ພິທີໂຮມຊຸມນຸມ ຂອງ ຊາວເຜົ່າ ເມີນົງ

ພິທີໂຮມຊຸມນຸມ ຂອງ ຊາວເຜົ່າ ເມີນົງ

ຫວ່າງມໍ່ໆ ມານີ້, ຢູ່ໝູ່ບ້ານວັດທະນະທໍາ-ທ່ອງທ່ຽວບັນດາເຜົ່າຫວຽດນາມ (ດົ່ງໂມ, ເຊີນໄຕ, ຮ່າໂນ້ຍ), ພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຂວງ ບິ່ງເຟືອກ ໄດ້ສົມທົບຈັດຕັ້ງ ຟື້ນຟູ ພິທີ ຊຸມນຸມ ເຣີ ກລັບ ບອນ (R'Nglắp bon) ຂອງ ຊາວເຜົ່າ ເມີນົງ. ນີ້ແມ່ນພິທີກໍາ ທ່ີສໍາຄັນ, ເປັນເອກະລັກ ແລະ ມີຄວາມໝາຍຢ່າງຍິ່ງ ດ້ານມະນຸເສະທໍາ, ສະແດງໃຫ້ເຫັນເຖິງຄວາມຜູກພັນ ຢ່າງແໜ້ນແຟ້ນ ຂອງ ຊຸມຊົນ ເຜົ່າ ເມີນົງ. 

ງານບຸນ r’nglắp bon ປະກອບສ່ວນຮັດແໜ້ນ ສາຍສຳພັນ ລະ ຫວ່າງຊາວເຜົ່າ ເມີນົງ ແລະ ບັນດາຊົນເຜົ່າ.

ພິທີໂຮມຊຸມນຸມ ມີຄວາມໝາຍສຳຄັນ ໃນຊີວິດຈິດໃຈ ຂອງ ຊາວເຜົ່າ ເມີນົງ. ນີ້ແມ່ນໂອກາດ ເພື່ອໃຫ້ຊຸມຊົນ ໄດ້ພ້ອມກັນອະທິ ຖານ ຂໍໃຫ້ຟ້າຝົນຖືກຕ້ອງຕາມລະດູການ, ການປູກຝັງ ໄດ້ຮັບຜົນດີ, ພ້ອມທັງເພີ່ມທະວີຄວາມສາມັກຄີ ລະຫວ່າງໝູ່ບ້ານ. ພິທີໂຮມຊຸມນຸມ ມັກຈັດຂຶ້ນໃນຕົ້ນລະດູຝົນ, ເມື່ອທຸກສິ່ງທຸກຢ່າງ ຂະຫຍາຍ ແຜ່ພັນ ຢ່າງມີຊີວິດຊີວາ.

ຊາວເຜົ່າ ເມີນົງ ກະກຽມເຄື່ອງບູຊາ ເພື່ອຖະຫວາຍ ແກ່ບັນດາ ເທບພະເຈົ້າ ຢູ່ໃຕ້ຕົ້ນກະຖິນ ໃນພິທີບູຊາ.

ເມື່ອແຂກຈາກໝູ່ບ້ານຕ່າງໆ ເຂົ້າມາຮ່ວມພິທີ, ຊາວເຜົ່າ ເມີນົງ ຈະຈັດພິທີຕ້ອນຮັບຢ່າງອົບອຸ່ນ ນັບແຕ່ປະຕູໂຂງ ຂອງ ບ້ານ. ທ່າມ ກາງບັນຍາກາດ ສຽງຄ້ອງ ແລະ ເພງພື້ນເມືອງ, ແຂກ ໄດ້ຖືກເຊີນໃຫ້ເຕົ້າໂຮມກັນ ເໝືອນດັ່ງເປັນຄອບຄົວໃຫຍ່ ກ່ອນພິທີຕົ້ນຕໍ ຈະເລີ່ມຂຶ້ນ.


ພິທີຕົ້ນຕໍ ໄດ້ດໍາເນີນໄປ ອ້ອມຕົ້ນກະຖິນ ຊຶ່ງໄດ້ປຸກຂຶ້ນຕັ້ງແຕ່ເຊົ້າ ທ່າມກາງບັນຍາກາດ ທ່ີເຄັ່ງຂຶມ. ເຄື່ອງບູຊາ ໄດ້ກະກຽມ ຕາມເງື່ອນໄຂ ຂອງ ໝູ່ບ້ານ ເຊັ່ນ: ໝູ, ໄກ່, ເຂົ້າຫຼາມ, ເຂົ້າໜົມ, ເຫຼົ້າໄຫ... ໄດ້ຖືກຈັດວາງຢ່າງສົມກຽດ. ຜູ້ເຖົ້າບ້ານ ພ້ອມກັບ ແມ່ຍິງ ທ່ີມີຊື່ສຽງ ໄດ້ຖືກເລືອກ ໃຫ້ເປັນເຈົ້າພາບ ຈັດພິທີ ພ້ອມກັບຖະຫວາຍ ເຄື່ອງບູຊາ ປະເພດສັດ ພ້ອມທັງເອົາເລືອດສັດ ບູຊາ ທາໃສ່ຕົ້ນກະຖິນ ຊຶ່ງເປັນສັນຍາລັກ ຂອງ ການເຊື່ອມຕໍກັບໂລກ ແຫ່ງຈິດວິນຍານ.


ແຂກ ແລະ ຊາວບ້ານ ພ້ອມກັນເຂົ້າຮ່ວມພິທີບູຊາ ຕົ້ນຕໍ.
ແຂກນັ່ງເຕົ້າໂຮມກັນ ກັບຊາວບ້ານ, ກະກຽມເຂົ້າສູ່ພິທີ ຕົ້ນຕໍ.

ຕໍ່ຈາກນັ້ນ, ຜູ້ເຖົ້າຂອງ ບ້ານຈະທໍາພິທີສູດມົນ ເພື່ອຂໍຄວາມອີ່ມໜໍາ ສໍາລານ, ພິເສດ ແມ່ນຂໍຄໍາຜູກພັນສາມັກຄີ, ແກ້ໄຂຄວາມຂັດແຍ່ງ, ຢືນຢັນຄວາມສາມັກຄີ ລະຫວ່າງໝູ່ບ້ານ ແລະ ຊຸມຊົນ ບັນດາເຜົ່າ. ຫຼັງຈາກນັ້ນ, ເຈົ້າພາບພິທີ ທັງສອງ ຈະເຊື້ອເຊີນ ທຸກຄົນພ້ອມກັນດື່ມເຫຼົ້າໄຫ ແລະ ແບ່ງເຂົ້າຫຼາມ ປຽບເໝືອນຄໍາອວຍພອນ ໃຫ້ມີຄວາມອຸດົມສົມບູນ, ມີຄວາມສະຫງົບສຸກ ແລະ ຈະເລີນຮຸ່ງເຮືອງ.

ຫຼັງຈາກການທໍາພິທີສິ້ນສຸດລົງ ແມ່ນງານບຸນ ຈະໄດ້ຮັບການດຳ ເນີນໄປ ທ່າມກາງບັນຍາດທີ່ຄຶກຄື້ນ ດ້ວຍສຽງຄ້ອງ ແລະ ສຽງຫົວຢ່າງມ່ວນຊື່ນ. ທຸກຄົນຈັບມືກັນຟ້ອມລໍາ ອ້ອມຕົ້ນກະຖິນ, ລວມຕົວກັນກັບຈັງຫວະ ຟ້ອນພື້ນເມືອງ ແລະ ຮັບປະທານອາຫານ ພື້ນ ເມືອງ ທ່ີມີກິ່ນຫອມ ຂອງ ພູຜາປ່າໄມ້.

ຍິງສາວເຜົ່າ ເມີນົງ ສະແດງວາດຟ້ອນພື້ນເມືອງ.

ການຟື້ນຟູ ພິທີເຕົ້າໂຮມຊຸມຊົນ ບໍ່ພຽງແຕ່ເພື່ອອະນຸລັກຮັກສາ ແລະ ສົ່ງເສີມ ສີສັນວັດທະນະທຳ ເຜົ່າ ເມີນົງ ເທົ່ານັ້ນ, ແຕ່ຍັງເປັນຂົວຕໍ່ ແຜ່ຂະຫຍາຍຈິດໃຈ ມະຫາສາມັກຄີ ລະຫວ່າງບັນດາຊົນເຜົ່າ ອ້າຍນ້ອງ. ທ່າມກາງບັນຍາກາດ ທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ ທີ່ເປັນເອກະລັກ, ຜ່ານບັນດາພິທີອັນສັກສິດ ແລະ ຊ່ວງເວລາ ໂຮມຊຸມຊົນ ທີ່ຈິງໃຈ, ຊາວເຜົ່າ ເມີນົງ ໄດ້ຝາກຂໍ້ຄວາມທີ່ເລິກເຊິ່ງ: ຄວາມສາມັກຄີ, ການແບ່ງປັນ ແລະ ໃຫ້ຄວາມເຄົາລົບຕໍ່ຕົ້ນກໍາເນີດ ແມ່ນພື້ນຖານ ທ່ີໝັ້ນຄົງ ເພື່ອອະນາຄົດ ທ່ີຢັ້ງຢືນ ແລະ ພັດທະນາ.

ບົດ ແລະ ພາບ: ຫວຽດເກື່ອງ, ແປໂດຍ: ບິກລຽນ


Top