍຖິ່ນຖານ ມາຈາກເຂດອື່ນ ເພື່ອມາບຸກ ເບີກ ແລະ ສ້າງຊີວິດໃໝ່. ໄປຄຽງຄູ່ກັບ ຂະບວນການ ຕັ້ງຖິ່ນຖານອັນ ຍາວນານ, ອາຊີບ ການເຮັດ ແບັ໋ງຫອຍ ກໍ່ຄ່ອຍໆ ປາກົດຕົວຂຶ້ນ ແລະ ກາຍເປັນສ່ວນໜຶ່ງ ໃນຊີວິດວັດທະນະທຳ - ອາຫານ ຂອງ ຊຸມຊົນທ້ອງ ຖິ່ນ.
ແບັ໋ງຫອຍ ຝູ໋ລອງ ສ້າງຄວາມປະທັບໃຈ ດ້ວຍຮູບລັກສະນະ ທີ່ລຽບງ່າຍ ແຕ່ມີຄວາມລະອຽດອ່ອນ. ຈາກເມັດເຂົ້າ ຊະນິດດີ, ຊ່າງເຮັດແບັ໋ງຫອຍ ຕ້ອງຜ່ານຫຼາຍຂັ້ນຕອນທີ່ປະນີດຄື: ມ່າເຂົ້າ, ບົດໃຫ້ລະອຽດ, ບີບໃຫ້ ເປັນເສັ້ນບາງໆ ແລ້ວສານເຂົ້າກັນ ຢ່າງຄ່ອງແຄ່ວ ໃຫ້ກາຍເປັນແຜ່ນ ແບ໋ັງຫອຍ ທີ່ມີສີຂາວນວນ, ນຸ່ມ ແລະ ຟູ. ແບັ໋ງຫອຍ ແຕ່ລະຊັ້ນແມ່ນ ຜົນ ຂອງ ຄວາມພະຍາຍາມອົດທົນ, ຄວາມຄ່ອງແຄ່ວ ແລະ ປະສົບການ ທີ່ສືບທອດກັນມາຜ່ານຫຼາຍເຊັ່ນຄົນ.
ເວລາຈັດໃສ່ຈານ, ແບັ໋ງຫອຍ ມັກຈະຖືກທາດ້ວຍນ້ຳມັນ ຜັກບົ່ວ ສີຂຽວ ສົດໃສ, ປະດັບດ້ວຍຂຽບໝູສີເຫຼືອງກອບ, ສ້າງຄວາມກົມກືນ ທັງດ້ານສີ ສັນ ແລະ ລົດຊາດ. ຄວາມຫອມອ່ອນໆ ຂອງ ແບັ໋ງ ທີ່ປະສົມປະສານກັນ ເຮັດໃຫ້ອາຫານຈານນີ້ ກາຍເປັນສິ່ງທີ່ໃກ້ຊິດ ແຕ່ຍາກທີ່ຈະລືມໄດ້, ໂດຍ ສະເພາະ ແມ່ນໃນບັນຍາກາດ ການເຕົ້າໂຮມກັນ ຂອງ ຄອບຄົວໃນວັນ ບຸນເຕັດ.
ສຳລັບນັກທ່ອງທ່ຽວ, ການໄດ້ຊີມລົດ ແບັ໋ງຫອຍ ຝູ໋ລອງ ໃນຊ່ວງ ວັນພັກ ບຸນເຕັດ ບໍ່ພຽງແຕ່ແມ່ນການສຳຜັດ ກັບລົດຊາດອາຫານ ເທົ່ານັ້ນ, ແຕ່ ຍັງແມ່ນວິທີການ ເຂົ້າເຖິງຈັງຫວະຊີວິດ ທີ່ສະຫງົບສຸກ ແລະ ຄວາມຈິງ ໃຈ ຂອງ ດິນແດນແຫ່ງນີ້, ເຊິ່ງເປັນບ່ອນ ທີ່ກິ່ນອາຍ ຂອງ ລະດູບານໃໝ່ ຖືກຮັບຮູ້ໄດ້ຈາກ ສິ່ງທີ່ລຽບງ່າຍທີ່ສຸດ.
ບົດ: ຮວ່າງມີ - ພາບ: ແຄ໋ງຮ່ວາ - ແປໂດຍ: ບິກລຽນ


