ພາບ ປະກອບດ້ວຍຜ້າ
ໂດຍບໍ່ໄດ້ໃຊ້ແປງ ຫຼື ນໍ້າສີ, ນັກສິລະປິນ ຫງວຽນທູຮວ່ຽນ ໄດ້ປ່ຽນຜ້າ ທີ່ທໍາຈາກວັດສະດຸ ທ່ີຫຼາກຫຼາຍ ໃຫ້ກາຍເປັນບັນດາ ຜະລິດຕະພັນສິລະປະ.
ນັບແຕ່ຍັງນ້ອຍ, ນາງ ຮວ່ຽນ ໄດ້ຊອກຫາວັດສະດູຸຕ່າງໆ ເຊັ່ນ: ຫີນແຮ່, ໃນໝາກຂຽບ, ໃນໝາກພຸກ... ເພື່ອເຮັດຮູບແຕ້ມນ້ອຍໆ ທີ່ສວຍງາມ ເອົາໄປມອບໃຫ້ໝູ່ເພື່ອນ.
ຈົບການສຶກສາ ພາກວິຊາອອກແບບ ແຟຊັ່ນ ຈາກມະຫາ ວິທະ ຍາໄລ ເປີດ, ຈາກນັ້ນ ຮຽນຕໍ່ປະລິນຍາໂທ ຢູ່ມະຫາວິທະຍາ ໄລ ວິຈິດສິນຫວຽດນາມ, ໂດຍໄດ້ສຳຜັດກັບຜ້າຫຼາກຫຼາຍສີສັນ, ນັກ ແຕ້ມ ຫງວຽນທູຮວ່ຽນ ເລີ່ມທົດລອງ ສ້າງຜົນງານນ້ອຍໆ ທີ່ສວຍ ງາມ. ໃນປີ 2006, ນາງ ໄດ້ເລີ່ມສ້າງຜົນງານ ແລະ ໂພດລົງໃນ blog ສ່ວນຕົວ. ນາງ ຮວ່ຽນ ຫຼໍ່ລ້ຽງຄວາມມັກຂອງຕົນ ແລະ ປ່ຽນ ມັນ ໃຫ້ກາຍເປັນຜົນງານສິລະປະ ທີ່ລະອຽດຖີ່ຖ້ວນ ແລະ ຊັບ ຊ້ອນ ຍິ່ງຂຶ້ນ.
ພາບແຕ້ມທຳອິດ ຂອງ ນາງ ຫງວຽນທູຮວ່ຽນ ເຮັດກັບເພື່ອນຜູ້ ໜຶ່ງ ທີ່ຮຽນມະຫາວິທະຍາໄລ ກ່ຽວກັບຊຸດອາພອນ ຂອງ 54 ຊົນເຜົ່າ ຫວຽດນາມ ມີຂະໜາດ 2 ມ x 1.5 ມ ໃຊ້ເວລາ 6 ເດືອນ ແລະ ປັດຈຸບັນ ຮູບແຕ້ມດັ່ງກ່າວ ຍັງຖືກເກັບຮັກສາໄວ້ຢູ່ ຫໍພິພິທະພັນແມ່ຍິງ ຫວຽດນາມ.
ງານວາງສະແດງສ່ວນຕົວ ເຊິ່ງໄດ້ຈັດຕັ້ງເມື່ອປີ 2018 ພາຍໃຕ້ຫົວຂໍ້ “ຂ້າພະເຈົ້າແຕ້ມຄວາມຝັນ” ແມ່ນຂີດໝາຍ 10 ປີແຫ່ງການທຳອາຊີບ ຂອງ ນັກແຕ້ມ ຫງວຽນທູຮວ່ຽນ.
ນັກແຕ້ມ ຫງວຽນທູຮວ່ຽນ ໃຫ້ຮູ້ວ່າ: “ຂ້າພະເຈົ້າຢາກມີລັກສະ ນະຕົວເອງ, ເພື່ອໃຫ້ຄົນທັງຫຼາຍເບິ່ງ, ເຂົາເຈົ້າໄດ້ຮູ້ວ່າ ຂ້າພະເຈົ້າໄດ້ປະດິດສ້າງຈາກຜ້າ jean, kaki, cotton…”.
ເພື່ອສ້າງຮູບແຕ້ມ ດ້ວຍຜ້າ, ນັກແຕ້ມ ຫງວຽນທູຮວ່ຽນ ມັກແຕ້ມຮູບດ້ວຍສໍໃສ່ເຈ້ຍ ເມື່ອມີແນວຄວາມຄິດ. ຫຼັງຈາກນັ້ນ, ນາງ ຈະ ໃຊ້ຜ້າ ແລະ ວັດສະດຸ ປະເພດໃດຈະເໝາະສົມ ເພື່ອໃຫ້ຮູບ ແຕ້ມ ມີລົມຫາຍໃຈ ແບບສິລະປະ. ຜ້າທີ່ເລືອກ ຈະຖືກຊັກ ແລະ ຕາກ ໃຫ້ແຫ້ງ, ຕິດກາວ ແລະ ຕັດສ່ວນເສດ ເພື່ອຕັດໂດຍບໍ່ມີ ເສັ້ນໃຍ. ຫຼັງຈາກນັ້ນ ເພີ່ມລາຍລະອຽດແຕ່ລະຢ່າງ ເຂົ້າໄປ ແລະ ຫຍິບຂອບດ້ວຍດ້າຍ ເພື່ອສ້າງ ໃຫ້ເປັນຜະລິດຕະພັນ ສຳ ເລັດຮູບ.
ມາຮອດປັດຈຸບັນ, ນັກແຕ້ມ ຫງວຽນທູຮວ່ຽນ ບໍ່ພຽງແຕ່ເຮັດຮູບແຕ້ມດ້ວຍຜ້າ ໃນຫຼາຍຫົວເລື່ອງທີ່ແຕກຕ່າງ ກັນເທົ່ານັ້ນ, ແຕ່ຍັງຝຶກອົບຮົມ ນັກຮຽນໜຸ່ມໃຫ້ມີຄວາມຮັກມັກ ກັບພາບແຕ້ມດ້ວຍຜ້າ ເວົ້າສະເພາະ ແລະ ສິລະປະ ໂດຍທົ່ວໄປ ຢູ່ສູນສິລະປະ House of Art (ຮ່າໂນ້ຍ) ອີກດ້ວຍ.
ບົດ: VNP/ເງິນຮ່າ - ພາບ: ແຄ໋ງລອງ ແລະ ເອກະສານ - ແປໂດຍ: ຢືຟຽນ