ເອກະລັກ ຕະຫຼາດ ງຽນລວານ

ເອກະລັກ ຕະຫຼາດ ງຽນລວານ


ສຳລັບປະເທດ ທີ່ມີພື້ຖານກະສິກຳປູກເຂົ້ານາມາຢ່າງຍາວນານ ຄື ຫວຽດນາມ, ງົວ, ຄວາຍ ແມ່ນສັດລ້ຽງທີ່ສຳຄັນທີ່ສຸດ. ເພາະສະນັ້ນ, ນັບແຕ່ສະໄໝບູຮານ, ຕະຫຼາດຊື້-ຂາຍ ງົວ, ຄວາຍ ທີ່ມີຊື່ສຽງຫຼາຍແຫ່ງ ໄດ້ຮັບການສ້າງຕັ້ງຂຶ້ນເຊັ່ນ: ຕະຫຼາດ ອູ໋ (ແຂວງ ເງ້ອານ), ຕະຫຼາດ ບ໊ານ (ແຂວງ ແທງຮ່ວາ), ຕະຫຼາດ ບັກຮ່າ, ກ໋າຍເກົ໋າ (ແຂວງ ລາວກາຍ), ຕະຫຼາດ ຈ່າຫຼິ໊ງ (ແຂວງ ກາວບັ່ງ)... ແນວໃດກໍ່ຕາມ, ຕະຫຼາດ ງົວ, ຄວາຍ ງຽນລວານ (ເມືອງ ປ໋າກນໍ້າ, ແຂວງ ບັກກ້ານ) ແມ່ນມີສີສັນພິເສດສຸດ ເພາະ ຍັງຄົງຮັກສາທາງວັດທະນະທຳ ທີ່ເປັນເອກະລັກສະເພາະ ແລະ ເປັນຕະຫຼາດ ທີ່ມີຈຳນວນ ງົວ, ຄວາຍ ຂາຍໄດ້ຫຼາຍທີ່ສຸດ ໃນທົ່ວປະເທດ.

ຕະຫຼາດງົວ, ຄວາຍ ງຽນລວານ ຕັ້ງຢູ່ເມືອງ ປ໋າກນໍ້າ ແຂວງ ບັກກ້ານ, ຕັ້ງຢູ່ຮ່ອມພູ ຂອງ ບ້ານ ດິ໋ງ ແລະ ບ້ານ ຂວາຍອູ໋ນ, ຫ່າງຈາກເສັ້ນທາງ ລະຫວ່າງແຂວງ 258B ປະມານ 500 ມ, ດັ່ງນັ້ນ ສຸດທີ່ສະດວກ ໃນການເດີນທາງໄປ-ມາ, ເຕົ້າໂຮມສິນຄ້າ, ຄ້າຂາຍ ແລະ ຂົນສົ່ງ.

 

ນີ້ແມ່ນຕະຫຼາດຂາຍສົ່ງ ງົວ, ຄວາຍ ທີ່ສຳຄັນ ຂອງ ແຂວງ ບັກກ້ານ ແລະ ທົ່ວທັງເຂດພາກເໜືອ ຫວຽດນາມ. ຈຳນວນ ງົວ, ຄວາຍ ຢູ່ຕະຫຼາດ ສ່ວນຫຼາຍແມ່ນຈະຖືກສົ່ງໄປ ແຂວງ, ນະຄອນ ຫຼາຍແຫ່ງ ເຊັ່ນ: ຖ໋າຍງວຽນ, ຮ່າໂນ້ຍ, ນາມດິ້ງ, ລ້າງເຊີນ... ໃນ ເດືອນ ທັນວາ ຕະຫຼາດແມ່ນຄຶກຄື້ນທີ່ສຸດ ຍ້ອນວ່າ ປະຊາຊົນ ມາຊື້ ເມືອກຽມໄວ້ ໃນໂອກາດປີໃໝ່. ມີຫຼາຍມື້ ຈຳນວນງົວ, ຄວາຍ ຖືກຊື້-ຂາຍ ຈໍານວນ ຫຼາຍພັນໂຕ. 


ການເຄື່ອນໄຫວຊື້-ຂາຍ ຢູ່ຕະຫຼາດໄດ້ດຳເນີນໄປຢ່າງງ່າຍດາຍ, ຜູ້ຂາຍ ໃຫ້ລາຄາ, ຜູ້ຊື້ຕໍ່ລອງລາຄາ ຕາມໃຈມັກ ຈົນເມື່ອ ສອງຝ່າຍຕົກລົງກັນ ແລ້ວກໍຈ່າຍເງິນ, ຈູງງົວ, ຄວາຍ ເມືອ. ທ່ານ ມາ​ກຽນ​ລືວ, ມາຈາກແຂວງ ກາວບ່ັງ ໃຫ້ຮູ້ວ່າ: “ຂ້າພະເຈົ້າ ມາ ຕະຫຼາດແຫ່ງນີ້ ຊື້ ງົວ, ຄວາຍ ເປັນປະຈຳ. ການຊື້-ຂາຍຢູ່ທີ່ນີ້ ແມ່ນງ່າຍ ແລະ ໄວ. ປະຊາຊົນ ມີຄວາມຊື່ສັດ ແລະ ບໍ່ເວົ້າຫຼາຍ. ທຸກໆ ມື້ຂ້າພະເຈົ້າຊື້ງົວ, ຄວາຍ ແຕ່ 9-10 ໂຕ. ແຕ່ລະເດືອນ ຂ້າພະເຈົ້າ ຊື້ງົວ, ຄວາຍ ປະມານ 100 ໂຕ ຈາກຕະຫຼາດແຫ່ງນີ້”.

 

ປັດຈຸບັນ ຢູ່ຕະຫຼາດ ງຽນລວານ, ງົວ, ຄວາຍ ຈະຂາຍໃນລາຄາ ຄວາຍ ໃຫຍ່ ໂຕໜຶ່ງ ອາຍຸ 3-4 ປີ ສາມາດຂາຍໄດ້ລາຄາ ເກືອບ 40 ລ້ານດົ່ງ. ງົວ, ຄວາຍ ຂຶ້ນກັບວ່າ ໂຕໃຫຍ່ ຫຼື ນ້ອຍ ຈະມີລາຄາ ຂາຍ ແຕກຕ່າງກັນ, ຕົວຢ່າງຄື: ງົວນ້ອຍ ອາຍຸໜຶ່ງປີ ມີລາຄາ ກວ່າ 10 ລ້ານດົ່ງ. ສ່ວນຫຼາຍ ຄົນທ້ອງຖິ່ນ ມາຕະຫຼາດ ຊື້ງົວ ນ້ອຍ, ຄວາຍ ນ້ອຍ ຫຼື ງົວຈ່ອຍ, ຄວາຍຈ່ອຍ ເພື່ອນໍາໄປລ້ຽງໃຫ້ ຕຸ້ຍ ແລ້ວເອົາໄປຂາຍ ເກງກຳໄລ ໃນມື້ຕະຫຼາດນັດຕໍ່ໆ ໄປ. ແຕ່ ກໍ່ຍັງມີຄົນມາຕະຫຼາດແຫ່ງນີ້ ເພື່ອ ເລືອກຊື້ງົວ, ຄວາຍ ໂດຍ ຈຸດປະສົງ ນຳໃຊ້ ເຂົ້າໃນການປູກຝັງ ແລະ ຂະຫຍາຍແນວພັນ. ທ່ານ ເຢືອງວັນກີ, ຊາວເຜົ່າ ມົ້ງ ຢູ່ບ້ານ ນ່າໄພ, ຕາແສງ ງຽນລວານ ໃຫ້ຮູ້ວ່າ: “ຜົວເມຍ ຂ້າພະເຂົ້າ ໄປຕະຫຼາດ ຊື້ ງົວແມ່. ຄອບຄົວຂອງຂ້າພະເຈົ້າມີງົວ 5 ໂຕແລ້ວ, ແຕ່ຂ້າພະເຈົ້າ ຢາກ ຊື້ ອີກໂຕໜຶ່ງ ເພື່ອໃຫ້ມັນເກີດລູກ. ຂ້າພະເຈົ້າ ຫາກໍ່ຂາຍງົວເຖິກ ມູນ ຄ່າກວ່າ 20 ລ້ານດົ່ງ ເພື່ອມີເງິນຊື້ໂຕໃໝ່”. 

 

 

 


ທ່ານ ຫງວຽນ​ວັນ​ວິກ ຈາກບ້ານ​ ລົ່ມແມ່ວ, ຕາ​ແສງ ຈູເຮືອງ, ເມືອງ ບາ​ເບ໊ ໄດ້​ເດີນ​ທາງ​ເກືອບ 20 ກມ ເພື່ອ​ຂາຍ​ງົວ 5 ໂຕ. ​​ໂຕໃຫຍ່​ສຸດ ​ອາຍຸ 4 ປີ ໃນລາຄາ 16,5 ລ້ານ​ດົ່ງ, ​ໂຕ​ນ້ອຍ​ສຸດ​ ​ອາຍຸ 1 ປີ ​ໃນ​ລາຄາ 8 ລ້ານ​ດົ່ງ. ທ່ານ ວິກ ກ່າວ​ວ່າ: “ຂ້າພະ​ເຈົ້າ ຂາຍສະເພາະແຕ່ ງົວ, ​ໃນຕະຫຼາດນັດ ​ແຕ່ລະຄັ້ງ​ ກໍ​ເອົາ​ງົວ 5-6 ໂຕ​ໄປ​ຕະຫຼາດ, ຂ້າພະ​ເຈົ້າ​ເກັບ​ຊື້ງົວ​ ຈາກ​ຄົນ​ທ້ອງ​ຖິ່ນມາລ້ຽງ, ​ແລ້ວ​ກໍ​ເອົາ​ໄປ​ຂາຍຢູ່ຕະຫຼາດ. ໂຊກ​ດີ, ຂ້າ​ພະ​ເຈົ້າ​ສາ​ມາດ​ສ້າງ​ກຳ​ໄລ​ໄດ້ 1-2 ລ້ານ​ດົ່ງ/ໂຕ, ບາງ​ເທື່ອ​ຂາຍ​ໄດ້​ກຳ​ໄລ​ແຕ່ 200.000-300.000 ດົ່ງ/ໂຕ ກໍຂາຍ”.


ຕະຫຼາດແຫ່ງນີ້ ມີຄວາຍຈ່ອຍຫຼາຍໂຕ, ສັດເຫຼົ່ານີ້ ມັກຈະຖືກ ເລືອກ ຈາກຄອບຄົວ ທີ່ມີເງື່ອນໄຂສະດວກ ແລະ ພໍ່ຄ້າ ແມ່ຄ້າ ຊື້ມາລ້ຽງ ໃຫ້ຕຸ້ຍແລ້ວເອົາໄປຂາຍຕໍ່. ທ່ານ ​ເລືອງວັນ​ຖວດ, ຢູ່ບ້ານ ຄາງນິງ, ​ເມືອງ ບາ​ເບ໊ ​ໄດ້​ໃຊ້​ເງິນ​ເກືອບ 60 ລ້ານ​ດົ່ງ ​ເພື່ອ​ຊື້​ຄວາຍ 3 ​ໂຕ, ​ໂຕໃຫຍ່​ແຕ່ຈ່ອຍ. ທ່ານ​ ຖວດ ກ່າວວ່າ: “ຂ້າພະ ເຈົ້າ ​ມີ​ບ່ອນ​ລ້ຽງປ່ອຍ, ຊື້​ມາ​ລ້ຽງ​ໄດ້​ປະມານ 1-2 ​ເດືອນ​ແລ້ວ ​ຈຶ່ງ​ເອົາ​ໄປ​ຂາຍ​ຢູ່​ຕະຫຼາດ, ສ້າງ​ກຳ​ໄລ​ໄດ້ 2-3 ​ລ້ານ​ດົ່ງ​/ໂຕ”.

 

  • ບົດ: ໂດ໊ກວາງຕ໋ວນຮວ່າງ, ຮວ່າງຢາງ - ພາບ: ໂດ໊ກວາງຕ໋ວນຮວ່າງ, ຮວ່າງຢາງ
  • ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ

 

 


Top