ອ໋າວຢ່າຍ-“ທູດ” ວັດທະນະທຳ ຫວຽດນາມ

ອ໋າວຢ່າຍ-“ທູດ” ວັດທະນະທຳ ຫວຽດນາມ

ຕັ້ງແຕ່ອະດີດ ຈົນເຖິງ ປັດຈຸບັນໃນຈິດສຳນຶກ ຂອງ ຄົນ ຫວຽດນາມ ແລະ ໃນສາຍຕາ ຂອງ ເພື່ອນມິດສາກົນອ໋າວຢ່າຍ ແບບດັ້ງເດີມ ຖືວ່າ ເປັນສັນຍາລັກ ທີ່ບັນຈຸຈິດວິນຍານ- ວັດທະນະທໍາ ຂອງ ຊາດ ຫວຽດນາມ.

ການແນະນໍາປະຫວັດສາດຊຸດ ອ໋າວຢ່າຍ ໃນບັນດາງານວັດທະນະທໍາຂອງ ຫວຽດນາມ.

ຖ້າ ສ ເກົາຫຼີ ມີ Hanbok, ຍີ່ປຸ່ນ ມີ Kimono, ສະກັອດແລນ ມີກະໂປງ Kilt... ຫວຽດນາມ ໄດ້ເປັນທີ່ຮູ້ຈັກດ້ວຍຊຸດ ອ໋າວຢ່າຍ ທີ່ມີສະເໜ່. ຄຳວ່າ “ອ໋າວຢ່າຍ” ໄດ້ຖືກບັນຈຸເຂົ້າໃນວັດຈະນາ ນຸກົມ Oxford ແລະ ໄດ້ອະທິບາຍວ່າ ເປັນເຄື່ອງນຸ່ງ ຂອງ ແມ່ ຍິງ ຫວຽດນາມ ທີ່ມີການອອກແບບຄືເສື້ອສອງຊັ້ນ ທາງໜ້າ ແລະ ທາງຫຼັງຍາວເຖິງຂໍ້ຕີນ ທີ່ໃສ່ຄຸມຢູ່ທາງນອກໂສ້ງຂາຍາວ.

ການສະແດງຊຸດ ອ໋າວຢ່າຍ ຢູ່ພື້ນທີ່ວັດທະນະທຳ ໃຈກາງນະຄອນຫຼວງເກົ່າ ທັງລອງ.



ແຕກຕ່າງຈາກຊຸດພື້ນເມືອງ ຂອງ ຫຼາຍປະເທດໃນໂລກ, ເມື່ອນຸ່ງ ອ໋າວຢ່າຍ, ແມ່ຍິງ ຫວຽດນາມ ບໍ່ຈໍາເປັນຕ້ອງໃຊ້ເວລາຫຼາຍ, ສວມໃສ່ງ່າຍ, ກະທັດຮັດ, ມີສະເໜ່ ແລະ ສະຫງ່າງາມ. ບາງທີອາດເປັນຍ້ອນເຫດຜົນນີ້ ທີ່ ອ໋າວຢ່າຍ-ຊຸດພື້ນ ເມືອງໄດ້ “ແຊກຊຶມ” ເຂົ້າໄປໃນຊີວິດ ປະຈໍາວັນ ຂອງ ແມ່ຍິງຫວຽດນາມ ຢ່າງທໍາມະຊາດ ແລະ ງ່າຍດາຍ. ຜ່ານການຄົ້ນຄວ້າຫຼາຍຄັ້ງ, ອ໋າວຢ່າຍ ໄດ້ຮັບການຢືນຢັນວ່າ ເປັນຄວາມພາກ ພູມໃຈຂອງຊາວຫວຽດນາມ, ເພາະບໍ່ແມ່ນຊາດໃດ ກໍ່ມີຊຸດທີ່ມີຄວາມງາມ ທີ່ທັງສຸພາບຮຽບຮ້ອຍ, ທັງມີສະເໜ່ ແລະ ໜ້າດຶງດູດເຊັ່ນນີ້.

ຊຸດ ອ໋າວຢ່າຍ ປະກົດຂຶ້ນໃນງານ “ບັກຮວາໂບະຮ່ານ”, ບ່ອນທີ່ບັນດາຊຸດເຄື່ອງນຸ່ງບູຮານຕາມຮີດຄອງປະເພນີຂອງ ຫວຽດນາມ ໄດ້ຖືກສະແດງຄືນໃໝ່ຢ່າງມີຊີວິດຊີວາ.

ຊຸດ ອ໋າວຢ່າຍ ປະກົດຂຶ້ນໃນງານລ້ຽງໝັ້ນຂອງຄົນ ຫວຽດນາມ.


ນັກຮຽນຍິງໃນຊຸດ ອ໋າວຢ່າຍ ເບິ່ງມີສະເໜ່.

ດ້ວຍເຫດຜົນນີ້, ນອກຈາກໄດ້ຕິດພັນກັບການພັດທະນາ ຂອງຊີວິດສັງຄົມ, ອ໋າວຢ່າຍ ຍັງເປັນ “ຂົວຕໍ່”, ເປັນ “ທູດ” ໃນການສົ່ງເສີມການທ່ອງທ່ຽວ ຫວຽດນາມ. ນັກທ່ອງທ່ຽວ ເມື່ອເດີນ ທາງມາ ຫວຽດນາມ, ໂດຍສະເພາະນັກທ່ອງທ່ຽວ ເພດຍິງມັກຈະເລືອກ ອ໋າວຢ່າຍ ເປັນຂອງທີ່ລະນຶກ ທີ່ເປັນເອກະລັກສະ ເພາະ ແລະ ໂດດເດັ່ນ.

ໃນການປະກວດຄວາມງາມ ລະດັບໂລກເຊັ່ນ: ນາງງາມໂລກ, ນາງງາມຈັກກະວານ, ຕົວແທນສາວງາມ ຂອງ ຫວຽດນາມ ໄດ້ລົງທຶນ ແລະ ກະກຽມຢ່າງລະອຽດສໍາລັບການປະກວດຊຸດປະຈໍາຊາດ ແລະ ມີຫຼາຍຄັ້ງທີ່ຊຸດ ອ໋າວຢ່າຍ ໄດ້ປະກອບສ່ວນເຂົ້າໃນໄຊຊະນະ ຂອງ ເຈົ້າຂອງຊຸດ.

ຊຸດ ອ໋າວຢ່າຍ ແບບລາດຊະວົງ - ເຄື່ອງຂອງວັດຖຸບູຮານອັນລ້ຳຄ່າ, ເຊິ່ງບັນຈຸຄຸນຄ່າທາງດ້ານວັດທະນະທຳ, ປະຫວັດສາດທີ່ເລິກເຊິ່ງ, ສະແດງໃຫ້ເຫັນເຖິງຄວາມດີເດັ່ນຂອງເຄື່ອງນຸ່ງລາດຊະວົງ.

ຊຸດ ອ໋າວຢ່າຍ ໄດ້ຖືກນຳໃຊ້ໃນຫຼາຍງານ, ນັບຕັ້ງແຕ່ງານພິທີທີ່ເປັນທາງການໃນຄອບຄົວ, ຫ້ອງການ, ສັງຄົມ, ການທູດ... ຈົນເຖິງການສະແດງສິລະປະ.

ເມື່ອນຸ່ງຊຸດ ອ໋າວຢ່າຍ, ຍິງສາວ ຫວຽດນາມ ກໍ່ກາຍເປັນຄົນໂດດເດັ່ນຍິ່ງຂຶ້ນດ້ວຍຄວາມງາມຂອງເພດຍິງທີ່ມີ ສະເໜ່.


ຊຸດ ອ໋າວຢ່າຍ ສີດໍາທີ່ຖືກດັດແປງ ດ້ວຍຫາງນົກຍຸງ ທີ່ປະດັບດ້ວຍລູກປັດ ແລະ ໄໝພົມ ໄດ້ຊ່ວຍໃຫ້ ນາງ ມາຍເຟືອງທຸ໋ຍ ຕິດອັນດັບ 20 ນາງງາມ ທີ່ໃສ່ຊຸດປະຈຳຊາດ ງາມທີ່ສຸດໃນການປະກວດນາງງາມໂລກ 2006. ຊຸດ ອ໋າວຢ່າຍ “ຫວູ໊ຄຸກຫາກ” ຂອງ ນັກອອກແບບ ຖ້ວນຫວຽດ ທີ່ມີການອອກແບບສອງຊັ້ນແບບຊຸດ ຂອງ ມະເຫສີ ນາມເຟືອງ ຊ່ວຍໃຫ້ນາງ ງາມ ຖຸ່ຍເລີມ ຕິດອັນດັບ 10 ນາງ ງາມ ທີ່ສະແດງຊຸດ ປະຈຳຊາດ ງາມທີ່ສຸດໃນການປະກວດນາງ ງາມຈັກກະວານ 2008. ຊຸດ ອ໋າວຢ່າຍ ທີ່ໄດ້ແຮງບັນດານໃຈຈາກມັງກອນ ຕາເວັນອອກ, ດ້ວຍລວດລາຍຜ້າປັກແສ່ວ ທີ່ເປັນເອກະລັກ ຂອງ ຊົນເຜົ່າພູດອຍທາງພາກເໜືອ ຂອງ ຫວຽດນາມ, ທີ່ ນາງ ງານ ລືວທິ ຢຽ໊ມເຮືອງ ເລືອກໃສ່ໃນການປະກວດນາງງາມຈັກກະວານ 2012 ກໍ່ໄດ້ຕິດອັນດັບ 10 ຊຸດປະຈຳຊາດ ງາມທີ່ສຸດ ທີ່ຖືກໂຫວດໂດຍ ເວັບໄຊ ທີ່ມີຊື່ສຽງກ່ຽວກັບການປະກວດຄວາມງາມ Missosology.

ງານບຸນ ອ໋າວຢ່າຍ, ເຊິ່ງເປັນງານວັດທະນະທຳ - ທ່ອງທ່ຽວ ປະຈຳປີ ທີ່ໂດດເດັ່ນຂອງນະຄອນ ໂຮ່ຈີມິນ ໄດ້ຈັດຂຶ້ນເປັນປະຈຳໃນເດືອນ ມີນາ ຂອງທຸກໆປີ.


ໂດຍສະເພາະ, ຊຸດ ອ໋າວຢ່າຍ ທີ່ໄດ້ແນວຄິດຈາກດອກບົວດ້ວຍສອງສີຫຼັກຄື ແດງ ແລະ ເຫຼືອງ, ປະດັບດ້ວຍແກ້ວ ຄຣິສ ຕັລ ແບບລາດຊະວົງ ຂອງ ຮອງນາງງາມ ເຈືອງທິໄມ ໃນການປະກວດນາງງາມ ຈັກກະວານ ປີ 2013 ຖືກ Missology ໂຫວດ ໃຫ້ເປັນອັນດັບໜຶ່ງ ໃນບັນຊີຊຸດປະຈຳຊາດ ທີ່ງາມທີ່ສຸດ ແລະ ໃນການປະກວດນັ້ນ, ຊຸດ ອ໋າວຢ່າຍ ນີ້ ກໍ່ຍັງຕິດອັນດັບ 4 ໃນ Top 10 ຊຸດປະຈຳຊາດ ທີ່ງາມທີ່ສຸດ…

ອ໋າວຢ່າຍ ຍັງເປັນຄວາມພາກພູມໃຈຂອງຊາວຫວຽດນາມ ທີ່ອາໄສ ຢູ່ຕ່າງປະເທດ. ໃນແຕ່ລະໂອກາດບຸນປີໃໝ່ ປະເພນີ ຫຼື ງານບຸນວັດທະນະທຳ ຫວຽດນາມ ທີ່ຈັດຂຶ້ນຢູ່ ສ ອາເມລິກາ, ຝຣັ່ງ, ອົດສະຕຣາລີ, ຍີ່ປຸ່ນ...ຮູບພາບ ຂອງ ຊຸດ ອ໋າວຢ່າຍ ໄດ້ປະກົດຂຶ້ນຢ່າງສົມກຽດ, ສະແດງໃຫ້ເຫັນເຖິງຄວາມຜູກພັນກັບຮາກເຫງົ້າ, ກັບວັດທະນະທໍາ ຂອງ ຊາດ, ເຖິງແມ່ນວ່າ ຈະຢູ່ໄກຈາກບ້ານ ເກີດເມືອງນອນກໍ່ຕາມ.

ບົດ: ເງິນຮ່າ/VNP – ພາບ: VNP - ແປໂດຍ: ຢືຟຽນ

 


Top