ເຮືອນ ອັດສະລິຍະ Lumi ຫວຽດນາມ
10 ປີແຫ່ງການພັດທະນາ ແລະ ສ້າງຍີ່ຫໍ້ເຮືອນ ອັດສະລິຍະ (Smart Home), Lumi ຫວຽດນາມ ໄດ້ຢືນຢັນວ່າ ແມ່ນວິສາ ຫະກິດ ຂະໜາດໃຫຍ່ແຖວໜ້າຂອງ ຫວຽດນາມ, ໂດຍເປັນຜູ້ບຸກເບີກ ໃນການຜະລິດ ບັນດາ ຜະລິດຕະພັນ ເຮືອນ ອັດສະລິຍະ ແລະ ຄ່ອຍໆ ສົ່ງອອກ ໄປທົ່ວໂລກ.
ຜະລິດຕະພັນ “Make in Viet Nam”
ປີ 2011, ນັກສຶກສາ 3 ຄົນ (ຫງວຽນຕວັນແອ໋ງ, ຫງວຽນດຶກຕ່າຍ, ດ່າມດຶກກວາງ) ທີ່ເປັນສະມາຊິກຂອງທີມ Robocon BK-TNT ທີ່ຮຽນໃນຂະແໜງອັດຕະໂນມັດ K50 ຂອງມະຫາວິທະຍາໄລ ສັບ ພະວິຊາ ຮ່າໂນ້ຍ ໄດ້ເຕົ້າໂຮມຫົວຄິດປະດິດສ້າງ ເຮືອນອັດສະລິຍະ ເພື່ອຫັນຄວາມຝັນເປັນຕົວຈິງ ດ້ວຍການເອົາປັນຍາສະຕິ ເຂົ້າມານຳໃຊ້ໃນຊີວິດ. Lumi ຫວຽດນາມ ໄດ້ກຳເນີດຂຶ້ນ ເພື່ອຢືນຢັນຄວາມມຸ່ງມາດປາດຖະໜາທາງປັນຍາ ຂອງ ຫວຽດນາມ ໃນການເດີນທາງຢ່າງມີຫົວຄິດປະດິດສ້າງ ເຮືອນອັດສະລິຍະ, ແມ່ນເຮືອນເຕັກໂນໂລຊີ ທີ່ມີພຽງແຕ່ໃນຈິນຕະນາການຂອງຊາວ ຫວຽດນາມ.
ສຳລັບສະມາຊິກ Lumi ຫວຽດນາມ, ບາດກ້າວທຳອິດເມື່ອເລີ່ມ ດຳເນີນທຸລະກິດໃນຂົງເຂດນີ້ ມີຄວາມຫຍຸ້ງຍາກຫຼາຍດ້ານ, ແຕ່ກໍ່ຍັງມີໂອກາດ ແລະ ບົດຮຽນຫຼາຍຢ່າງເພື່ອການເຕີບໂຕ. ທ່ານ ຫງວຽນດຶກຕ່າຍ, ຜູ້ອຳນວຍການດ້ານບໍລິຫານ ຂອງ ບໍລິສັດ Lumi ຫວຽດນາມ ກ່າວວ່າ: “ປີ 2011, ບາງປະເທດໃນໂລກ ມີເຮືອນ ອັດສະລິຍະ ຢູ່ແລ້ວ, ແຕ່ຢູ່ ຫວຽດນາມ ປະຊາຊົນບໍ່ເຄີຍໄດ້ຍິນ ແນວຄວາມຄິດນີ້ ຫຼື ໄດ້ຍິນແລ້ວ ແຕ່ບໍ່ເຄີຍໄດ້ນຳໃຊ້. ໃນວລານີ້, ໂທລະສັບສະຫຼາດ (Smart Phone) iPhone 3 ໄດ້ເລີ່ມຕົ້ນການນໍາໃຊ້, ຊ່ວຍເຮັດໃຫ້ຜູ້ບໍລິໂພກ ໄດ້ຮຽນຮູ້ ກ່ຽວກັບເຕັກໂນໂລຊີ ການສັ່ນສະເທືອນ ໂດຍການສໍາຜັດ ແລະ ລູບໜ້າຈໍ. ທີມງານວິສະວະກອນ Lumi ຂອງ ພວກຂ້າພະເຈົ້າມີຄວາມຄິດທີ່ຈະປະດິດສ້າງຜະລິດຕະພັນໃດໜຶ່ງ ສາມາດນໍາໃຊ້ໄດ້ ເຕັກໂນໂລຊີນີ້. ສະວິດເຊັນເຊີ ແມ່ນຜະລິດຕະພັນທໍາອິດ ຂອງ Lumi ຫວຽດນາມ ແລະ ກໍ່ເປັນຈິດວິນຍານ ໃນການແກ້ໄຂ ເຮືອນ ອັດສະລິຍະ ຫຼັງທໍາອິດ ທີ່ນໍາໃຊ້ຢູ່ ຫວຽດນາມ”.
ຍາກທີ່ຈະບອກເຖິງຄວາມລຳບາກ ທັງໝົດ ຂອງ ຜູ້ກໍ່ຕັ້ງ Lumiຫວຽດນາມ ໃນຊຸມປີທຳອິດຂອງການເລີ່ມດຳເນີນທຸລະກິດ. ພວກເຂົາເຈົ້າບໍ່ພຽງແຕ່ເປັນ ຜູ້ສ້າງ ໂປຣແກມ, ຜູ້ສ້າງ, ຜູ້ອອກແບບ, ຜູ້ຜະລິດ ອຸປະກອນຕ່າງໆ ໃນເຮືອນອັດສະລິຍະ ເທົ່ານັ້ນ, ແຕ່ຍັງເປັນວິສະວະກອນ ຂາຍເຄື່ອງ ເພື່ອສ້າງຮູບຮ່າງຕະຫຼາດ ແລະ ນຳຜະລິດຕະພັນໄປໃຫ້ເຈົ້າຂອງເຮືອນ ຫຼື ກິດຈະການຮັບໃຊ້ປະຊາ ຊົນ.
ທ່ານ ຫງວຽນດຶກຕ່າຍ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ໄດ້ວາງແຜນ ເຂົ້າຫາລູກຄ້າ 4 ຄົນຕໍ່ມື້ ເພື່ອເຊື່ອມໂຍງ ແລະ ແນະນຳຜະລິດຕະພັນ. ເຮືອນອັດສະລິຍະ Lumi ແມ່ນຍັງໃໝ່ເກີນໄປຢູ່ ຫວຽດນາມ ໃນເວລານັ້ນ, ພວກຂ້າພະເຈົ້າ ຂາຍດ້ວຍຄວາມຮັກ, ດ້ວຍຄວາມເຊື່ອໝັ້ນວ່າ ຜະລິດຕະພັນເຕັກໂນໂລຊີຂອງຕົນ ຈະນຳມາເຊິ່ງພື້ນຖານ ແລະ ການແກ້ໄຂທີ່ດີທີ່ສຸດໃຫ້ແກ່ເຈົ້າຂອງເຮືອນ”.
ພາຍຫຼັງ 3 ປີແຫ່ງການສ້າງຕະຫຼາດ, ຮອດປີ 2015, Lumi ຫວຽດ ນາມ ໄດ້ຜັນຂະຫຍາຍລະບົບການຂາຍເຄື່ອງ, ຜູ້ຈຳໜ່າຍ ແລະ ເລີ່ມຢືນຢັນເຄື່ອງໝາຍການຄ້າ ຢູ່ໃນງານວາງສະແດງ Vietbuild ພ້ອມທັງແນະນຳສິນຄ້າຢູ່ບັນດາ ເວັບໄຊ ການຄ້າສາກົນເຊັ່ນ: Alibaba, Amazon...
Lumi ໄດ້ກ້າວໄປຂ້າງໜ້າຂອງແນວໂນ້ມເຕັກໂນໂລຊີໃໝ່ ຂອງໂລກ, ຢືນຢັນຈຸດຢືນຂອງຕົນ ກັບສາຍຜະລິດຕະພັນທີ່ມີຄວາມສາມາດເຊື່ອມໂຍງເຂົ້າກັບລະບົບ ນິເວດ ຊັ້ນນໍາ ສາກົນເຊັ່ນ: Apple, Google, Amazon... ອະນຸຍາດໃຫ້ຜູ້ນຳໃຊ້ ຄວບຄຸມອຸປະກອນທີ່ ອັດສະລິຍະ ໃນເຮືອນໂດຍຜ່ານລະບົບ Siri, ຄວບຄຸມຢ່າງຄົບຊຸດ ກັບ ຜະລິດຕະພັນ Apple ຜ່ານ iPhone, iPad, Apple Watch. Lumi ຜະລິດ 65 ຜະລິດຕະພັນເຊັ່ນ: ສະວິດ ເຊັນເຊີ ອັດສະລິຍະ, ລະບົບຄວບຄຸມສູນກາງ, ລອັກປະຕູ ອັດສະລິຍະ, ດອກໄຟ LED ອັດສະລິຍະ, ຜ້າມ່ານ ອັດສະລິຍະ, ເຊັນເຊີ ຄວບຄຸມ ອິນຟາເລດ, ໂມດູນ, ເຕົ້າສຽບ... ແລະ ຕໍ່ມາແມ່ນລະ ບົບໄຟຟ້າ SmartLighting.
Lumi ແມ່ນຍີ່ຫໍ້ເຮືອນອັດສະລິຍະ ທຳອິດຂອງ ຫວຽດນາມ ທີ່ໄດ້ຮັບໃບຢັ້ງຢືນ ບັນລຸມາດຕະຖານ ເອີຣົບ CE ແລະ ໃບຢັ້ງຢືນ QUACERT ຢັ້ງຢືນບັນດາຜະລິດຕະພັນ ທາງປັນຍາຂອງ ຫວຽດນາມ, “ຜະລິດຢູ່ ຫວຽດນາມ”. ປັດຈຸບັນ, Lumi ມີຜູ້ຈັດຈຳໜ່າຍ 150 ແຫ່ງຢູ່ຫວຽດນາມ, ໄດ້ສະໜອງການແກ້ໄຂເຮືອນອັດສະລິຍະ ໃຫ້ແກ່ລູກຄ້າ 50.000 ກວ່າຄົນ.
Lumi ພິຊິດຕະຫຼາດສາກົນ
ໃນປີ 2022, Lumi ໄດ້ປະກາດຜະລິດຕະພັນໃໝ່ ທີ່ພັດທະນາຈາກພື້ນຖານທີ່ມີຢູ່ແລ້ວ, ນຳມາໃຫ້ຜູ້ໃຊ້ມີ ທາງເລືອກຫຼາຍຂຶ້ນເຊັ່ນ: Camera Ai, Smart Lighting, WallPad, Smartlook ລຸ້ນທີ 2 ແລະ ອື່ນໆ. ໃນແຕ່ລະປີ ບໍລິສັດ ຈະໃຊ້ລາຍຮັບ 11-14% ເຂົ້າໃນການລົງທຶນ ຄົ້ນຄວ້າ ພັດທະນາຜະລິດຕະພັນ.
ປັດຈຸບັນ, Lumi ພວມລົງທຶນກໍ່ສ້າງໂຮງງານແຫ່ງໃໝ່ ທີ່ຄາດວ່າ ຈະເປີດການເຄື່ອນໄຫວໃນປີ 2023, ພ້ອມກັນນັ້ນ ກໍ່ຮ່ວມມືກັບມະຫາວິທະຍາໄລ FuNix ເພື່ອນຳຫຼັກສູດການຝຶກອົບຮົມ Smarthome ກາຍເປັນວິຊາທີ່ສອນຢູ່ທີ່ນີ້, ຮ່ວມມືກັບມະຫາວິທະຍາໄລ ເຕັກໂນໂລຊີ ອຸດສາຫະກຳ ຖ໋າຍງວຽນ - ເປີດຫ້ອງການຄົ້ນຄວ້າ ແລະ ພັດທະນາ ພະແນກ Smarthome- IoT, ປະກອບສ່ວນເຂົ້າໃນການ ບຳລຸງສ້າງຖັນແຖວວິສະວະກອນ Smarthome ໃນອະນາຄົດ ໃຫ້ແກ່ປະເທດຊາດ.
Lumi ເລີ່ມຂະຫຍາຍຕະຫຼາດສາກົນດ້ວຍການສັ່ງຊື້ ຜະລິດຕະພັນສະບັບທຳອິດຈາກ ອິນເດຍ ແລະ ມາຮອດ ປັດຈຸບັນ, ເຮືອນອັດສະລິຍະ Lumi ໄດ້ສົ່ງອອກໄປຍັງ ສິງກະໂປ, ກໍາປູເຈຍ, ອົດສະຕຣາລີ, ບຣາຊິນ, ອິດສະຣາແອນ... ຍຸດທະສາດ ໃນຊຸມປີ ຕໍ່ໜ້າ ແມ່ນບາດກ້າວບຸກທະລຸໃນຕະຫຼາດປະເທດ ໄທ, ອິນໂດເນເຊຍ ແລະ ມາເລເຊຍ. Lumi ແມ່ນຍີ່ຫໍ້ smarthome ທີ່ຊື່ນຊອບທີ່ສຸດເປັນເວລາ 2 ປີຕິດຕໍ່ກັນທີ່ Tech Awards (2020, 2021), ໄດ້ຮັບເລືອກເປັນເຮືອນ ອັດສະລິຍະ ຂອງ ຫວຽດນາມ ດີເດັ່ນ ໃນປີ 2020 ໂດຍ Vnexpess ແລະ ໄດ້ຮັບລາງວັນ ຊາວເຄວ 3 ຄັ້ງ.
ເອົາຄຸນນະພາບຂອງຜະລິດຕະພັນເປັນເງື່ອນໄຂເບື້ອງຕົ້ນ, Lumi ວາງຕໍາແໜ່ງທີ່ເປັນຍີ່ຫໍ້ - ສະຫຼາດ, ສ້າງສັນ, ຄວາມງາມ. ທ່ານ Leslie, ຜູ້ອໍານວຍການບໍລິສັດ Innotel Solutions, ຜູ້ຈໍາໜ່າຍເຮືອນອັດສະລິຍະ Lumi ໃນປະເທດ ສິງກະໂປ ໃຫ້ຮູ້ວ່າ: “ເຮືອນ ອັດສະລິຍະ Lumi ຫວຽດນາມ ເຮັດໃຫ້ຂ້າພະເຈົ້າມີເສັ້ນ ທາງທີ່ສະດວກໃນການເຂົ້າໃກ້ ກັບຕະຫຼາດ ເມື່ອພວກເພິ່ນເປັນເຈົ້າຂອງ ຂອງພື້ນຖານເຕັກໂນໂລຊີທີ່ໝັ້ນຄົງ ແລະ ຂັ້ນຕອນການຜະລິດ ແບບຄົບວົງຈອນ, ແຕ່ການຄົ້ນຄວ້າ, ປະດິດສ້າງ, ຜະລິດລ້ວນແຕ່ແມ່ນດ້ວຍປັນຍາຂອງ ຫວຽດນາມ, ດ້ວຍມື ຫວຽດນາມ”.
ບົດ: VNP/ບິກເວິນ - ພາບ: ຫວຽດເກື່ອງ ແລະ ເອກະສານ - ແປໂດຍ: ຢືຟຽນ