ເຝີ ເຂົ້າກ້ອງ ພັນກຸ້ງ-ຊີ້ນ

ເຝີ ເຂົ້າກ້ອງ ພັນກຸ້ງ-ຊີ້ນ


ການຮັກສາຈິດວິນຍານ ຂອງ ລາຍການອາຫານເຝີ ພັນແບບດັ້ງ ເດີມ ແຕ່ໄດ້ນຳເອົາລົມຫາຍໃຈ ຂອງ ຍຸກສະໄໝ, ລາຍການອາຫານ ເຝີ ພັນກຸ້ງ-ຊີ້ນ ຢູ່ຮ້ານອາຫານ Senté (ຮ່າໂນ້ຍ) ແມ່ນຫຼັກຖານຢັ້ງ ຢືນເຖິງຄວາມຄິດສ້າງສັນ ທີ່ບໍ່ເຄີຍຢຸດຢັ້ງ ຂອງ ອາຫານ ຫວຽດ. ເຝີ ພັນ ແຕ່ລະອັນແມ່ນການ ປະສົມປະສານ ທີ່ລະອຽດອ່ອນ ລະຫວ່າງ ວັດຖຸດິບ ທີ່ດີ ຕໍ່ສຸຂະພາບ ແລະ ສິລະປະ ໃນການຈັດວາງ, ນຳມາ ເຊິ່ງ ປະສົບການ ທີ່ຄຸ້ນເຄີຍ ແລະ ໃໝ່ ໄປພ້ອມໆ ກັນ ໃຫ້ກັບລູກຄ້າ ທັງ ພາຍໃນ ແລະ ຕ່າງປະເທດ.

 

ວັດຖຸດິບ ຕ່າງໆ ເຊັ່ນ: ຫົວບົວ, ກຸ້ງ ແລະ ຊີ້ນສັນຫຼັງໝູ ແມ່ນ ວັດຖຸ ດິບຫຼັກ ຂອງ ລາຍການອາຫານນີ້.

 

ແທນທີ່ຈະໃຊ້ແປ້ງເຝີ ສີຂາວທົ່ວໄປ, ພໍ່ຄົວຂອງຮ້ານ Senté ໄດ້ໃຊ້ ເຂົ້າກ້ອງ ເຮັດເສັ້ນເຝີ, ມີສີນ້ຳຕານ ທຳມະຊາດ, ມີຄວາມໜຽວ-ນຸ້ມ ແລະ ອຸດົມໄປດ້ວຍສານອາຫານ. ເຝີ ທີ່ເປັນແຜ່ນ ຈະຫໍ່ເອົາ ສ່ວນ ປະກອບພາຍໃນ ເຊິ່ງປະກອບດ້ວຍ ກຸ້ງຕົ້ມ ສົດ, ຊີ້ນໝູປີ້ງ, ເຫັດ ຂາ ໄກ່, ຫົວບົວ, ໝາກແຕງ ແລະ ຜັກຊີ, ສ້າງເປັນ ຄວາມກົມກຽວ ທີ່ ສົມບູນແບບ ລະຫວ່າງກິ່ນ-ສີ-ລົດຊາດ.


 
 

ຈຸດເດັ່ນ ຂອງ ອາຫານແມ່ນຢູ່ທີ່ ຊີ້ນໝູ ທີ່ໄດ້ນຳໄປໝັກ ຢ່າງພິຖີພິຖັນ ເປັນເວລາຫຼາຍຊົ່ວໂມງ ແລະ ນຳໄປປີ້ງ ດ້ວຍໄຟ ທີ່ພໍດີ ເພື່ອ ຮັກສາລົດຊາດ ທີ່ນຸ້ມ-ຫວານ ແລະ ກິ່ນຫອມ ທີ່ເປັນເອກະລັກ. ພ້ອມນັ້ນຍັງມີລົດຫວານສົດ ຂອງ ກຸ້ງ, ຄວາມກອບ-ເຢັນຂອງ ຜັກ ແລະ ຄວາມມັນ-ແຊບ ຂອງ ໝາກງາຂາວ, ຫອມບົ່ວຈຽວ ທີ່ ໂຮຍ ຢູ່ດ້ານນອກ, ທັງໝົດນີ້ ໄດ້ສ້າງຄວາມສົມດຸນ ແລະ ອາລົມຄວາມຮູ້ສຶກ. ສິ່ງທີ່ຂາດບໍ່ໄດ້ ແມ່ນນ້ຳຈິ້ມ ທີ່ປຸງແຕ່ງຢ່າງພິຖີພິຖັນ, ລົດຊາດພໍດີ, ພຽງພໍ ເພື່ອເພີ່ມ ລົດຫວານ ໃຫ້ກັບອາຫານທະເລ ແລະ ຜັກ ໄດ້ຢ່າງເຕັມທ່ີ.

 

ເຝີເຂົ້າກ້ອງພັນ ກຸ້ງ-ຊີ້ນ ບໍ່ພຽງແຕ່ເປັນອາຫານເທົ່ານັ້ນ, ແຕ່ຍັງ ເປັນ ວິທີ ທີ່ Senté ໄດ້ເລົ່າເລື່ອງລາວ ຂອງ ອາຫານ ຫວຽດ, ເປັນບ່ອນທີ່ ເຄົາລົບປະເພນີ ແລະ ສົ່ງເສີມຄວາມຄິດສ້າງສັນ, ນຳມາເຊິ່ງປະສົບ ການທີ່ງົດງາມ, ດີຕໍ່ສຸຂະພາບ ແລະ ເຕັມໄປດ້ວຍ ເອກະລັກສະ ເພາະ ໃຫ້ກັບລູກຄ້າ ທັງພາຍໃນ ແລະ ຕ່າງປະເທດ.

ລາຍການອາຫານ ເຝີເຂົ້າກ້ອງ ພັນກຸ້ງ-ຊີ້ນ.
  • ບົດ ແລະ ພາບໂດຍ: ແທງຢາງ - ແປໂດຍ: ບິກລຽນ

 


 


Top