ຮ່າມິງຄອຍ ແລະ ເສັ້ນທາງ ສູ່ລາງວັນ Forbes 30 Under 30
ຈາກເດັກຊາຍ ທ່ີເກີດຢູ່ ເຂດຊົນນະບົດ ທີ່ທຸກຍາກ ສູ່ເປັນນັກຈັດດອກໄມ້ ຄົນທຳອິດ ຂອງ ຫວຽດນາມ ທີ່ໄດ້ກາຍເປັນ ສະມາຊິກສະຖາບັນ ອອກແບບ ຈັດດອກໄມ້ ຂອງ ສ ອາເມລິກາ (AIFD) ແລະ ຖືກຈັດເຂົ້າ ບັນຊີລາຊື່ Forbes 30 Under 30. ເລື່ອງລາວ ຂອງ ຮ່າມິງຄອຍ ແມ່ນຫຼັກຖານສະແດງເຖິງພະລັງ ຂອງ ຄວາມມັກ, ຄວາມຕັ້ງໝັ້ນ ແລະ ຄວາມຮູ້ບຸນຄຸນ.
1. ໄວເດັກຂອງ ຮ່າມິງຄອຍ ເປັນຮູບພາບ ທີ່ເຕັມໄປດ້ວຍ ຄວາມ ຍາກລຳບາກ ແຕ່ກໍມີສີສັນຂອງຄວາມຮັກ ຈາກຄອບຄົວ ແລະ ທຳ ມະຊາດ. ກຳເນີດໃນຄອບຄົວ ຊາວກະສິກອນ ທີ່ທຸກຍາກ, ມີອ້າຍ ເອື້ອຍນ້ອງຮ່ວມກັນ 10 ຄົນ ຢູ່ແຂວງ ບ່າເຣ້ຍ-ຫວຸ໊ງເຕົ່າ, ໄວເດັກຂອງ ຮ່າມິງຄອຍ ຕິດພັນກັບການຊ່ວຍວຽກຄອບຄົວ ຕັ້ງແຕ່ອາຍຸ 8 ປີ ເຊັ່ນ: ເກັບສາລີ, ຮັບຈ້າງເດັດໃບດອກໄມ້.
ຄວາມຮັກດອກໄມ້ ຂອງ ຄອຍ ເລີ່ມເບັ່ງບານ ເມື່ອເຂົາໄດ້ຕິດຕາມແມ່ ໄປໂບດ ແລະ ຂໍຊ່ວຍແມ່ຊີ ຈັດດອກໄມ້. ເປັນຄັ້ງທຳອິດ ທີ່ໄດ້ເຫັນຕະຫຼາດຂາຍສົ່ງດອກ ໄມ້ຂະໜາດໃຫຍ່ ເຊິ່ງໄດ້ສ້າງຄວາມສົນ ໃຈ ຢ່າງຍິ່ງ ໃຫ້ກັບທ້າວນ້ອຍ ຄົນນີ້. ເຂົາເລີ່ມຈັດດອກໄມ້ ດ້ວຍ ຕົ້ນໄມ້ໃບຫຍ້າ ໃນສວນຂອງເຮືອນ ແລະ ຄວາມສຸກກໍເຕັມປ່ຽມ ເມື່ອໄດ້ຮັບມອບໝາຍ ເປັນຜູ້ຈັດດອກໄມ້ຫຼັກໃຫ້ກັບໂບດ, ໄດ້ຮັບຄຳຍ້ອງ ຍໍຢ່າງຈິງໃຈ ຈາກທຸກຄົນ. ເມື່ອອາຍຸ 14 ປີ, ຄອຍ ໄດ້ຂໍຊ່ວຍຈັດ ດອກໄມ້ ຢ່າງເປັນທາງການ ຢູ່ຮ້ານຄ້າແຫ່ງໜຶ່ງ ຂອງ ທ້ອງຖິ່ນ ແລະ ພຽງແຕ່ປີດຽວ, ເມື່ອອາຍຸ 15 ປີ, ຄອຍ ກໍສາມາດ ຊື້ດອກໄມ້ ມາຫໍ່ ຂາຍເອງໄດ້ ແລະ ໄດ້ຮັບການຕອບຮັບ ຢ່າງດີ ຈາກລູກຄ້າກຸ່ມທຳອິດ.
ເສັ້ນທາງການສຶກສາຂອງ ຄອຍ ບໍ່ໄດ້ສະດວກສະບາຍ. ຄອຍ ເຄີຍເສັງຕົກເຂົ້າ ມະຫາວິທະຍາໄລ ວິຈິດສິນ ຍ້ອນຂາດເຄິ່ງຄະແນນ, ເຊິ່ງເປັນເລື່ອງ ທີ່ໜ້າເສົ້າໃຈຢ່າງຍິ່ງ, ແຕ່ກໍໄດ້ເປີດປະຕູໃໝ່ໂດຍບໍ່ຕັ້ງໃຈ. ຄອຍ ໄດ້ຂຶ້ນໄປຍັງ ໄຊງ່ອນ (ນະຄອນ ໂຮ່ຈີມິນ), ທັງຮຽນ ທັງເຮັດວຽກ ເປັນຜູ້ຊ່ວຍ ຢູ່ຮ້ານຂາຍດອກໄມ້ ຊັ້ນສູງແຫ່ງໜຶ່ງ. ພຽງແຕ່ສອງເດືອນ ຫຼັງຈາກຮຽນຮູ້ວຽກ, ດ້ວຍຄວາມມັກ ແລະ ຄວາມພະຍາຍາມ ເໜືອທຳມະດາ, ເຂົາ ໄດ້ກາຍເປັນ ນັກຈັດດອກໄມ້ຫຼັກ. ເຫດການນີ້ ໄດ້ຢັ້ງຢືນເຖິງພອນສະຫວັນ ທີ່ມີມາແຕ່ກຳເນີດ ແລະ ການຕັດສິນໃຈ ອັນແຮງກ້າ ຂອງ ຄອຍ ທ່ີມີຕໍ່ອາຊີບ ດອກໄມ້.
2. ເຖິງວ່າ ຈະລົ້ມເຫຼວ ໃນການຮຽນ, ແຕ່ຄອຍ ບໍ່ໄດ້ປ່ອຍ ໃຫ້ ຕົນເອງ ຈົມຢູ່ໃນຄວາມເສຍໃຈ, ແຕ່ຖືວ່າ ນັ້ນເປັນໂອກາດ ທີ່ຈະດໍາລົງຊີວິດ ຢ່າງເຕັມທີ່ ກັບຄວາມມັກ. ແທນທີ່ຈະໄປຕາມເສັ້ນທາງ ມະ ຫາວິທະຍາໄລ ແບບດັ້ງເດີມ, ເຂົາ ໄດ້ສຸມໃສ່ໃນການຮຽນຮູ້ຕົວຈິງ, ຊອກຫາໂອກາດຮຽນຮູ້ ແລະ ພັດທະນາ ຕົນເອງຢູ່ ຕ່າງປະເທດ.
ໜຶ່ງໃນສິ່ງທ້າທາຍ ທີ່ໃຫຍ່ທີ່ສຸດ ຄືການເຂົ້າຮ່ວມ AIFD-ສະມາຄົມ ອອກແບບຈັດດອກໄມ້ ຂອງ ສ ອາເມລິກາ ທີ່ມີຊື່ສຽງ. ເຂົາ ຖືກປະຕິເສດ ວີຊາສອງຄັ້ງ ຍ້ອນອຸປະສັກ ທາງດ້ານພາສາ ອັງກິດ. ແຕ່ແທນທີ່ ຈະ ຍອມແພ້, ຄອຍ ໄດ້ໃຊ້ເວລາຫົກເດືອນ ຝຶກຝົນ ພາສາອັງກິດ ຢ່າງເຕັມທ່ີ ເພື່ອໃຫ້ບັນລຸຄວາມຕ້ອງການ, ຫຼັງຈາກນັ້ນກໍປະສົບຜົນສໍາເລັດ ການເສັງຄັ້ງທີສາມ ໃນປີ 2016, ກາຍເປັນຄົນ ຫວຽດນາມ ຄົນທຳອິດ ທີ່ໄດ້ຮັບຕໍາແໜ່ງນີ້ໃນໄວ 25 ປີ. ເຫດການນີ້ ບໍ່ພຽງແຕ່ ເປັນຂີດໝາຍສ່ວນຕົວເທົ່ານັ້ນ, ແຕ່ຍັງຢັ້ງຢືນເຖິງ ຄວາມສາມາດ ແລະ ຖານະ ຂອງ ຄົນ ຫວຽດນາມ ໃນເວທີສາກົນ.
ເມື່ອພັດທະນາອາຊີບຢູ່ ຮ່າໂນ້ຍ, ເຊິ່ງເປັນຕະຫຼາດ ທີ່ຖືວ່າ ເປັນຕະ ຫຼາດ ທີ່ຫຍຸ້ງຍາກ, ຄອຍ ກໍໄດ້ປະເຊີນໜ້າ ກັບການແກ່ງແຍ້ງ ແຂ່ງ ຂັນ ທີ່ຂ້ຽວຂາດ. ແຕ່ວ່າ ເຂົາບໍ່ໄດ້ເນັ້ນໜັກ ໃສ່ການປຽບທຽບ, ຫາກ ໄດ້ສຸມໃສ່ “ເສັ້ນທາງ ຂອງຕົນເອງ” ແລະ ຖືວ່າ ຕົນເອງ ເປັນຄູ່ແຂ່ງ ໃຫຍ່ທີ່ສຸດ ທີ່ຕ້ອງຜ່ານຜ່າໃນແຕ່ລະວັນ.
3. ເຖິງແມ່ນວ່າ ຈະໄດ້ຮັບການຍ້ອງຍໍ ຈາກ Forbes ຫວຽດນາມ ໃນ Top 30 Under 30, ແຕ່ ຄອຍ ຍັງຄົງຮັກສາຄວາມຖ່ອມຕົນ. ເຂົາບໍ່ໄດ້ຖືວ່າ ນັ້ນເປັນ “ທາງລັດ” ແຕ່ເປັນແຮງຈູງໃຈ ທີ່ຈະພັດທະນາ ຄວາມສາມາດຢ່າງບໍ່ຢຸດຢັ້ງ. ຄອຍ ໄດ້ເຂົ້າຮ່ວມ ຊຸດຮຽນ ແລະ ການ ພົບປະສົນທະນາຕ່າງໆ ຢູ່ ມາເລເຊຍ, ໂຮນລັງ, ຝຣັ່ງ, ຍີ່ປຸ່ນ, ສ ອາ ເມລິກາ, ອ່ານໜັງສືພິມ ເພື່ອອັບເດດແນວໂນ້ມ ແລະ ເພີ່ມຄວາມ ຮູ້.
ເຖິງວ່າຈະເປັນນັກສິລະປິນ ໂຣແມນຕິກ ກັບດອກໄມ້, ແຕ່ ຄອຍ ກໍມີຄວາມເປັນຈິງສູງ ໃນການວາງແຜນອາຊີບ. ຄອຍ ໄດ້ປະຕິເສດຂໍ້ສະ ເໜີ ການລົງທຶນ ຈໍານວນຫຼວງຫຼາຍ ເພື່ອຂະຫຍາຍເຄືອຂ່າຍຮ້ານຄ້າ, ເພາະເຂົາເຊື່ອວ່າ ການເຮັດດອກໄມ້ ຕ້ອງອາໄສ ຄວາມຮູ້ສຶກ ແລະ ຄວາມຕັ້ງໃຈຢ່າງສູງ ຕໍ່ຜົນງານແຕ່ລະອັນ. ເຂົາຕ້ອງການຮັກສາ “ຕົວຕົນ” ຂອງນັກສິລະປິນ ແລະ ໃຫ້ບໍລິການລູກຄ້າ ໃນແບບຂອງຕົນ.
ຄວາມປາຖະໜາຂອງ ຮ່າມິງຄອຍ ບໍ່ພຽງແຕ່ຢຸດ ຢູ່ທີ່ການສ້າງສັນ ຜົນງານດອກໄມ້ທີ່ສວຍງາມເທົ່ານັ້ນ, ແຕ່ຍັງລວມເຖິງ ວິໄສທັດ ທີ່ ກວ້າງຂວາງກວ່າ ສຳລັບ ອຸດສາຫະກໍາດອກໄມ້ ຫວຽດນາມ ແລະ ຊຸມຊົນທັງໝົດ. ເຂົາເຊື່ອວ່າ ອະນາຄົດ ຂອງ ອຸດສາຫະກໍາ ດອກໄມ້ ຫວຽດນາມ “ຈະກ້າວໄປໄກ” ແລະ ເຂົາ ຢາກເປັນສ່ວນໜຶ່ງ ຂອງ ການເດີນທາງນັ້ນ.
ບົດ: ຖາວວີ - ພາບ: ແຄ໋ງລອງ - ແປໂດຍ: ບິກລຽນ