ສະເຕັກ ໝໍ້ຂາງ

ສະເຕັກ ໝໍ້ຂາງ

ຊາວ ​ຫວຽດ​ນາມ ໄດ້ຮັບເອົາສິ່ງຍອດຍິ່ງ ຈາກອາຫານ​​ສາ​ກົນ, ໃນ​ນັ້ນ ​ເອົາສ່ວນ​ປະ​ກອບ ​ຂອງ​ ສະ​ເຕັກ​ ປະ​ສົມ​ກັບ​ໝໍ້​ຂາງ ຈະສ້າງເປັນລາຍການອາຫານ ສະເຕັກໝໍ້ຂາງ ​ທີ່​ເຕັມ​ໄປ​ດ້ວຍ ຄວາມຮູ້ສຶກ​ ໃນຄວາມຍອດຍິ່ງ ຂອງ ​ອາ​ຫານ ​ຫວຽດ.

ທ່ານ​ນາງ ເລທິຮົ່ງຮວາ ​​ມີ​ຕົ້ນ​ກຳ​ເນີດ​ຢູ່ ​ເຫວ້ ໄດ້ຢຶດໝັ້ນກັບ​ອາ ຊີບ​ເຮັດ​ສະ​ເຕັກ​ ​ໝໍ້ຂາງ ​ແລະ ​ເປີດ​ຮ້ານ​ຄ້າ​ຢູ່ ​ຮ່າ​ໂນ້ຍ ​ມາເປັນ​ເວລາ 40 ກວ່າ​ປີແລ້ວ. ນາງ ຮວາ ແບ່ງປັນວ່າ ສ່ວນປະກອບ ເພື່ອເຮັດລາຍການອາຫານ ສະເຕັກ ໝໍ້ຂາງ ປະກອບມີ: ຊີ້ນງົວ, ໄຂ່ດາວ, ມັນຝຣັ່ງຈືນ, ຊີໝ້າຍ, ໝາກເລັ່ນ ແລະ ຜັກບົ່ວຂຽວ. ກ່ອນ​ຈະ​ປຸງ​ແຕ່ງ, ພໍ່​ຄົວ​ ຕ້ອງ​ເລືອກ​ເອົາ​ຊີ້ນ​ງົວ​​ສົດ​ທີ່​ສຸດ ແລະ​ ປຸງ​ແຕ່ງ​ດ້ວຍ​ເຄື່ອງ​ເທດ​ ຫວຽດ​ນາມ. ອາຫານນີ້ ກິນແກ້ມກັບ ຜັກສະຫຼັດ,  ໝາກແຕງ ແລະ ເຂົ້າຈີ່. ເມື່ອເອົາໝໍ້ຂາງ ໃສ່ເຕົາປີ້ງ, ຊີ້ນງົວສະເຕັກສຸກ ສົ່ງກິ່ນຫອມ ເຈືອປົນເຂົ້າກັບກິ່ນຫອມ ຂອງ ໄຂ່ດາວ.


ລາຍການອາຫານ ສະເຕັກໝໍ້ຂາງ ສຳເລັດຮູບ. 

 ໝໍ້ກະທະ ສະເຕັກ ຖືກວາງຢູ່ຕໍ່ໜ້າຜູ້ຮັບປະທານອາຫານ ແລະ ຍັງໄດ້ຍິນສຽງຊີ້ນງົວ ທີ່ດັງຢູ່ໃນໝໍ້ຂາງ. ສີເຫຼືອງ ຂອງ ມັນ ຝຣັ່ງຈືນ, ສີແດງ ຂອງ ໝາກເລັ່ນ, ສີຂຽວຂອງຜັກບ່ົວຂຽວ ຖືກຈັດວາງ ຢູ່ໃນໝໍ້ຂາງ ຮູບໂຕງົວ ເບິ່ງເປັນທີ່ ຈັບຕາຈັບໃຈທີສຸດ. 

ແຂກຮັບປະທານ ລາຍການອາຫານ ສະເຕັກໝໍ້ຂາງ. 

ທີ່ຢູ່ຮ້ານອາຫານ:

* 18 ຖະໜົນຮ່າງກອດ, ເມືອງ ຮ່ວານກ໋ຽມ, ຮ່າໂນ້ຍ. ໂທລະສັບ: 0247.303.2882
* 52 ຖະໜົນ ເລຫງອກເຮິນ-ຮ່ວາໝ໊າ, ເມືອງ ຮາຍບ່າຈຶງ, ຮ່າໂນ້ຍ. ເບີໂທ: 024.3 978 2251
* 107 ຖະໜົນ ວັນກາວ, ເມືອງ ບາດິ່ງ, ຮ່າໂນ້ຍ. ເບີໂທ: 024.3 762 4317
* 71 ຖະໜົນ ເຈິ່ນຢຸຍຮຶງ, ເມືອງ ເກົ່າໄຢ໋, ຮ່າໂນ້ຍ. ເບີໂທ: 024.3 555 8464

ບົດ: ບິກເວິນ - ພາບ: ແທງຢາງ - ແປໂດຍ: ບິກລຽນ

 


Top