ສະຖາປັດຕະຍະກຳ ທ່ີເປັນເອກະລັກ ຂອງ ວັດ ແຈ໋ນກຽວ
ວັດ ແຈ໋ນກຽວ (ບ້ານ ດ້າຍເຕິມ, ເມືອງ ໝີ໊ຊວຽນ, ແຂວງ ຊັອກຈັງ) ເປັນກິດຈະກຳ ສິລະປະ ສະຖາປັດຕະຍະກຳ ທີ່ໂດດເດັ່ນ, ມີລັກສະນະສະເພາະ ຂອງ ວັດ ຂະແມ ຢູ່ ພາກໃຕ້ ຫວຽດນາມ.
ວັດ ແຈ໋ນກຽວ ມີຊື່ເປັນພາສາ ຂະແມວ່າ “ວັດ ສຣໍ ລູນ” ຫຼື ເອີ້ນ ອີກຊື່ໜຶ່ງວ່າ ວັດ ຊ່າໂລນ. ວັດແຫ່ງນີ້ຖືກສ້າງຂຶ້ນ ເມື່ອປີ 1815, ໃນເບື້ອງຕົ້ນ ຖືກສ້າງດ້ວຍໄມ້ ແລະ ໃບໄມ້ ແບບລຽບງ່າຍ. ຜ່ານການເວລາ ແລະ ຜົນກະທົບຈາກສົງຄາມ, ວັດໄດ້ຮັບຄວາມ ເສຍຫາຍຢ່າງໜັກໜ່ວງ. ໃນປີ 1945, ດ້ວຍການສະໜັບສະໜູນ ແລະ ການບໍລິຈາກ ຂອງປະຊາຊົນ ແລະ ພຸດທະສາສະນິກະຊົນ, ພະມະຫາອາຈານ ຕັງຢຸ້ກ ໄດ້ໃຫ້ການກໍ່ສ້າງ ວັດ ຄືນໃໝ່. ຈົນ ຮອດປີ 1985, ພະມະຫາອາຈານ ຕັງຢຸ້ກ ໄດ້ເຖິງແກ່ມໍລະນະ ພາບ, ພະອາຈານ ແກວັກເມັ໋ນ ໄດ້ຂຶ້ນເປັນເຈົ້າອາວາດ ແລະ ສືບ ຕໍ່ໃຫ້ການສ້ອມແປງ, ກໍ່ສ້າງກິດຈະກຳອີກຈຳນວນໜຶ່ງ ຈົນສຳເລັດ ແລະ ເປີດນຳໃຊ້ຢ່າງເປັນທາງການໃນປີ 1989.
ຕາມຄຳບອກເລົ່າຂອງຄົນທ້ອງຖິ່ນ, ສາເຫດທີ່ເອີ້ນວ່າ ວັດ ແຈ໋ນ ກຽວ ກໍເນື່ອງຈາກວ່າ ຕັ້ງແຕ່ຕົ້ນ ວັດ ໄດ້ຮັບຜົນກະທົບຈາກ ສົງ ຄາມ, ເຮັດໃຫ້ວັດ ຊຸດໂຊມ ແລະ ຂາດເຂີນງົບປະມານ ເພື່ອ ການສ້ອມແປງ, ປະຊາຊົນ ໄດ້ນຳເອົາຈານ, ຖ້ວຍ, ເຄື່ອງປັ້ນ ດິນເຜົາ ມາບໍລິຈາກ ໃຫ້ວັດ ເພື່ອການສ້ອມແປງ. ນັບແຕ່ນັ້ນມາ ຊື່ “ແຈ໋ນ ກຽວ” ຈຶ່ງໄດ້ກໍາເນີດຂຶ້ນ.
ກຸ່ມປູສະນີຍະສະຖານວັດ ແຈ໋ນກຽວ ປະກອບດ້ວຍ: ປະຕູໂຂງ, ຫໍທຳມະສະພາ, ເຂດຊາລາ, ສາລາໂຮງທຳ, ຫ້ອງ ພະລັດຕະມະ ໄຕ, ຫໍສະໝຸດ, ສິມ... ໄດ້ຈັດວາງຢ່າງກົມກືນ ທ່າມກາງ ຕົ້ນໄມ້ ໃຫຍ່ ມີເນື້ອທີ່ກວ່າ 2,1 ເຮັກຕາ.
ວັດ ແຈ໋ນກຽວ ມີລັກສະນະ ເຂັ້ມຂຸ້ນໄປດ້ວຍ ສີສັນ ວັດທະນະທຳ ຂອງ ຂະແມ ຢູ່ ພາກໃຕ້. ບັນດາຮູບແບບລວດລາຍ ທີ່ອ່ອນຊ້ອຍ ແລະ ມີສີສັນຕ່າງໆ ປະສົມປະສານກັນ ຢ່າງງົດງາມ. ສິ່ງທີ່ໜ້າ ສົນໃຈທີ່ສຸດ ແມ່ນນາຍຊ່າງ ໄດ້ປະດິດສ້າງ ຮູບບັນດາ ເທວະດາ ຢ່າງຊຳນານ ເພື່ອປະດັບປະດາ ໃຫ້ວັດ ແຫ່ງນີ້.
ເຊັ່ນດຽວກັນກັບວັດ ຂະແມ ອື່ນໆ, ຫຼັງຄາຫໍທຳມະສະພາ ວັດ ແຈ໋ນກຽວ ໄດ້ສ້າງຂຶ້ນ ຕາມແບບ ສາມຊັ້ນຊ້ອນກັນ, ຊັ້ນເທິງສຸດ ເປັນຮູບສາມຫຼ່ຽມ ປະດັບດ້ວຍລວດລາຍທີ່ສວຍງາມ ແລະ ມີສີ ສັນສົດໃສ, ສອງສົ້ນຂອງແຕ່ລະດ້ານໂຄ້ງຂຶ້ນ, ຢູ່ຈຸດໃຈກາງ ມີຍອດແຫຼມສູງ.
ຫໍທຳມະສະພາ ເປັນອາຄານທີ່ໝັ້ນຄົງ ແລະ ກວ້າງຂວາງ ມີເສົາ ໃຫຍ່ລຽນກັນ 16 ແຖວ. ພື້ນປູດ້ວຍກະເບື້ອງ ແລະ ຝາ ສ່ວນຫຼາຍ ໂອບດ້ວຍກະເບື້ອງເຄືອບສີຕ່າງໆ, ມີຂະໜາດນ້ອຍ ໃຫຍ່ ຕ່າງກັນ.
ດ້ານຫຼັງຂອງຫໍທຳມະສະພາ ເປັນຝາຜະໜັງ ຖືກຄວັດນູນ ດ້ວຍ ເສດຖ້ວຍແຕກ ຢ່າງລະອຽດ. ພາຍໃນຫໍທຳມະສະພາເປັນບ່ອນ ປະດິດສະຖານ ພະພຸດທະເຈົ້າ ສາກິຍະມຸນີ. ຢູ່ເທິງເພດານຂອງ ຫໍທຳມະສະພາ ແມ່ນບັນດາ ຮູບແຕ້ມເລົ່າເຖິງ ຊີວິດຂອງ ພະພຸດ ທະເຈົ້າ ສາກິຍະມຸນີ ນັບແຕ່ ເວລາພະອົງ ປະສູດ ຈົນເຖິງເຂົ້າ ສູ່ ປະລິນິພານ.
ກາງເດີ່ນວັດ ມີເສົາທຸງປະດັບດ້ວຍຮູບພະຍານາກ 5 ຫົວ. ອ້ອມ ຂ້າງ ແມ່ນບັນດາແຖວເຮືອນ ທີ່ໃຊ້ ສຳລັບການສຶກສາສົງ ແລະ ພັກຜ່ອນ. ໂດຍສະເພາະ, ດ້ານຫຼັງຂອງວັດ ເປັນເຂດສວນນ້ອຍໆ ທີ່ຈຳລອງເລື່ອງລາວ ກ່ຽວກັບພະພຸດທະເຈົ້າ ສາກິຍະມຸນີ.
ວັດ ແຈ໋ນກຽວ ໄດ້ດຶງດູດນັກທ່ອງທ່ຽວ ເປັນຈຳນວນຫຼວງຫຼາຍ ເຂົ້າມາຢ້ຽມຊົມ, ໂດຍສະເພາະໃນໂອກາດ ງານບຸນປະເພນີ ອັນ ເປັນມູນເຊື້ອ. ບໍ່ພຽງແຕ່ຊາວເຜົ່າ ຂະແມ ເທົ່ານັ້ນ, ແຕ່ຍັງມີປະຊາ ຊົນ ຈາກທົ່ວປະເທດ ກໍເດີນທາງມາສູ່ວັດ ແຈ໋ນກຽວ ເພື່ອສັກກະ ລະບູຊາ, ຂໍພອນ ໃຫ້ມີຄວາມສະຫງົບສຸກ ແລະ ຊົມຄວາມງາມ ສະຖາປັດຕະຍະກຳ ຂອງ ວັດ, ພ້ອມທັງຊອກຮູ້ ວັດທະນະທຳ ຂອງ ຊາວເຜົ່າ ຂະແມ ອີກດ້ວຍ.
ບົດ: ທົງທ້ຽນ - ພາບ: ຫງວຽນຖັ໋ງ, ເລມິງ, ທົງທ້ຽນ - ແປໂດຍ: ບິກລຽນ