ເຂົ້າກ້ອງ ໃບບົວ ໃສ້ກະດູກງົວ

ເຂົ້າກ້ອງ ໃບບົວ ໃສ້ກະດູກງົວ

ອາຫານການກິນ ຫວຽດນາມ ມີການປ່ຽນແປງ ແລະ ພັດທະນາ ຢ່າງບໍ່ຢຸດຢັ້ງ, ທັງຮັກສາມູນເຊື້ອ ທີ່ມີມາ ແລະ ຮັບເອົາສິ່ງຍອດຍິ່ງ ຂອງອາຫານທົ່ວໂລກ. ໃນທ່າອຽງດັ່ງກ່າວ, ອາຫານ ທີ່ເປັນເອກະລັກໜຶ່ງ ໄດ້ຄ່ອຍໆ ພົ້ນເດັ່ນ ຢູ່ໃນຮ້ານອາຫານຊັ້ນສູງ, ນັ້ນຄື “ເຂົ້າກ້ອງ ຫໍ່ດ້ວຍໃບບົວ ໃສ້ ກະດູກຂ້າງງົວຕົ້ມ”. ລາຍການອາຫານນີ້ ບໍ່ພຽງແຕ່ ເປັນການປະສົມປະສານ ຂອງ ວັດຖຸປະກອບ ທີ່ສົດໃໝ່ເທົ່ານັ້ນ, ແຕ່ຍັງເປັນເລື່ອງລາວ ກ່ຽວກັບຄວາມຄິດສ້າງສັນ, ເມື່ອຄວາມເປັນເອກະລັກ ຂອງ ອາຫານເມືອງ ເຫວ້ ພົບກັບເຕັກນິກການປຸງແຕ່ງທີ່ທັນສະໄໝ ຂອງ ຊາວຕາເວັນຕົກ.
ຕົ້ນບົວ ຖືກປູກຢ່າງຫຼວງຫຼາຍຢູ່ ຫວຽດນາມ ແລະ ເປັນວັດຖຸດິບ ໃນການປຸງແຕ່ງອາຫານ ທີ່ເປັນເອກະລັກ ຫຼາຍເຍື່ອງ.

“ເຂົ້າກ້ອງ ໃບບົວ ໃສ້ກະດູກຂ້າງງົວຕົ້ມ” ບໍ່ແມ່ນລາຍການອາຫານ ທົ່ວໄປໃນຄົວເຮືອນ, ແຕ່ເປັນຜົນງານດ້ານອາຫານການກິນ ທີ່ຖືກ ປຸງແຕ່ງຢ່າງລະອຽດ, ເຊິ່ງຮຽກຮ້ອງໃຫ້ພໍ່ຄົວ ຕ້ອງມີຄວາມເຂົ້າໃຈ ຢ່າງເລິກເຊິ່ງ ກ່ຽວກັບວັດຖຸດິບ ແລະ ເຕັກນິກການປຸງແຕ່ງ. ລາຍ ການອາຫານນີ້ ມີສ່ວນປະກອບ 3 ຢ່າງ, ແຕ່ລະສ່ວນປະກອບ ມີ ຄວາມໂດດເດັ່ນ ໂດຍສະເພາະ.

ວັດຖຸດິບ ໃນການເຮັດ “ເຂົ້າກ້ອງ ໃບບົວ” ຕ້ອງເປັນວັດຖຸດິບ ທີ່ສົດ ໃໝ່.

ທໍາອິດ ແມ່ນເຂົ້າກ້ອງ, ຊຶ່ງເປັນເຂົ້າ ທ່ີອຸດົມໄປດ້ວຍເສັ້ນໃຍ ແລະ ທາດບໍາລຸງຫຼາຍກວ່າເຂົ້າຂາວທົ່ວໄປ. ເມື່ອໜຶ້ງສຸກ, ເຂົ້າກ້ອງ ຈະມີຄວາມໜຽວ ແລະ ລົດຊາດ ທີ່ເປັນເອກະລັກ. ເຂົ້າບໍ່ພຽງແຕ່ ໜຶ້ງສຸກທໍາມະດາ, ແຕ່ຍັງຖືກປຸງລົດດ້ວຍນ້ຳສະອີວ ຍີ່ປຸ່ນ, ຊອ໋ດໝາກເຜັດ ແລະ ໝາກງາຂາວ ປັ່ນ ນຳມາເຊິ່ງລົດຊາດ ທີ່ເຂັ້ມຂຸ້ນ ແລະ ມີກິ່ນຫອມ ທີ່ລະອຽດອ່ອນ.


 
ສ່ວນປະກອບທີສອງແມ່ນໃບບົວ. ໄດ້ຮັບແຮງບັນດານໃຈ ຈາກວິທີ ການຫໍ່ເຂົ້າຕ້ົມ ດ້ວຍໃບບົວ ຂອງ ຊາວເມືອງເຫວ້, ໃບບົວ ບໍ່ພຽງແຕ່ ໃຊ້ສຳລັບຫໍ່ເທົ່ານັ້ນ, ແຕ່ຍັງໃຊ້ເພື່ອເພີ່ມກິ່ນຫອມ ໃຫ້ແກ່ເມັດເຂົ້າ. ເມື່ອນໍາໄປໜຶ້ງ, ອາຍຮ້ອນ ຈະປຸກກິ່ນຫອມ ທີ່ບໍລິສຸດອ່ອນໆ ຂອງ ໃບບົວ ເຮັດໃຫ້ຊຶມເຂົ້າໄປໃນເມັດເຂົ້າ ເທື່ອລະໜ້ອຍ ຊຶ່ງສ້າງປະສົບການທາງລົດຊາດ ທີ່ແສນສະບາຍ ແລະ ແຕກຕ່າງ. ກິ່ນຫອມ ຂອງໃບບົວເຮັດໃຫ້ອາຫານເຍື່ອງນີ້ ມີຄວາມສົມດຸນ ກັບລົດຊາດທີ່ເຂັ້ມຂຸ້ນ ຂອງ ກະດູກຂ້າງງົວຕົ້ມ.

ຫຼັງຈາກປີ້ງ ໃຫ້ມີຮອຍໄໝ້ເລັກນ້ອຍ, ກະດູດຂ້າງ ຖືກຕັດ ເປັນຕ່ອນ ພໍດີຄຳ.
ວັດຖຸດິບ ຖືກຫໍ່ດ້ວຍໃບບົວ ແລະ ນຳໄປໜຶ້ງຄືນໃໝ່ ເພື່ອໃຫ້ ລົດ ຊາດເຂົ້າກັນ.

 ຈິດວິນຍານ ຂອງ ລາຍການອາຫານນີ້ ກໍຄື ກະດູກຂ້າງງົວຕົ້ມ. ນີ້ ແມ່ນຄວາມຄິດສ້າງສັນ ຂອງ ພໍ່ຄົວ ທີ່ໄດ້ສະແດງອອກ ຢ່າງຈະແຈ້ງທີ່ສຸດ. ແທນທີ່ຈະໃຊ້ວິທີຕົ້ມແບບປົກກະຕິ, ກະດູດຂ້າງງົວ ຈະຖືກ ປຸງເອືອບ ດ້ວຍນ້ຳສະອີວ ຍີ່ປຸ່ນ, ຊອ໋ດໝາກເຜັດ, ໝາກງາຂາວ ປັ່ນ ແລະ ຈາກນັ້ນຖືກນຳໄປ ໃສ່ຖົງດູດສູນຍາກາດ ທີ່ໃຊ້ສະເພາະ. ຈາກນັ້ນ, ຖົງກະດູກຂ້າງງົວ ກໍຈະຖືກນຳໄປຕົ້ມ ໃນໝໍ້ນ້ຳ ທີ່ຄວບຄຸມອຸ່ນຫະພູມ ໃນລະດັບ 57 ອົງສາເຊ ແລະ ເປັນເວລາ 4 ຊົ່ວໂມງ.

ລາຍການອາຫານ “ເຂົ້າກ້ອງ ໃບບົວ ໃສ້ກະດູກຂ້າງງົວຕົ້ມ” ທີ່ສຳ ເລັດຮູບ.

ລາຍການອາຫານ “ເຂົ້າກ້ອງ ໃບບົວ ໃສ້ກະດູກຂ້າງງົວຕົ້ມ” ເປັນ ຫຼັກຖານທີ່ຊັດເຈນ ໃນການພັດທະນາ ອາຫານການກິນ ຫວຽດນາມ ໃນຍຸກໂລກາພິວັດ. ບໍ່ພຽງແຕ່ ເປັນອາຫານແຊບໆ ເທົ່ານັ້ນ, ແຕ່ຍັງເປັນເລື່ອງລາວ ກ່ຽວກັບການແລກປ່ຽນທາງດ້ານ ວັດທະນະທຳ ເຊິ່ງ ປະສົມປະສານ ຄວາມໂດດເດັ່ນ ຂອງປະເພນີ ແລະ ເຕັກນິກ ທີ່ທັນສະໄໝ ຢ່າງລະອຽດອ່ອນ. 

ບົດ ແລະ ພາບ: ແທງຢາງ - ແປໂດຍ: ບິກລຽນ

 


Top