ເກິ່ນເຢີ່ - ຈຸດນັດພົບ ຂອງ ການທ່ອງທ່ຽວສີຂຽວ

ເກິ່ນເຢີ່ - ຈຸດນັດພົບ ຂອງ ການທ່ອງທ່ຽວສີຂຽວ

ຢູ່ຫ່າງຈາກໃຈກາງນະຄອນ ໂຮ່ຈີມິນ ປະມານ 50 ກມ, ເກິ່ນເຢີ່ ດຶງດູດນັກທ່ອງທ່ຽວ ດ້ວຍປ່າ ໂກງກາງ ທີ່ກວ້າງໃຫຍ່, ລະບົບນິເວດປ່າຊາຍເລນ ທີ່ໄດ້ຮັບການຮັບຮອງ ຈາກ UNESCO ແລະ ປະສົບການທ່ອງທ່ຽວນິເວດ ທີ່ຕິດພັນ ກັບການອະນຸລັກ ທຳມະຊາດ.

ຕັ້ງຢູ່ທາງທິດຕາເວັນອອກສ່ຽງໃຕ້ ຂອງນະຄອນ ໂຮ່ຈີມິນ, ປ່າປ້ອງກັນ ເກິ່ນເຢີ່ ແມ່ນໜຶ່ງໃນຈຸດໝາຍປາຍທາງ ນິເວດ ທີ່ໂດດເດັ່ນຂອງເຂດພາກໃຕ້. ຈາກດິນແດນ ທີ່ເຄີຍຖືກ ທຳລາຍຢ່າງໜັກໜ່ວງໃນປາງສົງຄາມ, ເກິ່ນເຢີ່ ໄດ້ຟື້ນຊີບ ຄືນໃໝ່ ຢ່າງແຂງແຮງ  ແລະ ກາຍເປັນ ເຂດສະຫງວນ ຊີວະມົນທົນໂລກ ແຫ່ງທຳອິດ ຂອງ ຫວຽດນາມ ທີ່ UNESCO ໃຫ້ການຮັບຮອງ.

ເກິ່ນເຢີ່ ກາຍເປັນ “ຫ້ອງທົດລອງສີຂຽວ” ໃນວິວັດທະນາການ ຫຼຸດຜ່ອນ ການປ່ອຍອາຍພິດ, ມຸ່ງສູ່ ເປົ້າໝາຍ ການປ່ອຍອາຍພິດ ເທົ່າກັບ “0” ໃນປີ 2050 ຂອງ ນະຄອນ ໂຮ່ຈີມິນ ແລະ ຫວຽດນາມ. ພາບ: ຮົ່ງດາດ/VNA

ດ້ວຍເນື້ອທີ່ ປ່າຊາຍເລນກວ່າ 34.000 ເຮັກຕາ, ຢູ່ທີ່ນີ້ ມີລະບົບນິເວດ ທີ່ເປັນເອກະລັກ ໂດຍມີພືດ ໃນຕະກຸນ ຕົ້ນ ໂກງກາງ, ຕົ້ນ ແໝ້ມ ແລະ ຕົ້ນ ພັງກາ ຫຼື ຕົ້ນເວັດ ສັບປ່ຽນກັນ ສ້າງເປັນພື້ນທີ່ສີຂຽວ ຂະໜາດໃຫຍ່. ລະບົບ ຮາກ ທ່ີຊັບຊ້ອນຂອງມັນ ໄດ້ຊ່ວຍຢຶດດິນ, ປ້ອງກັນ ການເຊາະເຈື່ອນ ແລະ ຈຳກັດການຊຶມເຂົ້າ ຂອງ ນໍ້າເຄັມ, ທັງມີສ່ວນ ຊ່ວຍປັບອາກາດ ໃຫ້ກັບເຂດຕົວເມືອງ ທີ່ມີປະຊາກອນ ໜາແໜ້ນທີ່ສຸດຂອງ ຫວຽດນາມ.  

ເມື່ອມາຢ້ຽມຢາມ ເກິ່ນເຢີ່, ນັກທ່ອງທ່ຽວ ສາມາດສຳຜັດກັບ ຄວາມຮູ້ສຶກທີ່ ໄດ້ແຍກຕົວ ອອກຈາກວິຖີຊີວິດ ທີ່ວຸ້ນວາຍ ຂອງຕົວເມືອງ ເພື່ອເຈືອຈານເຂົ້າ ກັບທຳມະຊາດ ທີ່ຍັງ ຮັກສາ ຄວາມເປັນທໍາມະຊາດ. ເສັ້ນທາງເຮືອຈັກ ເລັດລອດ ຜ່ານ ປ່າໂກງກາງ, ສຽງນົກນ້ຳ ທ່າມກາງຄວາມສະຫງົບ ແລະ ສີຂຽວທີ່ຍາວຢຽດຢ່າງບໍ່ມີທີ່ສິ້ນສຸດ ໄດ້ສ້າງເປັນ ຄວາມມີສະເໜ່ ສະເພາະຕົວ ຂອງ ເຂດປາກທະເລແຫ່ງນີ້.

ປະລິນຍາໂທ ບຸ່ຍຫງວຽນເຖ໋ກຽດ, ຫົວໜ້າ ຫ້ອງການ ຄຸ້ມຄອງ ພັດທະນາ ຊັບພະຍາກອນ, ຄະນະຄຸ້ມຄອງ ປ່າປ້ອງກັນ ເກິ່ນເຢີ່ ແມ່ນຜູ້ທີ່ມີຫຼາຍຂໍ້ລິເລີ່ມ, ວິທີແກ້ໄຂ ຕົວຈິງ ປະກອບສ່ວນ ຍົກສູງ ປະສິດທິພາບ ວຽກງານຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາ ປ່າຊາຍເລນ ເກິ່ນເຢີ່ - ເຂດສະຫງວນ ຊີວະມົນທົນ ແຫ່ງທໍາອິດ ຂອງ ຫວຽດນາມ ທີ່ໄດ້ຮັບການຮັບຮອງ ຈາກ UNESCO. ພາບ: ຮົ່ງດາດ/VNA
 

ຈຸດໝາຍປາຍທາງ ທີ່ໂດດເດັ່ນ ເຊັ່ນ: ເຂດທ່ອງທ່ຽວນິເວດ ຫວ່າມຊາດ, ເກາະ ລີງ ແລະ ບຶງ ເຈຍ ໄດ້ດຶງດູດ ນັກທ່ອງທ່ຽວ ເປັນຈຳນວນຫຼວງຫຼາຍ ຍ້ອນມີລະບົບພືດ ແລະ ສັດ ທີ່ອຸດົມສົມບູນ, ພູມພາບທາງນ້ຳ ທີ່ເປັນເອກະລັກ ແລະ ກິດຈະກຳຄົ້ນຫາທຳມະຊາດ.  

ທ່ານ ຫງວຽນຮື໊ວເອິນ, ຮອງຫົວໜ້າຂະແໜງວາງແຜນ - ພັດທະນາ ຜະລິດຕະພັນທ່ອງທ່ຽວນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ ຂະແໜງ ທ່ອງທ່ຽວໄດ້ກຳນົດໃຫ້ ເກິ່ນເຢີ່ ແມ່ນຕ່ອງໂສ້ ຍຸດທະສາດ ໃນພື້ນທີ່ການພັດທະນາໃໝ່ ຂອງ ນະຄອນ, ທັງແມ່ນເຂດທີ່ມີບົດບາດສໍາຄັນ ໃນທິດທາງ ການຂະຫຍາຍ ພື້ນທີ່ ການເຕີບໂຕ ໄປຕາມທິດສີຂຽວ, ຍືນຍົງ ແລະ ເຂົ້າສູ່ ລວງເລິກ.  

ທ່ານ ຫງວຽນຮື໊ວເອິນ ຄາດວ່າ ເກິ່ນເຢີ່ ບໍ່ພຽງແຕ່ແມ່ນ ຈຸດໝາຍປາຍທາງ ຂອງ ການທ່ອງທ່ຽວ ທຳມະດາ ພຽງຢ່າງດຽວເທົ່ານັ້ນ, ແຕ່ຍັງແມ່ນພື້ນທີ່ເຊື່ອມໂຍງ ລະຫວ່າງ ຕົວເມືອງທັນສະໄໝ ກັບລະບົບນິເວດທະເລ, ປ່າຊາຍເລນ ແລະ ຄຸນຄ່າວັດທະນະທຳທ້ອງຖິ່ນ ທີ່ເປັນເອກະລັກ ຂອງເຂດແຄມທະເລພາກໃຕ້. ຂໍ້ໄດ້ປຽບຕ່າງໆ ເຊັ່ນ: ເຂດສະຫງວນຊີວະມົນທົນໂລກ, ລະບົບນິເວດ ປ່າຊາຍເລນ, ຊັບພະຍາກອນທະເລ ພ້ອມກັບມູນຄ່າ ວັດທະນະທຳ ຊຸມຊົນ ເຊັ່ນ: ທ່ຽງລຽ່ງ, ອາຊີບປະມົງ ແລະ ເທດສະການປະເພນີ ໄດ້ສ້າງພື້ນຖານ ເພື່ອພັດທະນາຮູບແບບ ການທ່ອງທ່ຽວ ນິເວດ, ການພັກຜ່ອນເພື່ອສຸຂະພາບ, ການເບິ່ງແຍງສຸຂະພາບ, ການທ່ອງທ່ຽວຊຸມຊົນ, ກິລາທະເລ ແລະ ການທ່ອງທ່ຽວທາງນ້ຳ.

 

ປ່າຊາຍເລນ ເກິ່ນເຢີ່ ໄດ້ຖືວ່າ ແມ່ນ “ປອດຂຽວ” ຂອງ ນະ ຄອນ ໂຮ່ຈີມິນ ແລະ ບັນດາ ເຂດໃກ້ຄຽງ, ປະກອບສ່ວນ ປັບອາກາດ, ປົກປັກຮັກສາ ສະພາບແວດລ້ອມ ການດຳລົງຊີວິດ ຂອງ ປະຊາຊົນ. ພາບ: ຮົ່ງດາດ/VNA
ຫ້ອງສະແດງ ແນະນຳ ຄວາມຫຼາກຫຼາຍ ທາງຊີວະພາບ ຂອງ ເຂດສະຫງວນ ຊີວະມົນທົນ ປ່າຊາຍເລນ ເກິ່ນເຢີ່. ພາບ: ຫງວຽນລວນ/VNP

ໃນໄລຍະຈະເຖິງນີ້, ນະຄອນໂຮ່ຈີມິນ ໄດ້ກຳນົດທິດທາງ ການຫັນປ່ຽນ ຈາກການ ຂຸດຄົ້ນ ຊັບພະຍາກອນ ທຳມະຊາດ ພຽງຢ່າງດຽວ ມາເປັນການຍົກສູງ ມູນຄ່າ ປະສົບການ ແລະ ພັດທະນາຜະລິດຕະພັນທ່ອງທ່ຽວ ທີ່ມີຄຸນະພາບສູງ ຕິດພັນ ກັບ ເປົ້າໝາຍ ການພັດທະນາ ແບບຍືນຍົງ. ຄາດວ່າ ເກິ່ນເຢີ່ ຈະມີສ່ວນຮ່ວມໃນການສ້າງຮູບແບບ “ຈຸດໝາຍປາຍທາງດຽວ - ລະບົບນິເວດປະສົບການ ນາໆ ປະການ”, ເຊິ່ງເປັນບ່ອນທີ່ ນັກທ່ອງທ່ຽວ ສາມາດ ປະສົມປະສານ ການທ່ອງທ່ຽວ ຕົວເມືອງ, ນິເວດ, ພັກຜ່ອນ ເພື່ອສຸຂະພາບ, ວັດທະນະທຳ, ອາຫານການກິນ ແລະ ທະເລ ໃນການເດີນທາງດຽວກັນ.  

ບັນດາໂຄງການ ພື້ນຖານໂຄງລ່າງຂະໜາດໃຫຍ່ ໄດ້ຖືວ່າ ແມ່ນແຮງຍູ້ດັນໃໝ່ ໃຫ້ກັບການທ່ອງທ່ຽວ ເກິ່ນເຢີ່. ທ່ານ ຫງວຽນຮື໊ວເອິນ ກ່າວວ່າ ບັນດາໂຄງການ ເຊື່ອມໂຍງ ມຸ່ງໜ້າສູ່ທະເລ ຈະຊ່ວຍຈັດໂຄງສ້າງ ພື້ນທີ່ ການພັດທະນາ ການທ່ອງທ່ຽວທາງທິດໃຕ້ ຂອງນະຄອນ ໂຮ່ຈີມິນ ຄືນໃໝ່, ໂດຍສະເພາະໂຄງການຂົວ ເກິ່ນເຢີ່ ດ້ວຍເງິນລົງທຶນ ຫຼາຍກວ່າ 13.200 ຕື້ດົ່ງ, ຄາດວ່າ ຈະສໍາເລັດໃນປີ 2029, ຫວັງວ່າ ຈະຊ່ວຍຫຼຸດເວລາ ການເດີນທາງ ຈາກ ໃຈກາງ ນະຄອນ ລົງເຫຼືອ ບໍ່ຮອດໜຶ່ງຊົ່ວໂມງ, ສ້າງຄວາມສະດວກ ໃຫ້ກັບນັກທ່ອງທ່ຽວ ແລະ ນັກລົງທຶນດ້ານບໍລິການ.

ນັກທ່ອງທ່ຽວ ຖອດຖອນປະສົບການ ແລະ ຄົ້ນຫາ ລະບົບນິ ເວດ ປ່າຊາຍເລນ ເກິ່ນເຢີ່. ພາບ: ຮົ່ງດາດ/VNA

ນະຄອນ ໂຮ່ຈີມິນ ຍັງກຳນົດທິດທາງ ການພັດທະນາ ເສດຖະກິດ ຍາມຄ່ຳຄືນ ທີ່ມີເອກະລັກສະເພາະ ຂອງ ເຂດທະເລ ເກິ່ນເຢີ່, ດ້ວຍກິດຈະກຳຕ່າງໆ ເຊັ່ນ: ຕະຫຼາດ ອາຫານທະເລ ຍາມຄ່ຳ, ສິລະປະຊຸມຊົນ, ເທດສະການ ປະເພນີ, ການທ່ອງທ່ຽວທາງນ້ຳຍາມຄ່ຳຄືນ ແລະ ການພັກຜ່ອນແຄມຊາຍຝັ່ງ ເພື່ອຢືດເວລາ ການພັກແຮມ ແລະ ເພີ່ມລາຍຮັບໃຫ້ກັບປະຊາຊົນທ້ອງຖິ່ນ.  

ທ່າມກາງປ່າໂກງກາງ ທີ່ອຸດົມສົມບູນ ແລະ ພື້ນທີ່ທາງ ນ້ຳທີ່ເຢັນສະບາຍ, ເກິ່ນເຢີ່ ໃນມື້ນີ້ ບໍ່ພຽງແຕ່ແມ່ນ “ປອດຂຽວ” ຂອງ ນະຄອນ ໂຮ່ຈີມິນ ເທົ່ານັ້ນ, ແຕ່ຍັງກາຍ ເປັນຈຸດນັດພົບ ການທ່ອງທ່ຽວສີຂຽວ ທີ່ເປັນຕົວແທນ ຂອງ ພາກໃຕ້ ຫວຽດນາມ, ບ່ອນທີ່ທຳມະຊາດ, ວັດທະນະທຳ ແລະ ການພັດທະນາ ຍືນຍົງເດີນທາງ ຄວບຄູ່ກັນ ໃນເສັ້ນທາງ ການຄົ້ນຫາທີ່ ເຕັມໄປດ້ວຍຄວາມຫຼົງໄຫຼ.

  • ບົດ: ເຊີນເຫງ໊ຍ  - ພາບ: ຫງວຽນລວນ/VNP, ຮົ່ງດາດ

Top