ຫວຽດນາມ ສ້າງ ອາຊີບການປະມົງ ແບບຍືນຍົງ
ສະກັດກັ້ນການຫາປາ ທີ່ຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ເຄົາ ລົບຕາມກົດລະບຽບ, ກ້າວໄປເຖິງ ຄວາມກົມກຽວ ຂອງລະບຽບການສາກົນ ແລະ ພັດທະນາຂະແໜງຂຸດຄົ້ນສິນໃນນໍ້າ ແບບຍືນຍົງ ແມ່ນເປົ້າໝາຍ ແລະ ຄຳໝັ້ນສັນຍາ ຂອງ ຫວຽດນາມ. ເມື່ອມໍ່ໆ ມານີ້, ຫວຽດນາມ ໄດ້ເປັນເຈົ້າການເພີ່ມທະວີການຮ່ວມມືກັບ EU ເພື່ອຍົກເລີກ “ຄຳເຕືອນ ບັດເຫຼືອງ”.
ແຕ່ວັນທີ 10-18 ຕຸລາ, ຄະນະກວດການ ຂອງ ຄະນະກຳມະການ ເອີຣົບ (EC) ໄດ້ມາ ຫວຽດນາມ ເພື່ອກວດກາ ຜົນການປະຕິບັດຂໍ້ສະເໜີແນະຂອງຄະນະກຳມະການ ເອີຣົບ ກ່ຽວກັບສະກັດກັ້ນການ ຫາປາທີ່ຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກໍານົດ (IUU).
ນີ້ແມ່ນຄັ້ງທີ 4 ທີ່ EC ຕີລາຄາໝາກຜົນແຫ່ງການຜັນຂະຫຍາຍບັນດາຂໍ້ສະເໜີແນະ ກ່ຽວກັບຕ້ານການຫາປາ IUU, ເພື່ອໃຫ້ຂໍ້ສະຫຼຸບວ່າ ສາມາດຍົກເລີກ “ບັດເຫຼືອງ” ຫຼື ຮັກສາຄໍາເຕືອນ “ບັດເຫຼືອງ” ຕໍ່ຜະລິດຕະພັນສິນໃນນໍ້າ ຖືກຂຸດຄົ້ນ ຂອງ ຫວຽດນາມ.
ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ຍື່ນຕໍ່ນາຍົກລັດ ຖະມົນຕີ ເພື່ອປະກາດໃຊ້ ບັນດາໂຄງການ, ແຜນສັງລວມພັດທະ ນາ ຂະແໜງສິນໃນນໍ້າ ແບບຍືນຍົງ, ມີຄວາມຮັບຜິດຊອບ, ເຊື່ອມໂຍງເຂົ້າກັບສາກົນ ແລະ ຕ້ານການຫາປາ IUU ເພື່ອປະຕິບັດຢ່າງມີປະສິດທິຜົນ ຍຸດທະສາດ ພັດທະນາ ການປະມົງ ຫວຽດນາມຮອດ ປີ 2030, ວິໄສທັດ ເຖິງປີ 2045 ຊຶ່ງໄດ້ຮັບການອະນຸມັດຈາກນາຍົກລັດຖະມົນຕີ ໃນມະຕິ ເລກທີ 339/QD-TTg ລົງວັນທີ 11 ມີນາ 2021.
ທີ່ກອງປະຊຸມ ກ່ຽວກັບການຊຸກຍູ້ ບັນດາວິທີການແກ້ໄຂ ບັນຫາຕ້ານການຫາປາ IUU, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໃຫ້ຮູ້ວ່າ: ຕ້ານການຫາປາ IUU ກ່ອນອື່ນໝົດແມ່ນເພື່ອຜົນປະໂຫຍດ ຂອງ ປະເທດຊາດ ແລະ ປະຊາຊົນ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງ ຕ້ອງຍົກສູງສະຕິຄວາມຮັບຮູ້ ຂອງປະຊາຊົນ ໃນການປະຕິບັດກົດໝາຍ, ປົກປັກຮັກສາສິ່ງແວດລ້ອມ, ພັດທະນາແບບຍືນຍົງ. ພ້ອມກັນນັ້ນ, ສ້າງຄ່າຄອງຊີບ, ວຽກເຮັດງານທຳໃຫ້ແກ່ປະຊາຊົນ, ຕາມທິດເພີ່ມທະວີການລ້ຽງ ແລະ ປຸງແຕ່ງ, ຫຼຸດຜ່ອນການຂຸດຄົ້ນໃນທຳມະຊາດ; ແກ້ໄຂຂໍ້ສະເໜີແນະ ຂອງບັນດາປະເທດ ແລະ ອົງການຈັດຕັ້ງໃນການຂຸດຄົ້ນສິນທະເລ ໂດຍໄວ; ບໍ່ໃຫ້ບັນຫາໃໝ່ເກີດຂຶ້ນ ແລະ ບໍ່ໃຫ້ການຫາປາ IUU ເກີດຂຶ້ນ.
ດ້ວຍເປົ້າໝາຍ ສ້າງການປະມົງ ແບບຍືນຍົງ, ມີຄວາມຮັບຜິດ ຊອບ, ເຊື່ອມໂຍງເຂົ້າກັບສາກົນ ແລະ ໃນໄລຍະຈະມາເຖິງນີ້ແມ່ນຍົກເລີກບັດເຫຼືອງ ຂອງ EC, ທົ່ວທັງລະບົບການເມືອງໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ. ແຕ່ສູນກາງ ລົງຮອດທ້ອງຖິ່ນ, ພິເສດແມ່ນບັນດາທ້ອງຖິ່ນ ແຄມທະເລຢູ່ 28 ແຂວງ, ນະຄອນແຄມທະເລສັງກັດສູນກາງ, ຖືນີ້ແມ່ນວຽກງານບຸລິມະສິດ ແລະ ຮີບດ່ວນຢູ່ບັນ ດາທ້ອງຖິ່ນ, ສະແດງໃຫ້ເຫັນຄຳໝັ້ນສັນຍາ, ຄວາມມານະພະຍາ ຍາມ ແລະ ຕັດສິນໃຈ ດ້ານການເມືອງ ຂອງ ຫວຽດນາມ ກ່ຽວກັບຕ້ານການຫາປາ IUU.
ປັດຈຸບັນ, ຈຳນວນກຳປັ່ນ ຫາປາ ທີ່ມີຄວາມຍາວ 6 ມ ຂຶ້ນໄປ ໄດ້ຂຶ້ນທະບຽນ ແລະ ອັບເດດ ຢູ່ພື້ນຖານຂໍ້ມູນ VNFishbase ມີ 73.282 ລຳ; ກໍາປັ່ນຫາປາ ມີຄວາມຍາວ 15 ມ ຂຶ້ນໄປ ໄດ້ຮັບໃບອະນຸຍາດ ຖືກຕ້ອງມີ 27.810/29.489 ລຳ ໄດ້ຂຶ້ນທະບຽນ ແລະ ອັບເດດຢູ່ພື້ນຖານຂໍ້ມູນ VNFishbase (ບັນລຸ 94.3%). ນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານ ເພື່ອຂຸດຄົ້ນ ແລະ ນຳໃຊ້ ລະບົບຕິດຕາມກຳປັ່ນຫາປາ ເພື່ອຕິດຕາມການເຄື່ອນໄຫວຂອງ ກຳປັ່ນ ຫາປາ ເທິງທະເລ ທີ່ໄດ້ຕິດຕັ້ງອຸປະກອນຕິດຕາມການເດີນເຮືອ (VMS) ເທິງກໍາປັ່ນຫາປາ ທີ່ມີຄວາມຍາວ 15 ມ ຂຶ້ນໄປ ບັນລຸ 97,65% (28.797/29.489 ລຳ).
ຫວຽດນາມ ໄດ້ລົງນາມໃນຂໍ້ຕົກລົງ ຂັ້ນລັດຖະບານ ວ່າດ້ວຍ ການຮ່ວມມືສາກົນ ກ່ຽວກັບຕ້ານການຫາປາ IUU ກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ແລະ ອົດສະຕຣາລີ; ເປັນປະທານ ສ້າງຂໍ້ລິເລີ່ມ “ສ້າງແຜນການຕ້ານການຫາປາ ທີ່ຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ເຄົາລົບ ກົດລະບຽບ ໄລຍະປີ 2020 - 2025”; ສົມທົບກັບບັນດາອົງການຈັດຕັ້ງສາກົນ ຄື: ສູນພັດທະນາການປະມົງ ອາ ຊີຕາເວັນອອກສ່ຽງໃຕ້ (SEAFDEC), ອົງການກະສິກຳ ສະບຽງອາຫານ ຂອງ ສະຫະປະຊາຊາດ (FAO) ເພື່ອຜັນຂະຫຍາຍ ມາດຕະການແກ້ໄຂ ປະຕິບັດບັນດາຂໍ້ກຳນົດ ຕໍ່ບັນດາປະເທດມີທ່າກຳ ປັ່ນ, ຫາແຫຼ່ງທີ່ມາຜ່ານເອເລັກໂຕຣນິກ, ການຂົນສົ່ງທາງທະເລ.
- ບົດ: VNP - ພາບ: VNA
- ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ