ຫໍພິພິທະພັນ ການແພດພື້ນເມືອງ ຫວຽດນາມ
ຕັ້ງຢູ່ໃນຖະໜົນນ້ອຍແຫ່ງໜຶ່ງ ຢູ່ເມືອງ 10 ນະຄອນ ໂຮ່ຈີມິນ, ຫໍພິ ພິທະພັນ ການແພດພື້ນເມືອງ ຫວຽດນາມ ບໍ່ພຽງແຕ່ ເປັນ ສະຖານທີ່ ເກັບຮັກສາ ວັດຖຸບູຮານ ນັບຫຼາຍພັນອັນ ຂອງ ຂະແໜງການແພດພື້ນເມືອງ ຫວຽດນາມ ເທົ່ານັ້ນ, ແຕ່ຍັງເປັນ ຈຸດຢຸດພັກ ທີ່ນິຍົມ ຂອງ ນັກທ່ອງທ່ຽວ ຫຼາຍຄົນ ທີ່ຢາກຮຽນຮູ້ ກ່ຽວກັບຂະແໜງການແພດພື້ນເມືອງ ຫວຽດນາມ.
ທ່ານ ເລຂັກເຕິມ ເຮັດວຽກໃນຂະແໜງການຢາ ແລະ ມີຄວາມຫຼົງ ໄຫຼໃນການຄົ້ນຄວ້າ, ຮ່ຳຮຽນກ່ຽວກັບຂະແໜງການແພດພື້ນເມືອງ ຫວຽດນາມ. ຕອນຍັງນ້ອຍ, ທ່ານ ເຕິມ ໄດ້ມີຄວາມກະຕືລືລົ້ນ, ຮັກອາຊີບ ແລະ ຕິດພັນກັບອາຊີບ ການຢາພື້ນເມືອງ. ໂດຍຮັບຮູ້ ໄດ້ວ່າ ນີ້ບໍ່ພຽງແຕ່ ແມ່ນອາຊີບປົວພະຍາດເທົ່ານັ້ນ, ແຕ່ຍັງ ປະກອບດ້ວຍ ຄຸນຄ່າວັດທະນະທຳຫຼາຍຢ່າງ ຂອງຊາວ ຫວຽດນາມ, ຈາກນັ້ນ ທ່ານ ມີຄວາມຫວັງ ທ່ີຈະເປີດຫໍພິພິທະພັນ ກ່ຽວກັບ ຂະແໜງ ການແພດພື້ນເມືອງ. ພາຍຫຼັງຫຼາຍປີ ແຫ່ງການເກັບກຳ, ຄົ້ນຄວ້າ ແລະ ກໍ່ສ້າງ, ໃນປີ 2007, ຫໍພິພິທະພັນ ການແພດພື້ນເມືອງ ຫວຽດນາມ ໄດ້ເປີດການເຄື່ອນໄຫວ.
ເບິ່ງຈາກພາຍນອກ, ຫໍພິພິທະພັນການແພດພື້ນເມືອງ ຫວຽດນາມ ບໍ່ມີຄວາມໂດດເດັ່ນ ພໍປານໃດ, ມີເນື້ອທີ່ ປະມານ 600 ມ2, ແຕ່ ເມື່ອເຂົ້າໄປພາຍໃນ, ຜູ້ຊົມ ຈະເຫັນໄດ້ຄຸນຄ່າທາງ ວັດທະນະທໍາ ອັນລໍ້າຄ່າ ທີ່ເຈົ້າຂອງ ໄດ້ທຸ້ມເທ ຢ່າງໜັກເພື່ອສ້າງ. ເປັນທີ່ຮູ້ກັນວ່າ ເຄື່ອງເຟີນີເຈີ ຢູ່ທີ່ນີ້ແມ່ນໄດ້ນຳໃຊ້ຈາກເຮືອນເກົ່າ ຫຼັງໜຶ່ງຢູ່ ຮ່າໂນ້ຍ. ບັນດານາຍຊ່າງ ຜູ້ມີສີມືດີໄດ້ຮື້ຖອນເສົາ, ດິນຈີ່ ແລະ ຫີນເພື່ອນຳເຂົ້າມານະຄອນ ໂຮ່ຈີມິນ ແລະ ສ້າງເປັນເຮືອນ ທີ່ມີເຄື່ອງເຟີນີເຈີ ຫວຽດນາມ ຕາມແບບດັ້ງເດີມ ຄືນໃໝ່. ດິນຈີ່, ດິນຂໍ ມຸງຫຼັງຄາ, ເສົາເຮືອນທຸກຢ່າງລ້ວນແຕ່ ໄດ້ຮັບການ ບົວລະບັດ ຜັດສີ ຢ່າງພິຖີພິຖັນ, ພ້ອມກັບຊຸດສະສົມ ການແພດ ພື້ນເມືອງ ທີ່ເຕັມໄປດ້ວຍຂີດໝາຍ ວັດທະນະທຳ-ປະຫວັດສາດ ມາເປັນ ເວລາດົນນານ.
ປັດຈຸບັນ, ຫໍພິພິທະພັນ ເປັນບ່ອນວາງສະແດງວັດຖຸພັນ ອັນລ້ຳຄ່າກວ່າ 3.000 ສິ້ນ ທີ່ກ່ຽວພັນເຖິງ ການແພດພື້ນເມືອງ ຫວຽດນາມ ແຕ່ສະໄໝຍຸກຫີນ ມາຮອດປັດຈຸບັນ ເຊັ່ນ: ມີດໃຊ້ ຊອຍຢາພື້ນ ເມືອງ, ເຄື່ອງຕັດ ແລະ ເຄື່ອງບົດຢາ ພື້ນເມືອງ ມີຮູບຄືເຮືອ ມີອາຍຸປະມານ 2.500 ປີ, ໃນນັ້ນມີມີດ ໃຊ້ຊອຍຢາພື້ນເມືອງ ຈຳນວນໜຶ່ງ ໄດ້ນຳມາຈາກ ບ້ານເກີດ ຂອງ ໝໍຢາທີ່ມີຊື່ສຽງສອງອົງຄື: ເຕ້ວຕິ້ງ ແລະ ຫາຍເຖື້ອງລ້ານອົງ-ເລຮື້ວຈາ໋ກ.
ຊຸດສະສົມ ຊີງ, ເຄື່ອງຕຳຢາ ແມ່ນມີເອກະລັກສະເພາະ, ໃນນັ້ນມີ ສາກ, ຄົກ, ຊີງ ແບບຕາເວັນອອກ, ຊີງ ແບບຕາເວັນຕົກ, ເຄື່ອງຂູດຢາ, ແປ້ນໄມ້, ກາຈໍ້າໄມ້ ສຳລັບພິມໃບສັ່ງຢາ ແລະ ໃບບິນ, ຊຸດຄົກສາກ ດ້ວຍຫີນ ຂອງຄົນ ຫວຽດ ໃນສະໄໝບູຮານ ເພື່ອປຸງແຕ່ງຢາ.
ມີຄວາມຫຼາກຫຼາຍທີ່ສຸດ ແມ່ນຕ້ອງກ່າວເຖິງຊຸດສະສົມ ໝໍ້ຕົ້ມຢາ ທີ່ຖືກເກັບກຳມາຈາກ ທ້ອງຖິ່ນຕ່າງໆ ໃນທົ່ວປະເທດຄື: ຮ່າດົງ (ຮ່າໂນ້ຍ), ໂຮ້ຍອານ (ແຂວງ ກວາງນາມ), ລ໋າຍທຽວ (ແຂວງ ບິ່ງເຢືອງ)...
ຕັ້ງຢູ່ໃຈກາງຫໍພິພິທະພັນ ແມ່ນແທ່ນບູຊາ ບັນພະບຸລຸດອາຊີບ ການແພດສອງອົງຄື: ເຕ້ວຕິ້ງ ແລະ ຫາຍເຖື້ອງລ້ານອົງ. ທັງສອງ ດ້ານໄດ້ແຂວນປ້າຍ ໂຕໜັງສື, ຄໍາກອນ ດ້ວຍໄມ້ ຟອກຄຳປີວ ຄ້າຍຄືແທ່ນບູຊາ ບັນພະບຸລຸດ ຂອງບັນດາ ຄອບຄົວທີ່ຮັ່ງມີ ໃນສະໄໝກ່ອນ. ຢູ່ເບື້ອງຂວາ ແມ່ນຫ້ອງ ໝໍຢາ ທີ່ໂດ່ງດັງ ມີຊື່ສຽງ ຂອງ ຫວຽດນາມ 15 ອົງ ໃນລະຫວ່າງສະຕະວັດທີ XIII-XIX ທີ່ຟອກດ້ວຍ ຄຳປີວ.
ມາຍັງຫໍພິພິທະພັນ, ນັກທ່ອງທ່ຽວ ຍັງໄດ້ຮັບຊົມ ຜົນງານ “ຫວຽດ ນາມ ແບັກຢາອີ” ຊຶ່ງແມ່ນ ຮູບແກະສະຫຼັກໄມ້ ຈາລຶກ ຊື່ຂອງ 100 ທ່ານໝໍທີີ່ມີຊື່ສຽງ ແລະ ຜູ້ມີຄຸນງາມຄວາມດີ ກັບພື້ນຖານ ການແພດພື້ນເມືອງ ຫວຽດນາມ ນັບແຕ່ສະຕະວັດທີ XII-XX. ພົ້ນເດັ່ນທີສຸດແມ່ນພາບຝັງມຸກ ພັນລະນາກ່ຽວກັບອາຊີບ ການແພດພື້ນເມືອງໃນຊີວິດ ຂອງ ວົງຄະນາຍາດຊາວ ຫວຽດນາມ ຢູ່ຕະຫຼາດ ຖ໋ວດບັກ, ຕະຫຼາດ ເບັ໋ນແທ່ງ, ກຳແພງເມືອງ ເຫວ້, ໜອງເກືອມ ຊຶ່ງໄດ້ບັນທຶກໄວ້ໃນປຶ້ມສະຖິຕິ Guinness ຫວຽດນາມ... ເຈົ້າຂອງຫໍພິພິທະພັນ ຍັງໄດ້ຈັດກຸ່ມ ບັນດາຕົ້ນໄມ້ ເປັນຢາ, ສັດ, ບໍ່ແຮ່ ເພື່ອການຜະລິດຢາ ໃຫ້ເປັນລະບົບ, ມີແບບແຜນ ແລະ ມີວິທະຍາສາດ.
ພາຍຫຼັງການຢ້ຽມຢາມ, ທ່ານ ສາມາດ ເຂົ້າຮ່ວມໂດຍກົງໃນຂະບວນການປຸງແຕ່ງຢາ ເຊັ່ນ: ການຊອຍຢາ, ບົດຢາ, ຊີມລົດຊາດຢາ ແລະ ບໍລິການຕ່າງໆ ໃນການກວດ, ປິ່ນປົວພະຍາດ ແລະ ຂາຍຢາແຜນຕາເວັນອອກ ຢູ່ທີ່ນີ້.