ມໍລະດົກ ອາຊີບຜະລິດຢາພື້ນເມືອງ ຢູ່ຖະໜົນ ລ້ານອົງ

ມໍລະດົກ ອາຊີບຜະລິດຢາພື້ນເມືອງ ຢູ່ຖະໜົນ ລ້ານອົງ

 
ໃນທ້າຍອາທິດ ເລີ່ມແຕ່ເດືອນ ພຶດສະພາ 2024, ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ສາມາດມາຢ້ຽມຊົມ ແລະ ຜ່ານ ປະ ສົບການຕົວຈິງ ການແນະນຳ ກ່ຽວກັບອາຊີບ ຢາພື້ນເມືອງ ຢູ່ສຳ ນັກສະມາຄົມ ຟຸກກ໋ຽນ, ເຮືອນເລກທີ 40, ຄຸ້ມຖະໜົນ ລ້ານອົງ, ຮ່າໂນ້ຍ. ນີ້ແມ່ນໜຶ່ງ ໃນບັນດາການເຄື່ອນໄຫວ ວັດທະນະທຳ ເຜີຍແຜ່ມໍລະດົກ ວັດທະນະທຳ ຫວຽດນາມ ຊຶ່ງໄດ້ຈັດຂຶ້ນໂດຍນະ ຄອນ ຮ່າໂນ້ຍ ເພື່ອສະເຫຼີມສະຫຼອງ 70 ປີ ແຫ່ງວັນປົດປ່ອຍນະ ຄອນຫຼວງ ໃນວັນທີ 10 ຕຸລາ ແລະ 300 ປີ ວັນຄ້າຍວັນເກີດ ຂອງ ຫາຍເຖື້ອງລ້ານອົງ-ບັນພະບຸລຸດອາຊີບ ການຢາພື້ນເມືອງ ຂອງ ຫວຽດນາມ. 
ສະຖານທີ່ແນະນຳອາຊີບຢາພື້ນເມືອງ ຢູ່ສຳນັກສະມາຄົມ ຟຸກ ກ໋ຽນ, ເຮືອນເລກທີ 40, ຄຸ້ມຖະໜົນ ລ້ານອົງ, ຮ່າໂນ້ຍ. 

 

ນັກຈິດຕະກອນ ຫງວຽນເຖ໋ເຊີນ, ຜູ້ຮັບຜິດຊອບການຕິດຕາມ ກວດ ກາ ແລະ ຄັດເລືອກດ້ານສິລະປະ ຂອງ ງານວາງສະແດງ ຢູ່ຖະໜົນ ຢາ ພື້ນເມືອງ ລ້ານອົງ ໃຫ້ຮູ້ວ່າ: “ຄຸ້ມຖະໜົນ ຢາພື້ນເມືອງ ລ້ານອົງ ມີປະຫວັດຄວາມເປັນມາ ນັບຫຼາຍຮ້ອຍປີແລ້ວ ແລະ ເປັນແຮງບັນ ດານໃຈໃນດ້ານສິລະປະ ຂອງຜູ້ເຮັດວຽກ ກ່ຽວກັບມໍລະດົກ ຢູ່ສະ ເໝີ. ເປັນເວລາ ຫຼາຍປີ ຕິດຕໍ່ກັນ ເດີນຕາມ ໂຄງການອະນຸລັກຮັກ ສາ ມໍລະດົກ ວັດທະນະທຳ ຮ່າໂນ້ຍ, ຂ້າພະເຈົ້າໄດ້ຄອຍຖ້າ ຈຸດ ໝາຍປາຍທາງ ຖະໜົນອາຊີບ ລ້ານອົງ ມີການເຄື່ອນໄຫວຫຼາຍ ຢ່າງໃນອາທິດ ແລະ ໄດ້ຮັບການຕອບຮັບ ຈາກປະຊາຊົນ ໃນການ ຮ່ວມມື ອະນຸລັກຮັກສາ ອາຊີບການແພດພື້ນເມືອງ ຢູ່ຄຸ້ມຖະໜົນ ແຫ່ງນີ້”.

 

 ອີງຕາມເລື່ອງລາວ ໃນອະດີດ ແລະ ປັດຈຸບັນ, ນັກຈິດຕະກອນ ຫງວຽນເຖ໋ເຊີນ ໄດ້ຄັດເລືອກ ບັນດາຜົນງານ ແລະ ໄດ້ອອກແບບ ເຂດວາງສະແດງ ລວມມີ 2 ພາກສ່ວນຄື: ສ່ວນທີ 1 ແມ່ນສະຖານ ທີ່ ຈັດວາງສະແດງ ບັນດາຮູບຖ່າຍ, ໄລຍະປະຫວັດສາດຕ່າງໆ ຂອງ ຄຸ້ມຖະໜົນ ຝຸກກ໋ຽນ, ລ້ານອົງ, ຖວກບັກ; ສ່ວນທີ 2 ແມ່ນ ເລື່ອງລາວ ຂອງ ປະຊາຊົນ ອາໄສ ຢູ່ຄຸ້ມນີ້ ຈາກການ ຂາຍຢາ, ຈັດຢາ, ປຸງແຕ່ງຢາພື້ນເມືອງ ເພື່ອສະໜອງໃຫ້ຕະຫຼາດ. ນັກທ່ອງ ທ່ຽວ ມາຢ້ຽມຢາມສະຖານທີ່ ວາງສະແດງ ຢູ່ຖະໜົນຢາ ພື້ນເມືອງ ລ້ານອົງ ສາມາດສຳຜັດ ກັບປະຫວັດ ແລະ ເລື່ອງລາວ ຕ່າງໆ ກ່ຽວ ກັບອາຊີບ ເຮັດຢາ ພື້ນເມືອງ. ຢູ່ທີ່ນີ້ຍັງມີການວາງສະແດງ ປຶ້ມ ຫຼາຍຫົວ ທີ່ມີຄ່າ ຂອງ ພື້ນຖານການແພດ ພື້ນເມືອງ ຫວຽດນາມ ຄື: ຊຸດປຶ້ມ ຂອງ ໝໍຢາພື້ນເມືອງ ຜູ້ມີຊື່ສຽງ ຫາຍເຖື້ອງລ້ານອົງ ຫຼື ການວາງສະແດງເຄື່ອງມື ຜະລິດຢາ ຈາກຫຼາຍຮຸ່ນຄົນ ພ້ອມກັບ ຢາ ພື້ນເມືອງ ຫວຽດນາມ ແລະ ຢາ ຈີນ ຫຼາຍປະເພດ... 

 

 

ຜ່ານການວາງສະແດງ ແລະ ແນະນຳ ຄຸ້ມຖະໜົນອາຊີບ, ນັກທ່ອງ ທ່ຽວ ຍັງມີໂອກາດ ເຂົ້າຮ່ວມການພົບປະແລກປ່ຽນ ກັບແພດແຜນ ຕາເວັນອອກ, ຮຽນຮູ້ ກ່ຽວກັບ ບັນດາຜະລິດຕະພັນ ຢາສະໝຸນໄພ, ສະຖານທີ່ຜະລິດຢາພື້ນເມືອງ ແລະ ບັນດາຫ້ອງກວດ ແລະ ປິ່ນປົວ ພະຍາດ ດ້ວຍວິທີຢາພື້ນເມືອງ ຢູ່ຄຸ້ມຖະໜົນແຫ່ງນີ້. ໝໍຢາ ພື້ນ ເມືອງ ຫງວຽນວັນຮ່ວາ, ຜູ້ມີຮ້ານຂາຍຢາສະໝຸນໄພ ຢູ່ທີ່ນີ້ໃຫ້ຮູ້ ວ່າ: ທ່ານ ແລະ ບັນດາໝໍຢາພື້ນເມືອງ ທີ່ມີປະສົບການ ມາ ຫຼາຍປີ ຢູ່ຖະໜົນ ລ້ານອົງ ໄດ້ຄັດເລືອກ ບັນດາວັດຖຸພັນ ແລະ ເຄື່ອງມືືິືິ ໃຊ້ໃນການ ປຸງແຕ່ງຢາພື້ນເມືອງ ທີ່ໄດ້ຮັບການວາງສະແດງ ຢູ່ທີ່ນີ້. ອາຍຸ ຂອງວັດຖຸພັນ, ເຄື່ອງມື ເຫຼົ່ານັ້ນແມ່ນປະມານ 100 ປີ. ທ່ານ ມີຄວາມພູມໃຈຫຼາຍໃນອາຊີບ ຂອງຕົນ ແລະ ຮັກແພງ ຄຸ້ມຖະໜົນ ທີ່ໄດ້ຕິດພັນກັບ ຊີວິດ ແລະ ພາລະກິດຂອງຕົນ ຢູ່ດິນແດນ ຮ່າ ໂນ້ຍ ແຫ່ງນີ້.

 

ພ້ອມກັບສະຖານທີ່ວາງສະແດງ ກ່ຽວກັບອາຊີບຢາພື້ນເມືືອງ, ປະຊາຊົນ ແລະ ນັກທ່ອງທ່ຽວ ຍັງໄດ້ຜ່ານປະສົບການຕົວຈິງ ກັບ ການຈັບກຳມະຈອນ, ນວດ, ບີບເສັ້ນ, ໃຫ້ຄຳປຶກສາ ກ່ຽວກັບ ຊະ ນິດ ຢາພື້ນເມືອງ ແລະ ຕຳລາຢາພື້ນເມືອງ ອັນລ້ຳຄ່າ ໂດຍບັນດາ ໝໍຢາພື້ນເມືອງ ມີຮ້ານຂາຍຢາ ຢູ່ຄຸ້ມຖະໜົນ ລ້ານອົງ. ການທີ່ເປີດ ສະຖານທີ່ ວາງສະແດງ ຖະໜົນອາຊີບ ຢາພື້ນເມືອງ ລ້ານອົງ ເທື່ອ ລະກ້າວ ໄດ້ເປັນການສືບທອດ ສິ່ງຍອດຍິ່ງ ກ່ຽວກັບພື້ນຖານ ການ ແພດພື້ນເມືອງ  ຂອງ ຫວຽດນາມ ໃນປັດຈຸບັນ, ປະກອບສ່ວນ ຮັກ ສາສຸຂະພາບ ຂອງ ປະຊາຊົນ ແລະ ກາຍເປັນສະຖານທີ່ທ່ອງທ່ຽວ ວັດທະນະທຳ ທີ່ສ້າງຄວາມປະທັບໃຈ ສຳລັບນັກທ່ອງທ່ຽວ ອີກ ດ້ວຍ. 

 

ຄຸ້ມຖະໜົນ ລ້ານອົງ ມີຄວາມຍາວ 180 ມ, ຕັ້ງຢູ່ຕາແສງ ຫ່າງໂບ່, ເມືອງ ຮວ່ານກ໋ຽມ, ຮ່າໂນ້ຍ. ຖະໜົນດັ່ງກ່າວໃສ່ຊື່ ໝໍຢາພື້ນເມືອງ ຜູ້ມີຊື່ສຽງ ເລຫື້ວຈາກ (1720-1791), ມັກເອີ້ນວ່າ ຫາຍເຖື້ອງ ລ້ານອົງ. ອາຊີບຢາພື້ນເມືອງ-ຄ້າຂາຍຢາພື້ນເມືອງ ຫວຽດນາມ ແລະ ຢາ ຈີນ ໄດ້ຮັບການ ພັດທະນາ ຢ່າງແຂງແຮງ ຢູ່ ຄຸ້ມຖະໜົນ ລ້ານອົງ, ເກືອບ 90% ຈຳນວນຄອບຄົວ ລົງທະບຽນ ດຳເນີນທຸລະ ກິດ. ມາຮອດປັດຈຸບັນ, ບັນດາຮ້ານຂາຍຢາພື້ນເມືອງ ຢູ່ຖະໜົນ ລ້ານອົງ ຍັງຄົງດຳເນີນທຸລະກິດ ຢ່າງຄຶກຄັກ ແລະ ຮັກສາໄດ້ ອາ ຊີບ ກໍຄື ຄວາມງາມດ້ານວັດທະນະທຳ ຂອງຄຸ້ມຖະໜົນເກົ່າ ຮ່າໂນ້ຍ ອີກດ້ວຍ.

ປະຕິບັດໂດຍ: ແທງຢາງ, ບິກເວິນ - ແປໂດຍ: ບິກລຽນ


Top