ຮອງສາດສະດາຈານ ປອ ດຣ. ທ່ານໝໍ Christopher Michael Runyan ສະໜັບສະໜູນບັນດາໂຄງການກ່ຽວກັບພະຍາດກະດູກ ຄາງກະໄຕ ແລະ ໃບໜ້າ ໃຫ້ແກ່ໂຮງໝໍຢູ່ ຫວຽດນາມ

ຮອງສາດສະດາຈານ ປອ ດຣ. ທ່ານໝໍ Christopher Michael Runyan ສະໜັບສະໜູນບັນດາໂຄງການກ່ຽວກັບພະຍາດກະດູກ ຄາງກະໄຕ ແລະ ໃບໜ້າ ໃຫ້ແກ່ໂຮງໝໍຢູ່ ຫວຽດນາມ

ຮອງສາດສະດາຈານ ປອ ດຣ. ທ່ານໝໍ Christopher Michael Runyan - ຜູ້ອໍານວຍການ ໂຄງການຄົ້ນຄວ້າ ຂອງ Nuoy, ສ ອາ ເມລິກາ ມີ “ສາຍແນນຮັກ” ກັບ ຫວຽດນາມ ນັບຕັ້ງ ແຕ່ເພິ່ນ ອາຍຸພຽງ 19 ປີ. ເພິ່ນເດີນທາງມາ ຫວຽດນາມ ໃນຖານະທູດ “ນຳເອົາຄວາມຮູ້ທາງການແພດ ອັນເລີດລ້ຳ” ຄວາມຮັກ ແລະ ຄວາມເມດຕາ ເພື່ອສະໜັບສະໜູນ ແລະ ຍົກລະດັບວຽກງານ ການກວດ ແລະ ປິ່ນປົວພະຍາດກະດູກ ຄາງກະໄຕ ແລະ ໃບໜ້າ ໃຫ້ແກ່ເດັກນ້ອຍຢູ່ບັນດາໂຮງໝໍ ຫວຽດນາມ ເພື່ອຍົກສູງ ຄຸນນະພາບການປິ່ນປົວ, ນຳມາເຊິ່ງປະສິດທິຜົນ ການຟື້ນຟູໃຫ້ແກ່ຄົນເຈັບ ຢ່າງດີທີ່ສຸດເທົ່າທີ່ຈະເປັນໄປໄດ້.

ຮສຈ ດຣ. ທ່ານໝໍ Christopher Michael Runyan ກວດກາຄົນເຈັບ.

ຮສຈ ດຣ. ທ່ານໝໍ Christopher Michael Runyan ເຮັດວຽກຮ່ວມກັບແພດໝໍ ຫວຽດນາມ.

ໃນຖານະ ທ່ານໝໍ ທີ່ມີຄວາມຊ່ຽວຊານສູງ ແລະ ມີປະສົບການເຮັດວຽກ ແລະ ການຮ່ວມມືສາກົນ ມາເປັນເວລາຫຼາຍປີ, ເມື່ອບໍ່ດົນມານີ້, ຮອງສາດສະດາຈານ ປອ ດຣ. ທ່ານໝໍ Christopher Michael Runyan ພ້ອມດ້ວຍເພື່ອນຮ່ວມງານ ຈາກອົງການ Nuoy, ສ ອາເມ ລິກາ ໄດ້ເດີນທາງມາເຮັດວຽກຢູ່ໂຮງໝໍ ປາກ-ແຂ້ວ-ກະດູກຄາງ ກະໄຕ ສູນກາງ ນະຄອນ ໂຮ່ຈີມິນ. ໃນການເຮັດວຽກກັບຜູ້ນຳ ແລະ ທ່ານໝໍ ຫວຽດນາມ, ຮອງສາດສະດາຈານ ປອ ດຣ. ທ່ານ ໝໍ Christopher Michael Runyan ໄດ້ປຶກສາຫາລື, ວິເຄາະຢ່າງລະ ອຽດກ່ຽວກັບແຕ່ລະກໍລະນີ ຄົນເຈັບ ຫວຽດນາມ ທີ່ໄດ້ຮັບບາດເຈັບ, ຄວາມຜິດປົກກະຕິ ກ່ຽວກັບກະດູກຄາງກະໄຕ ແລະໃບໜ້າ, ພ້ອມ ທັງກວດ ຄົນເຈັບໂດຍກົງ ແລະ ສະເໜີແຜນ ການປິ່ນປົວທີ່ ເໝາະສົມທີ່ສຸດ. ຮອງສາດສະດາຈານ ປອ ດຣ. ທ່ານໝໍ Christopher Michael Runyan ໄດ້ແບ່ງປັນຄວາມມຸ່ງໝັ້ນອັນແຮງກ້າໃນຫົວຂໍ້ “ການຜ່າ ຕັດສ້າງໃບໜ້າຄືນໃໝ່ພາຍຫຼັງການບາດເຈັບທີ່ຊັບຊ້ອນ”, “ການຍືດກະດູກໃນການຜ່າຕັດປາກ ແລະ ກະດູກຄາງ ກະໄຕ”. ນີ້ແມ່ນຂົງເຂດທີ່ເພິ່ນມີປະສົບການ ຫຼາຍປີ ຢູ່ ສ ອາເມລິກາ ແລະ ດ້ວຍວິທີການນີ້ ຖ້ານຳໄປໃຊ້ໃນການປິ່ນປົວຢູ່ໂຮງໝໍປາກ-ແຂ້ວ-ກະດູກຄາງກະໄຕ ສູນກາງ ນະຄອນ ໂຮ່ຈີມິນ ຈະຊ່ວຍໃຫ້ ການແພດ ຫວຽດນາມ ໄດ້ຮັບຜົນດີຕໍ່ຄົນເຈັບ.

ໃນໄລຍະເຮັດວຽກຢູ່ ນະຄອນ ໂຮ່ຈີມິນ, ບັນດາທ່ານໝໍ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ “ປັບປຸງເຕັກນິກ ທີ່ກ້າວໜ້າໃນການຜ່າ ຕັດ ສັນຍະກຳກະດູກຄາງກະໄຕ ແລະໃບໜ້າ” ໂດຍມີຜູ້ຊ່ຽວຊານ ທີ່ມີຊື່ສຽງ 16 ທ່ານຈາກ ສ ອາເມລິກາ ເຂົ້າຮ່ວມ. ກອງປະຊຸມໄດ້ແບ່ງປັນ ແລະ ປັບປຸງຄວາມກ້າວໜ້າກ່ຽວກັບການຜ່າຕັດກະດູກ Lefort I, ເຕັກນິກຂັ້ນສູງ ກ່ຽວກັບ Lefort III ແລະ Monobloc ໃນການປິ່ນປົວຄວາມຜິດປົກກະຕິ ທີ່ຊັບຊ້ອນ ຂອງ ໂຄງສ້າງໃບໜ້າສ່ວນເທິງ ເພື່ອໃຫ້ຜູ້ປ່ວຍ ໄດ້ຜົນດີທ່ີສຸດ ແລະ ຄວາມງາມດີທີ່ສຸດ.

ຮສຈ ດຣ. ທ່ານໝໍ Christopher Michael Runyan ຮັບຟັງແພດໝໍ ຫວຽດນາມ ແບ່ງປັນສະພາບຂອງຄົນເຈັບ.


ຮສຈ ດຣ. ທ່ານໝໍ Christopher Michael Runyan ທີ່ໂຕະກວດພະຍາດຄົນເຈັບ.

ນອກເໜືອຈາກການຮ່ວມມືເຮັດວຽກກັບໂຮງໝໍປາກ-ແຂ້ວ-ກະດູກຄາງກະໄຕ ສູນກາງແລ້ວ, ຮອງສາດສະດາຈານ ປອ ດຣ. ທ່ານໝໍ Christopher Michael Runyan ຍັງໄດ້ຮ່ວມມືກັບໂຮງໝໍທົ່ວໄປ ຮົ່ງງອກ. ເພິ່ນໄດ້ຊ່ວຍໂຮງໝໍ ສ້າງຕັ້ງໂຄງການຜ່າຕັດກະດູກຄາງກະ ໄຕ ແລະ ໃບໜ້າ, ເຊິ່ງການຜ່າຕັດ ປະເພດນີ້ ເມື່ອກ່ອນຍັງຂ້ອນຂ້າງໃໝ່ສຳລັບໂຮງ ໝໍເອກະຊົນ, ໂດຍສະເພາະ, ເພິ່ນໄດ້ຝຶກອົບ ຮົມ ແລະ ແນະນຳບັນດາທ່ານໝໍ ທ້ອງຖິ່ນເພື່ອຍົກລະດັບສີມື, ສ້າງບຸກຄະລາກອນ ຫຼັກແຫຼ່ງໃຫ້ແກ່ໂຮງໝໍ ທີ່ມີການບໍລິການຜ່າຕັດສະເພາະທາງທີ່ດີທີ່ສຸດ, ເຊິ່ງເປັນການຊ່ວຍປິ່ນປົວຄົນເຈັບໃນໄລ ຍະຍາວ ຢູ່ ຫວຽດນາມ.

ໃນຖານະ ເປັນທ່ານໝໍ ທີ່ມີຄວາມເມດຕາ, ຫ້າວຫັນ ແລະ ຮັກວັດ ທະນະທຳ ຫວຽດນາມ ເປັນພິເສດ, ທ່ານໝໍ Christopher Michael Runyan ໃນອາຍຸພຽງ 19 ປີ ໄດ້ເດີນທາງໄປພົບປະຊຸມຊົນຊາວ ຫວຽດນາມ ທີ່ອົບພະຍົບ ຢູ່ພາກເໜືອ ຂອງ ລັດ California ເປັນຄັ້ງທຳອິດ. ເພິ່ນມີສາຍສຳພັນ ທ່ີດີກັບຫວຽດນາມ ນັບຕັ້ງແຕ່ນັ້ນມາ ແລະ ເພິ່ນໄດ້ຮຽນພາສາ ຫວຽດ ເພື່ອດຳລົງຊີວິດ ແລະ ເຮັດວຽກຮ່ວມກັບຊຸມຊົນຊາວຫວຽດນາມ ເປັນເວລາເກືອບສອງປີ. ໃນຫົວ ໃຈຂອງທ່ານໝໍ ຜູ້ມີເມດຕາຄົນນີ້, ຫວຽດນາມ ແມ່ນປະເທດທີ່ກຳ ລັງຟື້ນຕົວຫຼັງສົງຄາມ, ຊີວິດການເປັນຢູ່ ແລະ ວຽກງານການດູແລສຸຂະພາບ ຂອງ ປະຊາຊົນ ຫວຽດນາມ ກໍ່ໄດ້ຮັບການເອົາໃຈໃສ່ເທື່ອລະກ້າວ. ປີ 2019, ຮອງສາດສະດາຈານ ປອ ດຣ. ທ່ານໝໍ Christopher Michael Runyan ໄດ້ມີໂອກາດເຂົ້າຮ່ວມການເດີນ ທາງໄປປະຕິບັດງານ ດ້ານການແພດຢູ່ ຮ່າໂນ້ຍ. ນີ້ແມ່ນໂຄງ ການຮ່ວມມືດ້ານການແພດຂອງ ສ ອາເມລິກາ ເພື່ອຍົກສູງຄຸນນະພາບການປິ່ນປົວ ແລະ ຝຶກອົບຮົມດ້ານການຜ່າຕັດໃຫ້ແກ່ ຫວຽດນາມ. ຫຼັງຈາກການເດີນທາງຄັ້ງນີ້, ຮອງສາດສະດາຈານ ປອ ດຣ. ທ່ານໝໍ Christopher Michael Runyan ມີຄວາມຮັກຕໍ່ ຫວຽດນາມ ຫຼາຍຍິ່ງຂຶ້ນ ແລະ ເພິ່ນຕ້ອງການເຮັດບາງສິ່ງບາງຢ່າງໃຫ້ແກ່ປະເທດນີ້. ໃນໄລຍະ 25 ປີຜ່ານມາ, ຮອງສາດສະດາຈານ ປອ ດຣ. ທ່ານໝໍ Christopher Michael Runyan ໄດ້ຮ່ວມເດີນທາງກັບອົງການ Nuoy ກັບມາ ຫວຽດນາມ ຫຼາຍຄັ້ງ ເພື່ອຮ່ວມມືກັບບັນດາໂຮງໝໍ ຂອງ ຫວຽດນາມ ເຊັ່ນ: ຫວຽດດຶກ, ແບັກມາຍ, ໂຮງໝໍເດັກນ້ອຍສູນກາງ, ໂຮງໝໍ ປາກ-ແຂ້ວ-ກະດູກຄາງກະໄຕ... ເພິ່ນໄດ້ເຮັດວຽກຮ່ວມກັບບັນດາທ່ານໝໍ ຫວຽດນາມ ຜ່າຕັດ ໂດຍບໍ່ເສຍຄ່າ ໃຫ້ແກ່ເດັກນ້ອຍທີ່ມີຄວາມຜິດປົກກະຕິ ກ່ຽວກັບກະໂຫຼກຫົວ, ໃບໜ້າ, ກະ ດູກຄາງກະໄຕ ແລະ ປາກແຫວ່ງ ເພດານໂຫວ່, ພ້ອມທັງຝຶກອົບຮົມການຜ່າຕັດໂດຍກົງໃຫ້ແກ່ບັນດາທ່ານໝໍ ຫວຽດນາມ ຢູ່ໂຮງໝໍ ແລະ ຫ້ອງຜ່າຕັດ. ນອກຈາກນັ້ນ, ເພິ່ນຍັງໄດ້ເຂົ້າຮ່ວມການບັນ ຍາຍ, ຈັດກອງປະຊຸມສຳມະນາ, ຈັດຝຶກອົບຮົມ ແລະ ກອງປະຊຸມວິຊາການ.

 

ຮສຈ ດຣ. ທ່ານໝໍ Christopher Michael Runyan ພາຍໃນຫ້ອງຜ່າຕັດ.

ຮສຈ ດຣ. ທ່ານໝໍ Christopher Michael Runyan ພ້ອມດ້ວຍຄະນະແພດໝໍຂອງໂຮງໝໍສູນກາງ ຮົງງອກ.

ທ່ານໝໍ Christopher Michael Runyan ປາດຖະໜາວ່າ ເດັກນ້ອຍຢູ່ ຫວຽດນາມ ຈະສາມາດເຂົ້າເຖິງການບໍລິການ ປິ່ນປົວຄວາມຜິດປົກກະຕິມາແຕ່ກຳເນີດ ເຊັ່ນ: ປາກແຫວ່ງເພດານໂຫວ່ ທີ່ທັນສະ   ໄໝ ທີ່ສຸດໃນໂລກ ເພື່ອໃຫ້ພວກເຂົາໄດ້ຮັບການປິ່ນປົວ ແລະ ກັບຄືນສູ່ຮອຍຍິ້ມໃນໄວເດັກ ແລະ ຕົວເພິ່ນເອງກໍ່ເຕັມໄປດ້ວຍຄວາມຮັກຕໍ່ເດັກນ້ອຍ ຫວຽດນາມ ສະເໝີ. ຮອງສາດສະດາຈານ ປອ ດຣ. ທ່ານໝໍ Christopher Michael Runyan ໄດ້ສືບຕໍ່ເຂົ້າຮ່ວມບັນດາໂຄງການຜ່າຕັດ ກຸສົນສອງຄັ້ງຕໍ່ປີຢູ່ ຫວຽດນາມ. ຄວາມຮັກ ແລະ ຄວາມເມດຕາ ຂອງ ເພື່ອນຮ່ວມງານ ທ່ານໝໍ ຫວຽດນາມ ຮັກແພງເພິ່ນຫຼາຍ ແລະ ເອີ້ນເພິ່ນວ່າ “ທ່ານໝໍ ຂອງ ຄົນ ຫວຽດ”.

ຮສຈ ດຣ. ທ່ານໝໍ Christopher Michael Runyan ກວດສຸຂະພາບ ຂອງ ຄົນເຈັບ ຫຼັງການຜ່າຕັດ.


ບົດ: ບິກເວິນ/VNP - ພາບ: ເອກະສານ - ແປໂດຍ: ຢືຟຽນ


Top