ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ແລະ ພົບປະເຈລະຈາ ກັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ແລະ ພົບປະເຈລະຈາ ກັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ

 

ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ທ່ານນາງ ນາລີ ສີສຸລິດ ໄດ້ເດີນທາງເຖິງນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26-27 ມັງກອນ 2026, ຕາມຄຳເຊີນຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ທ່ານນາງ ໂງເຟືອງລີ.

ໃນຕອນເຊົ້າວັນທີ 26 ມັງກອນ, ພິທີຕ້ອນຮັບຢ່າງເປັນທາງການ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ລາວ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ທຳນຽບປະທານປະເທດ ຕາມພິທີການສູງສຸດ ສຳລັບປະມຸກລັດ. ສະຫາຍ ເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ເປັນປະທານພິທີຕ້ອນຮັບ.

ພິທີຍິງປືນໃຫຍ່  21 ນັດ ເພື່ອຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ໃນໂອກາດມາຢ້ຽມຢາມລັດຖະກິດ ຢູ່ ຫວຽດນາມ. ພາບ: ອານດັງ/VNA
 
ພິທີຕ້ອນຮັບຢ່າງສົມກຽດ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ໃນໂອກາດມາຢ້ຽມຢາມລັດຖະກິດ ຢູ່ ຫວຽດນາມ. ພາບ: ຖົ໋ງເຍິດ/VNA
ເຍົາວະຊົນ ຮ່າໂນ້ຍ ຕ້ອນຮັບຢ່າງອົບອຸ່ນ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ໃນໂອກາດມາຢ້ຽມຢາມລັດຖະກິດ ຢູ່ ຫວຽດນາມ. ພາບ: ຖົ໋ງເຍິດ/VNA

ເຂົ້າຮ່ວມໃນພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດລາວ ມາຢ້ຽມຢາມລັດຖະກິດ ຢູ່ ຫວຽດນາມ ມີບັນດາສະຫາຍ ກຳມະການກົມການເມືອງ: ເຈິ່ນເກິ໊ມຕູ໋, ຜູ້ປະຈຳການ ຄະນະເລຂາທິການ; ເລມິງຮຶງ, ຫົວໜ້າຄະນະຈັດຕັ້ງສູນກາງພັກ; ພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ພົນເອກ ເລືອງຕາມກວາງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ຟາມຢາຕຸກ, ຫົວໜ້າຫ້ອງວ່າການສູນກາງພັກ; ເລຮວ່າຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ; ໂດ໊ວັນຈ໋ຽນ, ຮອງປະທານຜູ້ປະຈຳການ ສະພາແຫ່ງຊາດ; ຫງວຽນຢຸຍຫງອກ, ເລຂາຄະນະພັກນະຄອນຫຼວງ ຮ່າໂນ້ຍ.

ຮ່ວມໃນພິທີຕ້ອນຮັບ ຍັງມີສະຫາຍນາງ: ຫວໍທິແອັງຊວນ, ເລຂາທິການສູນກາງພັກ, ຮອງປະທານປະເທດ; ບັນດາສະຫາຍ ກຳມະການສູນກາງພັກ, ການນຳບັນດາກະຊວງ, ຄະນະ, ຂະແໜງການສູນກາງ; ບັນດາສະຫາຍການນຳລັດຖະບານ, ຫ້ອງວ່າການເລຂາທິການໃຫຍ່ ແລະ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ; ພ້ອມດ້ວຍບັນດາເອກອັກຄະລັດຖະທູດ, ອຸປະທູດ ບັນດາປະເທດ ອາຊຽນ ປະຈຳ ຫວຽດນາມ. 

ນັບແຕ່ຕອນເຊົ້າຕູ່, ບັນດານ້ອງເຍົາວະຊົນ, ນັກຮຽນ ແລະ ຊາວນະຄອນຫຼວງ ຈຳນວນຫຼວງຫຼາຍ ພ້ອມດ້ວຍທຸງຊາດ ຫວຽດນາມ, ລາວ ແລະ ຊໍ່ດອກໄມ້ອັນສົດໃສໃນມື ໄດ້ຢືນລຽນແຖວລໍຖ້າຢູ່ສອງຟາກທາງ ຮວ່າງວັນທຸ ເສັ້ນທາງທີ່ນຳເຂົ້າສູ່ທຳນຽບປະທານປະເທດ ເພື່ອສະແດງຄວາມປິຕິຍິນດີ ຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ລາວ.

 

 

ເວລາ 9 ໂມງ 20 ນາທີ, ຂະບວນລົດພິທີການ ພາຍໃຕ້ການນຳພາຂອງລົດນຳທາງ ແລະ ລົດປ້ອງກັນ ໄດ້ນຳພາ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະ ເດີນທາງເຂົ້າສູ່ທຳນຽບປະທານປະເທດ.

ຂະບວນລົດຢຸດຢູ່ທີ່ພົມແດງ, ທ່າມກາງສຽງດົນຕີຕ້ອນຮັບ, ສະຫາຍ ເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ໄດ້ຈັບມືຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ໃນໂອກາດມາຢ້ຽມຢາມລັດຖະກິດ ຢູ່ ຫວຽດນາມ. ບັນດານັກຮຽນກໍໄດ້ມອບຊໍ່ດອກໄມ້ອັນສົດໃສ ໃຫ້ແກ່ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ແລະ ພັນລະຍາ.

 

ຈາກນັ້ນ, ສະຫາຍ ເລຂາທິການໃຫຍ່ ໂຕເລິມ ໄດ້ໃຫ້ກຽດເຊີນ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຂຶ້ນສູ່ແທ່ນກຽດຕິຍົດ. ສຽງປືນໃຫຍ່ໄດ້ດັງກຶກກ້ອງຢ່າງສະຫງ່າຜ່າເຜີຍ. ວົງດົນຕີກອງທັບໄດ້ບັນເລງເພງຊາດຂອງສອງປະເທດ. ສະຫາຍ ເລຂາທິການໃຫຍ່ ໂຕເລິມ ໄດ້ເຊີນ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ກວດແຖວກອງກຽດຕິຍົດ ກອງທັບປະຊາຊົນ ຫວຽດນາມ. ພາຍຫຼັງການກວດແຖວກອງກຽດຕິຍົດ, ສອງສະຫາຍຜູ້ນຳ ໄດ້ແນະນຳບັນດາສະມາຊິກຄະນະຜູ້ແທນຂັ້ນສູງຂອງສອງປະເທດ ໃນພິທີຕ້ອນຮັບ. ຜູ້ນຳທັງສອງສະຫາຍ ໄດ້ກັບຄືນສູ່ແທ່ນກຽດຕິຍົດ ເພື່ອຮ່ວມກັນຊົມການເດີນສວນສະໜາມຕ້ອນຮັບ ຂອງກອງກຽດຕິຍົດ ກອງທັບປະຊາຊົນ ຫວຽດນາມ.

 

 ການຢ້ຽມຢາມຄັ້ງນີ້ ໄດ້ຈັດຂຶ້ນ ໃນທ່າມກາງບັນຍາກາດ ທີ່ມີຄວາມໝາຍສຳຄັນຢ່າງຍິ່ງ ສຳລັບສອງປະເທດ ເມື່ອ ສປປ ລາວ ຫາກໍ່ຈັດຕັ້ງສຳເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ແລະ ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XII ຕໍ່ໄປ; ສ່ວນ ຫວຽດນາມ ກໍຫາກໍ່ຈັດຕັ້ງສຳເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ແລະ ສະຫາຍ ໂຕເລິມ ກໍໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ຕໍ່ໄປ.

ສະຫາຍ ປະທານປະເທດ ເລືອງເກື່ອງ ພົບປະເຈລະຈາ ກັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໃນໂອກາດມາຢ້ຽມຢາມລັດຖະກິດ ຢູ່ ຫວຽດນາມ. ພາບ: ເລິມແຄ໋ງ/VNA

ສະຫາຍ ປະທານປະເທດ ເລືອງເກື່ອງ ພ້ອມດ້ວຍພັນລະຍາ ແລະ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ນາລີ ສີສຸລິດ ຖ່າຍຮູບຮ່ວມກັນ. ພາບ: ເລິມແຄ໋ງ/VNA

ສະຫາຍ ປະທານປະເທດ ເລືອງເກື່ອງ ພົບປະເຈລະຈາ ກັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໃນໂອກາດມາຢ້ຽມຢາມລັດຖະກິດ ຢູ່ ຫວຽດນາມ. ພາບ: ເລິມແຄ໋ງ/VNA

ສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ພົບປະແລກປ່ຽນຄຳຄິດຄຳເຫັນກັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. ພາບ: ເຢືອງຢາງ/VNA

ສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ພົບປະກັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. ພາບ: ເຢືອງຢາງ/VNA

ສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຢ້ຽມຊົມການວາງສະແດງຮູບພາບ ກ່ຽວກັບສາຍພົວພັນການຮ່ວມມື ລະຫວ່າງ ສອງປະເທດ ໂດຍສຳນັກຂ່າວສານ ຫວຽດນາມ ຈັດຕັ້ງປະຕິບັດ. ພາບ: ເຢືອງຢາງ/VNA

ການຢ້ຽມຢາມຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນທາງດ້ານການເມືອງໃນລະດັບສູງສຸດ, ຄວາມຜູກພັນແບບພິເສດ ແລະ ການປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງສອງພັກ, ສອງລັດ; ປະກອບສ່ວນຍົກລະດັບສາຍພົວພັນ ແລະ ກຳນົດທິດທາງການຮ່ວມມືຮອບດ້ານ, ມີປະສິດທິຜົນ ແລະ ແທດຕົວຈິງ ໃນໄລຍະການພັດທະນາໃໝ່ ຂອງສາຍພົວພັນລະຫວ່າງສອງປະເທດ.

ພາຍຫຼັງພິທີຕ້ອນຮັບ, ສະຫາຍ ເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ແລະ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ລາວ ໄດ້ດຳເນີນການພົບປະເຈລະຈາ ຢູ່ຫ້ອງວ່າການສູນກາງພັກ.

  • ປະຕິບັດໂດຍ: VNA/VNP
  •  

Top