ຫງວຽນວັນທຽນຫວູ ແລະ ຍົນກະສິກຳ made in Vietnam
Agridrone ຫວຽດນາມ ໂດຍທ່ານ ຫງວຽນວັນທຽນຫວູ ເປັນຜູ້ ກໍ່ ຕັ້ງ ຖືວ່າ ເປັນ “ຜູ້ຊ່ຽວຊານ” ກວດກາທົ່ງນາ ກຳລັງສ້າງບາດລ້ຽວ ໃໝ່ ໃນການຜະລິດກະສິກຳ ຢູ່ ຫວຽດນາມ.
ມີຄວາມມົວເມົາຫຼົງໄຫຼ ກ່ຽວກັບ ເຮືອບິນ ຕັ້ງແຕ່ເຍົາໄວ, ຕອນເປັນ ນັກສຶກສາ ຄະນະວິຊາໄຟຟ້າ ແລະ ເອເລັກໂຕຣນິກ, ມະຫາວິທະ ຍາໄລ ສັບພະວິຊາ ນະຄອນໂຮ່ຈີມິນ, ທ່ານ ຫງວຽນວັນທຽນຫວູ ໄດ້ ຜະລິດເຮືອບິນບັງຄັບ ລຳທຳອິດ ໃນໂຄງການຮຽນຈົບ ຂອງ ຕົນ ໃນປີ 2015. ຈາກການເຈາະຈີ້ມ ຂອງລູກຄ້າ ກໍ່ໃຫ້ເກີດ ຄວາມ ນຶກຄິດ, ທຽນຫວູ ແລະ ເພື່ອນຮ່ວມງານ ໄດ້ສຸມສ້າງຜະລິດ Drone ສໍາລັບກະສິກໍາ. ແຕ່ໃນເວລານັ້ນ, Drone (ເຮືອບິນຍັງຄັບ) ແມ່ນ ຄວາມຄິດ ທີ່ແປກ ບໍ່ພຽງແຕ່ ສໍາລັບຊາວກະສິກອນ ເທົ່ານັ້ນ, ແຕ່ ຍັງ ກັບສຳລັບທີມງານຂອງເພິ່ນອີກດ້ວຍ. ເພາະສະນັ້ນ, ທຽນຫວູ ຕ້ອງຕ້ອງຢຸດຄວາມຝັນຂອງຕົນໄວ້ຊົ່ວຄາວ.
ປີ 2018, ທຽນຫວູ ໄດ້ຊ່ວຍເຫຼືອ ດ້ານເຕັກນິກການບິນ ໃຫ້ກຸ່ມບໍລິ ສັດ ແຫ່ງໜຶ່ງ ຂອງ ສ ອາເມລິກາ, ນໍາໃຊ້ Drone ໃນການຜະລິດກະສິກຳ ຢູ່ຫຼາຍປະເທດ. ວຽກນີ້ໄດ້ເຮັດໃຫ້ຄວາມຝັນ ຂອງ ຫວູ ຖືກຟື້ນຄືນໃໝ່. ທຽນຫວູ ຕັດສິນໃຈປະວຽກງານທີ່ໝັ້ນຄົງ ດ້ວຍລະ ດັບເງິນເດືອນ ທີ່ໜ້າດຶງດູດໃຈເພື່ອ ສືບຕໍ່ ປະຕິບັດຄວາມຝັນຂອງ ຕົນ.
“ຄືກັບເດັກນ້ອຍທົ່ວໄປ ມັກຊອກຫາຄວາມຮູ້, ມີມື້ໜຶ່ງ, ເພິ່ນໄດ້ບັງ ຄັບ Drone ລົງສູ່ພື້ນທີ່ກະສິກຳ ແລະ ໂດຍບັງເອີນ ໄດ້ເກີດ ຄວາມຮູ້ສຶກວ່າ ນີ້ແມ່ນບ່ອນເພື່ອຕົນເອງສາມາດ ປະຕິບັດ ຄວາມຝັນຂອງຕົນໃຫ້ປະສົບຜົນເປັນຈິງ”. ຫງວຽນວັນທຽນຫວູ ໄດ້ຂຽນ ກ່ຽວກັບການເລີ່ມຕົ້ນທຸລະກິດ ກ່ຽວກັບ Agridrone ຫວຽດນາມ ຂອງຕົນ ຄືແນວນັ້ນ.
ທ່ານ ຫວູ ກ່າວວ່າ ການທ່ີຈະເຮັດໃຫ້ ຊາວກະສິກອນ ຍອມນຳໃຊ້ Drone ຢູ່ຕາມທົ່ງນາ ຂອງຕົນ ມັນບໍ່ແມ່ນເລື່ອງງ່າຍແຕ່ຢ່າງໃດ. “ມີປີໜຶ່ງ, ກຸ່ມພວກຂ້າພະເຈົ້າ ໄດ້ນຳເອົາເຮືອບິນບັງຄັບ ມາໂຄສະ ນາ ໃຫ້ກັບຊາວກະສິກອນ ຢູ່ພາກຕາເວັນຕົກ, ຫຼາຍຄົນໄດ້ເວົ້າວ່າ ພວກຂ້າພະເຈົ້າ “ມີບັນຫາ”, “ເປັນເດັກນ້ອຍ”, ຊໍ້າບໍ່ໜຳຍັງຕິວ່າ ພວກຂ້າພະເຈົ້າບໍ່ຮູ້ຫຍັງກ່ຽວກັບກະສິກຳ”.
ທຽນຫວູ ໄດ້ຫວນຄືນຫຼັງການຊັກຊວນ ຊາວກະສິກອນ ຜູ້ໜຶ່ງ ໃຫ້ ທົດລອງໃຊ້ Drone ວ່າ: “ຖ້າຫາກວ່າມີຫຍັງຜິດພາດ, ຂ້າພະເຈົ້າຈະຊົດເຊີຍຕາມຄວາມຕ້ອງການຂອງເພິ່ນ ແລະ ຕອນດິນທໍາອິດ ທີ່ Drone ໄດ້ໃຊ້ທົດລອງ ແມ່ນຂອງ ເຈົ້າຂອງ ຟາມ ມີເນື້ອທີ່ 400-500 ເຮັກ ຕາຢູ່ແຂວງ ດ່ົງທາບ. ທຽນຫວູ ໄດ້ຂໍ 1-2 ເຮັກຕາ ໃນຕອນດິນນັ້ນ ເພື່ອການຊ່ອງໜ້າກັບພະຍານ. ເບື້ອງໜຶ່ງແມ່ນ ການປູກຝັງດ້ວຍມື ແລະ ເບື້ອງໜຶ່ງແມ່ນນຳໃຊ້ເຕັກໂນໂລຊີສູງ.
Drone ຖືກນໍາໃຊ້ຄັ້ງທໍາອິດ ເພື່ອສີດຢາຂ້າແມງໄມ້. ພາຍຫຼັງ 1-2 ລະດູການ ເຫັນໄດ້ຜົນດີ, ຊາວກະສິກອນເອງໄດ້ເຜີຍແຜ່ປາກຕໍ່ ປາກ. ຈາກນັ້ນ ຈຳນວນລູກຄ້າ ທີ່ໃຊ້ Agridrone ຫວຽດນາມ ນັບມື້ນັບເພີ່ມຂຶ້ນ, ພິເສດ ແມ່ນຢູ່ບັນດາແຂວງຄື: ລອງອານ, ກຽນຢາງ, ດົ່ງທາບ, ອານຢາງ...
ສໍາລັບຊາວກະສິກອນ ທີ່ຊື້ Drone, Agridrone ຈະແຕ່່ງພະນັກ ງານ ຊ່ວຍເຫຼືອ ໃນການບັນຊາ ຫຼື ຝຶກອົບຮົມ ໃຫ້ເຂົາເຈົ້າ ດໍາເນີນ ການດ້ວຍຕົນເອງ. ຖ້າຈ້າງບໍລິການ ຂອງ Agridrone, ຊາວກະສິ ກອນ ຈະຈ່າຍຄ່າ ຕາມພື້ນທີ່ສີດພົ່ນຢາ. Agridrone ຍັງຂາຍ ຜະ ລິດຕະພັນ ໃຫ້ສະຫະກອນ ແລະ ບໍລິສັດ ໃຫ້ບໍລິການ ເພື່ອຮັບໃຊ້ ຊາວກະສິກອນ. ອີງຕາມຄວາມຕ້ອງການຂອງລູກຄ້າ, Agridrone ຈະສະໜອງ ຜະລິດຕະພັນທີ່ນໍາເຂົ້າ, ປະກອບຕິດຕັ້ງ ແລະ ຜະລິດ ດ້ວຍຕົນເອງ.
ກິດຈະກໍານີ້ ຍັງສ້າງວຽກເຮັດງານທໍາໃໝ່, ນັ້ນແມ່ນ ນັກບິນ ກະສິ ກໍາ. ນັກບິນ ກວ່າ 1.500 ຄົນ ເປັນຊາວໜຸ່ມ ໄດ້ມີວຽກເຮັດງານ ທຳ, ປະກອບສ່ວນ ນຳກຳລັງໄວໜຸ່ມ ກັບຄືນບ້ານເກີດ ເພື່ອ ສ້າງ ອາຊີບ, ຊ່ວຍໃຫ້ໄວໜຸ່ມເຫຼົ່ານີ້ ເຂົ້າເຖິງເຕັກໂນໂລຊີ ທີ່ທັນສະໄໝ ແລະ ກ້າວໜ້າໃນໂລກ ຢູ່ບ້ານເກີດເມືອງນອນ ຂອງຕົນ.
“ຊາວກະສິກອນ ບາງຄົນ ໄດ້ເຂົ້າມາໂອບກອດຂ້າພະເຈົ້າ ແລະ ຮ້ອງໄຫ້. ຜ່ານມາ ພວກເພິ່ນທຳອາຊີບ ແຕ່ບໍ່ມີໃຜໃຫ້ກຽດ, ນັບແຕ່ ປ່ຽນ ມາເຮັດບໍລິການ ເຮືອບິນ, ພວກເພິ່ນຖືກເອີ້ນວ່າ ນັກບິນ, ໄປ ບ່ອນໃດ ກໍ່ຖືກຕ້ອນຮັບ, ສະໜັບສະໜູນ, ເບິ່ງດ້ວຍສາຍຕາ ແຕກ ຕ່າງ, ຊີວິດການເປັນຢູ່ ກໍໄດ້ຮັບການປັບປຸງໃຫ້ດີຂຶ້ນ” ຫງວຽນວັນ ທຽນຫວູ ໄດ້ແບ່ງປັນຄວາມໃນໃຈ ຈາກຊາວກະສິກອນຜູ້ໜຶ່ງ ທີ່ໃຊ້ ຜະລິດຕະພັນ Drone ຄືແນວນັ້ນ.
ພາຍຫຼັງ 5 ປີ ໄດ້ຮັບການຈໍາໜ່າຍ ໃນທ້ອງຕະຫຼາດ, Agridrone ຫວຽດນາມ ໄດ້ມີໜ້າຢູ່ 50 ແຂວງ, ນະຄອນໃນທົ່ວປະເທດ, ໝູນໃຊ້ເຕັກໂນໂລຊີ ໃຫ້ຊາວກະສິກອນ ກວ່າ 30.000 ຄອບຄົວ.
Agridrone ຫວຽດນາມ ໂດຍທ່ານ ຫງວຽນວັນທຽນຫວູ ກໍ່ຕັ້ງ ໄດ້ຖືວ່າ ເປັນ “ຜູ້ຊ່ຽວຊານ” ກວດກາທົ່ງນາ ແລະ ກຳລັງສ້າງ ບາດລ້ຽວ ໃໝ່ ໃນການຜະລິດກະສິກຳ ຢູ່ ຫວຽດນາມ.