ຫວູຢາລວ້ຽນ - “ຜູ້ປະດິດສ້າງ” ເຕັກໂນໂລຊີ

ຫວູຢາລວ້ຽນ - “ຜູ້ປະດິດສ້າງ” ເຕັກໂນໂລຊີ

ຈາກຄວາມຫຼົງໄຫຼ, ມຸ່ງໝັ້ນ, ກ້າຮັບມື ກັບຄວາມສ່ຽງ ເມື່ອ ເປັນຜູ້ນຳ ໜ້າ ໃນການປະດິດຄິດສ້າງ ບັນດາວິທີແກ້ໄຂ ເຕັກໂນໂລຊີໃໝ່ ຢູ່ ຫວຽດນາມ, ທ່ານ ຫວູຢາລວ້ຽນ ໄດ້ກາຍເປັນ ໜຶ່ງໃນ ຊາວໜຸ່ມທີ່ ພົ້ນເດັ່ນ 10 ຄົນ ຂອງປີ 2021 ໃນຂົງເຂດ ດຳເນີນທຸລະກິດ ແລະ ເລີ່ມຕົ້ນທຸລະກິດ. ບັນດາວິທີການ​ແກ້​ໄຂ​ດ້ານ​ເຕັກ​ໂນ​ໂລ​ຊີ​ຂອງ CEO ໜຸ່ມ​ຄົນ​ນີ້ ​ໄດ້​ປະກອບສ່ວນ​ແກ້​ໄຂ​ບັນຫາ ຫຼາຍ​ຢ່າງ​ໃນ​ສັງຄົມ, ພິ​ເສດ​ແມ່ນ​ໃນ​ໄລຍະ​ປ້ອງ​ກັນ​ ແລະ ສະກັດກັ້ນ ການແຜ່ລະບາດ ​ໂຄ​ວິດ-19 ຢູ່ ຫວຽດນາມ.

ໂດຍ​ເລີ່​ມມີ​ຄວາມ​ມັກ​ໃນ​ດ້ານ​ເຕັກ​ໂນ​ໂລ​ຊີ ​ນັບ​ແຕ່ເວລາ​ຍັງ​ເປັນ​ນັກຮຽນ, ທ່ານ ຫວູຢາລວ້ຽນ ຄ່ອຍໆ ​ສະ​ສົມ​ປະສົບ​ການ, ​ຮ່ຳຮຽນ ​ແລະ ​ຝຶກຝົນຄວາມຮູ້ຕົວຈິງຫຼາຍຍິ່ງຂຶ້ນ ແລະ ​ໄດ້​ກາຍ​ເປັນ​ຜູ້ອຳນວຍການ​ໃຫຍ່ ITS ​ແລະ BDS. ພາບ: ກົງດາດ

ຕັ້ງແຕ່ຍັງ​ເປັນ​ນັກ​ສຶກສາ ​ແລະ ຫາກໍ​ຮຽນ​ຈົບ​, ທ່ານ ຫວູຢາລວ້ຽນ ​ໂຊກ​ດີ​ທີ່​ໄດ້​ເຂົ້າ​ຮ່ວມ ໃນ​ບັນດາ​ໂຄງການ​ໃຫຍ່ ​ແລະ ນ້ອຍ ​ກັບ​ຜູ້​ຊ່ຽວຊານ​ ດ້ານ​ເຕັກ​ໂນ​ໂລ​ຊີ ​ຢູ່​ບັນດາກຸ່ມບໍລິສັດ​ເຕັກ​ໂນ​ໂລ​ຊີ ລາຍ​ໃຫຍ່​ເຊັ່ນ: FPT, Viettel, MP Group... ນີ້​ແມ່ນ “ບໍ່ເກີດ” ​ເພື່ອ​ຊ່ວຍ​ໃຫ້​ນັກສຶກສາໜຸ່ມຄົນໜ່ຶ່ງ ທີ່ຫາກໍຮຽນຈົບຄືທ່ານ ລວ້ຽນ ໄດ້ສະສົມ ປະສົບການ, ສຶກສາຫາຄວາມຮູ້ ແລະ ຝຶກຝົນຄວາມຮູ້ ພາກປະຕິບັດ ຕົວຈິງ ຫຼາຍຍິ່ງຂຶ້ນ.

ທ້າຍປີ 2009, ທ່ານ ຫວູຢາລວ້ຽນ ໄດ້ເຂົ້າເປັນສະມາຊິກ ຂອງ ກຸ່ມ ບໍລິສັດ ອຸດສາຫະກໍາ-ໂທລະຄົມມະນາຄົມ ກອງທັບ Viettel ແລະ ມີການເຄື່ອນໄຫວປະທັບໃຈຫຼາຍຢ່າງ  ຢູ່ ອາຟຣິກກາ.  ນັ້ນແມ່ນ ໂອ ກາດວຽກເຮັດງານທໍາ ໂດຍ ທ່ານ ລວ້ຽນ ໄດ້ຂຽນໃບສະໝັກ ເປັນອາ ສາສະໝັກ ເມື່ອ ອາຍຸ ພຽງ 24 ປີ. ໃນໄລຍະທີ່ເຮັດວຽກຢູ່ ອາຟຣິກ ກາ, ທ່ານ ລວ້ຽນ ໄດ້ເດີນທາງໄປຍັງບັນດາແຂວງ ຫ່າງໄກສອກຫຼີກ ແລະ ຫຍຸ້ງຍາກທີ່ສຸດ ຂອງປະເທດ ໂມຊຳບິກ, ເຂົ້າໃຈພື້ນຖານໂຄງ ລ່າງ ຢູ່ທີ່ນີ້, ຈາກນັ້ນທ່ານ ລວ້ຽນ  ແລະ ເພື່ອນຮ່ວມງານໄດ້ນຳ ບໍລິ ການໂທລະຄົມມະນາຄົມ ທີ່ດີ ທີ່ສຸດ ແລະ ດ້ວຍລາຄາຖືກທີ່ສຸດ, ປະກອບສ່ວນຊຸກຍູ້ ພື້ນຖານເສດຖະກິດ ໂມຊຳບິກ ແລະ ປັບປຸງ ຊີ ວິດການເປັນຢູ່ ມາໃຫ້ແກ່ປະຊາຊົນ ຢູ່ນະແຫ່ງນີິ້.


ເດືອນ ຕຸລາ 2015, ທ່ານ ຫວູຢາລວ້ຽນ ໄດ້ມີການຕັດສິນໃຈ ທີ່ມີ ຄວາມສ່ຽງສູງ, ນັ້ນແມ່ນອອກຈາກຄວາມປອດໄພ ແລະ ຄວາມໝັ້ນ ຄົງ ໃນກຸ່ມບໍລິສັດໂທລະຄົມມະນາຄົມ ຊັ້ນນຳ ຂອງຫວຽດນາມ ເພື່ອ ເລີ່ມຕົ້ນທຸລະກິດ. ບໍລິສັດຫຸ້ນສ່ວນ ວິທີແກ້ໄຂ ເຕັກໂລໂລຊີ ສາກົນ (InterITS) ໄດ້ກຳເນີດຂຶ້ນ ດ້ວຍການບັນຊາ ຂອງ ທ່ານ ລວ້ຽນ ແລະ ຜູ້ ຮ່ວມງານອີກ 3 ຄົນ. ບັນດາວິທີການແກ້ໄຂ ແລະ ການບໍລິການຕົ້ນ ຕໍ ຂອງ ITS ໃນເວລານີ້ພຽງແຕ່ແມ່ນ ສະໜອງ ການບໍລິການ ໂທລະ ຄົມມະນາຄົມ, ສ້າງບັນດາວິທີການ ແກ້ໄຂການບໍລິການມູນຄ່າ ເພີ່ມ (VAS), ດົນຕີລິຂະສິດສາກົນ (CRBT) ການບັນເທີງໃນໂທລະສັບ ມືຖື...


ຫຼັງ​ຈາກ​ປະສົບ​ຄວາມສຳ​ເລັດ​ ໃນ​ການ​ບໍລິການ​ໂທລະ​ຄົມມະນາຄົມ, ທ່ານ ຫວູຢາລວ້ຽນ ​ແລະ ຜູ້ງານ​ຢູ່ ITS ​ໄດ້​ມີ​ທິດ​ທາງ​ທີ່​ໃຫຍ່​ກວ່າ ​ນັ້ນ ຄື ຄ່ອຍໆ ​ຫັນ​ໄປ​ສູ່ ອຸດສາຫະກໍາ​​ເຕັກ​ໂນ​ໂລ​ຊີ. ເປັນເວລາ ເກືອບ 4 ປີ, ຊຸດຜະລິດຕະພັນ ເຕັກໂນໂລຊີໃໝ່ ໄດ້້ກໍາເນີດອອກມາ ຕິດຕໍ່ ກັນ ນັ້ນແມ່ນ: ວິທີການແກ້ໄຂ ການໂທຫາ ເຄື່ອງໝາຍການຄ້າ Voice Brandname, ວິທີການແກ້ໄຂ Voice Biometrics, ວິທີການ ແກ້ໄຂ ສູນສະຖານີຕິດຕໍ່ໂທລະສັບ ຜູ້ຊ່ວຍ virtual Callbot (Switchboard virtual Callbot), ວິທີການ ກວດກາລາຍເຊັນ Viet Signature, ວິທີການຮັບຮູ້ລູກຄ້າ ຜ່ານ ວີດີໂອ KYC, ວິທີການຂາຍ ສິນຄ້າ Smart Sales...

ປັດຈຸ​ບັນ, ITS ​ໄດ້​ຈົດ​ທະບຽນ​ລິ​ຂະ​ສິດ ​​ປະມານ 30 ຜະລິດ​ຕະພັນ​ເຕັກ​ໂນ​ໂລ​ຊີ​ ທີ່​ແຕກ​ຕ່າງ​ກັນ, ​ໃນ​ນັ້ນ​ມີ​ບາງ​ຜະລິດ​ຕະພັນຜູກຂາດ ຢູ່​ຫວຽດນາມ ​ເຊັ່ນ: Voice Biometrics ຫຼື KYC. ພ້ອມ​ກັນ​ນັ້ນ, ທ່ານ ລວ້ຽນ  ສືບ​ຕໍ່​ສ້າງ​ຕັ້ງ ​ບໍລິສັດ​ຫຸ້ນ​ສ່ວນ ວິທີການແກ້ໄຂ ​ພັດທະນາ ເຄື່ອງໝາຍການຄ້າຫວຽດນາມ (BDS) ຕື່ມອີກ ​ເພື່ອ​ສະໜັບສະໜູນ​ ​ແລະ ຊຸກຍູ້​ການ​ພັດທະນາ ຂອງ ITS.



ບໍ່​ພຽງ​ແຕ່​ຮັບ​ໃຊ້​ວິ​ສາ​ຫະກິດ​ ຂະໜາດ​ໃຫຍ່​ເທົ່າ​ນັ້ນ, ITS ຍັງ​ມຸ່ງ​ໄປ​ເຖິງ​ການສະໜັບສະ​ໜູນ​ ຊ່ວຍ​ວິ​ສາ​ຫະກິດ​ ຂະໜາດ​ກາງ ​ແລະ ນ້ອຍ ອີກດ້ວຍ. ດ້ວຍລະບົບ Smartbot ແລະ ວິທີການແກ້ໄຂ Smartcall AI, ITS ໄດ້ຖືກເລືອກໃຫ້ເປັນໜຶ່ງ ໃນສາມ ພື້ນຖານດີຈີຕອນ ເພື່ອ ສະໜັບສະໜູນຫຼາຍສຸດ ໃຫ້ບັນດາວິສາຫະກິດ ຂະໜາດກາງ ແລະ ນ້ອຍ ນັບຫຼາຍຮ້ອຍແຫ່ງ.

ນອກຈາກເວລາໃນການພັດທະນາ ດຳເນີນທຸລະກິດ ດ້ານເຕັກໂນໂລ ຊີ, ທ່ານ ລວ້ຽນ ພ້ອມກັບທີມງານໃນບໍລິສັດ ໄດ້ສ້າງ ແລະ ພັດທະນາ ລະບົບ Switchboard virtual Callbot, ຊ່ວຍຄະນະກໍາມະການຊີ້ນໍາແຫ່ງຊາດວ່າດ້ວຍ ການປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດ ໂຄວິດ-19 ໃນປີ 2021-2022, ປະຕິບັດການໂທຫາ ຕັກເຕືອນ, ສຳຫຼວດ ແລະ ຮັບຂໍ້ມູນ ຈາກປະຊາຊົນ ໃນເຂດເກີດການແຜ່ລະບາດ ໄດ້ກວ່າ 4 ລ້ານຄັ້ງ.

ທ່ານ ຫວູຢາລວ້ຽນ ຍາມໃດກໍມີຄະຕິເຕືອນໃຈ ແລະ  ຮັບ​ຮູ້​ພາລະບົດ ບາດ ຂອງ​ຕົນ​ ຈາກບັນດາ​ໂອກາດສຶກສາຫາຄວາມ​ຮູ້ ​ແລະ ຄວາມ​ສາມາດ​ມາແຕ່ກຳເນີດໃນ​ດ້ານ IT, ນັ້ນ​ແມ່ນ ປະດິດຄິດ​ສ້າງ​ບັນດາ​ຜະລິດ​ຕະພັນ​ເຕັກ​ໂນ​ໂລ​ຊີ, ​ຊ່ວຍ​ປະຊາຊົນ​ ຍົກສູງ ສະມັດຕະພາບ​ ວຽກ​ງານ ແລະ ໜູນໃຊ້​ເວລາໄດ້ດີທີສຸດ. ຈາກນັ້ນ, ເຂົາເຈົ້າມີ ເວລາ ຫຼາຍຍິ່ງຂຶ້ນ ສຳລັບການປັບປຸງຄຸນນະພາບຊີວິດຂອງຕົນ.

ຜູ້ອໍານວຍການ​ໃຫຍ່ ຫວູຢາລວ້ຽນ ພ້ອມ​ກັບ​ພະ​ນັກ​ງານ​ບໍ​ລິ​ສັດ. ພາບ: ຜູ້ກ່ຽວສະໜອງໃຫ້

CEO ຫວູຢາລວ້ຽນ ແລະ ບໍລິສັດ ITS ເປັນກຽດ ໄດ້ຮັບລາງວັນ ແລະ ໃບຍ້ອງຍໍ ຫຼາຍຢ່າງເຊັ່ນ: ນັກທຸລະກິດໜຸ່ມ ເລີ່ມຕົ້ນທຸລະກິດ  ດີເດັ່ນ 10 ຄົນ ໃນປີ 2021, ລາງວັນ ຊາວເຄວ ປີ 2021; ລາງວັນ ນະຄອນ ສະຫຼາດ ປີ 2021; ລາງວັນ ຜະລິດຕະພັນຫັນປ່ຽນດີຈີຕອນ ດີເດັ່ນ Digital Award 2019, 2021; ໃບຍ້ອງຍໍ ຂອງ ສະຫະພັນ ຊາວໜຸ່ມ ຫວຽດນາມ...

ບົດ: ຖາວວີ - ພາບ: ກົງດາດ ແລະ ຜູ້ກ່ຽວສະໜອງໃຫ້ - ແປໂດຍ: ບິກລຽນ


Top