ວັດເຢົາ-ປູສະນີຍະສະຖານ ແຫ່ງຊາດ ພິເສດ ຂອງ ເຂດ ກິງບັກ
ວັດ ເຢົາ ຕັ້ງຢູ່ ແຂວງ ບັກນິງ, ແມ່ນໜຶ່ງໃນບັນດາ ວັດ ທີ່ເກົ່າແກ່ທີ່ສຸດ ຂອງ ຫວຽດນາມ, ໄດ້ຮັບການ ສ້າງ ໃນສະຕະວັດທີ II ຫຼັງຄິດຕະສັກກະລາດ. ນີ້ບໍ່ພຽງແຕ່ ເປັນບ່ອນ ກຳເນີດ ຂອງ ພຸດທະສາສະໜາ ຫວຽດນາມ ເທົ່ານັ້ນ, ແຕ່ຍັງເປັນບ່ອນ ເກັບຮັກສາ ວັດຖຸບູຮານ ທ່ີລ້ຳຄ່າ ຈຳນວນຫຼາຍ, ສົມກັບ ການເປັນ ເຂດບູຮານສະຖານ ແຫ່ງຊາດພິເສດ.
ຕາມການບັນທຶກ ທາງປະຫວັດສາດ, ວັດ ເຢົາ ຖືກສ້າງຂຶ້ນ ໃນພື້ນທີ່ ບູຮານ ທີ່ມີຊື່ວ່າ ຢີວ ເລົາ-ສູນກາງການເມືອງ, ເສດຖະກິດ ແລະ ວັດທະນະທຳ ທີ່ສຳຄັນທີ່ສຸດ ໃນສະໄໝນັ້ນ. ຢູ່ທີ່ນີ້ເອງ, ພຸດທະ ສາສະໜາ ຈາກ ອິນເດຍ ໄດ້ເຂົ້າ ສູ່ ຫວຽດນາມ ຕາມເສັ້ນທາງ ການຄ້າບູຮານ ແລະ ໄດ້ ປະສົມປະສານ ກັບຄວາມເຊື່ອຖືພື້ນເມືອງ, ກໍ່ໃຫ້ເກີດມີຄວາມເຊື່ອຖື ຕື້ຝາບ-ບູຊາ ເທບພະເຈົ້າ ສີ່ອົງ ທີ່ຄວບຄຸມ ດິນຟ້າອາກາດເຊັ່ນ: ຝາບ ເວິນ (ເມກ), ຝາບຫວູ໊ (ຝົນ), ຝາບໂລຍ (ຟ້າຮ້ອງ) ແລະ ຝາບດ້ຽນ (ຟ້າ ແລບ). ໃນລະບົບວັດວາອາຮາມ ທີ່ບູຊາ ຕື້ຝາບ, ວັດ ເຢົາ ມີ ບົດບາດ ເປັນໃຈກາງ, ເປັນ “ວັດ ຕົ້ນກຳເນີດ”, ມີຄວາມໝາຍ ສັກສິດ ໃນຊີວິດ ທາງດ້ານຈິດວິນຍານ ຂອງ ຊາວ ຫວຽດນາມ ໃນສະໄໝກ່ອນ.
ຜ່ານມາເກືອບ 2 ພັນປີ ໄດ້ມີການສ້ອມແປງຫຼາຍຄັ້ງ, ວັດ ຍັງຄົງ ຮັກສາ ໄດ້ໂຄງສ້າງສະຖາປັດຕະຍະກຳ ແບບດັ້ງເດີມຄື “ໂນ້ຍກົງ ງວ້າຍກວັກ” (ການຈັດໜ້າ ພຽງຢູ່ພາຍໃນວັດ ມີຮູບຊົງ ຄ້າຍຄື ຕົວໜັງສືຈີນ ບູຮານ ວ່າ (cung), ທາງນອກ ມີຮູບຊົງ ຄ້າຍຄື ຕົວໜັງສື ຈີນ ບູຮານ ວ່າ (quo), ສ້າງເປັນສະຖານທີ່ ທີ່ກົມກຽວກັນ ປະກອບດ້ວຍ ຕາມກວານ (ປະຕູໂຂງ ມີທາງເຂົ້າສາມທາງ), ທາດ ຮວ່າຟອງ, ຕ່ຽນເດື່ອງ (ຫ້ອງ ບູຊາ ກາງຢູ່ ດ້ານໜ້າ), ທຽວເຮືອງ (ບ່ອນ ຈູດທູບ), ເຖື້ອງດ້ຽນ (ຫ້ອງ ປະດິດສະຖານ ແທ່ນບູຊາ ພະພຸດທະເຈົ້າ, ຖືກເຊື່ອມຕໍ່ກັບ ຕ່ຽນເດື່ອງ), ເຮົ້າເດື່ອງ (ຫ້ອງ ດ້ານຫຼັງ), ລະບຽງ ທາງຍ່າງ ແລະ ຫ້ອງບູຊາ ບັນພະບຸລຸດ... ທຸກສ່ວນ ຖືກຈັດວາງ ຢ່າງລະອຽດແນບນຽນ ຊ່ຶງ ສ້າງເປັນພື້ນທີ່ ບູຊາ ທີ່ເກົ່າແກ່ ແລະ ເຄ່ັ່ງຂຶມ.
ໜຶ່ງໃນຈຸດເດັ່ນດ້ານສະຖາປັດຕະຍະກຳ ຂອງ ວັດແມ່ນ ທາດ ຮວ່າຟອງ-ກິດຈະກຳສັນຍາລັກ ທີ່ຖືກສ້າງຂຶ້ນ ດ້ວຍດິນຈີ່ເຜົາ, ປັດຈຸບັນ ຍັງເຫຼືອ ສາມຊັ້ນ, ສູງປະມານ 17 ມ. ແຕ່ລະຊັ້ນ ນ້ອຍລົດລັ່ນກັນ ລົງມາ, ຫຼັງຄາໂຄ້ງ ທີ່ອ່ອນໂຍນ, ຈອມທາດ ສ້າງເປັນ ໂຖກາມໂລ້ (ນ້ຳໝອກ ຫວານ) ຊຶ່ງເປັນສັນຍາລັກ ຂອງ ຄວາມບໍລິສຸດ ໃນພຸດທະ ສາສະໜາ. ພາຍໃນ ທາດ ມີຮູບປັ້ນ ຕື້ທຽນເວືອງ (4 ຕົວລະຄອນໃນ ປຶ້ມຄຳພີຂອງພຸດທະສາສະໜາ) ພ້ອມດ້ວຍ ລະຄັງເຈຍ ແລະ ລະຄັງ ທອງ, ມີແບບສະຖາປັດຕະ ຍະກຳ ສະໄໝ ເລຈູງຮຶງ, ສະແດງໃຫ້ເຫັນ ເຖິງຄວາມເລິກເຊິ່ງ ທາງປະຫວັດສາດ ແລະ ສິລະປະ ທ່ີລະອຽດອ່ອນ.
ວັດ ເຢົາ ຍັງໂດດເດັ່ນ ດ້ວຍພະພຸດທະຮູບ ທີ່ເປັນເອກະລັກ, ໃນ ນັ້ນມີ ຮູບປັ້ນ ຝາບເວິນ (ເທບພະເຈົ້າ ເມກ) ແລະ ຝາບຫວູ໊ (ເທບພະເຈົ້າ ຝົນ)-ສອງໃນສີ່ອົງຂອງ ຕື້ຝາບ ຊຶ່ງໄດ້ຮັບການ ຮັບຮອງເປັນ ວັດຖຸ ທີ່ລໍ້າຄ່າ ຂອງຊາດ. ຮູບປັ້ນຕ່າງໆ ຖືກ ແກະສະຫຼັກ ຈາກໄມ້ມີຄ່າ, ລະອຽດອ່ອນ, ສະແດງໃຫ້ເຫັນ ເຖິງຈິດວິນຍານທີ່ຊັດເຈນ, ມີລັກສະນະ ພຸດທະສາສະໜາ, ທັງມີຮ່ອງຮອຍ ຂອງ ຄວາມເຊື່ອພື້ນເມືອງ.
ນອກຈາກນີ້, ວັດ ຍັງເກັບຮັກສາຊຸດ “ແມ່ພິມ ດ້ວຍໄມ້ ແກະສະຫຼັກ ພະ ຄໍາພີບູຮານ”, ໄດ້ຮັບການຮັບຮອງ ເປັນສິ່ງລ້ຳຄ່າຂອງຊາດ ເຊັ່ນກັນ. ຊຸດ ແມ່ພິມນີ້ຖືກ ແກະສະຫຼັກດ້ວຍໄມ້ຈັນ ທີ່ມີຄ່າ, ບັນຈຸ ເນື້ອໃນ ພະຄໍາ ພີ ພຸດທະສາສະໜາ ອັນລ້ຳຄ່າຈໍານວນຫຼາຍ, ເປັນແຫຼ່ງ ເອກະສານ ທີ່ສໍາຄັນ ສໍາລັບການຄົ້ນຄວ້າ ກ່ຽວກັບ ວັດທະນະທໍາ, ພາສາ ແລະ ປະຫວັດສາດ ພຸດທະສາສະໜາ ຫວຽດນາມ.
ດ້ວຍຄຸນຄ່າ ທີ່ໂດດເດັ່ນ ທາງດ້ານປະຫວັດສາດ, ສະຖາປັດຕະຍະກໍາ ແລະ ສິລະປະ, ວັດ ເຢົາ ໄດ້ຖືກ ຈັດໃຫ້ເປັນເຂດ ອານຸສອນສະຖານ ແຫ່ງຊາດພິເສດ ຊຶ່ງເປັນການຮັບຮອງ ທີ່ສົມກັບວັດ ບູຮານແຫ່ງໜຶ່ງ ທີ່ມີ ຄວາມຜູກພັນ ຢ່າງໃກ້ຊິດ ກັບກະແສວັດທະນະທໍາ ແຫ່ງຊາດ ຕະຫຼອດ ເກືອບ 2 000 ປີ.
ປັດຈຸບັນ, ວັດ ເຢົາ ບໍ່ພຽງແຕ່ເປັນສະຖານ ທີ່ສັກສິດ ຂອງ ຊາວພຸດ ຈາກ ທຸກສາລະທິດເທົ່ານັ້ນ, ແຕ່ຍັງເປັນຈຸດໝາຍປາຍທາງ ທີ່ດຶງດູດ ນັກທ່ອງທ່ຽວ. ໂດຍສະເພາະ, ຫຼັງຈາກປະກົດຕົວ ໃນມິວສິກ ວີດີໂອ ຂອງນັກຮ້ອງ ຮວ່າ ມິນຊີ (Hòa Minzy) ໄດ້ດຶງດູດຜູ້ຊົມ ກວ່າ 150 ລ້ານວີວ ໃນຊ່ອງ YouTube- ຮູບພາບຂອງວັດ ຍິ່ງກາຍເປັນ ທີ່ຄຸ້ນເຄີຍ ແລະ ຖືກເຜີຍແຜ່ ຢ່າງກວ້າງຂວາງ. ນຳໃຊ້ປະໂຫຍດນີ້, ຂະແໜງການ ທ່ອງທ່ຽວແຂວງ ບັກນິງ ໄດ້ຈັດຕັ້ງ ທົວທ່ອງທ່ຽວ ຟຣີ ຕາມຮອຍ ສະຖານທີ່ຕ່າງໆ ໃນ ວີດີໂອ, ໃນນັ້ນວັດ ເຢົາ ແມ່ນຈຸດ ຢຸດພັກ ທີ່ໂດດເດັ່ນ. ແນວຄວາມຄິດ ລິເລີ່ມນີ້ ໄດ້ປະກອບສ່ວນ ນຳເອົາ ມໍລະດົກອາຍຸ ນັບພັນປີ ເຂົ້າໃກ້ກັບ ສາທາລະນະຊົນ ຍິ່ງຂຶ້ນ, ໂດຍສະເພາະແມ່ນຊາວໜຸ່ມ, ພ້ອມທັງຢືນຢັນ ຖານະຂອງສິ່ງກໍ່ສ້າງ ທາງສາສະໜາ ໃນເຂດ ກິງບັກ.
ບົດ ແລະ ພາບໂດຍ: ຫວຽດເກ່ືອງ - ແປໂດຍ: ບິກລຽນ