ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ແລະ ພົບປະເຈລະຈາ ກັບສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ
ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ທ່ານນາງ ນາລີ ສີສຸລິດ ໄດ້ເດີນທາງເຖິງ ນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມ ຢາມທາງລັດຖະກິດ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26-27 ມັງກອນ 2026, ຕາມຄຳເຊີນ ຂອງ ສະຫາຍເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນ ລະຍາ ທ່ານນາງ ໂງເຟືອງລີ.
ໃນຕອນເຊົ້າວັນທີ 26 ມັງກອນ, ພິທີຕ້ອນຮັບຢ່າງເປັນທາງການ ສະ ຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍ ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ລາວ ໄດ້ຈັດຂຶ້ນຢ່າງ ສົມກຽດ ຢູ່ທຳນຽບປະທານປະເທດ ຕາມພິທີການສູງສຸດ ສຳລັບປະມຸກ ລັດ. ສະຫາຍ ເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ເປັນປະ ທານ ພິທີຕ້ອນຮັບ.
ເຂົ້າຮ່ວມໃນພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະ ເທດລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນ ຂັ້ນສູງ ພັກ, ລັດລາວ ມາຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ ມີບັນ ດາ ສະຫາຍ ກຳມະການກົມການເມືອງ: ເຈິ່ນເກິ໊ມຕູ໋, ຜູ້ປະຈຳການ ຄະ ນະເລຂາທິການ; ເລມິງຮຶງ, ຫົວໜ້າຄະນະຈັດຕັ້ງສູນກາງພັກ; ພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ພົນເອກ ເລືອງ ຕາມກວາງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ຟ້າມຢາ ຕຸກ, ຫົວໜ້າຫ້ອງວ່າການສູນກາງພັກ; ເລຮວ່າຍຈຸງ, ລັດຖະມົນຕີ ກະ ຊວງການຕ່າງປະເທດ; ໂດ໊ວັນຈ໋ຽນ, ຮອງປະທານຜູ້ປະຈຳການ ສະພາ ແຫ່ງຊາດ; ຫງວຽນຢຸຍຫງອກ, ເລຂາຄະນະພັກ ນະຄອນຫຼວງ ຮ່າໂນ້ຍ.
ຮ່ວມໃນພິທີຕ້ອນຮັບ ຍັງມີສະຫາຍນາງ: ຫວໍທິແອັງຊວນ, ເລຂາທິ ການສູນກາງພັກ, ຮອງປະທານປະເທດ; ບັນດາສະຫາຍ ກຳມະການ ສູນກາງພັກ, ການນຳບັນດາກະຊວງ, ຂະແໜງການສູນກາງ; ບັນດາ ສະຫາຍການນຳລັດຖະບານ, ຫ້ອງວ່າການເລຂາທິການໃຫຍ່ ແລະ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ; ພ້ອມດ້ວຍບັນດາ ເອກອັກຄະລັດຖະທູດ, ອຸປະທູດ ບັນດາປະເທດ ອາຊຽນ ປະຈຳ ຫວຽດນາມ.
ຕັ້ງແຕ່ເຊົ້າຕູ່, ບັນດານ້ອງເຍົາວະຊົນ, ນັກຮຽນ ແລະ ຊາວນະຄອນ ຫຼວງ ຈຳນວນຫຼວງຫຼາຍ ພ້ອມດ້ວຍທຸງຊາດ ຫວຽດນາມ, ລາວ ແລະ ຊໍ່ດອກໄມ້ອັນສົດໃສໃນມື ໄດ້ຢືນລຽນແຖວລໍຖ້າ ຢູ່ສອງຟາກທາງ ຮວ່າງວັນທຸ ເສັ້ນທາງທີ່ນຳເຂົ້າສູ່ທຳນຽບ ປະທານປະເທດ ເພື່ອສະ ແດງ ຄວາມປິຕິຍິນດີ ຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານ ປະເທດລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ ແທນຂັ້ນສູງ ພັກ, ລັດ ລາວ.
ເວລາ 9 ໂມງ 20 ນາທີ, ຂະບວນລົດພິທີການ ພາຍໃຕ້ລົດນຳທາງ ແລະ ລົດປ້ອງກັນ ໄດ້ນຳສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະ ແລ່ນເຂົ້າ ສູ່ ທຳນຽບ ປະທານປະເທດ.
ຂະບວນລົດ ຢຸດຢູ່ທີ່ພົມແດງ, ທ່າມກາງສຽງດົນຕີຕ້ອນຮັບ, ສະຫາຍ ເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ໄດ້ຈັບມືຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ພັນ ລະຍາ ໃນໂອກາດມາຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ. ບັນດາ ນັກຮຽນກໍໄດ້ມອບຊໍ່ດອກໄມ້ອັນສົດໃສ ໃຫ້ແກ່ ສະຫາຍ ເລຂາທິການ ໃຫຍ່, ປະທານປະເທດລາວ ແລະ ພັນລະຍາ.
ຈາກນັ້ນ, ສະຫາຍ ເລຂາທິການໃຫຍ່ ໂຕເລິມ ໄດ້ໃຫ້ກຽດເຊີນສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຂຶ້ນສູ່ແທ່ນ ກຽດຕິຍົດ. ສຽງປືນໃຫຍ່ໄດ້ດັງກຶກກ້ອງຢ່າງສະຫງ່າຜ່າເຜີຍ. ວົງດົນຕີ ກອງທັບໄດ້ບັນເລງເພງຊາດ ຂອງສອງປະເທດ. ສະຫາຍ ເລຂາທິການ ໃຫຍ່ ໂຕເລິມ ໄດ້ເຊີນ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ກວດແຖວກອງກຽດຕິຍົດ ກອງທັບປະຊາຊົນ ຫວຽດນາມ. ພາຍຫຼັງກວດແຖວກອງກຽດຕິຍົດ, ສອງຜູ້ນຳ ໄດ້ແນະນຳ ບັນດາສະມາຊິກ ຄະນະຜູ້ແທນຂັ້ນສູງຂອງ ສອງປະເທດ ໃນພິທີຕ້ອນ ຮັບ. ຜູ້ນຳທັງສອງສະຫາຍ ໄດ້ກັບຄືນສູ່ແທ່ນກຽດຕິຍົດ ເພື່ອຮ່ວມຊົມ ການເດີນສວນສະໜາມຕ້ອນຮັບ ຂອງ ກອງກຽດຕິຍົດ ກອງທັບ ປະຊາ ຊົນ ຫວຽດນາມ.
ການຢ້ຽມຢາມຄັ້ງນີ້ ໄດ້ຈັດຂຶ້ນ ທ່າມກາງບັນຍາກາດ ທີ່ມີຄວາມໝາຍ ສຳຄັນຢ່າງຍິ່ງ ສຳລັບສອງປະເທດ ເມື່ອ ສປປ ລາວ ຫາກໍ່ຈັດຕັ້ງ ສຳ ເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາ ຊົນ ປະຕິວັດລາວ ແລະ ສະຫາຍ ທອງລຸນ ສີສຸລິດ ສືບຕໍ່ໄດ້ຮັບການ ເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XII; ສ່ວນ ຫວຽດ ນາມ ກໍຫາກໍ່ຈັດຕັ້ງສຳເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ແລະ ສະຫາຍ ໂຕເລິມ ສືບຕໍ່ໄດ້ຮັບການເລືອກຕັ້ງ ໃຫ້ ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກ ສະໄໝທີ XIV.
ການຢ້ຽມຢາມຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນທາງດ້ານ ການເມືອງ ໃນລະດັບສູງສຸດ, ຄວາມຜູກພັນແບບພິເສດ ແລະ ການປະ ສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງສອງພັກ, ສອງລັດ; ປະກອບ ສ່ວນຍົກລະດັບສາຍພົວພັນ ແລະ ກຳນົດທິດທາງການຮ່ວມມືຮອບ ດ້ານ, ມີປະສິດທິຜົນ ແລະ ແທດຕົວຈິງ ໃນໄລຍະການພັດທະນາໃໝ່ ຂອງສາຍພົວພັນລະຫວ່າງສອງປະເທດ.
ພາຍຫຼັງພິທີຕ້ອນຮັບ, ສະຫາຍ ເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ແລະ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ລາວ ໄດ້ດຳເນີນການພົບປະເຈລະຈາ ຢູ່ຫ້ອງວ່າການສູນກາງພັກ.
- ປະຕິບັດໂດຍ: VNA/VNP






















