ມົກເຮືອງ: ສິ່ງຍອດຍິ່ງ ຂອງສະໝຸນໄພ ຫວຽດ ເພື່ອຄວາມງາມແບບຍືນຍົງ

ມົກເຮືອງ: ສິ່ງຍອດຍິ່ງ ຂອງສະໝຸນໄພ ຫວຽດ ເພື່ອຄວາມງາມແບບຍືນຍົງ

ທ່າມກາງທາງເລືອກ ຢ່າງຫຼວງຫຼາຍ ໃນຕະຫຼາດເຄື່ອງສໍາອາງ, ມົກເຮືອງ ປາກົດຂຶ້ນຄືກັບສາຍລົມອັນສົດຊື່ນ ດ້ວຍຜະລິດຕະພັນບໍາລຸງຄວາມງາມທີ່ເປັນສານສະກັດຈາກສະໝຸນໄພ ຫວຽດ ແທ້ໆ. ບໍ່ພຽງແຕ່ເປັນຍີ່ຫໍ້ ເຄື່ອງສໍາອາງສີຂຽວ ພາຍໃນທ້ອງຖິ່ນເທົ່ານັ້ນ, ແຕ່ ມົກເຮືອງ ຍັງເປັນເລື່ອງລາວ ກ່ຽວກັບການໃຫ້ຄວາມເຄົາລົບນັບຖືຕໍ່ຄຸນຄ່າອັນເປັນມູນເຊື້ອ, ຄວາມພາກພູມໃຈຕໍ່ແຫຼ່ງຊັບພະຍາກອນ ທ່ີອຸດົມສົມບູນຂອງແຜ່ນດິນ ຫວຽດ ແລະ ຄວາມປາດຖະໜາ ທີ່ຈະບໍາລຸງສ້າງຄວາມງາມທີ່ແຂງແຮງ ແລະ ຍືນຍົງໃຫ້ແກ່ຄົນ ຫວຽດ.

ເສັ້ນທາງສູ່ສະໝຸນໄພ ແລະ ພືດທ້ອງຖິ່ນ

ຈຸດປ່ຽນ ໃນເສັ້ນທາງສ້າງຕັ້ງມົກເຮືອງ ເລີ່ມຕົ້ນຈາກປະສົບການ ທີ່ຫຍຸ້ງຍາກຂອງຜູ້ກໍ່ຕັ້ງ ຮວ່າງທິແທງ ຮວ່ຽນ, ພາຍຫຼັງເກີດລູກ. ເພິ່ນໄດ້ແບ່ງປັນວ່າ: “ເມື່ອເກີດລູກ, ຂ້າພະເຈົ້າບໍ່ໄດ້ ສົນໃຈຈາກ ຄໍາແນະນໍາອັນລ້ໍາຄ່າຈາກປູ່ຍ່າຕາຍາຍ, ບໍ່ໄດ້ງົດ, ບໍ່ເຊື່ອໃນປະ ສົບການພື້ນເມືອງ. ຜົນກໍຄືສຸຂະພາບ ແລະ ຈິດໃຈຂອງຂ້າພະ ເຈົ້າຊຸດໂຊມລົງເລື້ອຍໆ. ເບິ່ງຄືວ່າ ໝົດຄວາມຫວັງ, ເມື່ອການແພດສະໄໝໃໝ່ ກໍບໍ່ສາມາດຊ່ວຍໄດ້, ໂຊກດີທີ່ຂ້າ ພະເຈົ້າໄດ້ພົບກັບອາຈານ ຢາພື້ນເມືອງ ທີ່ມີຄວາມຮູ້ຄວາມສາມາດທ່ານໜຶ່ງ. ຄໍາເວົ້າຂອງ ເພິ່ນ ໄດ້ປຸກໃຫ້ຂ້າພະເຈົ້າຕື່ນຂຶ້ນວ່າ: ສະໝຸນໄພ ຫວຽດນາມ ເກີດມາເພື່ອເບິ່ງແຍງຄົນຫວຽດ, ເພາະວ່າສະ ພາບຮ່າງກາຍ ແລະ ດິນຟ້າອາກາດ ຂອງ ພວກເຮົາແຕກຕ່າງຈາກຊາດຕາເວັນຕົກ”.

 

ເຂດປູກສະໝຸນໄພ ຕາມມາດຕະຖານອິນຊີ ຂອງ ມົກເຮືອງ.

ຕັ້ງແຕ່ນັ້ນມາ, ທ່ານນາງ ແທງຮວ່ຽນ ໄດ້ຕັດສິນໃຈຫັນກັບຄືນສູ່ພະລັງ ຂອງທໍາມະຊາດ. ການປິ່ນປົວແບບມູນເຊື້ອ ເຊັ່ນ: ເປືອກໝາກກ້ຽງ ສະຜົມ, ຂີງຂີ້ໝິ້ນ ແຊ່ນໍ້າອາບ, ໃບກິມເງິນສໍາລັບເດັກນ້ອຍ ໄດ້ນໍາເອົາການປ່ຽນແປງອັນມະຫັດສະຈັນ ມາໃຫ້. ສຸຂະພາບຂອງເພິ່ນຄ່ອຍໆ ຟື້ນຕົວ, ລູກໆ ກໍແຂງແຮງ ແລະ ລ້ຽງງ່າຍຂຶ້ນ.

ປະສົບການສ່ວນຕົວ ທ່ີມີຄ່າເຫຼົ່ານີ້ ໄດ້ສ້າງຄວາມເຊື່ອໝັ້ນຢ່າງໜັກແໜ້ນໃຫ້ແກ່ທ່ານນາງ ແທງຮວ່ຽນ ໃນຄຸນຄ່າຂອງຄວາມຮູ້ກ່ຽວກັບການປິ່ນປົວດ້ວຍພືດ ທີ່ບັນພະບຸລຸດໄດ້ສືບທອດກັນມາ. ທ່ານນາງ ແທງຮວ່ຽນ ຢືນຢັນ: “ຂ້າພະເຈົ້າຮູ້ໄດ້ວ່າ ສະໝຸນໄພ ຫວຽດນາມ ບໍ່ພຽງແຕ່ດີເທົ່ານັ້ນ, ແຕ່ຍັງເປັນຂຸມຊັບອັນລ້ໍາຄ່າຈາກແຜ່ນດິນແມ່ອີກດ້ວຍ. ເຖິງຢ່າງໃດກໍຕາມ, ເພື່ອໃຫ້ ສົມບັດ ເຫຼົ່ານີ້ ມີປະສິດທິຜົນຢ່າງເຕັມທີ່, ພວກມັນຈໍາເປັນຕ້ອງໄດ້ປູກ ແລະ ຂຸດຄົ້ນຢ່າງເປັນລະບົບ, ຖືກຕ້ອງຕາມວິທີການ ແລະ ຖືກ ຕາມພື້ນທີ່

ດ້ວຍຄວາມຕັ້ງໃຈດັ່ງກ່າວ, ທ່ານນາງ ແທງຮວ່ຽນ ໄດ້ເດີນທາງໄປທົ່ວເຂດຊົນນະບົດ, ບຸກປ່າຝ່າດົງ ເພື່ອຊອກຫາຕົ້ນໄມ້ທີ່ມີ ຄ່າຫາຍາກ. ໃນການເດີນທາງນັ້ນ, ເພິ່ນໄດ້ຮັບຟັງເລື່ອງລາວ ອັນມະຫັດສະຈັນ ກ່ຽວກັບພະລັງ ຂອງສະໝຸນໄພເຊັ່ນ: ນໍ້າມັນ ສ້ຽວ ຈາກປ່າດົງດິບ ທີ່ສາມາດຊ່ວຍລະລາຍນິ້ວໃນ ໝາກໄຂ່ ຫຼັງ ຫຼື ຄວາມລັບຂອງການອາບນໍ້າດ້ວຍໃບ ຫງ້າຍ ທີ່ຊ່ວຍໃຫ້ຄົນໃນເຂດທີ່ມີຄວາມຊຸ່ມຊື່ນຫຼີກລ່ຽງພະຍາດກ່ຽວກັບກະດູກ ແລະ ຂໍ້ຕໍ່.

ຜ່ານການເດີນທາງທີ່ເຕັມໄປດ້ວຍປະສົບການ, ທ່ານນາງ ແທງ ຮວ່ຽນ ໄດ້ຮູ້ວ່າ ບັນດາຄຸນຄ່າອັນເປັນມູນເຊື້ອ, “ຂຸມຊັບ” ຂອງ ຫວຽດນາມ ກໍາລັງຄ່ອຍໆ ຖືກລືມໄປ. ຄວາມເປັນຫ່ວງນັ້ນເອງທີ່ໄດ້ກະຕຸ້ນໃຫ້ເກີດ ມົກເຮືອງ - ຍີ່ຫໍ້ເຄື່ອງສໍາອາງສີຂຽວ ພາຍໃນທ້ອງຖິ່ນ, ທີ່ບັນຈຸພາລະກິດ ບໍ່ພຽງແຕ່ສ້າງຜະລິດຕະພັນ ຄວາມງາມຈາກສະໝຸນໄພເທົ່ານັ້ນ, ແຕ່ຍັງເປັນການເດີນທາງເພື່ອຮັກສາ ແລະ ເຜີຍແຜ່ຄວາມເປັນເລີດ ທີ່ບັນພະບຸລຸດ ໄດ້ປະໄວ້ໃຫ້ອີກດ້ວຍ.

ຄວາມເປັນເລີດ ຂອງ ແຜ່ນດິນ ຫວຽດ ໃນທຸກໆ ຜະລິດຕະພັນ ມົກເຮືອງ

ຈາກຄວາມຮັກ ອັນເລິກເຊິ່ງຕໍ່ພືດ ແລະ ສະໝຸນໄພ ທີ່ຄຸ້ນເຄີຍຂອງ ຫວຽດນາມ ແລະ ຄວາມເປັນຫ່ວງກ່ຽວກັບຜະລິດຕະພັນຄວາມງາມທີ່ປອດໄພ ແລະ ອ່ອນໂຍນ, ທີມງານຜູ້ກໍ່ຕັ້ງ ມົກເຮືອງ ໄດ້ທຸ້ມເທຄົ້ນຄວ້າ ແລະ ຄົ້ນພົບຄຸນປະໂຫຍດອັນມະຫັດ ສະຈັນ ຂອງ ສະໝຸນໄພພື້ນເມືອງເຊັ່ນ: ໝາກສົ້ມປ່ອຍ, ຫົວສີໄຄ, ເປືອກໝາກກ້ຽງ, ຂີ້ໝິ້ນ, ຊາຂຽວ… ວັດຖຸດິບເຫຼົ່ານີ້ ບໍ່ພຽງແຕ່ມີຄວາມຜູກພັນຢ່າງໃກ້ຊິດກັບຊີວິດ ວັດທະນະທໍາ ຂອງ ຫວຽດນາມ ເທົ່ານັ້ນ, ແຕ່ຍັງເປັນແຫຼ່ງສານອາຫານອັນລ້ໍາຄ່າສໍາລັບຜີວໜັງ ແລະ ເສັ້ນຜົມອີກດ້ວຍ.

 

ນອກຈາກນັ້ນ, ຜະລິດຕະພັນບໍາລຸງຜີວ ຂອງ ມົກເຮືອງ ຍັງໄດ້ຮັບຄວາມນິຍົມ ເນື່ອງຈາກຄວາມອ່ອນໂຍນ ແລະ ຄຸນນະພາບ.

ດ້ວຍຄໍາຂວັນ “ເຄື່ອງສໍາອາງສີຂຽວ ພາຍໃນທ້ອງຖິ່ນ”, ມົກເຮືອງ ໄດ້ທຸ້ມເທຄວາມຕັ້ງໃຈທັງໝົດເຂົ້າໃນການຂຸດຄົ້ນແຫຼ່ງວັດຖຸດິບທໍາມະຊາດ ຢ່າງຍືນຍົງ, ປະສົມປະສານກັບຂະບວນການຜະລິດ ທີ່ພິຖີພິຖັນ, ເພື່ອຮັກສາຄວາມເປັນເລີດຂອງທໍາມະຊາດໄວ້ຢ່າງຄົບຖ້ວນ. ຕັ້ງແຕ່ຂັ້ນຕອນການຄັດເລືອກວັດຖຸດິບຢ່າງລະມັດລະວັງ ໄປຈົນເຖິງຂະບວນການສະກັດ, ປະສົມ ແລະ ຫຸ້ມຫໍ່, ທັງໝົດແມ່ນໄດ້ຮັບການຄວບຄຸມຢ່າງເຂັ້ມງວດ, ປະຕິບັດຕາມມາດຕະຖານຄວາມປອດໄພ ແລະ ຄຸນນະພາບທີ່ເຂັ້ມງວດທີ່ສຸດ.

ພາຍໃຕ້ຄໍາຂວັນ: ເຄື່ອງສໍາອາງສີຂຽວພື້ນເມືອງ, ມົກເຮືອງ ໄດ້ທຸ້ມເທຄວາມຕັ້ງໃຈ ເຂົ້າໃນການຂຸດຄົ້ນ ແຫຼ່ງວັດຖຸດິບ ທໍາມະຊາດ ຢ່າງຢັ້ງຢືນ, ປະສົມປະສານກັບຂະບວນການຜະລິດ ຢ່າງພິຖີພິຖັນ, ຮັບປະກັນ ຮັກສາຄວາມເປັນເລີດ ຂອງ ທຳມະຊາດ ເອົາໄວ້ຢ່າງຄົບຖ້ວນ.

ຜະລິດຕະພັນບໍາລຸງຜົມ ຂອງ ມົກເຮືອງ ມີຊື່ສຽງດ້ວຍແຊມພູ  ໝາກສົ້ມປ່ອຍ ແບບດັ້ງເດີມ, ຄີມສະຜົມ ທີ່ອ່ອນໂຍນ, ນໍ້າມັນ ບໍາລຸງຜົມເປືອກໝາກກ້ຽງ ທີ່ມີກິ່ນຫອມ... ຊ່ວຍທໍາຄວາມສະ ອາດຜົມ ແລະ ໜັງຫົວຢ່າງເປັນທໍາມະຊາດ, ບໍາລຸງເສັ້ນຜົມໃຫ້ແຂງແຮງ, ເປັນເງົາງາມ ແລະ ຫຼຸດຜ່ອນການຂາດຫຼົ່ນ. 

ນອກຈາກນັ້ນ, ຜະລິດຕະພັນບໍາລຸງຜີວ ຂອງ ມົກເຮືອງ ກໍໄດ້ຮັບຄວາມນິຍົມຈາກຜູ້ໃຊ້ ເນື່ອງຈາກຄວາມອ່ອນໂຍນ ແລະ ປະ ສິດທິພາບ. ບັນດາຜະລິດຕະພັນ ເຊັ່ນ: ເຈວລ້າງໜ້າຊາຂຽວ, ນໍ້າດອກກຸຫຼາບ, ມາກໜ້າຂີ້ໝິ້ນ, ຄີມບໍາລຸງຜີວ ຈາກສະໝຸນໄພລ້ໍາຄ່າ ຊ່ວຍທໍາຄວາມສະອາດຜີວໜັງ ຢ່າງອ່ອນໂຍນ, ປັບສົມດຸນຄວາມຊຸ່ມຊື່ນ, ເຮັດໃຫ້ຜີວໜ້າສົດໃສ ແລະ ຊ່ວຍແກ້ບັນ ຫາຜີວໜັງ ຢ່າງເປັນທໍາມະຊາດ.

 


ບໍ່ພຽງແຕ່ຢຸດຢູ່ທີ່ຜະລິດຕະພັນບໍາລຸງຜົມ ແລະ ຜີວເທົ່ານັ້ນ, ມົກເຮືອງ ຍັງໄດ້ຂະຫຍາຍໄປສູ່ຜະລິດຕະພັນອື່ນໆເຊັ່ນ: ສະບູອາບ ນໍ້າສະໝຸນໄພ, ສະບູທໍາມະຊາດ, ນໍ້າມັນຫອມລະເຫີຍບໍລິ ສຸດ… ທັງໝົດລ້ວນແຕ່ສອດຄ່ອງກັບປັດຊະຍາ “ສີຂຽວ” ແລະ “ພາຍໃນທ້ອງຖິ່ນ”, ມຸ່ງໄປສູ່ການດູແລຮ່າງກາຍ ຢ່າງຄົບວົງຈອນ ແລະ ປອດໄພ.




ຈຸດພິເສດທີ່ສຸດຂອງ ມົກເຮືອງ ແມ່ນການ “ປັບຕົວໃຫ້ເຂົ້າກັບທ້ອງຖິ່ນ” ຢ່າງເລິກເຊິ່ງໃນທຸກໆ ສ່ວນປະກອບ. ໃນຂະນະທີ່ຍີ່ຫໍ້ເຄື່ອງສໍາອາງ “ສີຂຽວ” ອື່ນໆ ຍັງເພິ່ງພາແຫຼ່ງວັດຖຸດິບ ນໍາເຂົ້າ, ມົກເຮືອງ ມີຄວາມໝັ້ນໃຈໃນການຂຸດຄົ້ນສະໝຸນໄພ ທີ່ຄຸ້ນເຄີຍ, ໃກ້ຊິດກັບຊີວິດປະຈໍາວັນ ຂອງ ຄົນຫວຽດ. ສິ່ງນີ້ ບໍ່ພຽງແຕ່ຊ່ວຍປະຢັດຕົ້ນທຶນການຜະລິດເທົ່ານັ້ນ, ແຕ່ຍັງສ້າງຍີ່ຫໍ້ ທີ່ໂດດເດັ່ນດ້ວຍເອກະລັກ ຂອງ ຫວຽດນາມ, ເຊິ່ງເປັນຂໍ້ໄດ້ປຽບດ້ານການແຂ່ງຂັນ ທີ່ແຕກຕ່າງ.

ການ “ປັບຕົວໃຫ້ເຂົ້າກັບທ້ອງຖິ່ນ” ນີ້ ບໍ່ພຽງແຕ່ສ້າງຄວາມປະທັບໃຈໃຫ້ແກ່ລູກຄ້າ ກຸ່ມຜູ້ສູງອາຍຸ ທີ່ໃຫ້ຄວາມສໍາຄັນຕໍ່ຄຸນຄ່າໃນອະດີດເທົ່ານັ້ນ, ແຕ່ຍັງໄດ້ຊະນະໃຈຄົນຮຸ່ນ Gen Z  ຄົນໜຸ່ມທີ່ນັບມື້ນັບສົນໃຈຜະລິດຕະພັນ ທີ່ມີເລື່ອງລາວ ທີ່ມີຄວາມໝາຍ, ມີທີ່ມາທີ່ໄປຊັດເຈນ ແລະ ມີເອກະລັກສ່ວນຕົວ. ມົກເຮືອງ ໄດ້ປະສົບຜົນສໍາເລັດໃນການເຊື່ອມຕໍ່ກົມກຽວລະຫວ່າງຄຸນຄ່າອັນເປັນມູນເຊື້ອ ແລະ ຈັງຫວະການດຳລົງຊີວິດ ທີ່ທັນສະໄໝ.

 

ບັນດາຜະລິດຕະພັນດີເດັ່ນ ຂອງ ມົກເຮືອງ.

ມົກເຮືອງ, ຍິ່ງກວ່າ ຍີ່ຫໍ້ເຄື່ອງສໍາອາງ, ມັນຄືການເດີນ ທາງກັບຄືນສູ່ຄຸນຄ່າດັ້ງເດີມ, ຄືການເຊື່ອມຕໍ່ອັນເລິກເຊິ່ງລະຫວ່າງຄົນ ແລະ ທໍາມະຊາດ, ຄືຄວາມພາກພູມໃຈໃນຄວາມງາມຂອງ ຫວຽດນາມ.

ບົດ: ຖາວວີ/VNP - ພາບ: ເອກສານໂດຍຜູ້ກ່ຽວສະໜອງໃຫ້ - ແປໂດຍ: ຢືຟຽນ

 

 


Top