ຫວຽດນາມ - ຈຸດໝາຍປາຍທາງໃໝ່ ຂອງ ນັກສຶກສາທົ່ວໂລກ

ຫວຽດນາມ - ຈຸດໝາຍປາຍທາງໃໝ່ ຂອງ ນັກສຶກສາທົ່ວໂລກ

ໃນຊຸມປີ ມໍ່ໆ ມານີ້, ຈໍານວນນັກສຶກສາຕ່າງປະເທດ ທີ່ເຂົ້າມາສຶກສາ ຢູ່ບັນດາມະຫາວິທະຍາໄລ ຂອງ ຫວຽດນາມ ມີແນວໂນ້ມເພີ່ມຂຶ້ນຢ່າງແຮງ. ນີ້ສະແດງໃຫ້ເຫັນວ່າ ຫວຽດນາມ ບໍ່ພຽງແຕ່ເປັນປະເທດທີ່ປອດໄພ, ເປັນມິດ, ມີພື້ນຖານວັດທະນະທຳ ທີ່ຫຼາກຫຼາຍ, ອຸດົມສົມ ບູນ ແລະ ດຶງດູດໃຈຜູ້ຄົນເທົ່ານັ້ນ, ແຕ່ຄວາມສາມາດ ໃນການຝຶກອົບຮົມ ລະດັບມະຫາວິທະຍາໄລ ກໍ່ໄດ້ພັດທະນາ ແລະ ກ້າວເຂົ້າໃກ້ກັບລະດັບສາກົນ. ພ້ອມກັນນັ້ນ, ການທີ່ ຫວຽດນາມ ນັບມື້ມີຫຼາຍມະຫາວິທະຍາໄລ ຕິດອັນດັບມະຫາວິທະຍາໄລ ທີ່ມີຊື່ສຽງໃນໂລກ, ມີນະໂຍບາຍທີ່ ໂປ່ງໃສ, ເປີດກວ້າງ ແລະ ອໍານວຍຄວາມສະດວກ ດ້ານວີຊາ, ຄ່າທໍານຽມການສຶກສາ, ທຶນການສຶກສາ, ທີ່ພັກອາໄສ, ການເດີນທາງ... ໄດ້ປະກອບສ່ວນ ດຶງດູດນັກສຶກສາຕ່າງປະເທດ ໃຫ້ເຂົ້າມາສຶກສາຢູ່ ຫວຽດນາມ.

ຖ້າວ່າ ເມື່ອກວ່າສິບປີກ່ອນ, ບັນດາມະຫາວິທະຍາໄລ ຂອງ ຫວຽດ ນາມ ຍັງບໍ່ຄ່ອຍເປັນທີ່ຮູ້ຈັກ ຢູ່ໃນແຜນທີ່ການສຶກສາ ຂອງ ໂລກ, ແຕ່ມື້ນີ້ ຊື່ສຽງ ຂອງ ມະຫາວິທະຍາໄລ ຫວຽດນາມ ໄດ້ປາກົດຂຶ້ນ ນັບມື້ນັບຫຼາຍ ໃນບັນດາຕາຕະລາງ ຈັດອັນດັບສາກົນ. ຕາມອົງການ Times Higher Education (THE), ໃນປີ 2025 ຫວຽດນາມ ມີ 11 ມະຫາວິທະຍາໄລ ທີ່ຖືກຈັດເຂົ້າ ໃນຕາຕະລາງ ຈັດອັນດັບສາກົນ ທີ່ມີຊື່ສຽງ ປະກອບມີ: ມະຫາວິທະຍາໄລ ເສດຖະກິດ ນະຄອນ ໂຮ່ຈີມິນ, ມະຫາວິທະຍາໄລ ຢຸຍເຕິນ, ມະຫາວິທະຍາໄລ ໂຕນດຶກຖັ໋ງ, ມະຫາວິທະຍາໄລການແພດ ຮ່າໂນ້ຍ, ມະຫາວິທະຍາໄລ ຫງວຽນເຕິດແທ່ງ, ມະຫາວິທະຍາໄລເປີດ ນະຄອນ ໂຮ່ຈີມິນ, ມະຫາວິທະ ຍາໄລ ແຫ່ງຊາດ ຮ່າໂນ້ຍ,  ມະຫາວິທະຍາໄລ ສັບພະວິຊາ ຮ່າໂນ້ຍ, ມະຫາວິທະຍາໄລ ເຫວ້, ມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ ແລະ ມະຫາວິທະຍາໄລ ດ່າໜັງ.

 
 

ຈໍານວນຜົນປະກາດສາກົນ ຂອງ ບັນດາມະຫາວິທະຍາໄລ ໄດ້ເພີ່ມຂຶ້ນສະເລ່ຍ 15–20% ຕໍ່ປີ; ຫຼາຍກຸ່ມຄົ້ນຄວ້າ ຂອງ ຫວຽດນາມ ໄດ້ຖືກເຊື້ອເຊີນ ເຂົ້າຮ່ວມ ບັນດາໂຄງການລະດັບພາກພື້ນ ທີ່ໄດ້ຮັບການສະໜັບສະໜູນ ຈາກອົງການສະຫະປະຊາຊາດ, ທະນາຄານໂລກ ຫຼື ສະຫະພາບ ເອີຣົບ. ນີ້ບໍ່ພຽງແຕ່ແມ່ນຕົວເລກເທົ່ານັ້ນ, ແຕ່ແມ່ນຜົນ ຂອງ ຂະບວນການ ຫັນປ່ຽນຢ່າງແຂງແຮງ ນັບຕັ້ງແຕ່ການຄຸ້ມຄອງ, ການຄົ້ນຄວ້າ ຈົນເຖິງການສ້າງໂຄງການຝຶກອົບຮົມໃຫ້ເປັນສາກົນ.

ໃນຕົວຈິງ, ວິທະຍາເຂດມະຫາວິທະຍາໄລ ຂອງ ຫວຽດນາມ ບໍ່ພຽງແຕ່ເປັນສະຖານທີ່ສິດສອນ ເທົ່ານັ້ນ, ແຕ່ຍັງເປັນສູນກາງ ແຫ່ງການສ້າງນະວັດຕະກຳໃໝ່ ອີກດ້ວຍ. ຢູ່ພາກເໜືອ, ເຂດມະຫາວິທະຍາ ໄລ ຮ່ວາລາກ (ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ) ພວມຖືກກໍານົດໃຫ້ເປັນ “ນະຄອນມະຫາວິທະຍາໄລ” ທີ່ທັນສະໄໝ, ສີຂຽວ ແລະ ສະຫຼາດ. ຢູ່ພາກໃຕ້, ມະຫາວິທະຍາໄລ ໂຕນດຶກຖັ໋ງ, ມະຫາວິທະ ຍາໄລ FPT, ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ໄດ້ກາຍ ເປັນຮູບແບບທີ່ດີເດັ່ນ ດ້ວຍຫໍສະໝຸດ ເອເລັກໂຕຣນິກ, ເຂດຫໍພັກນັກສຶກສາຕ່າງປະເທດ ແລະ ສູນຄົ້ນຄວ້າແບບເປີດ. ຢູ່ມະຫາວິທະ ຍາໄລ ໂຕນດຶກຖັ໋ງ, ໃນ 5 ປີຜ່ານມາ ມີນັກສຶກສາ ສາກົນ ເຂົ້າມາ ສຶກສາ, ຝຶກງານ ແລະ ແລກປ່ຽນວັດທະນະທຳ ກວ່າ 10.000 ຄົນ. ສະເພາະສົກຮຽນ 2023-2024, ໄດ້ດຶງດູດນັກສຶກສາ ສາກົນ 2.065 ຄົນ, ເຊິ່ງເປັນຕົວເລກ ທີ່ສະແດງໃຫ້ເຫັນວ່າ ຫວຽດນາມ ກໍາລັງກາຍ ເປັນຈຸດໝາຍປາຍທາງ ດ້ານການສຶກສາ ໃນລະດັບພາກພື້ນ.

ການເຄື່ອນໄຫວພົບປະ ຂອງ ສະໂມສອນພາສາ, ຄະນະອັກ ສອນສາດ-ວັດທະນະທຳ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງ ໃຕ້, ມະຫາວິທະຍາໄລ ພາສາຕ່າງປະເທດ (ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ). ພາບ: ແທງຢາງ
ນັກຮຽນໂຮງຮຽນ ມັດທະຍົມຕອນປາຍ Chihaya (ຍີ່ປຸ່ນ) ເຂົ້າຮ່ວມໂຄງການ “ໜຶ່ງວັນສັງເກດການສຶກສາ” ທີ່ຈັດຂຶ້ນໂດຍ ມະຫາ ວິທະຍາໄລສາກົນ (ມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ) ໃນປີ 2024. ພາບ: ເອກະສານ ມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ
 
ພິທີມອບໃບປະກາດສະນີຍະບັດ ຈົບການສຶກສາ ໃຫ້ນັກສຶກສາ ສາກົນ ທີ່ຮຽນສາຂາວິຊາ ວິທະຍາສາດ ຄອມພິວເຕີ, ວິສະວະກຳອາຫານ ທີ່ ມະຫາວິທະຍາໄລ ສັບພະວິຊາ ຮ່າໂນ້ຍ. ພາບ: ແທງຢາງ

ການຄົ້ນຄວ້າຫຼ້າສຸດ ຂອງ ທ່ານ ບຸ່ຍມິງເຫງ໊ຍ, ປະລິນຍາໂທ ຈາກມະຫາວິທະຍາໄລການເງິນ-ການຕະຫຼາດ ທີ່ໄດ້ລົງໃນ ວາລະສານເອເລັກໂຕຣນິກ ທິດສະດີການເມືອງ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ຫວຽດນາມ ໄດ້ດຶງດູດ 605 ໂຄງການຕ່າງປະເທດ ລົງທຶນໃສ່ຂົງເຂດການສຶກສາ ດ້ວຍມູນຄ່າລົງທຶນລວມກວ່າ 4,57 ຕື້ ໂດລາສະຫະລັດ; ມີປະມານ 430 ໂຄງການຮ່ວມມື ຝຶກອົບຮົມກັບຕ່າງປະ ເທດ ໄດ້ຖືກຈັດຕັ້ງປະຕິບັດ ຢູ່ 65 ສະຖານການສຶກສາ ມະຫາວິທະ ຍາໄລ ຢູ່ພາຍໃນປະເທດ; ມີ 5 ສະຖານການສຶກສາ ມະຫາວິທະຍາ ໄລ ທີ່ມີທຶນ ຈາກຕ່າງປະເທດ ພວມເຄື່ອນໄຫວຢູ່ ຫວຽດນາມ. ສະ ເພາະລະດັບມະຫາວິທະຍາໄລ, ທົ່ວປະເທດມີ 408 ໂຄງການຮ່ວມມືຝຶກອົບຮົມ ກັບຕ່າງປະເທດ; ບັນດາປະເທດ ແລະ ເຂດແຄວ້ນ ທີ່ ນໍາໜ້າ ໃນການຮ່ວມມື ໂຄງການຝຶກອົບຮົມກັບ ຫວຽດນາມ ມີ: ອັງ ກິດ 101 ໂຄງການ; ສ ອາເມລິກາ 59 ໂຄງການ; ສ ຝຣັ່ງ 53 ໂຄງ ການ; ອົດສະຕຣາລີ 37 ໂຄງການ; ສ ເກົາຫຼີ 27 ໂຄງການ.

ນອກຈາກນັ້ນ, ຍັງມີຫຼາຍອົງການຈັດຕັ້ງສາກົນ ກ່ຽວກັບການສຶກສາ, ຝຶກອົບຮົມ ທີ່ເຄື່ອນໄຫວຢູ່ ຫວຽດນາມ ເຊັ່ນ: ສະພາຮັບຮອງໂຮງ ຮຽນ ແລະ ໂຄງການທຸລະກິດ (ACBSP); ສະພາກວດກາ ແລະ ຕີລາຄາໂຄງການຝຶກອົບຮົມ ດ້ານວິສະວະກຳ ແລະ ເຕັກໂນໂລຊີ (ABET); ສະຖາບັນກວດກາ ແລະ ຕີລາຄາຄຸນນະພາບ, ອອກໃບ ຢັ້ງຢືນ ແລະ ຮັບປະກັນຄຸນນະພາບ ເຢຍລະມັນ (ACQUIN)...

ສະຖານທີ່ຮຽນຂອງ ມະຫາວິທະຍາໄລ ເສດຖະກິດແຫ່ງຊາດ ຮ່າໂນ້ຍ ທີ່ທັນສະໄໝ ແລະ ສະອາດງາມຕາ ເປັນຈຸດໝາຍປາຍທາງໃນການຮຽນຂອງນັກສຶກສາສາກົນຈຳນວນຫຼວງຫຼາຍ. ພາບ: ແທງຢາງ
ມະຫາວິທະຍາໄລ ເສດຖະກິດແຫ່ງຊາດ ບໍ່ພຽງແຕ່ໃຫ້ຄວາມຮູ້ດ້ານເສດຖະກິດ ແລະ ວັດທະນະທໍາ ຫວຽດນາມ ເທົ່ານັ້ນ, ແຕ່ຍັງສ້າງເງື່ອນໄຂໃຫ້ນັກສຶກສາສາກົນ ໄດ້ສຳຜັດກັບການດໍາລົງຊີວິດຢູ່ ຮ່າໂນ້ຍ ອີກດ້ວຍ. ພາບ: ແທງຢາງ
ການແລກປ່ຽນການຫຼິ້ນເກມ ຂອງກຸ່ມນັກສຶກສາສາກົນ ກັບ ນັກສຶກສາ ຫວຽດນາມ. ພາບ: ແທງຢາງ

ສິ່ງນັ້ນສະແດງໃຫ້ເຫັນວ່າ ການຝຶກອົບຮົມ ລະດັບມະຫາວິທະຍາໄລ ຂອງ ຫວຽດນາມ ໄດ້ມີບາດກ້າວພັດທະນາ ຢ່າງແຂງແຮງ, ບາງຂົງ ເຂດ, ສາຂາວິຊາຝຶກອົບຮົມສະເພາະ ໄດ້ເຂົ້າໃກ້ກັບລະດັບສາກົນ, ໄດ້ຮັບການຕີລາຄາສູງ ຈາກທົ່ວໂລກ ເຊັ່ນ: ທຸລະກິດ ແລະ ເສດຖະ ກິດ, ວິທະຍາສາດຄອມພິວເຕີ, ການຄົ້ນຄວ້າການສຶກສາ, ວິສະວະ ກຳ, ວິທະຍາສາດຊີວິດ, ການແພດ ແລະ ສຸຂະພາບ, ວິທະຍາສາດຟີຊິກ, ວິທະຍາສາດ ສັງຄົມ...

ທ່ານ ຮວ່າງມິງເຊີນ, ຮອງສາດສະດາຈານ, ປະລິນຍາເອກ, ຜູ້ອໍານວຍການ ມະຫາວິທະຍາໄລ ແຫ່ງຊາດ ຮ່າໂນ້ຍ ໃຫ້ຮູ້ວ່າ ຮູບແບບມະຫາວິທະຍາໄລ ລະດັບໂລກ ໄດ້ຖືກຈັດຕັ້ງປະຕິບັດຢູ່ຫຼາຍປະ ເທດ. ສາມປັດໄຈຫຼັກ ເພື່ອຄວາມສໍາເລັດຄື: ແຫຼ່ງຊັບພະຍາກອນທີ່ອຸດົມສົມບູນ, ການຄຸ້ມຄອງ ທີ່ເອື້ອອໍານວຍ ແລະ ການຮວມເອົາພອນສະຫວັນ. ສໍາລັບ ຫວຽດນາມ, ການສຶກສາ ທີ່ບັນລຸລະດັບກ້າວໜ້າ ໃນພາກພື້ນ ອາຊີ, ກ້າວໄປສູ່ກຸ່ມຊັ້ນນໍາຂອງໂລກ ຈະຕ້ອງເປັນພື້ນຖານການສຶກສາ ທີ່ມີຄວາມສະເໝີພາບ, ກວມລວມ, ທັນສະໄໝ ແລະ ມີຄຸນນະພາບ.

ດ້ວຍບາດກ້າວການພັດທະນາ ທີ່ເຂັ້ມແຂງດັ່ງກ່າວ, ຫວຽດນາມ ກໍາລັງກາຍເປັນຈຸດໝາຍປາຍທາງໃໝ່ ທີ່ດຶງດູດ ຂອງ ນັກສຶກສາຫຼາຍປະເທດໃນໂລກ. ຕາມສະຖິຕິ ຂອງ ກະຊວງສຶກສາ ແລະ ບຳລຸງສ້າງ, ຮອດທ້າຍປີ 2024, ຫວຽດນາມ ມີນັກສຶກສາ ສາກົນປະມານ 22.000 ຄົນ ກໍາລັງສຶກສາ ຢູ່ບັນດາສະຖານການສຶກສາ ພາຍໃນປະ ເທດ. ໃນນັ້ນມີນັກສຶກສາຕ່າງປະເທດ ເກືອບ 4.000 ຄົນ ທີ່ຮຽນຕາມສັນຍາ, ສ່ວນທີ່ເຫຼືອແມ່ນຮຽນດ້ວຍທຶນສ່ວນຕົວ ຫຼື ຕາມຂໍ້ຕົກລົງສອງຝ່າຍ ລະດັບໂຮງຮຽນ ຫຼື ທ້ອງຖິ່ນ. ຈໍານວນປະເທດ ທີ່ມີນັກສຶກສາເຂົ້າມາຮຽນຢູ່ ຫວຽດນາມ ກໍ່ມີຄວາມຫຼາກຫຼາຍ, ມີຫຼາຍສິບປະເທດ, ໃນນັ້ນມີບາງປະເທດ ທີ່ມີນັກສຶກສາ ເຂົ້າມາຮຽນຫຼາຍຄື: ສປປ ລາວ, ກໍາປູເຈຍ, ມຽນມາ, ສປ ຈີນ, ສ ເກົາຫຼີ, ຍີ່ປຸ່ນ, ອັງກິດ, ຝຣັ່ງ, ສ ອາເມລິກາ, ນິວຊີແລນ, ອູແກຣນ, ອິນເດຍ, ນີເຊຣີ, ສະວິດ, ແອັດສະປາຍ, ແດນມາກ... ຂົງເຂດທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດແມ່ນ: ການແພດ, ເສດຖະກິດ, ທຸລະກິດ, ວັດທະນະທຳ ແລະ ພາສາ...

ການຮ່ວມມືສາກົນໃນຂົງເຂດການສຶກສາ - ຝຶກອົບຮົມຂອງ ມະຫາວິທະຍາໄລສາກົນ (ມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ) ໄດ້ບັນລຸຜົນສຳຄັນ, ປະກອບສ່ວນຍົກສູງຖານະ ການສຶກສາຊັ້ນສູງຂອງ ຫວຽດນາມ ໃນໂລກ. ພາບ: ເອກະສານ ມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ
 

ໃນພິທີຈົບການສຶກສາ ຂອງ ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ, ກຸ່ມນັກສຶກສາຈາກ ກໍາປູເຈຍ ບໍ່ສາມາດປິດບັງຄວາມດີໃຈໃນວັນສໍາຄັນໄດ້. ທ້າວ Hang Sokken, ຜູ້ທີ່ເຄີຍໄດ້ຮັບທຶນການສຶກສາ ຂອງໂຮງຮຽນ ໄດ້ກ່າວວ່າ: “ຢູ່ທີ່ນີ້ ພວກຂ້າພະເຈົ້າໄດ້ຮັບການຊ່ວຍເຫຼືອດ້ານຄ່າຄອງຊີບ, ໄດ້ອາຈານ ແລະ ໝູ່ເພື່ອນ ໃຫ້ການຊ່ວຍເຫຼືອຢູ່ສະເໝີ. ຄວາມສໍາເລັດ ຂອງ ຂ້າພະເຈົ້າ ບໍ່ພຽງແຕ່ໃນດ້ານການສຶກສາເທົ່ານັ້ນ, ແຕ່ຍັງເຮັດໃຫ້ຂ້າພະເຈົ້າເປີດໃຈ ແລະ ມີຄວາມໝັ້ນໃຈຫຼາຍຂຶ້ນ. ຫວຽດນາມ ແມ່ນບ້ານຫຼັງທີສອງ ຂອງ ພວກຂ້າພະເຈົ້າແທ້ໆ”.

ຢູ່ໂຮງຮຽນສາກົນ-ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ຄວາມຫຼາກຫຼາຍ ທາງດ້ານວັດທະນະທໍາ ປາກົດ ຢູ່ໃນຫ້ອງຮຽນແຕ່ລະຫ້ອງ. ນັກສຶກສາທ່ີມາຈາກ ອິນເດຍ, ນີເຊຣີ, ຍີ່ປຸ່ນ, ສ ເກົາຫຼີ, ສະວິດ... ໄດ້ຮ່ວມກັນສົນທະນາ, ຄົ້ນຄວ້າ ແລະ ປະດິດສ້າງ. ໂຄງການ “ອຸປະກອນ ກອງອາກາດ Helio” ທີ່ພັດທະນາໂດຍກຸ່ມນັກສຶກສາສາກົນ Comaan De (ອິນເດຍ), Demy Warloxx (ນີເຊຣີ) ພ້ອມກັບນັກສຶກສາ ຫວຽດນາມ ສອງຄົນຄື ຫງວຽນທິຫາຍອ໋ຽນ ແລະ ໂດ໊ມິງ ຮວ່າງ ໄດ້ຮັບລາງວັນທີສາມ ໃນການປະກວດ IStartup 2024. ທ້າວ Demy Warloxx ໄດ້ກ່າວວ່າ: “ການເຮັດວຽກຮ່ວມກັບນັກສຶກສາ ຫວຽດນາມ ຊ່ວຍໃຫ້ພວກເຮົາໄດ້ຮຽນຮູ້ຄວາມອົດທົນ, ຄວາມຄິດສ້າງສັນ ແລະ ວິທີການເຮັດວຽກເປັນທີມ ແບບມືອາຊີບ. ຢູ່ທີ່ນີ້, ຄວາມຄິດແມ່ນໄດ້ຮັບການຮັບຟັງ ແລະ ໃຫ້ຄວາມເຄົາລົບສະເໝີ, ບົດຮຽນພາກປະຕິບັດຕົວຈິງ ແມ່ນໄດ້ຖືກສົ່ງເສີມຢ່າງສູງສຸດ”. 

ນັກສຶກສາສາກົນ ເຂົ້າຮ່ວມງານ ມະໂຫລະສົບວັດທະນະທຳບັນດາປະເທດ ປີ 2024 ທີ່ຈັດຂຶ້ນໂດຍ ມະຫາວິທະຍາໄລສາກົນ (ມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ). ພາບ: ເອກະສານ ມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ
 

ຢູ່ຄະນະອັກສອນສາດ-ວັດທະນະທໍາ ຫວຽດນາມ ແລະ ອາຊີຕາເວັນ ອອກສ່ຽງໃຕ້, ມະຫາວິທະຍາໄລ ພາສາຕ່າງປະເທດ-ມະຫາວິທະຍາ ໄລແຫ່ງຊາດ ຮ່າໂນ້ຍ, ບັນດາສະໂມສອນເຊັ່ນ: ສະໂມສອນພາສາ, ສະໂມສອນບານເຕະ ແມ່ນ “ຈຸດນັດພົບທາງວັດທະນະທຳ” ຂອງນັກ ສຶກສາ ສ ເກົາຫຼີ, ຍີ່ປຸ່ນ, ສປ ຈີນ, ສ ອາເມລິກາ... ນອກຈາກນັ້ນ, ທຸກໆ ຊົ່ວໂມງຮຽນພາສາ ຫວຽດນາມ ກໍ່ແມ່ນການເດີນທາງຄົ້ນພົບວັດທະນະທໍາ ຫວຽດນາມ ເພາະມັນຊ່ວຍໃຫ້ພວກເຂົາຮູ້ເພີ່ມເຕີມ ກ່ຽວກັບການຮ້ອງເພງພື້ນເມືອງ, ການຂຽນຕົວໜັງສືແບບລວດລາຍ,ການປຸງແຕ່ງເຝີ... ທ່ານ ປອ ເຈິ່ນຫື໊ວຈີ໋, ຫົວໜ້າຄະນະອັກສອນ ສາດ-ວັດທະນະທໍາ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງ ໃຕ້ ໄດ້ກ່າວວ່າ: ຢູ່ທີ່ນີ້ນັກສຶກສາຕ່າງປະເທດ ບໍ່ພຽງແຕ່ຮຽນພາສາ ຫວຽດນາມ ເທົ່ານັ້ນ, ແຕ່ຍັງໄດ້ຮຽນຮູ້ວິທີຮັກປະເທດນີ້, ນັບຕັ້ງແຕ່ ວັດທະນະທໍາ, ຜູ້ຄົນ ຈົນເຖິງວິຖີຊີວິດທີ່ລຽບງ່າຍ ແຕ່ຈິງໃຈອີກດ້ວຍ.

ຢູ່ພາກໃຕ້, ມະຫາວິທະຍາໄລສາກົນ ສັງກັດມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບນັກສຶກສາ ສາກົນກວ່າ 700 ຄົນ ຈາກມະຫາວິທະຍາໄລ ທີ່ມີຊື່ສຽງລະດັບໂລກ ມາເຂົ້າຮ່ວມໂຄງ ການແລກປ່ຽນ ເອົາໜ່ວຍກິດ ແລະ ໂຄງການຝຶກອົບຮົມ ທີ່ອອກໃບປະກາດສະນີຍະບັດ ໂດຍມະຫາວິທະຍາໄລສາກົນ.

 

ກິດຈະກຳ ນອກຫຼັກສູດ ຂອງ ນັກສຶກສາ ຢູ່ມະຫາວິທະຍາໄລ FPT-ຮ່າໂນ້ຍ. ພາບ: ເອກະສານມະຫາວິທະຍາໄລ FPT-ຮ່າໂນ້ຍ
 

ໂດຍສະເພາະ, ໃນໄລຍະຫຼັງຈາກການລະບາດ ໂຄວິດ-19 ຈົນມາເຖິງປັດຈຸບັນ, ໂຮງຮຽນ ສັງເກດເຫັນວ່າ ຈໍານວນນັກສຶກສາ ສາກົນ ທີ່ເລືອກມາສຶກສາ ຢູ່ໂຮງຮຽນ ມີການເພີ່ມຂຶ້ນຢ່າງກະທັນຫັນ ມີກວ່າ 380 ຄົນ, ເພີ່ມຂຶ້ນ 15% ເມື່ອທຽບໃສ່ໄລຍະກ່ອນໜ້ານັ້ນ. ການຮັບເອົານັກສຶກສາ ຈາກມະຫາວິທະຍາໄລ ທີ່ມີຊື່ສຽງລະດັບໂລກ ເຊັ່ນ: University of Adelaide (ສັງກັດກຸ່ມ Group of 8 ຂອງ ອົດສະຕຣາລີ), National University of Singapore (ຈັດອັນດັບທີ 8 ຂອງໂລກຕາມ QS Rankings 2025) ພ້ອມກັບມະຫາວິທະຍາໄລ ທີ່ມີມາແຕ່ດົນນານຢູ່ ເອີຣົບ ໄດ້ສະແດງໃຫ້ເຫັນເຖິງ ການດຶງດູດ ທີ່ແຂງແຮງ ຂອງແນວໂນ້ມ ການຫັນເປັນສາກົນ ທີ່ກໍາລັງດໍາເນີນໄປຢ່າງມີປະສິດທິຜົນ ແລະ ເລິກເຊິ່ງ ຂຶ້ນເລື້ອຍໆ.

ນັກສຶກສາຕ່າງປະເທດ ມາຍັງ ມະຫາວິທະຍາໄລສາກົນ (ມະ ຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ) ເຂົ້າຮ່ວມໂຄງການແລກປ່ຽນເອົາໜ່ວຍກິດ, ໄປທັດສະນະສຶກສາ, ຊອກຮູ້ວັດທະນະທຳ ເຂດແມ່ນໍ້າລໍາເຊ ຂອງ ຫວຽດນາມ. ພາບ: ເອກະສານ ມະຫາວິທະ ຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ

ການທີ່ມີນັກສຶກສາ ສາກົນເຂົ້າມາຄົ້ນຄວ້າ, ຮຽນຢູ່ ຫວຽດນາມ ນັບມື້ເພີ່ມຂຶ້ນ ໄດ້ສ້າງສະພາບແວດລ້ອມການຮຽນຮູ້ ທີ່ຄຶກຄື້ນ, ມີຄວາມຫຼາກຫຼາຍ ທາງດ້ານວັດທະນະທໍາ ແລະ ຊຸກຍູ້ຫຼາຍກິດຈະກໍາ ເຊື່ອມຕໍ່ຫຼາຍປະເທດ, ເຊິ່ງສະທ້ອນໃຫ້ເຫັນເຖິງ ຄວາມສາມາດ ໃນການຝຶກອົບຮົມ ທີ່ມີຄຸນນະພາບສູງ ຂອງ ຫວຽດນາມ ແລະ ພວກເຂົາ ກໍ່ແມ່ນ ຂົວຕໍ່ ທາງດ້ານຄວາມຮູ້, ວັດທະນະທໍາ, ປະກອບສ່ວນເຮັດໃຫ້ ຮູບພາບການສຶກສາ ຂອງ ຫວຽດນາມ ເຜີຍແຜ່ຢ່າງແຂງແຮງຂຶ້ນ ໃນແຜນທີ່ຄວາມຮູ້ທົ່ວໂລກ.

ບົດ: ບິກເວິນ - ພາບ: ແທງຢາງ, ທົງຫາຍ ແລະ ເອກະສານ - ແປໂດຍ: ບິກລຽນ


Top