ຜູ້ “ສົ່ງແຮງໃຈ” ໃຫ້ແກ່ຮູບເງົາ ຫວຽດນາມ ບົນເສັ້ນທາງ ການ ເຊື່ອມໂຍງສາກົນ
ເຖິງວ່າ ຈະບໍ່ຄ່ອຍປະກົດຕົວ ຢູ່ຕໍ່ໜ້າກ້ອງຫຼາຍປານໃດ, ແຕ່ ທ່ານ ນາງ ປອ ໂງເຟືອງລານ ເປັນຜູ້ຢືນຢູ່ເບື້ອງຫຼັງເວທີ ຢ່າງບໍ່ລົດລະ, ເປັນຜູ້ “ສົ່ງແຮງໃຈ” ໃຫ້ແກ່ຮູບເງົາ ຫວຽດນາມ ຢ່າງງຽບໆ ບົນ ເສັ້ນທາງການເຊື່ອມໂຍງເຂົ້າກັບສາກົນ. ເມື່ອບໍ່ດົນມານີ້, ທ່ານນາງ ໄດ້ຮັບ ຫຼຽນໄຊ ວັນນະຄະດີ ແລະ ສິລະປະ ຊັ້ນສູງ (Medal of Literature and Arts Officer) ຈາກ ກະຊວງ ວັດທະນະທຳ ສ ຝຣັ່ງ, ເຊິ່ງເປັນໜຶ່ງໃນບັນດາຫຼຽນໄຊ ອັນຊົງກຽດ ເພື່ອມອບໃຫ້ກຽດແກ່ບຸກຄົນ ທີ່ມີຄຸນງາມຄວາມດີ ໂດດເດັ່ນ ໃນຂົງເຂດ ວັດທະນະທຳ, ສິລະປະ ແລະ ຊຸກຍູ້ ການຮ່ວມມື ດ້ານ ວັດທະນະທຳ ສາກົນ.
ກຳເນີດຈາກຄອບຄົວທີ່ມີມູນເຊື້ອດ້ານສິລະປະ, ໂດຍມີພໍ່ ເປັນ ນັກສິລະປິນ ປະຊາຊົນ ໂງແມ້ງເລິນ, ໜຶ່ງໃນບັນດາຜູ້ວາງຮາກ ຖານ ໃຫ້ແກ່ຮູບແບບໜັງກະຕຸນ ຫວຽດນາມ ແລະ ແມ່ເປັນ ນັກ ສະແດງ ສິລະປິນ ປະຊາຊົນ ຟ້າມຫງອກລານ, ເພາະສະນັ້ນ, ຮູບ ເງົາ ຈຶ່ງກາຍເປັນຄວາມຫຼົງໄຫຼ ແລະ ອຸດົມຄະຕິ ແຫ່ງຊີວິດຈິດໃຈ ຂອງ ທ່ານນາງ ໂງ ເຟືອງລານ ຕັ້ງແຕ່ຍັງນ້ອຍ.
ໃນໄວ 20 ປີ, ທ່ານນາງ ໄດ້ອອກຈາກ ຮ່າໂນ້ຍ ເພື່ອໄປສຶກສາຢູ່ ມະຫາວິທະຍາໄລ ຮູບເງົາແຫ່ງຊາດ VGIK (ມົດສະກູ, ສະຫະ ພາບ ໂຊວຽດ). ຢູ່ທີ່ນັ້ນ, ທ່ານນາງ ໄດ້ມີໂອກາດສຳຜັດ ກັບ ຜົນງານ ແບບສະບັບ ຂອງຮູບເງົາໂລກ ແລະ ຄ່ອຍໆ ສ້າງ ແນວຄິດ ຕີລາຄາ ຄຸນນະພາບ ໂດຍໄດ້ຮັບອິດທິພົນ ຈາກ ມຸມມອງ ທີ່ເປັນເອກະລັກ ຂອງ ບັນດາຜູ້ກຳກັບເຊັ່ນ: François Truffaut, Alain Resnais…
ກັບຄືນ ຫວຽດນາມ, ເຮັດວຽກຢູ່ກົມ ຮູບເງົາ (ກະຊວງ ວັດທະນະ ທຳ, ກິລາ ແລະ ທ່ອງທ່ຽວ), ທ່ານນາງ ໄດ້ອຸທິດຕົນໃຫ້ແກ່ ການ ພັດທະນາ ຮູບເງົາ ພາຍໃນປະເທດ. ຕໍ່ມາ, ໃນຖານະຜູ້ອໍານວຍ ການ ກົມຮູບເງົາ, ທ່ານນາງ ໄດ້ນຳເອົາ ກະແສລົມໃໝ່ ມາສູ່ວົງ ການຮູບເງົາ ໃນສະພາບ ທີ່ອຸດສາຫະກຳຮູບເງົາ ມີການປ່ຽນແປງ ຫຼາຍຢ່າງ ໂດຍການມີສ່ວນຮ່ວມ ຢ່າງແຂງແຮງຂຶ້ນເລື້ອຍໆ ຈາກ ພາກເອກະຊົນ.
ບໍ່ພຽງແຕ່ເປັນນັກບໍລິຫານ, ທ່ານນາງ ຍັງເປັນນັກວິຈານ, ນັກຄົ້ນ ຄວ້າ ທີ່ມີຜົນງານທາງວິຊາການອັນມີຄ່າ, ໂດດເດັ່ນແມ່ນ ບົດວິ ທະຍານິພົນ ປອ “ລັກສະນະ ທັນສະໄໝ ແລະ ລັກສະນະ ແຫ່ງ ຊາດ ໃນຮູບເງົາ ຫວຽດນາມ” ເຊິ່ງຖືເປັນບາດກ້າວທີ່ສຳຄັນ ໃນ ເສັ້ນທາງນຳຮູບເງົາ ຫວຽດນາມ ເຂົ້າໃກ້ກັບສາທາລະນະຊົນ ສາ ກົນ ຫຼາຍຂຶ້ນ. ຜົນງານການຄົ້ນຄວ້ານີ້ ໄດ້ຖືກພິມຈຳໜ່າຍເປັນ ພາສາ ອັງກິດ ໄດ້ປະກອບສ່ວນ ແນະນຳຢ່າງເລິກເຊິ່ງ ກ່ຽວກັບ ຄວາມຫຼາກຫຼາຍ, ຄວາມສັບຊ້ອນ ແລະ ຂະບວນການຂະຫຍາຍ ຕົວ ຂອງ ພື້ນຖານຮູບເງົາ ຫວຽດນາມ ເລິກເຊິ່ງຍິ່ງຂຶ້ນ.
ໃນຊຸມປີ ທີ່ເຮັດວຽກ ຢູ່ກົມຮູບເງົາ, ການປະກອບສ່ວນ ຂອງ ທ່ານ ນາງ ຢູ່ບັນດາງານມະໂຫລານຮູບເງົາ, ໃນຖານະບົດບາດເປັນກຳ ມະການສາກົນ, ຜ່ານຜົນງານການຄົ້ນຄວ້າ, ກິດຈະກຳ ການສິດ ສອນ ແລະ ການປະກົດຕົວຢ່າງຫ້າວຫັນ ໃນບາງອົງການຈັດຕັ້ງ ວິຊາຊີບ, ທັງໝົດລ້ວນແຕ່ເປັນສິ່ງພິສູດຢ່າງຈະແຈ້ງ ກ່ຽວກັບເສັ້ນ ທາງ ການອຸທິດ ຢ່າງບໍ່ລົດລະ, ເຕັມໄປດ້ວຍ ຄວາມຫຼົງໄຫຼ ແລະ ແຜ່ກະຈາຍ, ປະກອບສ່ວນຢືນຢັນຖານະ ຂອງ ຮູບເງົາ ຫວຽດ ນາມ ບໍ່ພຽງແຕ່ ດ້ານຄຸນນະພາບສິລະປະເທົ່ານັ້ນ, ແຕ່ຍັງລວມ ເຖິງການ ພັດທະນາເສດຖະກິດ ທີ່ຂະຫຍັນຂັນເຄື່ອນ ອີກດ້ວຍ.
ຈຸດເດັ່ນທີ່ຈະແຈ້ງທີ່ສຸດແມ່ນ ທ່ານນາງໄດ້ຮ່ວມມື ກັບສະຖານທູດ ຝຣັ່ງ ປະຈຳ ຫວຽດນາມ, ອຳນາດການປົກຄອງເມືອງ Saint Malo ພ້ອມກັບນັກເຄື່ອນໄຫວ ດ້ານວັດທະນະທຳ ແລະ ຮູບເງົາ ຝຣັ່ງ, ເຊິ່ງມີຜູ້ກຳກັບທີ່ມີຊື່ສຽງເຊັ່ນ: Claude Lelouch, RegisWargnier ຈັດງານມະໂຫລານຮູບເງົາ ຫວຽດນາມຢູ່ ຝຣັ່ງ ທີ່ Saint Malo ຢ່າງສຳເລັດຜົນ ເພື່ອແນະນຳ, ເຊີດຊູຮູບເງົາ ຫວຽດນາມ ທີ່ຖືກ ຄັດເລືອກ ແລະ ຮູບເງົາ ຝຣັ່ງ ກ່ຽວກັບ ຫວຽດນາມ.
ຫຼັງຈາກເຂົ້າຮັບບໍານານ, ທ່ານນາງ ໄດ້ສ້າງຕັ້ງສະມາຄົມສົ່ງເສີມ ແລະ ພັດທະນາຮູບເງົາ ຫວຽດນາມ ໂດຍມີບົດບາດ ເປັນ ຂົວເຊື່ອມຕໍ່ ລະຫວ່າງອົງການຄຸ້ມຄອງ ແລະ ວົງການຜູ້ຊ່ຽວຊານ, ພ້ອມດຽວກັນນັ້ນ ກໍໄດ້ສົ່ງເສີມແຂວງຕ່າງໆ ໃຫ້ກາຍເປັນ ສະຖານທີ່ ຖ່າຍທຳຮູບເງົາ ໂດຍການສ້າງນະໂຍບາຍດຶງດູດໃຈ ໃໝ່ໆ.
ປີ 2023, ທ່ານນາງ ໄດ້ສ້າງຕັ້ງງານມະໂຫລານຮູບເງົາ ອາຊີ ດ່າ ໜັງ-ເປັນງານມະໂຫລານຮູບເງົາ ປະຈຳປີ ຄັ້ງທຳອິດ ຂອງ ຫວຽດ ນາມ (DANAFF). ໃນລະດູການທີສອງ, ທ່ານນາງໄດ້ຈັດງານ ສຳມະນາສະເພາະ ພ້ອມດ້ວຍໂຄງການສາຍຮູບເງົາ ພິເສດ ເພື່ອ ເປັນການຍົກຍ້ອງ ຄວາມສຳພັນ ລະຫວ່າງຮູບເງົາ ຝຣັ່ງ ແລະ ຫວຽດນາມ.
ດ້ວຍຄວາມພະຍາຍາມ ຢ່າງບໍ່ລົດລະ ໃນການເຊື່ອມຕໍ່ຮູບເງົາ ຫວຽດນາມ-ຝຣັ່ງ, ກໍຄືການຝຶກອົບຮົມ ແລະ ພັດທະນາ ພອນສະ ຫວັນໜຸ່ມ ສຳລັບວົງການຮູບເງົາ ຫວຽດນາມ, ເມື່ອບໍ່ດົນມານີ້ ທ່ານນາງ ໄດ້ເປັນທ່ີຍອມຮັບ ຈາກ ສ ຝຣັ່ງ ໂດຍການມອບຫຼຽນ ໄຊ ວັນນະຄະດີ ແລະ ສິລະປະ ຊັ້ນສູງ.
ທ່ານນາງ Rachida Dati-ລັດຖະມົນຕີ ກະຊວງວັດທະນະທຳ ສ ຝຣັ່ງ ໃຫ້ຮູ້ວ່າ: “ຫຼຽນໄຊ ອັນຊົງກຽດນີ້ ແມ່ນເພື່ອເປັນການຍົກ ຍ້ອງ ເສັ້ນທາງອັນຍາວໄກ ຂອງ ສະຕີ ຄົນໜຶ່ງ ທີ່ກ້າວຜ່ານທຸກຂີດ ຈຳກັດ ແລະ ອຸປະສັກ, ອຸທິດສຸດຫົວໃຈ ໃຫ້ແກ່ຮູບເງົາ. ຊື່ສຽງຂອງ ທ່ານນາງ ໄດ້ແຜ່ຂະຫຍາຍ ອອກໄປນອກ ເຂດແດນ ຫວຽດນາມ. ທ່ານນາງ ຍັງເປັນສັນຍາລັກ ທີ່ມີຊີວິດຊີວາ ຂອງສາຍພົວພັນ ທີ່ ໝັ້ນຄົງ ລະຫວ່າງ ສອງປະເທດ ຫວຽດນາມ ແລະ ຝຣັ່ງ”.
ບົດ: ເງິນຮ່າ - ພາບ: ແທງຢາງ ແລະ ເອກະສານ - ແປໂດຍ: ບິກລຽນ