ຫວຽດນາມ ກ້າວໄກໃນແຜນທີ່ການທ່ອງທ່ຽວໂລກ

ຫວຽດນາມ ກ້າວໄກໃນແຜນທີ່ການທ່ອງທ່ຽວໂລກ

ຫວຽດນາມ ພວມຄ່ອຍໆ ຢັ້ງຢືນຖານະບົດບາດ ຂອງຕົນ ໃນແຜນ ທີ່ ການທ່ອງທ່ຽວໂລກ, ດ້ວຍພາບພົດເປັນຈຸດໝາຍປາຍທາງ ທີ່ ປອດໄພ, ມີສະເໜ່ ແລະ ນັບມື້ນັບເປີດກວ້າງ. ບັນດາສັນຍານທີ່ ຕັ້ງໜ້າ ທີ່ມາຈາກ ນະໂຍບາຍ ວີຊາ, ການເພີ່ມຂຶ້ນ ຂອງ ກະແສ ນັກທ່ອງທ່ຽວສາກົນ ແລະ ບັນດາລາງວັນ ທີ່ມີຊື່ສຽງ ໄດ້ປະກອບ ສ່ວນສ້າງໂສມໜ້າໃໝ່ ໃຫ້ແກ່ຂະແໜງການທ່ອງທ່ຽວແຫ່ງຊາດ.

ນັກທ່ອງທ່ຽວ ສໍາຜັດກັບປະສົບການຕັ້ງຄ້າຍ ຢູ່ໃນຖໍ້າແອ່ນ, ເຊິ່ງແມ່ນໜຶ່ງໃນບັນດາຖໍ້າທຳມະຊາດ ທີ່ມີຂະໜາດ ໃຫຍ່ທີ່ສຸດໃນໂລກ, ຕັ້ງຢູ່ເຂດໃຈກາງ ຂອງເຂດອຸທິຍານແຫ່ງຊາດ ແກ໊ບ່າງ, ແຂວງ ກວາງບິ່ງ. ພາບ: Oxalis

ຕາມການອັບເດດຂໍ້ມູນ ໃນເດືອນ ມີນາ ປີ 2026 ຂອງ ດັດຊະນີ ໜັງສືຜ່ານແດນ Henley (Henley Passport Index), ໜັງສືຜ່ານ ແດນ ຂອງ ຫວຽດນາມ ໄດ້ກ້າວຂຶ້ນສູ່ອັນດັບທີ 84 ຂອງໂລກ, ເພີ່ມຂຶ້ນ 6 ອັນດັບ ເມື່ອທຽບກັບທ້າຍປີ 2025. ປັດຈຸບັນ, ພົນລະ ເມືອງ ຫວຽດນາມ ສາມາດເດີນທາງໄປຍັງ 48 ປະເທດ ແລະ ເຂດແຄ້ວນ ໂດຍບໍ່ຈຳເປັນຕ້ອງຂໍວີຊາລ່ວງໜ້າ ຫຼື ພຽງແຕ່ ດຳເນີນຂັ້ນຕອນທີ່ງ່າຍ ເຊັ່ນ: ວີຊາເອເລັກໂຕຣນິກ (e-visa), ວີຊາກັບທີ່ (visa on arrival) ຫຼື ETA.

ທ່ານ ຮ່າວັນຊຽວ, ຮອງອະທິບໍດີກົມທ່ອງທ່ຽວແຫ່ງຊາດ ຫວຽດ ນາມ ເຊື່ອວ່າ ການເລື່ອນອັນດັບໜັງສືຜ່ານແດນ ບໍ່ພຽງແຕ່ ສ້າງ ເງື່ອນໄຂ ອຳນວຍຄວາມສະດວກ ໃຫ້ແກ່ພົນລະເມືອງ ໃນການ ເດີນທາງ, ການສຶກສາ ແລະ ການເຮັດວຽກ ຢູ່ຕ່າງປະເທດ ເທົ່າ ນັ້ນ, ແຕ່ຍັງປະກອບສ່ວນ ຍົກສູງພາບພົດ ຂອງ ຫວຽດນາມ ທີ່ມີ ຄວາມຂະຫຍັນຂັນເຄື່ອນ ແລະ ພ້ອມແລ້ວທີ່ຈະເຊື່ອມຕໍ່. ນະໂຍ ບາຍວີຊາ ທີ່ຍືດຫຍຸ່ນ ພວມກາຍເປັນ ກຳລັງຜັກດັນທີ່ສຳຄັນ ໃນ ການຊຸກຍູ້ການທ່ອງທ່ຽວ. ບັນດາຖ້ຽວບິນຕົງ ຈາກ ເອີຣົບ, ສ ອາ ເມລິກາ, ສ ເກົາຫຼີ ແລະ ຍີ່ປຸ່ນ ມາຍັງ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ແລະ ດ່າໜັງ ນັບມື້ນັບຂະຫຍາຍຕົວ, ສົ່ງຜົນໃຫ້ກະແສນັກ ທ່ອງທ່ຽວສາກົນ ເພີ່ມຂຶ້ນຢ່າງແຂງແຮງ.

 

ອ່າວ ຮ້າລອງ, ຕັ້ງຢູ່ແຂວງ ກວາງນິງ, ແມ່ນມໍລະດົກ ທຳ ມະຊາດ ຂອງໂລກ ທີ່ໄດ້ຮັບການຮັບຮອງຈາກ UNESCO, ມີຊື່ສຽງໂດ່ງດັງ ດ້ວຍເກາະຫີນປູນ ທີ່ສະຫງ່າ ເກືອບ 2.000 ແຫ່ງ ຢູ່ເທິງອ່າວທີ່ມີນ້ຳທະເລສີຂຽວມໍລະກົດ. ພາບ: VNP

ຄຽງຄູ່ກັນນັ້ນ, ຫວຽດນາມ ຍັງຄົງໄດ້ຮັບການຍ້ອງຍໍ ໃນບັນດາ ການຈັດອັນດັບ ທີ່ມີຊື່ສຽງ. ໃນປີ 2026, ວາລະສານ Condé Nast Traveler ໄດ້ຈັດໃຫ້ ຫວຽດນາມ ຢູ່ນັບດັບທີ 17 ໃນລາຍຊື່ 28 ປະເທດທີ່ສວຍງາມ ທີ່ສຸດໃນໂລກ. ຄວາມດູດດຶງ ຂອງ ຈຸດໝາຍ ປາຍທາງບໍ່ພຽງແຕ່ຢູ່ທີ່ ບັນດາສະຖານທີ່ ທີ່ມີຊື່ສຽງເທົ່ານັ້ນ, ແຕ່ ຍັງ ຢູ່ທີ່ປະສົບການທ້ອງຖິ່ນ ທີ່ແທ້ຈິງ. ບັນດາການເດີນທາງຄົ້ນ ຫາເຂດພູດອຍພາກເໜືອ, ການພັກເຊົາຢູ່ໂຮມສະເຕ (homestay), ຫຼື ການສຳຜັດກັບວິຖີຊີວິດຂອງ ທ້ອງຖິ່ນ ແມ່ນນັບ ມື້ນັບໄດ້ຮັບຄວາມນິຍົມ ຈາກນັກທ່ອງທ່ຽວສາກົນ.  

ບັນດາຕົວເລກການເຕີບໂຕ ໄດ້ຊີ້ໃຫ້ເຫັນເຖິງ ທ່າແຮງແຫ່ງການ ຟື້ນຕົວຢ່າງແຂງແຮງ ຂອງ ຂະແໜງການທ່ອງທ່ຽວ. ໃນປີ 2025, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນ 21,2 ລ້ານ ເທື່ອ ຄົນ, ເພີ່ມຂຶ້ນກວ່າ 20% ເມື່ອທຽບໃສ່ປີຜ່ານມາ, ໃນຂະນະ ທີ່ນັກ ທ່ອງທ່ຽວ ພາຍໃນບັນລຸ 135,5 ລ້ານເທື່ອຄົນ. ຕະຫຼາດການ ທ່ອງທ່ຽວ ພວມກ້າວເຂົ້າສູ່ໄລຍະແຫ່ງການກຳນົດຮູບແບບໃໝ່ ດ້ວຍທ່າອ່ຽງການຫັນເປັນຜະລິດຕະພັນ ທີ່ຫຼາກຫຼາຍ ແລະ ໃຫ້ ຄວາມສຳຄັນຕໍ່ກັບປະສົບການທີ່ຍືນຍົງ.

 

ນັກທ່ອງທ່ຽວທ່ຽວຢ້ຽມຊົມ ເມືອງເກົ່າ ໂຮ້ຍອານ (ນະຄອນ ດ່າໜັງ). ພາບ: VNP
ນັກທ່ອງທ່ຽວ ເຂົ້າຢ້ຽມຊົມ ທຳນຽບ ໂດກເລີບ (ເອກະລາດ) ຢູ່ທີ່ນະຄອນ ໂຮ່ຈີມິນ. ພາບ: ຫງວຽນລວນ/VNP
 

ໃນໄຕມາດທີ I ປີ 2026, ການທ່ອງທ່ຽວ ຫວຽດນາມ ໄດ້ຮັບນາມ ມະຍົດ ສາກົນ ທີ່ສຳຄັນຢ່າງຕໍ່ເນື່ອງ. ໂຮ້ຍອານ ໄດ້ຮັບການຍົກ ຍ້ອງ ໃຫ້ເປັນ “ນະຄອນແຫ່ງການທ່ອງທ່ຽວໂລກ ປີ 2026”, ໃນ ຂະນະທີ່ ຝູ໋ກວັກ ຍັງຄົງຮັກສານາມມະຍົດ “ຈຸດໝາຍປາຍທາງ ທະເລເກາະທຳມະຊາດ ຊັ້ນນຳ ຂອງ ອາຊີ” ໂດຍອົງການ World Travel Awards ມອບໃຫ້. ຮ່າໂນ້ຍ ໄດ້ສ້າງຂີດໝາຍ ເມື່ອຖືກ ຈັດຢູ່ໃນ 10 ນະຄອນ ທີ່ໜ້າໄປທ່ຽວ ທີ່ສຸດໃນໂລກ ປີ 2026 ໂດຍວາລະສານ Travel + Leisure ຄັດເລືອກ, ຍ້ອນການ ປະສານ ຢ່າງກົມກຽວ ລະຫວ່າງຄວາມເກົ່າແກ່, ສະຖາປັດຕະຍະກຳ ທາງປະຫວັດສາດ ແລະ ວິຖີຊີວິດ ທີ່ທັນສະໄໝ.

ຈຸດເດັ່ນອີກຢ່າງໜຶ່ງ ຂອງພູ ບ່າແດນ ແມ່ນຮູບປັ້ນພະພຸດທະຮູບກວນອິມ ເຕີຍໂບ່ດ່າເຊີນ ທີ່ຕັ້ງຢູ່ເທິງຈອມພູ ເຊິ່ງມີຄວາມສູງ 72 ມ, ໄດ້ຮັບການຫຼໍ່ດ້ວຍທອງແດງກວ່າ 170 ໂຕນ - ໄດ້ຮັບການຢັ້ງຢືນຈາກ ອົງການຈັດຕັ້ງສະຖິຕິໂລກ ອາຊີ ວ່າເປັນ “ຮູບປັ້ນພະພຸດທະຮູບກວນອິມ ທີ່ຫຼໍ່ດ້ວຍທອງແດງ ສູງທີ່ສຸດໃນ ອາຊີ ທີ່ຕັ້ງຢູ່ເທິງຈອມພູ
ນັກທ່ອງທ່ຽວ ມາທ່ຽວຊົມ Vinpearl Safari ຟູກວັກ (ແຂວງ ອານຢາງ). ພາບ: ເລມິງ/VNP

 

ບັນດາຜົນສຳເລັດດັ່ງກ່າວ ແມ່ນຕິດພັນກັບແນວທາງການເຊື່ອມ ໂຍງ ເຂົ້າກັບສາກົນ ທີ່ໄດ້ກຳນົດໄວ້ ໃນມະຕິເລກທີ 59-NQ/TW ຂອງກົມການເມືອງ, ໃນນັ້ນໄດ້ເນັ້ນໜັກເຖິງ ການຊຸກຍູ້ການຮ່ວມ ມືສາກົນ ໃນຂົງເຂດວັດທະນະທຳ, ສັງຄົມ ແລະ ການທ່ອງທ່ຽວ. ຫວຽດນາມ ໄດ້ລົງນາມໃນສັນຍາຍົກເວັ້ນວີຊາ ສອງຝ່າຍ ຫຼາຍ ສະບັບ, ພ້ອມທັງພັດທະນາ ຮູບແບບການທ່ອງທ່ຽວ ທີ່ຫຼາກຫຼາຍ ເຊັ່ນ: ການທ່ອງທ່ຽວ ຊຸມຊົນ, ນິເວດ, ວັດທະນະທຳ ແລະ ກິລາ ເພື່ອຕອບສະໜອງຄວາມຕ້ອງການທີ່ ນັບມື້ນັບອຸດົມສົມບູນ ຂອງ ນັກທ່ອງທ່ຽວ ຈາກທົ່ວໂລກ.  

ດ້ວຍບາດກ້າວ ທີ່ສອດຄ່ອງ ນັບແຕ່ນະໂຍບາຍ ຈົນຮອດ ຜະລິດ ຕະພັນ ແລະ ການໂຄສະນາ, ຫວຽດນາມ ກໍາລັງ ຄ່ອຍໆ ກ້າວໄກ, ຢັ້ງຢືນຖານະບົດບາດ ເປັນຈຸດໝາຍປາຍທາງທີ່ດຶງດູດ ແລະ ຍືນ ຍົງ ໃນແຜນທີ່ການທ່ອງທ່ຽວໂລກ.

ບົດ: ບິກເວິນ - ພາບ: VNP - ແປໂດຍ: ບິກລຽນ


Top