ຫວຽດນາມ ຕັດສິນໃຈແກ້ໄຂບັນຫາ "ບັດເຫຼືອງ" ຂອງ EC

ຫວຽດນາມ ຕັດສິນໃຈແກ້ໄຂບັນຫາ "ບັດເຫຼືອງ" ຂອງ EC


ດ້ວຍຄວາມຕັດສິນໃຈທາງການເມືອງສູງ, ຄວາມເຫັນດີເຫັນພ້ອມຂອງທັງລະບົບ ແລະ ຄວາມພະຍາຍາມຂອງຊຸມຊົນທຸລະກິດ, ຊາວປະມົງ, ຫວຽດນາມ ພວມດຳເນີນການຢ່າງເຂັ້ມແຂງ ເພື່ອແກ້ໄຂບັນຫາ “ບັດເຫຼືອງ” ຂອງຄະນະກຳມະການ ເອີຣົບ (EC), ຢືນຢັນຖານະເປັນປະເທດທີ່ມີຄວາມຮັບຜິດຊອບໃນການຂຸດຄົ້ນ ແລະ ຜະລິດສິນໃນນໍ້າ.

ໃນເດືອນຕຸລາ ປີ 2017, ການຖືກ EC ເຕືອນ “ບັດເຫຼືອງ” ແມ່ນຄຳເຕືອນທີ່ເຂັ້ມງວດ ກ່ຽວກັບຄວາມຕ້ອງການປັບປຸງລະບົບຄຸ້ມຄອງການປະມົງ, ສະກັດກັ້ນສະພາບການຂຸດຄົ້ນສິນໃນນໍ້າທີ່ຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ຖືກຕາມລະບຽບການ (IUU). ຖ້າບໍ່ສາມາດແກ້ໄຂໄດ້, ຫວຽດນາມ ອາດຈະປະເຊີນກັບຄວາມສ່ຽງທີ່ຈະຖືກຫ້າມສົ່ງອອກສິນໃນນໍ້າໄປຍັງ EU, ເຊິ່ງເປັນໜຶ່ງໃນຕະຫຼາດທີ່ສໍາຄັນທີ່ສຸດ.

ກ່ອນປີ 2017, ຕະຫຼາດ EU ກວມເອົາ 30-35% ຂອງມູນຄ່າການສົ່ງອອກສິນໃນນໍ້າຂອງ ຫວຽດນາມ. ຢ່າງໃດກໍຕາມ, ຫຼັງຈາກຖືກບັດເຫຼືອງ, ຕົວເລກນີ້ໄດ້ຫຼຸດລົງຢ່າງຫຼວງຫຼາຍ, ຍັງເຫຼືອພຽງແຕ່ປະມານ 9-10% ໃນປີ 2024, ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງໃຫ້ແກ່ຂະແໜງການ ແລະ ບັນດາບໍລິສັດສົ່ງອອກ.

 

ຮັບຮູ້ຢ່າງຈະແຈ້ງເຖິງຄວາມກົດດັນ ແລະ ຄວາມໝາຍຂອງຄຳເຕືອນນີ້, ລັດຖະບານ ຫວຽດນາມ ໄດ້ສະແດງຄວາມຕັດສິນໃຈທາງການເມືອງທີ່ເຂັ້ມແຂງ ໃນການຕ້ານການຂຸດຄົ້ນ IUU. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ເນັ້ນໜັກຫຼາຍຄັ້ງ ໃນກອງປະຊຸມ ຂອງ ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຕ້ານການຂຸດຄົ້ນ IUU ວ່າ: “ເປົ້າໝາຍບໍ່ປ່ຽນແປງໃນການສູ້ຊົນ ຕໍ່ການຂຸດຄົ້ນ IUU, ຍົກເລີກບັດເຫຼືອງ IUU. ນີ້ແມ່ນວຽກທີ່ບໍ່ສາມາດບໍ່ເຮັດໄດ້, ບໍ່ສາມາດແກ່ຍາວ, ຕ້ອງເຮັດໃຫ້ໄດ້ ເພື່ອສັກສີຂອງປະເທດ, ຊື່ສຽງຂອງພັກ ແລະ ລັດ.”.

ບົນພື້ນຖານນັ້ນ, ຫວຽດນາມ ໄດ້ທົບທວນ, ປັບປຸງ ແລະ ເຮັດໃຫ້ສົມບູນແບບ ຂອບເຂດກົດໝາຍທີ່ ກ່ຽວຂ້ອງກັບການຄຸ້ມຄອງການປະມົງ, ຮັບປະກັນການປະຕິບັດຕາມມາດຕະຖານສາກົນ. ກົດໝາຍວ່າດ້ວຍສິນໃນນໍ້າ ປີ 2017 ທີ່ມີຫຼາຍຈຸດໃໝ່, ໄດ້ສ້າງພື້ນຖານກົດໝາຍທີ່ໝັ້ນຄົງ ໃຫ້ແກ່ວຽກງານຄຸ້ມຄອງ, ຕິດຕາມກວດກາ ແລະ ດໍາເນີນຄະດີຕໍ່ການລະເມີດ.

ດ່ານກວດກາຊາຍແດນ ວ່າມລ໋າງ ໂຄສະນາເຜີຍແຜ່ ກ່ຽວ ກັບ ການປ້ອງກັນ ແລະ ຕ້ານການຂຸດຄົ້ນ IUU ແລະ ມອບທຸງ ຊາດ ໃຫ້ກັບ ກັບຕັນເຮືອ ແລະ ຊາວປະມົງ. ພາບ: ກົງຈີີ໋/VNA

ທ່ານ ຮສຈ. ປອ ຫງວຽນຈູໂຮ່ຍ, ຮອງປະທານຄະນະປະຈໍາສະມາຄົມສິນໃນນໍ້າ ຫວຽດນາມໄດ້ໃຫ້ຂໍ້ສັງເກດວ່າ: “ການປ່ຽນແປງລະບຽບການກ່ຽວກັບ IUU ເປັນກົດໝາຍ ແມ່ນບາດກ້າວທີ່ທັນການ, ສ້າງມາດຕະການລົງໂທດທີ່ເຂັ້ມແຂງພໍສົມຄວນ ເພື່ອນາບຂູ່ພຶດຕິກໍາການລະເມີດ”.

 

ຕາມກະຊວງກະສິກໍາ ແລະ ສິ່ງແວດລ້ອມແລ້ວ, ຮອດທ້າຍເດືອນຕຸລາ ປີ 2025, ຫວຽດນາມ ມີເຮືອປະມົງ 79.800/79.941 ລຳ (ບັນລຸ 99,8%) ໄດ້ລົງທະບຽນ, ອັບເດັດຂໍ້ມູນຢູ່ໃນພື້ນຖານຂໍ້ມູນການປະມົງແຫ່ງຊາດ (VNFishbase). ອັດຕາສ່ວນເຮືອປະມົງທີ່ມີຄວາມຍາວ 15 ມ ຂຶ້ນໄປ ໄດ້ຕິດຕັ້ງອຸປະກອນຕິດຕາມການເດີນທາງ (VMS) ບັນລຸຫຼາຍກວ່າ 99%.  

ລະບົບ VMS ຊ່ວຍຕິດຕາມທີ່ຕັ້ງ, ເສັ້ນທາງການເດີນທາງຂອງເຮືອປະມົງຕາມເວລາຈິງ, ກວດພົບພຶດຕິກຳການລະເມີດໄດ້ທັນການ. ຄຽງຄູ່ກັນນັ້ນ, VNFishbase ຍັງສືບຕໍ່ຖືກປັບປຸງໃຫ້ສົມບູນ, ລວມເອົາຂໍ້ມູນ ກ່ຽວກັບການລົງທະບຽນ, ໃບອະນຸຍາດຂຸດຄົ້ນ, ປື້ມບັນທຶກປະຈຳວັນ ແລະ ໃບຢັ້ງຢືນຜົນຜະລິດ; ພ້ອມທັງເຊື່ອມຕໍ່ຂໍ້ມູນ ລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ.

 

 

 

ນັບແຕ່ປີ 2017 ມາຮອດປັດຈຸບັນ, ຫວຽດນາມ ໄດ້ຈັດຕັ້ງປະຕິບັດລະບົບປື້ມບັນທຶກການຂຸດຄົ້ນ, ຊື້, ຂົນສົ່ງທາງ ອີເລັກ ໂຕຼນິກ (e-logbook) ແລະ ລະບົບຫາແຫຼ່ງທີ່ມາ ສິນໃນນໍ້າທາງ ອີເລັກໂຕຼນິກ (eCDT) ຢ່າງຄົບຊຸດ ຢູ່ທຸກທ່າເຮືອປະມົງ.  

ທ່ານ ຫວູຢວຽນຫາຍ, ຮອງຫົວໜ້າກົມສິນໃນນໍ້າ ແລະ ການກວດກາການປະມົງໄດ້ກ່າວວ່າ: “ພວກຂ້າພະເຈົ້າ ກໍາລັງພະຍາຍາມ ເພື່ອໃຫ້ເຮືອປະມົງທຸກລໍາທີ່ມີຄວາມຍາວແຕ່ 15 ມ ຂຶ້ນໄປ ເວລາອອກ ແລະ ເຂົ້າທ່າເຮືອ ຕ່າງກໍຕ້ອງລາຍງານຜ່ານລະບົບ eCDT”.  

ພ້ອມດຽວກັນນັ້ນ, ມາດຕະການລົງໂທດທີ່ເຂັ້ມງວດກໍ ໄດ້ຖືກ ໝູນໃຊ້ ຕໍ່ພຶດຕິກຳ ການລະເມີດ IUU. ຕາມບົດລາຍງານຂອງກະຊວງຕໍາຫຼວດ, ຮອດວັນທີ 27 ເດືອນຕຸລາ ປີ 2025, ໄດ້ດໍາເນີນຄະດີ 84 ກໍລະນີ ກັບຈໍາເລີຍ 130 ຄົນ ທີ່ກ່ຽວຂ້ອງ ກັບພຶດຕິກຳ ການຂຸດຄົ້ນ ທີ່ຜິດກົດໝາຍ. ຍ້ອນແນວນັ້ນ, ສະຕິ ຂອງຊາວປະມົງ ຈຶ່ງໄດ້ມີການປ່ຽນແປງໃນທາງບວກ.  

ຊາວປະມົງ ຟ້າມຫງອກເຕີມ, ເຈົ້າຂອງເຮືອ TH 91434-TS, ຕາແສງ ເຊີ່ມເຊີນ (ແຂວງ ແທງຮ໋ວາ) ໄດ້ແບ່ງປັນວ່າ: “ແຕ່ກ່ອນອອກທະເລເສລີກວ່າ, ຂໍ້ຜູກມັດໜ້ອຍ. ດຽວນີ້ລະບຽບການຕ້ານ IUU ເຂັ້ມງວດກວ່າ ແຕ່ກໍຊ່ວຍໃຫ້ພວກເຮົາຄຸ້ມຄອງຜົນຜະລິດ, ຮູ້ເຂດການຫາປາຢ່າງຈະແຈ້ງ. ສິ່ງທີ່ສໍາຄັນທີ່ສຸດແມ່ນຍ້ອນການປະຕິບັດຕາມລະບຽບການ, ຜະລິດຕະພັນຂອງພວກຂ້າພະເຈົ້າ ຈຶ່ງສາມາດສົ່ງອອກໄດ້, ເຮືອຈຶ່ງສາມາດອອກທະເລໄດ້ຢ່າງຍືນຍົງ. ຂ້າພະເຈົ້າ ແລະ ພີ່ນ້ອງຊາວບ້ານ ລ້ວນແຕ່ພະຍາຍາມປະຕິບັດໃຫ້ຖືກຕ້ອງ, ເພື່ອອະນາຄົດຂອງອາຊີບຫາປາ.”.

 

 

 

ຄວາມພະຍາຍາມເຫຼົ່ານັ້ນ ກໍາລັງສະແດງໃຫ້ເຫັນຜົນໄດ້ຮັບທີ່ຕັ້ງໜ້າ. ຕາມບົດລາຍງານຫຼ້າສຸດ, ໃນອາທິດແຕ່ວັນທີ 28 ຕຸລາ ຫາ 4 ພະຈິກ 2025, ບໍ່ມີກໍລະນີເຮືອປະມົງ ຫວຽດນາມ ລະເມີດ ເຂດທະເລ ຂອງຕ່າງປະເທດ ຖືກລົງໂທດ.  

ການຍົກເລີກ “ບັດເຫຼືອງ" ຂອງ EC ບໍ່ພຽງແຕ່ນໍາມາ ຜົນປະໂຫຍດ ທາງດ້ານເສດຖະກິດ ໃນໄລຍະສັ້ນເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນເຖິງການເຕີບໃຫຍ່ ຂອງຂະແໜງສິນໃນນໍ້າຫວຽດນາມ ເຊິ່ງເປັນຂະແໜງການ ທີ່ກໍາລັງປ່ຽນແປງຢ່າງແຂງແຮງ ໄປໃນທິດທາງທີ່ໂປ່ງໃສ, ຍືນຍົງ ແລະ ມີຄວາມຮັບຜິດຊອບ.  

ເສັ້ນທາງນີ້ຍັງກຳລັງສືບຕໍ່, ແຕ່ດ້ວຍຜົນສໍາເລັດທີ່ໄດ້ບັນລຸ, ຫວຽດນາມ ກໍາລັງກ້າວໄປຢ່າງໝັ້ນຄົງ ເພື່ອຢືນຢັນຊື່ສຽງໃນຕະຫຼາດໂລກ, ໃນຖານະເປັນປະເທດແຄມທະເລທີ່ຂະຫຍັນຂັນແຂງ, ເຄົາລົບກົດໝາຍສາກົນ ແລະ ຢຶດໝັ້ນໃນເສັ້ນທາງການພັດທະນາສີຂຽວ, ຍືນຍົງ.

 

  • ບົດ: ທົງທ້ຽນ - ພາບ: VNP, VNA - ແປໂດຍ: ບິກລຽນ
  •  

Top