ຮສຈ. ປອ ໂດ໊ເລ້ັງຮຸ່ງຕູ໋ – ຜູ້ຊ່ຽວຊານ ຂຽນບົດລະຄອນຮູບເງົາ

ຮສຈ. ປອ ໂດ໊ເລ້ັງຮຸ່ງຕູ໋ – ຜູ້ຊ່ຽວຊານ ຂຽນບົດລະຄອນຮູບເງົາ

ເພື່ອໃຫ້ ຮູບເງົາ ຫວຽດນາມ ກຳນົດທີ່ຕັ້ງບົດບາດ ຂອງຕົນໃນແຜນທີ່ຮູບເງົາໂລກ, ຕ້ອງມີການລົງທຶນຍຸດທະສາດ ແລະ ມີຈຸດ ສຸມ. ນີິ້ແມ່ນທັດສະນະ ຂອງ ທ່ານ ຮອງສາດສະດາຈານ, ປະລິນ ຍາເອກ (ຮສຈ. ປອ) ສາຂາສິລະປະ ຈິດຕະກອນ, ໂດ໊ເລ້ັງຮຸ່ງຕູ໋ ເມື່ອ ທ່ານ ຫາກໍເຂົ້າຮັບຕຳແໜ່ງ  ປະທານສະມາຄົມຮູບເງົາ ຫວຽດນາມ.

ຈາກການ​ຄົ້ນ​ຄວ້າ​ ຂອງ ​ຕົນ, ທ່ານ ຮສຈ. ປອໂດ໊ເລ້ັງຮຸ່ງຕູ໋ ​ໄດ້ຊີ້ໃຫ້ເຫັນວ່າ ຮູບເງົາ ແມ່ນໜຶ່ງ ໃນບັນດາວິທີນຳເອົາ ວັດທະນະທຳ ອອກ​ສູ່​ໂລກ​ ໄດ້ໄວຍິ່ງຂຶ້ນ. ພາບ: ແທງຢາງ

ຄວາມຫ່ວງໃຍກັບ​ຮູບ​ເງົາ​ ຫວຽດນາມ ​ໃນ​ຍຸກ​ເຕັກ​ໂນ​ໂລ​ຊີ 4.0

ທ່ານ ຮສຈ ໂດ໊ເລ້ັງຮຸ່ງຕູ໋​ ໃຫ້ຮູ້ວ່າ ຮູບ​ເງົາ​ແມ່ນ​ໜຶ່ງ​ໃນ​ບັນດາ​ ວິທີ​ນຳ​ເອົາ​ວັດທະນະທຳ​ ອອກ​ສູ່​ໂລກ​ຢ່າງໄວ. ​ໂດຍ​ສະ​ເພາະ​ແມ່ນ ​ຮູບ​ເງົາ​ປະຫວັດສາດ ​ຫຼາຍ​ເລື່ອງ​ ຂອງ​ ຈີນ, ສ​ ເກົາຫຼີ... ທີ່ຫາກໍຖືກສາຍຢູ່ ຫວຽດນາມ ໃນປະມານ 3 ທົດສະວັດຜ່ານມາ, ແຕ່ ​ສົ່ງຜົນ​ສະທ້ອນ ​ເຖິງ​ຄວາມ​ເຂົ້າ​ໃຈ​ ຂອງ ​ປະຊາຊົນ ຫວຽດນາມ ​ກ່ຽວ​ກັບ​ປະຫວັດສາດ​ ແລະ ​ວັດທະນະທຳ ​ຕໍ່ສອງ​ປະ​ເທດ​ນີ້ ແມ່ນ​ຫຼາຍພໍຄວນ ຊຶ່ງບໍ່ມີປຶ້ມ, ເອກະສານ ຫຼື ການສຶກສາໃດໆ ສາມາດ ບັນລຸໄດ້. 

ຫຼັກຖານນີ້ສະແດງໃຫ້ເຫັນວ່າ ໂດຍຜ່ານຮູບເງົາ, ປະເທດໃດໜຶ່ງ ສາມາດເປີດປະຕູ, ແນະນໍາຕໍ່ໂລກ ກ່ຽວກັບປະເທດຊາດ, ທໍາມະຊາດ, ພູມສັນຖານ ພ້ອມກັບ ຮີດຄອງ ປະເພນີ, ສີສັນ ວັດທະນະທໍາ ທີ່ເປັນເອກະລັກສະເພາະ, ນຳມາໃຫ້ແກ່ຜູ້ຊົມ ຫຼາຍສິ່ງຫຼາຍຢ່າງ “ສິບປາກເວົ້າ ບໍ່ເທົ່າຕາເຫັນ”.


ດ້ວຍຄວາມ​ຮູ້ສຶກ​ເຖິງ​ເສັ້ນທາງສິລະ​ປະ​ ໄດ້​ຍິນ-​ໄດ້ເບິ່ງ, ບັນດາ ຄຸນຄ່າ​ວັດທະນະທຳ ​ໄດ້​ຮັບ​ການ​ເຜີຍ​ແຜ່ ​ແລະ ຊຶມເຂົ້າ ​ຈາກ​ຮູບ​ເງົາ ​ເຖິງ​ຜູ້​ຊົມ​ທຸກ​ຄົນ. ຈາກ​ນັ້ນ​, ​ຮູບ​ເງົາແຕ່ລະ​ເລື່ອງ​ ທີ່​ມີ​ຄຸນ​ນະ ພາ​ບ ​ນຳມາໃຫ້ຜູ້ຊົມ ​ອາລົມ​ຈິດ, ບົດຮຽນ​ຈະລິຍະທຳ, ການປະ ພຶດຕົວທີ່ລະອຽດອ່ອນ, ບັນດາຄຸນຄ່າ​ວັດທະນະທຳ​ ຢ່າງ​ວ່ອງ​ໄວ ​ແລະ ມີການເຜີຍແຜ່ ຢ່າງກວ້າງຂວາງ. 

ດ້ວຍເຫດ​ນັ້ນ, ຕາມ​ທ່ານ ຮຸ່່ງຕູ໋, ການ​ເຊື່ອມ​ໂຍງ ສະຖານທີ່ ຖ່າຍ ທຳ​ຮູບ​ເງົາ ​ແລະ ໂທລະພາບ ​ກັບ​ການທ່ອງທ່ຽວ ​ແລະ ວັດທະນະ ທຳ, ​ນຳ​ໃຊ້​​ຮູບ​ເງົາ​ ທີ່​ຜູ້​ຊົມ​ມັກ​ ມາ​ຮອດ​ປັດຈຸ​ບັນ ລ້ວນ​ແຕ່​ແມ່ນ​ແຮງ​ຈູງ​ໃຈ ​ແລະ ​ເປົ້າ​ໝາຍ​ຂອງ​ຫຼາຍ​ປະ​ເທດ, ຫຼາຍພື້ນຖານ​ຮູບ​ເງົາ ​ແລະ ​ໂທລະພາບ. ທ່ານ ຮຸ່ງຕູ໋ ເນັ້ນໜັກວ່າ “ນີ້​ກໍ​ແມ່ນ​ບົດ ຮຽນ​ສຳລັບບັນດານັກ​ສ້າງ​ຮູບ​ເງົາ ​ຫວຽດນາມ. ນີ້ບໍ່ພຽງແຕ່ ເປັນວິທີເຮັດໃຫ້ ວັດທະນະທໍາ ມາເຂົ້າໃກ້ ກັບຜູ້ຊົມພາຍໃນປະເທດ ເທົ່ານັ້ນ, ແຕ່ຍັງເປັນວິທີການ ນໍາຮູບເງົາ ໄປໄກຍິ່ງຂຶ້ນ ແລະ ສ້າງຂີດໝາຍສະເພາະກັບຜູ້ຊົມທົ່ວໂລກ”. 

ໃນ​ທ່າ​ອ່ຽງ​ເຊື່ອມ​ໂຍງ ​ແລະ ການຫັນ​ເປັນ​ສັງຄົມ ​ຂອງ​ບັນດາ​ການ​ເຄື່ອນ​ໄຫວ​ຮູບ​ເງົາ ກຳລັງເປັນໄປຢ່າງຟົດຟື້ນ, ພິ​ເສດ​ແມ່ນ​​ຮູບ​ເງົາ​​ເອກະ​ຊົນ ​ໄດ້​ປະກອບສ່ວນ​ໂຄສະນາ ​ແລະ ແນະນຳ​ຮູບ​ເງົາ ​ຫວຽດນາມ ​ເຖິງ​ຜູ້​ຊົມ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ຄຽງ​ຄູ່​ກັນ​ນັ້ນ, ສາຍ​ຮູບ​ເງົາ​ເອກະລາດ ​ຫຼື ເອີ້ນ​ວ່າ ​ສາຍ​ຮູບ​ເງົາ ​ນັກ​ປະພັນ ຍັງ​ໄດ້ສ້າງຄວາມປະທັບໃຈ​ຫຼາຍ​ຢ່າງ​ ໃນ​ງານ​ມະໂຫລານ​ຮູບ​ເງົາ​ສາ ກົນ.

ມໍລະດົກບົດປະພັນ

ກຳເນີດຈາກ​ຄອບຄົວ ມີມູນເຊື້ອອາຊີບເປັນແພດ, ​ແຕ່ ທ່ານ ໂດ໊ ເລ້ັງຮຸ່ງຕູ໋ ​ໄດ້ສະແດງໃຫ້ເຫັນພອນສະຫວັນ ແລະ ເດີນຕາມເສັ້ນ ທາງ​ສິລະ​ປະ.

ປີ 1971, ທ່ານ ໂດ໊ເລ້ັງຮຸ່ງຕູ໋​ ໄດ້​​ເສັງ​ເຂົ້າ ວິທະຍາ​ໄລ​ ວິຈິດ​ສິນ ​ຫວຽດນາມ. ຫຼັງ​ຈາກ​ຮຽນ​ຈົບ, ປີ 1976 ທ່ານ ເຮັດວຽກ​ຢູ່​ໂຮງ ງານອອກແບບ​ວິ​ຈິດ​ສິນ ​ຂອງ​ ບໍລິສັດ ຮູບເງົາ ຫວຽດ​ນາມ.

ນັບ​ແຕ່​ນັ້ນເປັນຕົ້ນມາ, ເພິ່ນໄດ້ມີບັນດາຜົນງານ ຈິດຕະກໍາ ​​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ວິຈິດ​ສິນ​ ຮ່າ​ໂນ້ຍ ຫຼາຍຄັ້ງ ຄື​ໃນ​ປີ 1977, 1978 ​ແລະ 1979. ແຕ່ປີ 1979 - 1985, ທ່ານ ໂດ໊ເລ້ັງງຮຸ່ງຕູ໋ ເສັງໄດ້ທຶນຮຽນ ສະເພາະຂະແໜງລະບາຍສີ ອອກແບບສິລະປະກຳ ຮູບເງົາ - ໂທລະພາບ ຢູ່ມະຫາວິທະຍາໄລ ຮູບເງົາແຫ່ງຊາດ ສະຫະພາບ ໂຊວຽດ.

ພາຍຫຼັງ​ຮຽນ​ຈົບ, ເພິ່ນ​ໄດ້ເປັນ​ອາຈານ​ສອນ​ ຢູ່​ໂຮງຮຽນ​ຮູບ​ເງົາ ​ຫວຽດນາມ ຢູ່​ນະຄອນ​ ໂຮ່ຈີ​ມິນ. ເພິ່ນສືບຕໍ່ການສຶກສາ ເມື່ອຮຽນ ຈົບ ປະລິນຍາໂທ ສິລະປະກຳ ໃນປີ 2008 ໃນຫົວຂໍ້ “ບົດບາດ ຂອງ ນັກແຕ້ມຮູບ ໃນການອອກແບບ ພາບຮູບເງົາ” ແລະ ຫຼັງ ຈາກ ນັ້ນແມ່ນ ນັກຄົ້ນຄວ້າ. ທ່ານ ຮຸ່ງຕູ໋ ໄດ້ຮັບປະລິນຍາເອກ ສິລະປະກຳ ສາຂາທິດສະດີ ແລະ ປະຫວັດສາດ ວິຈິດສິນ ໃນປີ 2015 ໃນຫົວຂໍ້ “ວິທີການສະແດງອອກ ສິລະປະ ໃນຮູບເງົາ”. ປີ 2019, ທ່ານ ຮຸ່ງ​ຕູ໋ ໄດ້​ຮັບ​ການ​ເລື່ອນ​ຕຳແໜ່ງເປັນ​ຮອງ​ ສາດສະ ດາຈານ.


ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ, ທ່ານ​ ຮຸ່ງຕູ໋ ໄດ້​ອຸທິດຕົນ ໃນ​ຫຼາຍ​ບົດ​ບາດ​ທີ່​ແຕກ​ຕ່າງ​ກັນ ​ໃຫ້ຂະແໜງຮູບເງົາ. ເປັນຕົ້ນ ເພິ່ນ​ໄດ້​ເຂົ້າ​ຮ່ວມ​ເປັນ​ນັກແຕ້ມ ອອກແບບ​ສິລະ​ປະ​ຮູບ​ເງົາ ໃນບົດບາດ​ ເປັນ​ນັກແຕ້ມຕົ້ນຕໍ ​ຂອງ​ ຮູບ​ເງົາເລື່ອງ ຕ່າງໆ ເຊັ່ນ: ຫາຍເດື່ອງຂາວ, ຫົວ​ໃຈ​ບໍ່​ໄດ້​ນອນ, ​ຄຽດງອນ, ນາງ​ແບບ ​ຂອງ ​ຂ້າພະ​ເຈົ້າ, ກ່າວຄໍາອຳລາ​ໃນ​ສາຍ​ຝົນ, ຮອຍຈູບ​ທຳ​ອິດໃນຊີວິດ, ແຖວເຈີມເບົ່າ, ກ່ຽວ @”... ທ່ານ ສືບຕໍ່ເປັນນັກປະພັນ ແຕ່ງບົດລະຄອນ ແລະ ຜູ້ກຳ ກັບ ຮູບເງົາ ເອກະສານ ຈຳນວນໜຶ່ງ. 

ພິ​ເສດ​ແມ່ນ​ໃນ​ບົດບາດ​ເປັນ​ນັກ​ປະພັນ, ທ່ານ ຮສຈ ໂດ໊ເລ້ັງຮຸ່ງຕູ໋ ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ​ ກັບປຶ້ມຄົ້ນຄວ້າ ຈໍາເພາະ 2 ສະ ບັບ ຄື: “ສ້າງຮູບແບບສິປະປະ ຮູບເງົາ (ສຳ​ນັກ​ພິມຈຳໜ່າຍ ຖະ ແຫຼງຂ່າວ ​ວັດທະນະທຳ) ຄວ້າ​ລາງວັນ​ວ່າວ​ເງິນ ​ໃນ​ປີ 2009 ​ແລະ ສິລະ​ປະສ້າງຮູບ ໃນການປະດິດສ້າງ ຮູບເງົາ (ສຳນັກພິມ ຈຳໜ່າຍສິລະປະກຳ) ຄວ້າລາງວັນ ວ່າວຄຳ ໃນປີ 2015. 

ພາຍຫຼັງ​ການ​ຄົ້ນ​ຄວ້າ, ສິດ​ສອນ ​ແລະ ດ້ວຍປະສົບ​ການ ຕົວຈິງ​ໃນ​ການ​ຂຽນ​ບົດ​ລະຄອນ ມາເປັນຫຼາຍປີ, ທ່ານ ຮສຈ. ປອ ໂດ໊ ເລ້ັງຮຸ່ງຕູ໋ ​ໄດ້​ສຳ​ເລັດ ​ການ​ສ້າງ​ປຶ້ມ​ສິລະ​ປະ​ ​ຂຽນ​ບົດ​ລະຄອນໂທ ລະພາບ (ສຳນັກ​ພິມ​ຈຳໜ່າຍສະມາຄົມ​ນັກ​ຂຽນ​ ໃນ​ປີ 2022). ປຶ້ມດັ່ງກ່າວໄດ້ບັນດາຜູ້ຊ່ຽວຊານ ທີ່ມີຊື່ສຽງ ໃນຂົງເຂດ ຂຽນບົດ ລະຄອນຮູບເງົາ ໃຫ້ຂໍ້ສັງເກດວ່າ ເປັນປຶ້ມຄູ່ມືທີ່ເປັນປະໂຫຍດ ສໍາລັບການຝຶກອົບຮົມ ແລະ ສໍາລັບທັງຜູ້ທີ່ ໄດ້ຮັບການຝຶກອົບ ຮົມ ແລະ ຜູ້ອ່ານທີ່ຝຶກຝົນ ໃນອາຊີບແຕ່ງ ບົດລະຄອນຮູບເງົາ ດ້ວຍຕົນເອງ.

ໃນ​ຖານະ​ ​ເປັນ​ຜູ້ທີ່ມີຄວາມ​ຕິດ​ພັນ​ກັບ​ການຜັນແປ ຫຼາຍຢ່າງ ຂອງ​​ຮູບ​ເງົາ​ ປະ​ເທດຊາດ ເປັນ​ເວລາ​ຫຼາຍ​ປີ, ທ່ານ ຮຸ່ງຕູ໋ ​ໄດ້ມີຄວາມຄິດຄ້ອງຄາໃຈວ່າ: “​ເພື່ອ​ໃຫ້​​ຮູບ​ເງົາ​ພັດທະນາ​ຢ່າງ​ແຂງ​ແຮງ, ບືນຂຶ້ນກາຍ​ເປັນ​ໜຶ່ງ​ ໃນ​ບັນດາ​ຂະ​ແໜງ​ ວັດທະນະທຳ​ປາຍແຫຼມ, ​​ຈຳ​ເປັນຕ້ອງມີການ​ລົງທຶນ​ຢ່າງຮອບດ້ານ ​ໃນດ້ານ​ກົນ​ໄກ ​ກໍຄື ດ້ານ​ເສດຖະກິດ ກັບບັນດາ​ຮູບ​ເງົາ, ​ເພື່ອ​ຮັບປະກັນ ຄວາມອຸດົມຫຼາກຫຼາຍຂອງ​​ຮູບ​ເງົາ, ປະກອບສ່ວນ ​ກຳນົດທີ່ຕັ້ງ​ຮູບ​ເງົາ​ ຫວຽດນາມ ​ໃນ​ແຜນ​ທີ່​ຮູບ​ເງົາ​ໂລກ”.

ບົດ: ຖາວວີ - ພາບ: ແທງຢາງ - ແປໂດຍ: ບິກລຽນ



Top