ຢາລາຍ - ບົດເພງປະສານສຽງ ແຫ່ງປ່າດົງ ແລະ ທ້ອງທະເລ
ຢາລາຍ ປະກົດຕົວຂຶ້ນ ຜ່ານແຕ່ລະຂອບຮູບ ເຜີຍໃຫ້ເຫັນສີສັນ ທີ່ຜັນ ປ່ຽນຢ່າງຕໍ່ເນື່ອງ: ນັບແຕ່ປ່າດົງພົງໄພ ໄຕງວຽນ ທີ່ໃຫຍ່ໂຕມະໂຫ ຖານ ຈົນຮອດ ທະເລສີຄາມ ແຫ່ງພາກກາງ ທີ່ເຕັມໄປດ້ວຍ ແສງ ແດດ, ບ່ອນທີ່ທຳມະຊາດ ແລະ ວັດທະນະທຳ ໄດ້ຮ່ວມກັນສ້າງເປັນ ບົດເພງປະສານສຽງ ທາງສາຍຕາ ອັນມີສະເໜ່.
ຢາລາຍ ບໍ່ພຽງແຕ່ແມ່ນ ເຂດພູພຽງ ດິນພູເຂົາໄຟ ທີ່ຍາວສຸດສາຍຕາ ເທົ່ານັ້ນ, ແຕ່ຍັງແມ່ນຈັງຫວະ ຂອງ ພື້ນທີ່ວັດທະນະທຳ ຄ້ອງ, ແມ່ນ ສີສັນ ແຫ່ງງານບຸນ ແລະ ວິຖີຊີວິດ ຂອງ ບັນດາເຜົ່າ ຄື: ຢາລາຍ, ບາ ນາ, ເຊດັງ... ບັນດາວັດທະນະທຳ ອັນເກົ່າແກ່ ເຫຼົ່ານັ້ນ ປະກົດຕົວ ຂຶ້ນຢ່າງແທ້ຈິງ ທັງມີຄວາມງາມຊວນຝັນ ເໝືອນດັ່ງ ບັນດາຮູບພາບ ທີ່ມີຊີວິດຊີວາ ຢູ່ທ່າມກາງປ່າດົງພົງໄພ ທ່ີກວ້າງໃຫ່ຍໄພສານ.
ການຂະຫຍາຍພື້ນທີ່ ການພັດທະນາ ພາຍຫຼັງການໂຮມເຂົ້າກັບ ແຂວງ ບິ່ງດິ້ງ ໄດ້ນຳໃຫ້ ຢາລາຍ ແຮງບັນດານໃຈໃໝ່ ໃນການຖ່າຍ ພາບ: ນັບແຕ່ປ່າດົງພົງໄພ ຈົນຮອດທ້ອງທະເລ. ຫາກເຂດພູພຽງ ໄດ້ ສ້າງຄວາມປະທັບໃຈ ດ້ວຍບັນດາຂອບຮູບ ທີ່ງົດງາມ ໃຫຍ່ໂຕມະ ໂຫຖານ ແລະ ເລິກຂຳ, ເຂດແຄມຝັ່ງທະເລ ພັດເປີດອອກ ດ້ວຍ ແຖບສີສັນອັນຮຸ່ງເຮືອງ ຂອງ ທ້ອງທະເລສີຄາມ, ຫາດຊາຍຂາວ, ແສງແດດສີທອງ ສະຫຼັບກັນກັບ ບັນດາເສັ້ນລວດລາຍອັນເກົ່າແກ່ ຂອງມໍລະດົກ ຈຳປາ ແລະ ຈິດວິນຍານ ແຫ່ງການຕໍ່ສູ້ ທີ່ເປັນເອກະ ລັກ.
ໃນພື້ນທີ່ຫຼາຍກວ່າ 21.500 ກມ2, ແຕ່ລະຈຸດໝາຍປາຍທາງ ແມ່ນ “ພິກັດຮູບພາບ” ທີ່ເຕັມໄປດ້ວຍພະລັງ ແຫ່ງການດຶງດູດຄື: ໜ້ານ້ຳ ທີ່ງຽບສະຫງົບ ຂອງທະເລສາບ, ປາກພູເຂົາໄຟ ຈືດັງຢາ ໃນລະດູ ດອກໄມ້ ທີ່ເບັ່ງບານອວດສີສັນ, ລະບົບນິເວດ ທີ່ມີຄວາມງາມ ແບບທຳມະຊາດ ຂອງ ກອນກາກິງ ຫຼື ບັນດາເສັ້ນໂຄ້ງ ທີ່ໜ້າປະທັບໃຈຂອງ ກີ່ກໍ, ແອວຢໍ໋ ຊຶ່ງເປັນຈຸດໝາຍປາທາງ ທີ່ດຶງດູດ ນັກທ່ອງທ່ຽວ ຈາກທົ່ວທຸກສາລະທິດ ເປັນຈຳນວນຫຼວງຫຼາຍ. ທັງໝົດນັ້ນ ໄດ້ສ້າງເປັນລະບົບນິເວດ ທາງສາຍຕາຫຼາຍຊັ້ນ, ເຊິ່ງແມ່ນສະຖານທີ່ ທີ່ທຳມະຊາດ ແລະ ຜູ້ຄົນໄດ້ຢູ່ຮ່ວມກັນ ຢ່າງກົມກຽວ.
ມຸ່ງສູ່ປີທ່ອງທ່ຽວ ແຫ່ງຊາດ 2026 ໃນຫົວຂໍ້ “ປ່າດົງພົງໄພ ສຳຜັດ ທະ ເລສີຄາມ”, ຢາລາຍ ບໍ່ພຽງແຕ່ແມ່ນ ຈຸດໝາຍປາຍທາງ ເທົ່ານັ້ນ, ແຕ່ ຍັງແມ່ນແຫຼ່ງບັນດານໃຈ ໃນການປະດິດຄິດສ້າງ, ເຊິ່ງແຕ່ລະຮູບ ລ້ວນແຕ່ບອກເລື່ອງລາວ ກ່ຽວກັບການປະສົມປະສານ ລະຫວ່າງປ່າ ໄມ້ ແລະ ທ້ອງທະເລ, ລະຫວ່າງມູນເຊື້ອ ແລະ ການຫັນປ່ຽນທີ່ທັນ ສະໄໝອີກດ້ວຍ.
ບົດ: ແທງຮ່ວາ/VNP - ພາບ: ແທັງຮ່ວາ, ກົງດາດ, ມິງດຶກ - ແປໂດຍ: ບິກລຽນ












