ຮສຈ. ປອ ເຈິ່ນດິ່ງທຽນ: “ປົດລອ໋ກ” ແຫຼ່ງກໍາລັງ ເພື່ອໃຫ້ເສດຖະກິດເອກະຊົນ ກ້າວຂຶ້ນສູ່ ລະດັບໃໝ່
ຕາມທັດສະນະຂອງ ຮສຈ.ປອ ເຈິ່ນດິ່ງທຽນ, ເພື່ອໃຫ້ເສດຖະກິດ ຫວຽດນາມ ບຸກທະລຸ ໃນສັງກາດໃໝ່, ສິ່ງສໍາຄັນທີ່ສຸດ ແມ່ນການ ແກ້ໄຂ “ຈຸດອຸດຕັນ” ດ້ານກົນໄກ ແລະ ປົດປ່ອຍແຫຼ່ງກຳລັງ ທີ່ພວມຖືກ ກົດໜ່ວງໄວ້. ໃນການສົນທະນາ ລຸ່ມນີ້, ທ່ານ ໄດ້ແບ່ງປັນ ທັດສະນະກ່ຽວກັບບົດບາດ ຂອງ ເສດຖະກິດເອກະຊົນ, ຍຸດທະສາດ “ຢືມກຳລັງ” ຈາກສາກົນ ເພື່ອເພີ່ມທະວີກຳລັງແຮງພາຍໃນ ແລະ ຄວາມມຸ່ງຫວັງ ໃນການສ້າງຕັ້ງ ບັນດາວິສາຫະກິດ ຫວຽດນາມ ທີ່ມີຄວາມສາມາດ ພຽງພໍ ທີ່ຈະເປັນຜູ້ນໍາພາພື້ນຖານເສດຖະກິດ ໃນການແຂ່ງຂັນ ລະດັບໂລກ...
- ນັກຂ່າວ: ທ່ານມັກກ່າວເຖິງຄວາມຕ້ອງການ ເຮັດໃຫ້ ແຫຼ່ງກຳລັງ ຕ່າງໆ ຂອງ ພື້ນຖານເສດຖະກິດ “ປົດລອ໋ກ”. ຕາມທັດສະນະ ຂອງ ທ່ານແລ້ວ, ອັນໃດແມ່ນຈຸດອຸດຕັນ ທີ່ໃຫຍ່ທີ່ສຸດໃນປັດຈຸບັນ?
+ ຮສຈ. ປອ ເຈິ່ນດິ່ງທຽນ: ຂ້າພະເຈົ້າເຫັນວ່າ ມີ 3 “ສາຍເລືອດໃຫຍ່” ສຳຄັນທີ່ຕ້ອງໄດ້ຮັບການໄຂຊ່ອງທາງ, ເຊິ່ງອາດເອີ້ນວ່າ “ສາມຊ່ອງທາງ ໂລ່ງລ່ຽນ”. ອັນທີໜຶ່ງ ແມ່ນປັດໄຈ ຂາເຂົ້າຂອງການຜະລິດ ເຊັ່ນ: ວັດຖຸດິບ, ແຫຼ່ງ ຊັບພະຍາກອນມະນຸດ. ອັນທີສອງ ແມ່ນກະແສ ການໄຫຼວຽນ ຂອງທຶນ ແລະ ອັນທີສາມ ແມ່ນກົນໄກ, ນະໂຍບາຍ. ໃນ 3 ປັດໄຈນີ້, ກົນໄກລະບຽບການ ແມ່ນ “ຈຸດອຸດຕັນຂອງ ບັນດາ ຈຸດອຸດຕັນ”. ຖ້າບໍ່ສາມາດແກ້ໄຂສິ່ງກີດຂວາງດ້ານກົນໄກໄດ້ ກໍຍາກ ທີ່ຈະເຮັດໃຫ້ ກະແສການໄຫຼວຽນອື່ນໆ ລ່ຽນໄຫຼໄດ້. ການບຸກທະລຸ ຂອງ ການບຸກທະລຸ ໃນການພັດທະນາເສດຖະກິດ ຫວຽດນາມ ປັດຈຸບັນ ຕ້ອງແມ່ນການປະຕິຮູບກົນໄກລະບຽບການ.
- ນັກຂ່າວ: ທ່ານເຄີຍສະເໜີວ່າ ຫວຽດນາມຈຳເປັນຕ້ອງຂະຫຍາຍ ເນື້ອທີ່ການພັດທະນາໄປສູ່ຂົງເຂດຕ່າງໆເຊັ່ນ: ເສດຖະກິດ ດີຈີຕອນ ຫຼື ເສດຖະກິດ ທະເລ. ເປັນຫຍັງສິ່ງນີ້ຈຶ່ງມີຄວາມສຳຄັນ?
+ ຮສຈ. ປອ ເຈິ່ນດິ່ງທຽນ: ຫວຽດນາມ ມີຈຸດພິເສດ ທາງດ້ານ ພູມສັນຖານທີ່ ຂ້າພະເຈົ້າມັກເວົ້າວ່າ “ຕາມເຊີນຕື໋ຫາຍ, ເຍິດເຟີນດ່ຽນ” (ພູເຂົາ ສາມສ່ວນ ທະເລ ສີ່ສ່ວນ ທົ່ງພຽງ ໜຶ່ງສ່ວນ). ໝາຍຄວາມວ່າ ເນື້ອທີ່ດິນ ສຳລັບການພັດທະນາ ແມ່ນບໍ່ຫຼາຍ. ຖ້າພວກເຮົາສຸມໃສ່ແຕ່ “ເສດຖະກິດ ເທິງໜ້າດິນ”, ເນື້ອທີ່ ການພັດທະນາ ກໍຈະນັບມື້ນັບ ແຄບລົງ, ໂດຍສະເພາະແມ່ນ ໃນເວລາທີ່ພົນລະເມືອງເພີ່ມຂຶ້ນ ແລະ ພື້ນຖານເສດຖະກິດ ນັບມື້ນັບໃຫຍ່ຂຶ້ນ.
ໃນສະພາບການທີ່ມີ ເຕັກໂນໂລຊີໃໝ່ ແລະ ການເຊື່ອມໂຍງເສດ ຖະກິດໂລກ, ວິທີການເຂົ້າເຖິງການພັດທະນາ ກໍຕ້ອງປ່ຽນແປງຄືກັນ. ບັນດາປະເທດ ບໍ່ພຽງແຕ່ແຂ່ງຂັນກັນ ຢູ່ເທິງໜ້າດິນເທົ່ານັ້ນ, ແຕ່ຍັງ ແຂ່ງຂັນກັນ ໃນຫຼາຍພື້ນທີ່ການພັດທະນາ ອີກຫຼາຍຢ່າງ. ພື້ນທີ່ເຫຼົ່ານັ້ນ ອາດແມ່ນ ເສດຖະກິດທະເລ ຫຼາຍລະດັບ, ພື້ນທີ່ ໃຕ້ດິນ, ພື້ນທີ່ ທາງດ້ານວັດທະນະທຳ, ພື້ນທີ່ ດີຈີຕອນ ຫຼື ຂົງເຂດໃໝ່ໆ ເຊັ່ນ: ເຕັກໂນໂລຊີການບິນ ລະດັບຕໍ່າດ້ວຍ UAV, Drone. ຫວຽດນາມ ໄດ້ເລີ່ມຮັບຮູ້ໄດ້ພື້ນທີ່ໂອກາດເຫຼົ່ານີ້ແລ້ວ ແລະ ເສດຖະກິດເອກະຊົນ ກໍແມ່ນກຳລັງແຮງທີ່ສຳຄັນ ໃນການຂຸດຄົ້ນ ທ່າແຮງເຫຼົ່ານັ້ນ.
ມີ 3 “ສາຍເລືອດໃຫຍ່” ສຳຄັນທີ່ຕ້ອງໄດ້ຮັບການໄຂຊ່ອງທາງ, ເຊິ່ງອາດເອີ້ນວ່າ “ສາມຊ່ອງທາງ ໂລ່ງລ່ຽນ”. ອັນທີໜຶ່ງ ແມ່ນປັດໄຈ ຂາເຂົ້າຂອງການຜະລິດ ເຊັ່ນ: ວັດຖຸດິບ, ແຫຼ່ງ ຊັບພະຍາກອນມະນຸດ. ອັນທີສອງ ແມ່ນກະແສ ການໄຫຼວຽນ ຂອງທຶນ ແລະ ອັນທີສາມ ແມ່ນກົນໄກ, ນະໂຍບາຍ. ໃນ 3 ປັດໄຈນີ້, ກົນໄກລະບຽບການ ແມ່ນ “ຈຸດອຸດຕັນຂອງ ບັນດາ ຈຸດອຸດຕັນ”.
- ນັກຂ່າວ: ທ່ານມັກກ່າວເຖິງປັດຊະຍາ “ຢືມກຳລັງ” ຈາກສາກົນ ເພື່ອການພັດທະນາ. ໃນສະພາບການທີ່ ຫວຽດນາມເຂົ້າຮ່ວມສັນຍາ ການຄ້າເສລີ ຫຼາຍສະບັບ, ສິ່ງນີ້ມີຄວາມໝາຍແນວໃດ?
+ ຮສຈ. ປອ ເຈິ່ນດິ່ງທຽນ: ຫວຽດນາມ ແມ່ນພື້ນຖານເສດຖະກິດ ທີ່ເກີດຕາມຫຼັງ, ທັງເປີດປະຕູເຊື່ອມໂຍງກັບໂລກ ເຊິ່ງເປັນບ່ອນ ທີ່ມີ ຄູ່ແຂ່ງ ທີ່ເຂັ້ມແຂງຫຼາຍ, ຖ້າອີງໃສ່ແຕ່ກຳລັງແຮງພາຍໃນ ພຽງຢ່າງດຽວ ໂອກາດໃນການພັດທະນາ ກໍຈະມີໜ້ອຍຫຼາຍ. ການເປີດປະຕູຊ່ວຍໃຫ້ ພວກເຮົາມີໂອກາດເຂົ້າເຖິງຕະຫຼາດ, ເຕັກໂນໂລຊີ, ແຫຼ່ງທຶນ ແລະ ລະດັບການຄຸ້ມຄອງ ທີ່ທັນສະໄໝ.
ສອງກຳລັງໜູນໃຫຍ່ ຂອງຂະບວນການເປີດປະຕູ ແມ່ນ ການຄ້າສາກົນ ແລະ ການລົງທຶນໂດຍກົງ ຈາກຕ່າງປະເທດ (FDI). ໂດຍລວມແລ້ວ, ຫວຽດນາມ ເຮັດໄດ້ດີ ພໍສົມຄວນ ໃນການດຶງດູດ ແຫຼ່ງກຳລັງເຫຼົ່ານີ້. ຖ້າພວກເຮົາສາມາດ “ຢືມກຳລັງ” ຂອງ ບັນດາຄູ່ຮ່ວມມືສາກົນ ເພື່ອ ຍົກສູງຂີດຄວາມສາມາດ ຂອງ ວິສາຫະກິດ ຫວຽດນາມ ນັ້ນຈະແມ່ນ ການປະສົມປະສານ ທີ່ແຂງແຮງທີ່ສຸດ.
- ນັກຂ່າວ: ທ່ານມັກກ່າວເຖິງຮູບພາບ “ອິນຊີ ສັນຊາດ ຫວຽດ”. ເປັນຫຍັງບັນດາວິສາຫະກິດຜູ້ນໍາພາ ຈຶ່ງມີຄວາມສໍາຄັນ ຕໍ່ກັບພື້ນ ຖານເສດຖະກິດ?
+ ຮສຈ. ປອ ເຈິ່ນດິ່ງທຽນ: ພື້ນຖານເສດຖະກິດໜຶ່ງ ຢາກພັດທະນາ ຢ່າງແຂງແຮງ ແມ່ນຈຳເປັນຕ້ອງມີ “ຝູງນົກ ຫວຽດ” ທັງໝົດ, ໝາຍເຖິງ ລະບົບນິເວດວິສາຫະກິດ ທີ່ຫຼາກຫຼາຍ. ແຕ່ໃນຝູງນົກນັ້ນ ຕ້ອງມີໂຕ ທີ່ເປັນຜູ້ນຳໜ້າ. ຜ່ານມາ ພວກເຮົາໃຫ້ຄວາມສຳຄັນຫຼາຍ ຕໍ່ກັບ ຂົງເຂດ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ໃນຂະນະ ທີ່ຍັງບໍ່ທັນ ໄດ້ສ້າງເງື່ອນໄຂຢ່າງແທ້ຈິງ ໃຫ້ແກ່ວິສາຫະກິດ ຂະໜາດໃຫຍ່ພັດທະນາ. ໃນຂະນະດຽວກັນ, ກຳລັງຜູ້ນຳພາ ມີບົດບາດສຳຄັນທີ່ສຸດ ໃນການ ດຶງດູດທົ່ວພື້ນຖານເສດຖະກິດ ໃຫ້ກ້າວຂຶ້ນ.
ວິສາຫະກິດເອກະຊົນ ຫຼື ວິສາຫະກິດລັດ, ຖ້າແບກຫາບພາລະກຳ ແຫ່ງຊາດ ແມ່ນລ້ວນແຕ່ ຕ້ອງໄດ້ ຮັບການສ້າງເງື່ອນໄຂເພື່ອພັດ ທະນາ. ຂ້າພະເຈົ້າເຊື່ອວ່າ ໃນບັນດາວິສາຫະກິດ ຫວຽດນາມ ຍາມໃດ ກໍມີຈິດໃຈຊາດຢ່າງແຮງກ້າ. ບັນຫາແມ່ນການສ້າງກົນໄກ ເພື່ອໃຫ້ ຈິດໃຈນັ້ນ ໄດ້ຮັບການເສີມຂະຫຍາຍ, ຈາກນັ້ນກໍສ້າງຕັ້ງ ບັນດາວິສາຫະກິດ ທີ່ມີຄວາມສາມາດ ພໍທີ່ຈະກາຍເປັນ “ອິນຊີ” ຜູ້ນຳພາພື້ນຖານເສດຖະກິດ.
- ນັກຂ່າວ: ທ່ານມີຄຳເຫັນແນວໃດ ຕໍ່ກັບການກຳເນີດຂອງມະຕິ 68 ກ່ຽວກັບການພັດທະນາເສດຖະກິດເອກະຊົນ?
+ ຮສຈ. ປອ ເຈິ່ນດິ່ງທຽນ: ສິ່ງນີ້ສະແດງໃຫ້ເຫັນວ່າ ປະເທດຊາດ ໄດ້ຮັບຮູ້ຢ່າງຈະແຈ້ງ ກ່ຽວກັບຄວາມຈຳເປັນອັນຮີບດ່ວນ ຂອງ ບັນຫາ. ເສດຖະກິດເອກະຊົນ ໄດ້ພິສູດໃຫ້ເຫັນ ບົດບາດສຳຄັນ ໃນການ ພັດທະນາ ຂອງ ພື້ນຖານເສດຖະກິດແຫ່ງຊາດ. ໃນສະພາບການ ທີ່ການແຂ່ງຂັນລະດັບໂລກ ນັບມື້ນັບຮຸນແຮງ ແລະ ພື້ນຖານເສດຖະກິດ ຫັນໄປສູ່ ບັນດາຂົງເຂດເຕັກໂນໂລຊີສູງ, ການເປີດໂອກາດ ໃຫ້ ພາກເອກະຊົນ ໄດ້ສ້າງສັນນະວັດຕະກໍາ ແມ່ນມີຄວາມສໍາຄັນຢ່າງຍິ່ງ.
ຊ່ວງເວລາ ທ່ີເໝາະສົມ ມາເຖິງແລ້ວ. ເສັ້ນທາງຂ້າງໜ້າແນ່ນອນວ່າ ຍັງມີສິ່ງທ້າທາຍຫຼາຍຢ່າງ, ແຕ່ຖ້າພວກເຮົາຢຶດໝັ້ນ ກັບທິດທາງນີ້, ຂ້າພະເຈົ້າເຊື່ອວ່າ ເສດຖະກິດເອກະຊົນ ຈະມີກຳລັງພຽງພໍ ທີ່ຈະກ້າວຂຶ້ນ, ສະແດງບົດບາດເປັນຜູ້ນຳພາ ແລະ ນຳພາພື້ນຖານ ເສດຖະກິດ ຫວຽດນາມ ກ້າວໄປໄກກວ່າເກົ່າ ໃນອະນາຄົດ.
- ນັກຂ່າວ: ຂໍຂອບໃຈທ່ານເປັນຢ່າງສູງ!
ບົດ: ຮວ່າງເຕ້ວຍີ/VNP - ພາບ: ກົງດາດ, VNA - ແປໂດຍ: ບິກລຽນ










