ສະຫາຍ ປະທານປະເທດ ເລືອງເກື່ອງ ປ່ອນບັດເລືອກຕັ້ງ ຢູ່ເຂດເລືອກຕັ້ງທີ 26, ຕາແສງ ຮວ່ານກ໋ຽມ, ຮ່າໂນ້ຍ
ທ່າມກາງບັນຍາກາດທີ່ຟົດຟື້ນ ແລະ ເບີກບ່ານມ່ວນຊື່ນ ຂອງວັນບຸນເລືອກຕັ້ງ, ໃນຕອນເຊົ້າວັນທີ 15 ມີນາ, ສະຫາຍ ປະທານປະເທດ ເລືອງ ເກື່ອງ ໄດ້ເຂົ້າຮ່ວມພິທີ ໄຂການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນຕ່າງໆ ສົກປີ 2026-2031 ແລະ ປ່ອນບັດເລືອກຕັ້ງ ຢູ່ເຂດເລືອກຕັ້ງທີ 26, ຕາແສງ ຮວ່ານກ໋ຽມ, ນະຄອນຫຼວງ ຮ່າໂນ້ຍ.
ເຂົ້າຮ່ວມນຳມີ ສະຫາຍ ພົນເອກ ຫງວຽນຈ້ອງເຫງຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ.
ອີງຕາມລະບຽບການ, ພາຍຫຼັງພິທີໄຂ, ຄະນະກຳມະການເລືອກຕັ້ງ ໄດ້ເຜີຍແຜ່ລະບຽບການ ຂອງໜ່ວຍປ່ອນບັດ; ຫຼັກການ ແລະ ຂັ້ນຕອນການປ່ອນບັດ; ກວດກາ ແລະ ປິດໄວ້ແລະປະທັບກາ ຮັບຮອງຫີບບັດ; ຈັດຕັ້ງໃຫ້ຜູ້ມີສິດເລືອກຕັ້ງ ປະຕິບັດສິດເລືອກຕັ້ງຂອງຕົນ ໃຫ້ຮັບປະກັນຖືກຕ້ອງຕາມລະບຽບການ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆ ສົກປີ 2026-2031.
ເຂດເລືອກຕັ້ງທີ 26, ຕາແສງ ຮວ່ານກ໋ຽມ, ນະຄອນຫຼວງ ຮ່າໂນ້ຍ ທີ່ສະໂມສອນ ກົມໃຫຍ່ການເມືອງ ກອງທັບ ປະຊາຊົນ ຫວຽດນາມ ມີຜູ້ມີສິດເລືອກຕັ້ງທັງໝົດ 807 ສະຫາຍ ທີ່ມາຈາກບາງກົມກອງ ແລະ ຫົວໜ່ວຍກອງທັບ.
- ປະຕິບັດໂດຍ: VNP/VNA






