ຫວຽດນາມ ມຸ່ງສູ່ພື້ນຖານກະສິກຳສີຂຽວ, ສະຫຼາດ ແລະ ຍືນຍົງ
ການສົ່ງເສີມວິທະຍາສາດ ເຕັກໂນໂລຊີ, ປ່ຽນໃໝ່ປະດິດສ້າງ ແລະ ຫັນເປັນ ດີຈີຕອນ ພວມສ້າງພະລັງແຮງໃໝ່ ໃຫ້ແກ່ກະສິກຳ ຫວຽດ ນາມ. ນັບແຕ່ການປ່ຽນແປງ ຈິນຕະນາການ ການຜະລິດ, ການສ້າງຖັນແຖວ “ຊາວນາ ດີຈີຕອນ” ຈົນເຖິງ ການສົ່ງເສີມ ຄວາມໂປ່ງໃສ ຂອງ ຕ່ອງໂສ້ມູນຄ່າ, ຫວຽດນາມ ພວມກ້າວໄປ ແຕ່ລະບາດກ້າວ ເພື່ອເຮັດໃຫ້ເປົ້າໝາຍ ການສ້າງພື້ນຖານ ກະສິກຳສີຂຽວ, ສະຫຼາດ ແລະ ຍືນຍົງ ປະກົດຜົນເປັນຈິງ.
ວັນທີ 22 ທັນວາ 2024, ກົມການເມືອງ ໄດ້ອອກມະຕິເລກທີ 57-NQ/TW ກ່ຽວກັບການພັດທະນາ ວິທະຍາສາດ, ເຕັກໂນໂລຊີ, ປ່ຽນໃໝ່ປະດິດສ້າງ ແລະ ການຫັນເປັນ ດີຈີຕອນແຫ່ງຊາດ, ສ້າງ ກຳລັງດັນທີ່ສຳຄັນ ເພື່ອໃຫ້ກະສິກຳ ຫວຽດນາມ ຫັນປ່ຽນ ໄປຕາມທິດທາງທັນສະໄໝ, ສີຂຽວ, ສະຫຼາດ ແລະ ຍືນຍົງ.
ພາຍຫຼັງພັດທະນາ ມາຫຼາຍທົດສະວັດ, ຈາກປະເທດ ທີ່ຂາດແຄນ ສະບຽງອາຫານ, ຫວຽດນາມ ໄດ້ກາຍເປັນ ໜຶ່ງໃນ ບັນດາປະເທດ ຜູ້ສົ່ງອອກຜະລິດຕະພັນ ກະສິກຳ, ປ່າໄມ້ ແລະ ສິນນ້ຳ ແຖວໜ້າ ຂອງໂລກ. ກະສິກຳ ຍັງຄົງ ຮັກສາບົດບາດເປັນ “ເສົາຄ້ຳ” ຂອງ ພື້ນຖານເສດຖະກິດ, ຢືນອັນດັບທີ 2 ຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ອັນດັບທີ 15 ຂອງໂລກ ກ່ຽວກັບການສົ່ງອອກ.
ເຖິງຢ່າງໃດກໍຕາມ, ຢູ່ເບື້ອງຫຼັງຕົວເລກ ທີ່ໜ້າປະທັບໃຈນັ້ນ ຍັງຄົງ ແມ່ນໂຈດ ກ່ຽວກັບມູນຄ່າເພີ່ມ. ມູນຄ່າການຜະລິດ ຂອງ ຊາວນາ ຫວຽດນາມ ແຕ່ລະຄົນ ຍັງຢູ່ໃນລະດັບຕ່ຳ, ຄືຕ່ຳກວ່າ 1.000 ໂດລາສະຫະລັດ. ມະຕິເລກທີ 57 ຖືວ່າ ແມ່ນຄຳຕອບໃຫ້ແກ່ “ຈຸດຄົງຄ້າງ” ເຫຼົ່ານັ້ນ ເມື່ອໄດ້ວາງຄວາມຮຽກຮ້ອງຕ້ອງການ ໃຫ້ຫັນປ່ຽນຢ່າງແຂງແຮງ ຈາກຮູບແບບ ການເຂົ້າຫາ “ເລີ່ມຈາກການຄົ້ນຄວ້າ” ມາເປັນ “ເລີ່ມຈາກຄວາມຕ້ອງການຕົວຈິງ”, ໂດຍຖືເອົາວິສາຫະກິດ ແລະ ຊາວນາເປັນໃຈກາງຂອງການປະດິດສ້າງໃໝ່.
ຈິດວິນຍານດັ່ງກ່າວ ໄດ້ຮັບການເນັ້ນໜັກ ໂດຍສະຫາຍ ເລຂາທິການໃຫຍ່ ໂຕເລິມ, ປະທານປະເທດ ໂຕເລິມ ໃນພິທີ ສະເຫຼີມສະຫຼອງ 80 ປີ ວັນສ້າງຕັ້ງຂະແໜງ ກະສິກຳ ແລະ ສິ່ງແວດລ້ອມ (12 ພະຈິກ 2025) ວ່າ: ວິທະຍາສາດ ເຕັກໂນໂລຊີ, ການປະດິດສ້າງໃໝ່, ການຫັນເປັນ ດີຈີຕອນ ແລະ ຂໍ້ມູນ ຕ້ອງ ກາຍເປັນກຳລັງດັນທີ່ຕັດສິນ. ຕ້ອງນຳເອົາວິທະຍາສາດ - ເຕັກໂນໂລຊີ ເຂົ້າສູ່ໃຈກາງ ຂອງ ການຜະລິດກະສິກຳ, ນັບແຕ່ ແນວພັນພືດ - ສັດ, ເຕັກໂນໂລຊີ ຊີວະພາບ, ລະບົບອັດຕະໂນມັດ, ຈົນເຖິງ ການກວດສອບ ແຫຼ່ງທີ່ມາ, logistics ແລະ ການຄ້າ ດີຈີຕອນ. ຊຸກຍູ້ຮູບແບບ “ນັກວິທະຍາສາດ -ວິສາຫະກິດ -ສະຫະກອນ - ຊາວນາ” ຮ່ວມກັນເຂົ້າໃນ ຕ່ອງໂສ້ມູນຄ່າ; ວຽກງານ ສົ່ງເສີມກະສິກຳ ຕ້ອງຕິດພັນ ກັບທົ່ງນາ ແລະ ຮາກຖານ ການຜະລິດ, ບໍ່ຢຸດຢູ່ພຽງແຕ່ ການປຸກລະດົມຂະບວນການເທົ່ານັ້ນ.
ໃນຕົວຈິງ, ຂະບວນການຫັນປ່ຽນ ພວມສ້າງໃຫ້ເກີດມີຖັນແຖວ “ຊາວນາ ດີຈີຕອນ” ຮຸ່ນໃໝ່. ຫຼາຍຕົວແບບທີ່ພົ້ນເດັ່ນ ໄດ້ສະແດງ ໃຫ້ເຫັນເຖິງ ພະລັງ ຂອງວິທະຍາສາດ ເຕັກໂນໂລຊີ ໃນການ ຜະລິດກະສິກຳ ເຊັ່ນ: ທ່ານ ໂຮ່ກວາງກົວ ຢູ່ນະຄອນ ເກິ່ນເທີ ກັບບັນດາແນວພັນເຂົ້າ ST24, ST25; ທ່ານ ຈູວັນເຊີມ ຢູ່ແຂວງ ຝູເຖາະ ກັບຕົວແບບການລ້ຽງງົວນົມ ທີ່ສ້າງລາຍຮັບໄດ້ 1,2 ຕື້ດົ່ງ/ປີ ຫຼື ທ່ານ ຫງວຽນຈີລິງ ຢູ່ແຂວງ ກ່າເມົາ ກັບຕົວແບບ ການລ້ຽງກຸ້ງຂາວ ທີ່ສ້າງລາຍຮັບ ໄດ້ເຖິງ 90 ຕື້ດົ່ງ/ປີ.
ຄຽງຂ້າງກັນນັ້ນ ກໍແມ່ນກະແສການເລີ່ມຕົ້ນທຸລະກິດ ຂອງຊົນຊັ້ນ ໄວໜຸ່ມ. ໃນປີ 2025 ໄດ້ບັນທຶກຫຼາຍໂຄງການທີ່ນຳໃຊ້ ປັນຍາປະ ດິດ (AI) ເຂົ້າໃນການພະຍາກອນສັດຕູພືດ, ການຄຸ້ມຄອງ ຟາມ ດ້ວຍລະບົບເຊັນເຊີ (Sensor), ການລ້ຽງສັດແບບໝູນວຽນ ແລະ ການວິເຄາະຂໍ້ມູນຂະໜາດໃຫຍ່ (Big Data). ປັດຈຸບັນ, ຊາວນາ ບໍ່ພຽງແຕ່ອີງໃສ່ປະສົບການເທົ່ານັ້ນ ແຕ່ຍັງຕັດສິນ ໂດຍອີງໃສ່ ດັດສະນີຄວາມຊຸ່ມ, ອຸ່ນຫະພູມ, ສານອາຫານ ທີ່ສະແດງ ຢູ່ໃນ ໂທລະສັບ ສະມາດໂພນ. “ວັດທະນະທຳ ຂໍ້ມູນ” ພວມຄ່ອຍໆ ກໍ່ຕົວຂຶ້ນ ຢູ່ຕາມທົ່ງນາ. ອີກບາດກ້າວບຸກທະລຸໜຶ່ງ ແມ່ນການກວດສອບແຫຼ່ງທີ່ມາ. ການຫັນຂໍ້ມູນທີ່ດິນ, ປ່າໄມ້ ແລະ ລະຫັດເຂດປູກເປັນ ດີຈີຕອນ ໄດ້ຊ່ວຍໃຫ້ ຜູ້ບໍລິໂພກສາກົນ ສາມາດຕິດຕາມເສັ້ນທາງທັງໝົດ ຂອງ ຜະລິດຕະພັນກະສິກຳ ຫວຽດນາມ, ນັບແຕ່ ຂັ້ນຕອນ ການຜະລິດ ຈົນເຖິງ ການປຸງແຕ່ງ. ຄວາມໂປ່ງໃສນີ້ ແມ່ນເງື່ອນໄຂ ສຳຄັນເພື່ອໃຫ້ກະສິກຳ ຫວຽດນາມ ກ້າວຂ້າມ ບັນດາສິ່ງອຸດຕັນ ທາງເຕັກນິກ ຂອງບັນດາຕະຫຼາດທີ່ເຄັ່ງຄັດ.
ເພື່ອໃຫ້ ວິທະຍາສາດ ເຕັກໂນໂລຊີ ແຊກຊຶມເຂົ້າເຖິງ ດິນແດນ ແຕ່ລະຄືບຢ່າງແທ້ຈິງ, ມະຕິເລກທີ 57 ໄດ້ຊຸກຍູ້ ການເຊື່ອມຈອດ ຢ່າງແໜ້ນແຟ້ນ ລະຫວ່າງ ລັດ - ນັກວິທະຍາສາດ - ນັກທຸລະກິດ. ລັດຖືບົດບາດເປັນຜູ້ສ້າງນະໂຍບາຍ ແລະ ໂຄງລ່າງພື້ນຖານ ດີຈີຕອນ; ວິສາຫະກິດລົງທຶນ ດ້ານຊັບພະຍາກອນ; ສ່ວນ ນັກວິທະຍາສາດ ແມ່ນແກ້ໄຂບັນດາໂຈດທີ່ລະອຽດຕົວຈິງ ຈາກ ພາກສະໜາມ.
ມະຕິເລກທີ 57-NQ/TW ໄດ້ຮັບການຄາດຫວັງວ່າ ຈະສ້າງ ບາດ ກ້າວຫັນປ່ຽນທີ່ສຳຄັນ ໃຫ້ແກ່ກະສິກຳ ຫວຽດນາມ ໃນຍຸກ ດີຈີຕອນ. ນັບຕັ້ງແຕ່ການປ່ຽນແປງໃໝ່ ທາງດ້ານຈິນຕະນາການ, ການຊຸກຍູ້ ວິທະຍາສາດ ແລະ ເຕັກໂນໂລຊີ ຈົນເຖິງການສ້າງ ຖັນແຖວ “ຊາວນາດີຈີຕອນ”, ມະຕິສະບັບນີ້ ໄດ້ເປີດທິດທາງ ການພັດທະນາສີຂຽວ, ສະຫຼາດ ແລະ ຍືນຍົງ ໃຫ້ແກ່ ຂະແໜງ ກະສິກຳ.
ຢູ່ສະຖາບັນຄົ້ນຄວ້າຝ້າຍ ແລະ ພັດທະນາກະສິກຳ ຍາໂຮ໋, ບັນດາ ນັກວິທະຍາສາດ ໄດ້ເຮັດໃຫ້ມະຕິ ເລກທີ 57 ປະກົດຜົນເປັນຈິງ ດ້ວຍການນຳໃຊ້ IoT ເພື່ອຄວບຄຸມສະພາບອາກາດ ພາຍໃນ ເຮືອນຮົ່ມ. ລະບົບການຫົດນ້ຳ ທີ່ຊັດເຈນ ສົມທົບກັບ ການສະໜອງ ສານອາຫານ ແບບອັດຕະໂນມັດ ໄດ້ຊ່ວຍໃຫ້ພືດພັນ “ກິນຖືກ, ກິນພໍ”, ຫຼຸດຜ່ອນການສິ້ນເປືອງ ແລະ ຈຳກັດການສ້າງມົນລະພິດ ໃຫ້ແກ່ສິ່ງແວດລ້ອມ.
ຈາກຈິດໃຈຂອງມະຕິເລກທີ 57 ສາມາດເຫັນໄດ້ວ່າ
ເມື່ອມີການ ປະຕິຮູບ ດ້ານຄວາມຄິດ, ກໍາຈັດອຸປະສັກ ແລະ ສົ່ງມອບ ເຕັກໂນໂລຊີ ໂດຍກົງເຖິງມືຊາວນາ, ກະສິກຳ
ຫວຽດນາມ ພວມຢືນຢູ່ຕໍ່ໜ້າໂອກາດບຸກທະລຸ ຢ່າງແຂງແຮງ ເພື່ອມຸ່ງໄປສູ່
ການເປັນພື້ນຖານກະສິກຳ ທີ່ທັນສະໄໝ,
ສີຂຽວ ແລະ ຍືນຍົງ.
ບົດ: ແທັງຮ່ວາ - ພາບ: VNP, VNA












