ຫວຽດນາມ: ຜູ້ນໍາໜ້າໃນການປະຕິບັດ ບັນດາເປົ້າໝາຍ ຄວາມຍືນຍົງ ຂອງ ສະຫະປະຊາຊາດ
ກ່າວຄຳເຫັນ ຢູ່ກອງປະຊຸມ ສະມາຊິກລັດຖະສະພາໜຸ່ມ ໂລກຄັ້ງທີ 9 ໂດຍສະພາແຫ່ງຊາດ ຫວຽດນາມ ສົມທົບກັບສະຫະພັນລັດຖະສະພາລະຫວ່າງຊາດ (IPU) ຈັດຂຶ້ນຢູ່ ນະຄອນຫຼວງ ຮ່າໂນ້ຍ, ບັນດາຜູ້ແທນສາກົນ ໄດ້ຕີລາຄາສູງບົດບາດນຳໜ້າຂອງສະພາແຫ່ງຊາດ ຫວຽດນາມ ໃນບັນດາເວທີປາໄສລັດຖະສະພາພາກພື້ນ ແລະທົ່ວໂລກ, ໃນຄວາມພະຍາຍາມທີ່ຈະໃຫ້ຄໍາໝັ້ນສັນຍາໃນການປະຕິບັດເປົ້າໝາຍມອບສິດ, ສ້າງຄວາມປະທັບໃຈໃຫ້ແກ່ ຊາວໜຸ່ນ ເຂົ້າຮ່ວມຢ່າງຕັ້ງໜ້າ ເຂົ້າໃນວຽກງານທີ່ຍິ່ງໃຫຍ່ ຂອງ ປະເທດ ກໍ່ຄື ຂອງ ປະຊາຄົມສາກົນ.
ເຂົ້າຮ່ວມກອງປະຊຸມມີສະມາຊິກລັດຖະສະພາໜຸ່ມ ກວ່າ300 ທ່ານ ແລະຜູ້ແທນທີ່ມາຈາກIPU ແລະຜູ້ຕາງໜ້າບັນດາອົງການສາກົນກວ່າ 70 ອົງການ; ບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາອົງການການທູດຕ່າງປະເທດ ແລະບັນດາ ອົງການສາກົນຢູ່ ຫວຽດນາມ; ສະມາຊິກຄະນະຜູ້ແທນສະພາ ແຫ່ງຊາດໜຸ່ມ ຫວຽດນາມ124ທ່ານ; ຊາວໜຸ່ມ ຫວຽດນາມດີເດັ່ນ 20 ທ່ານ; ຜູ້ແທນຊາວໜຸ່ມຂັ້ນ ແຂວງ ຫວຽດນາມ 20 ທ່ານ...
ທ່ານ Martin Chungong ເປັນທ່ີຄຸ້ນເຄີຍ ຂອງຊາວ ຫວຽດນາມ ຫຼາຍຄົນເປັນຢ່າງດີ. ຊາວ ກາເມຣູນ ຄົນນີ້ກາຍເປັນຄົນທຳອິດ ທີ່ມາຈາກນອກ ເອີຣົບ ແລະ ເປັນຊາວ ອາຟຣິກກາ ຄົນທຳອິດ ທີ່ດຳລົງຕຳແໜ່ງ ເລຂາທິການໃຫຍ່ IPU ໃນປະຫວັດສາດ 134 ປີ ຂອງ ເວທີປາໄສ ລັດຖະສະພາ ຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກ. ເພິ່ນເປັນຄົນສຸພາບຮຽບຮ້ອຍ ແລະ ມີຄວາມຮັກແພງຢ່າງຈິງໃຈຕໍ່ ຫວຽດນາມ. ເພິ່ນໄດ້ແບ່ງປັນຫຼາຍຄັ້ງວ່າຍາມໃດກໍ່ຖືຫວຽດນາມເປັນບ້ານເກີດເມືອງນອນແຫ່ງທີສອງ ຂອງ ຕົນ; ບໍ່ວ່າຈະໄປໃສຫຼື ເຮັດວຽກງານໃດກໍ່ຕາມ, ຍາມໃດກໍຮັກແພງ ຫວຽດນາມ ແລະ ສະໜັບສະໜູນ ຫວຽດນາມ.
ເທື່ອນີ້ ກັບມາຫວຽດນາມ, ເພື່ອເຂົ້າຮ່ວມກອງປະຊຸມສະມາຊິກລັດຖະສະພາໜຸ່ມໂລກຄັ້ງທີ 9, ທ່ານ ເລຂາທິການໃຫຍ່ IPU Martin Chungong ໄດ້ນຳເອົາຄວາມຮູ້ສຶກ ແລະ ຄວາມປະທັບໃຈອັນເລິກເຊິ່ງ ຕໍ່ປະເທດ, ຜູ້ຄົນ ແລະສະພາແຫ່ງຊາດ ຫວຽດນາມ, ກັບບັນດາເພື່ອນມິດ, ເພື່ອນຮ່ວມອາຊີບ ທີ່ເພິ່ນຮັກແພງຕະຫຼອດມາ. ບໍ່ວ່າຈະເປັນການພົບປະສອງຝ່າຍຢູ່ນອກກອງປະຊຸມ ຫຼື ກ່າວຄຳປາໄສຢ່າງເປັນທາງການ, ທ່ານ Martin Chungong ຍາມໃດກໍ່ກ່າວຄຳປາໄສຢ່າງສຸດໃຈກ່ຽວກັບຄວາມຮູ້ສຶກ, ການຕີລາຄາ ແລະຄວາມປະທັບໃຈຕໍ່ບັນດາຜົນງານ, ການປະກອບສ່ວນຢ່າງຕັ້ງໜ້າ ແລະມີຄວາມຮັບຜິດຊອບ ຂອງ ສະພາແຫ່ງຊາດຫວຽດນາມກັບ IPU ກໍ່ຄືບັນດາເວທີປາໄສລັດຖະສະພາ ພາກພື້ນອື່ນ, ໂດຍສະເພາະແມ່ນການປະຕິບັດບັນ ດາຈຸດໝາຍພັດທະນາ ແບບຍືນຍົງ ແລະ ຮອບດ້ານ. ໃນບົດກ່າວຄຳເຫັນ ໃນພິທີເປີດກອງປະຊຸມສະມາຊິກ ລັດຖະສະພາໜຸ່ມໂລກ ຄັ້ງທີ 9, ທ່ານ Martin Chungong ໄດ້ເນັ້ນໜັກເຖິງບົດບາດ ຂອງ ຫວຽດນາມ ໃນຖານະແມ່ນ “ຫໍສັງເກດການ” ໃນການມອບສິດໃຫ້ແກ່ຊາວໜຸ່ມເມື່ອເວົ້າເຖິງເຕັກໂນໂລຊີ.
ສ່ວນທ່ານປະທານ IPU Duarte Pacheco ກໍ່ໄດ້ຕີລາຄາວ່າ ສະພາ ແຫ່ງຊາດ ຫວຽດນາມ ພວມເປັນແບບຢ່າງໃນບັນດາຄວາມມານະພະຍາຍາມ ເພື່ອຊາວໜຸ່ມ ແລະ ເສີມຂະຫຍາຍບົດບາດ ຂອງ ຊາວໜຸ່ມ. ສະພາແຫ່ງຊາດ ຫວຽດນາມ ຫັນຄຳເວົ້າເປັນການກະທຳ, ສ້າງຊ່ອງຫວ່າງໃຫ້ສະມາຊິກລັດຖະສະພາໜຸ່ມ ຍົກສູງບົດບາດ ຂອງຕົນ.

ການພັດທະນາແບບຍືນຍົງ ແມ່ນເປົ້າໝາຍທ່ີໃຫ້ຄວາມສໍາຄັນ ຂອງ ຫວຽດນາມ ໃນຕະຫຼອດໄລຍະປະຫວັດສາດ ແຫ່ງການພັດທະນາ ອັນຍາວນານ ຂອງປະເທດ, ຜ່ານບັນດາປະສົບການອັນໃຫຍ່ຫຼວງ ແລະ ອຸດົມສົມບູນ ກ່ຽວກັບການຕອບໂຕ້, ປ້ອງກັນ, ຕ້ານໄພທຳມະຊາດ ແລະ ການປັບຕົວເຂົ້າກັບທຳມະຊາດ; ຍາມໃດກໍ່ມີການພົວພັນຢ່າງແໜ້ນແຟ້ນ ລະຫວ່າງການພັດທະ ນາເສດຖະກິດ - ສັງຄົມ ກັບການອະນຸລັກຮັກສາ ແລະ ເສີມຂະ ຫຍາຍບັນດາຄຸນຄ່າທາງວັດທະນະທຳມູນເຊື້ອ; ກໍ່ຄືປະເພນີການເບິ່ງແຍງດູແລລຸ້ນໜຸ່ມ, ອະນາຄົດ ຂອງ ແຕ່ລະຄອບຄົວ ແລະ ທົ່ວສັງຄົມ.
ສະນັ້ນ, ຂໍ້ລິເລີ່ມຂອງ ຫວຽດນາມ ໃນການຈັດຕັ້ງ ກອງປະຊຸມ ສະມາຊິກລັດຖະສະພາ ໜຸ່ມໂລກ ຄັ້ງທີ 9 ໃນຫົວຂໍ້ “ບົດບາດຂອງ ໄວໜຸ່ມໃນການຊຸກຍູ້ ການປະຕິບັດບັນດາເປົ້າໝາຍ ພັດ ທະນາແບບຍືນຍົງ ຜ່ານການຫັນເປັນ ດີຈີຕອນ ແລະ ນະວັດຕະ ກໍາ” ອີກຄັ້ງໜຶ່ງ ທີ່ເພື່ອນມິດສາກົນ ຕີລາຄາສູງວ່າແມ່ນຂີດໝາຍປະຫວັດສາດ ໃນການປະຕິບັດຕົວຈິງເປົ້າໝາຍ ການພັດທະນາແບບຍືນຍົງ ຂອງ ສະຫະປະຊາຊາດ ຮອດປີ 2030, ໃນສະພາບ ການຍັງເຫຼືອພຽງ7 ປີ ເພື່ອປະຕິບັດ SDGs ດ້ວຍປະລິມານ ອັນມະຫາສານ ທີ່ຍັງຄ້າງຄາ ຍ້ອນການກີດຂວາງ ໃນໄລຍະຍາວ, ຍ້ອນວ່າ ທົ່ວໂລກພະຍາຍາມສະກັດກັ້ນ ແລະ ຕ້ານການລະ ບາດຂອງ ໂຄວິດ-19.
ພິເສດ, ເປັນຄັ້ງທຳອິດ ໃນປະຫວັດສາດ 9 ຄັ້ງ ທີ່ຈັດຂຶ້ນ, ກອງປະຊຸມສະມາຊິກລັດຖະສະພາ ຊາວໜຸ່ມ ໂລກຄັ້ງທີ 9 ຢູ່ນະ ຄອນຫຼວງ ຮ່າໂນ້ຍ ໄດ້ຮັບຮອງເອົາຖະແຫຼງການກ່ຽວກັບ “ບົດ ບາດ ຂອງ ໄວໜຸ່ມໃນການຊຸກຍູ້ ການປະຕິບັດບັນດາເປົ້າໝາຍ ພັດທະນາ ແບບຍືນຍົງ ຜ່ານການ ຫັນເປັນ ດີຈີຕອນ ແລະ ນະວັດຕະກໍາ”, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໃຫ້ຮູ້ວ່າສິ່ງດັ່ງກ່າວສະແດງໃຫ້ເຫັນການຕັດສິນໃຈ, ຄວາມເຫັນດີເຫັນພ້ອມຢ່າງສູງ ຂອງບັນດາສະມາຊິກລັດຖະສະພາ ໜຸ່ມ IPUໃນການຊຸກຍູ້ ການປະຕິບັດບັນດາຈຸດໝາຍພັດທະນາແບບຍືນຍົງໃນຂອບເຂດທົ່ວໂລກ.
ກອງປະຊຸມສະມາຊິກລັດຖະສະພາໜຸ່ມ ໂລກ ຄັ້ງທີ 9 ໄດ້ຮັບຜົນສຳເລັດຢ່າງຈົບງາມ, ຟົດຟື້ນ ແລະມີປະສິດທິຜົນ, ນີ້ແມ່ນການເລີ່ມຕົ້ນໃໝ່ທີ່ດີ ໃນການຊຸກຍູ້ບົດບາດ ຂອງ ສະມາຊິກລັດຖະສະພາໜຸ່ມ, ຂອງຊາວໜຸ່ມ ກໍ່ຄືລັດ ຖະສະພາບັນດາປະເທດສະມາຊິກ IPU ໃນການຮ່ວມມືກັນທົ່ວໂລກເພື່ອບັນລຸເປົ້າໝາຍການພັດທະນາ ແບບຍືນຍົງ.
- ບົດ: VNP- ພາບ:VNA -ແປໂດຍ: ຢືຟຽນ