ສາດສະດາຈານ Sugihara Kokichi ແລະ ງານວາງສະແດງການນໍາໃຊ້ວິໄສທັດ ທາງຄະນິດສາດ
ແນວຄິດທາງວິທະຍາສາດ ແລະ ຄວາມແປກໃໝ່ໃນການຄົ້ນຄວ້າວິໄສທັດ ທາງຄະນິດສາດ ໄດ້ຖືກ ສາດສະດາຈານ Sugihara Kokichi ອອກແບບເປັນຜົນງານສິລະປະ, ວາງສະແດງໃນງານ “ພາບລວງຕາ” ຢູ່ ຫວຽດນາມ. ເລື່ອງລາວ “ພາບລວງຕາ” ເປັນສາຍລົມໃໝ່ໃຫ້ຄົນ ຫວຽດນາມ ມີປະສົບການທີ່ເປັນເອກະລັກກ່ຽວກັບຄະນິດສາດ, ສິລະປະ ທັດສະນະ ໃນຊີວິດຍຸກໃໝ່.
ສາດສະດາຈານ Sugihara Kokichi (ສະຖາບັນຄົ້ນຄວ້າ ຄະນິດ ສາດຂັ້ນສູງ, ມະຫາວິທະຍາໄລ Meiji, ຍີ່ປຸ່ນ) ແມ່ນຜູ້ທີ່ໄດ້ຮັບໄຊ ຊະນະ ສີ່ຄັ້ງ ໃນການແຂ່ງຂັນ “ພາບລວງຕາ” ສາກົນ. ເພິ່ນແມ່ນຜູ້ຊ່ຽວຊານຊັ້ນນໍາ ຂອງ ຍີ່ປຸ່ນ ໃນຂົງເຂດຄະນິດສາດ ປະຍຸກ ແລະ ການຮັບຮູ້ພື້ນທີ່. ຄວາມມຸ່ງໝັ້ນ ຂອງ ເພິ່ນແມ່ນຊ່ວຍ ສາທາລະນະຊົນ ແລະ ຊາວໜຸ່ມ ຫວຽດນາມ ຄົ້ນພົບຄວາມມະຫັດສະຈັນ ຂອງຄະນິດສາດ ຈາກມຸມມອງ ທາງສາຍຕາ, ຮູບ 3 ມິຕິ ແລະພາບລວງຕາ ເພື່ອອອກແບບເປັນຜົນງານສິລະປະ ທີ່ມີຄຸນຄ່າສູງໃນການນໍາໃຊ້ເຂົ້າໃນຊີວິດປະຈໍາວັນ.
ງານວາງສະແດງສິລະປະ “ພາບລວງຕາ” ຂອງ ສຈ Sugihara Kokichi ຢູ່ສູນແລກປ່ຽນວັດທະນະທໍາ ຫວຽດນາມ-ຍີ່ປຸ່ນ ແຕ່ເດືອນ ມິຖຸນາ ຫາ ເດືອນ ສິງຫາ ປີ 2025, ນໍາມາໃຫ້ຜູ້ຊົມ ຫວຽດ ນາມ ປະສົບການໃໝ່ໆ, ພ້ອມທັງເປີດກວ້າງຂົວຕໍ່ ວັດທະນະທໍາລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມ ຜ່ານ ຄະນິດສາດ, ສິລະປະ ແລະ ວິທະຍາສາດ. ເປັນຄັ້ງທໍາອິດທີ່ຊາວຫວຽດນາມ ໄດ້ຄົ້ນພົບໂລກທັດສະນະ ທີ່ເຕັມໄປດ້ວຍຄວາມແປກໃໝ່ ແລະ ທ້າທາຍທຸກຂີດຈໍາກັດ ຂອງ ການຮັບຮູ້ທໍາມະດາ. ດ້ວຍ 53 ຕົວແບບ ລ້ວນແຕ່ແມ່ນຜົນງານທີ່ເຄີຍໄດ້ວາງສະແດງ, ໄດ້ຮັບລາງວັນຢູ່ ຍີ່ປຸ່ນ ແລະ ສາກົນ ທີ່ຖືກອອກແບບໂດຍ ສຈ Sugihara Kokichi.
ງານວາງສະແດງ “ພາບລວງຕາ” ແລະ ກິດຈະກໍາ “ໂລກພາບລວງຕາ 3 ມິຕິ ຈະຄົງຢູ່ຕະຫຼອດໄປ ເຖິງແມ່ນວ່າ ຈະຮູ້ຄວາມຈິງ” ໂດຍ ສຈ Sugihara Kokichi ເປັນຜູ້ບັນຍາຍ. ຮູບແບບທີ່ເປັນກັນເອງ ແລະ ຄວາມສາມາດອັນເລິກເຊິ່ງໃນດ້ານຄະນິດສາດ ຂອງ ເພິ່ນ ໄດ້ສ້າງແຮງບັນດານໃຈໃຫ້ຜູ້ເຂົ້າຮ່ວມຫຼາຍຄົນໄດ້ສໍາຜັດກັບຄວາມມະຫັດສະຈັນ ຂອງ ພາບລວງຕາ ໃນຄະນິດສາດ.
ຜົນງານ “ຂັ້ນໄດວົງວຽນບໍ່ສິ້ນສຸດ-ສາມາດຍ່າງໄດ້” (ປີ 2021) ໄດ້ວາງສະແດງຢູ່ພິພິທະພັນສິລະປະ ແຂວງ Saga (2022), ພິພິທະພັນແຂວງ Miyagi (2023). ຜົນງານ “ເຄື່ອງຫຼິ້ນສະໄລ້ 4 ທິດດູດທຸກສິ່ງ” ໄດ້ຮັບລາງວັນຊະນະເລີດ ໃນການແຂ່ງຂັນພາບລວງຕາ ປີ 2010 ຂອງ ອາຊີ. ຕົວແບບເຄື່ອງຫຼິ້ນສະໄລ້ ຕ້ານແຮງໂນ້ມຖ່ວງຂະໜາດໃຫຍ່ ໄດ້ວາງສະແດງຢູ່ບໍລິເວນ Nakano ຂອງ ມະຫາວິທະ ຍາໄລ Meiji (ເດືອນ ພຶດສະພາ 2018). ຜົນງານປະຍຸກ “ກ້ອນຮູບຊົງປ່ຽນແປງ” ໄດ້ຮັບລາງວັນ ຮອງຊະນະເລີດ, ການແຂ່ງຂັນພາບລວງຕາ ປີ 2016.
ນອກຈາກນັ້ນ, ຜົນງານ ຂອງ ສຈ Sugihara Kokichi ເຊັ່ນ: “ກັບບ້ານ” (2022) ໄດ້ຖືກຄັດເລືອກ ເຂົ້າໃນໝວດຮູບປັ້ນ ໃນງານວາງ ສະແດງ Nikaten ຄັ້ງທີ 106, “ຄອບຄົວ 4 ຄົນ” (2019), ວາງສະ ແດງໃນເດືອນ ມັງກອນ 2023 ທີ່ພິພິທະພັນ ສິລະປະ ທີ່ລະນຶກ Ikeda (ນະຄອນ Minami Uonuma, ແຂວງ Niigata). ຜົນງານ “ບິນບໍ່ຫັນຫຼັງ” ໄດ້ຮັບລາງວັນດີເດັ່ນ ໃນການແຂ່ງຂັນຕົວແບບເຕັກ ນິກ ດີຈີຕອນ ຄັ້ງທີ 14 ຂອງ ສະມາຄົມວິທະຍາສາດ ກຣາບຟິກ ຍີ່ປຸ່ນ.
ສຈ Sugihara Kokichi ດໍາລົງຕໍາແໜ່ງ ສາດສະດາຈານກິດຕິມະສັກດີເດັ່ນ, ສະຖາບັນຄົ້ນຄວ້າຄະນິດສາດຂັ້ນສູງ, ມະຫາວິທະຍາ ໄລ Meiji, ສາຂາສະເພາະຂອງເພິ່ນແມ່ນຄະນິດສາດ ວິສະວະກໍາ. ເຄີຍໄດ້ຮັບລາງວັນຊະນະເລີດ 4 ຄັ້ງ, ຮອງຊະນະເລີດ 2 ຄັ້ງໃນການແຂ່ງຂັນພາບລວງຕາ ສາກົນ, ຜົນງານພາບລວງຕາ ຂອງເພິ່ນໄດ້ວາງສະແດງຢູ່ສູນວິທະຍາສາດ ແລະ ພິພິທະພັນ ຫຼາຍແຫ່ງທົ່ວໂລກ.
ດ້ວຍຜົນງານທີ່ມີຄວາມເລິກເຊິ່ງ ໃນການນໍາໃຊ້ເຂົ້າໃນຕົວຈິງ, ກະ ຊວງສຶກສາທິການຍີ່ປຸ່ນ ໄດ້ໃຫ້ງົບປະມານສໍາລັບໂຄງການຄົ້ນຄວ້າ ຜົນກະທົບ ຂອງ ພາບລວງຕາ ຂອງ ສຈ Sugihara Kokichi. ນີ້ຍັງເປັນກໍາລັງໃຈອັນລໍ້າຄ່າ ເພື່ອໃຫ້ Sugihara Kokichi ສືບຕໍ່ອຸ ທິດພອນສະຫວັນຂອງຕົນເອງໃຫ້ແກ່ຂົງເຂດຄົ້ນຄວ້າ “ພາບລວງຕາ”.
ຄຽງຄູ່ກັບກິດຈະກໍາ, ພື້ນທີ່ວາງສະແດງ “ພາບລວງຕາ” ຍັງເປັນເລື່ອງລາວ ທາງວິທະຍາສາດ ທີ່ຊ່ວຍໃຫ້ຊາວຫວຽດນາມ ມີຄວາມຮູ້ກ່ຽວກັບຮູບຊົງຄະນິດສາດ, ພາບລວງຕາ ທີ່ສ້າງຜົນງານສິລະປະ. ໂດຍສະເພາະການນໍາໃຊ້ໃນການຄົ້ນຄວ້າພາບລວງຕາ ນັ້ນຍັງມີຄຸນຄ່າ ຕໍ່ຊີວິດປະຈໍາວັນຢູ່ ຫວຽດນາມ. ຕົວຢ່າງ: ເມື່ອຂັບລົດ (ຕາມທາງ ຄ້ອຍຊັນເລັກໜ້ອຍ ຈະສ້າງພາບລວງຕາ ເຮັດໃຫ້ເນີນຄ້ອຍ ກາຍເປັນເນີນສູງກະທັນຫັນ). ຄວາມເຂົ້າໃຈ ແລະ ຄວາມຮູ້ທາງສາຍຕາ ຊ່ວຍໃຫ້ຜູ້ຂັບຂີ່ ຮັບປະກັນສະພາບແວດລ້ອມການດໍາລົງຊີວິດ ທີ່ປອດໄພ ໂດຍການກໍາຈັດສາເຫດ ທີ່ເກີດຈາກພາບລວງຕາ ຫຼື ໃນການຖ່າຍຮູບ, ພາບລວງຕາ ຊ່ວຍໃຫ້ຜູ້ຖ່າຍຮູບປຽບທຽບຮູບທີ່ຖ່າຍຈາກຕໍາແໜ່ງວາງກ້ອງ ດຽວກັນ ແຕ່ປ່ຽນເລນ, ຈາກນັ້ນເຮົາຈະຮັບຮູ້ຄວາມເລິກ ຈາກຮູບທີ່ຖ່າຍດ້ວຍເລນມຸມກວ້າງ. ໃນກິ ລາ, ນັ້ນຄືປ້າຍໂຄສະນາ ຢູ່ສະໜາມກິລາບານເຕະ, ໃນການຫຼິ້ນສະກີ, ການທ່ອງທ່ຽວ ລ້ວນແຕ່ສາມາດນໍາໃຊ້ພາບລວງຕາ ເພື່ອຮັບຮູ້ວິໄສທັດ.
ບົດ: ເວິນເຈິ່ນ/VNP - ພາບ: ແທງຢາງ - ແປໂດຍ: ຢືຟຽນ