ຜູ້ຮັກສາສຽງຊໍອີ້ ຢູ່ບ້ານ ມົ້ງ ລາວຈາຍ
ຢູ່ບ້ານ ລາວຈາຍ 1, ຕາແສງ ຄຸນຮ໋າ, ແຂວງ ລາຍເຈົາ, ສຽງຊໍ ອີ້ ຂອງ ຊາວເຜົ່າ ມົ້ງ ຍັງຄົງດັງກ້ອງກັງວານ ທ່າມກາງປ່າດົງພົງໄພ ຂອງ ເຂດພາກຕາເວັນຕົກສ່ຽງເໜືອ. ດ້ວຍຄູ່ມືທ່ີຄ່ອງແຄ່ວແລະ ຄວາມຮັກ ທີ່ມີຕໍ່ ວັດທະນະທຳ ເຜົ່າຕົນ, ທ່ານ ກື໋ອາລົ່ງ ພວມງຽບໆ ຮັກສາອາຊີບການເຮັດ ແລະ ເສບເຄື່ອງດົນຕີພື້ນ ເມືອງປະເພດນີ້ ຢ່າງສະໝ່ຳສະເໝີ, ປະກອບສ່ວນອະນຸລັກຮັກ ສາ ມໍລະດົກວັດທະນະທຳ ອັນລ້ຳຄ່າສ່ວນໜຶ່ງ ຂອງຊຸມຊົນ ເຜົ່າມົ້ງ ໃນຈັງຫວະຊີວິດ ທີ່ທັນສະໄໝ.
ທ່າມກາງບ້ານເຮືອນຂອງເຂດສູງ ຢູ່ບ້ານ ລາວຈາຍ 1, ທ່ານ ກື໋ອາລົ່ງ ຍັງຄົງເຮັດວຽກ ຢ່າງຂະຫຍັນ ຢູ່ຄຽງຂ້າງບັນດາທ່ອນໄມ້, ຕັ້ງໃຈ ປະດິດສ້າງ ຊໍ ແຕ່ລະອັນ, ເຊິ່ງເປັນເຄື່ອງດົນຕີທີ່ຜູກພັນກັບຊີວິດຈິດໃຈຂອງຊາວເຜົ່າ ມົ້ງ ມາຫຼາຍເສັ່ນຄົນ. ສຳລັບເພິ່ນແລ້ວ, ຊໍ ບໍ່ພຽງແຕ່ແມ່ນຜະລິດຕະພັນຫັດຖະກຳເທົ່ານັ້ນ, ແຕ່ຍັງແມ່ນວິທີການຮັກສາສຽງເພງ ຂອງ ປ່າດົງພົງໄພ ແລະ ຄວາມຊົງຈຳ ວັດທະນະທຳ ຂອງ ເຜົ່າຕົນ.
ທ່ານ ກື໋ອາລົ່ງ ໃຫ້ຮູ້ວ່າ: “ເພື່ອເຮັດໄດ້ຊໍອີ້ ອັນໜຶ່ງ ທີ່ສົມບູນແບບ, ນາຍຊ່າງ ບໍ່ພຽງແຕ່ຕ້ອງການຄູ່ມືທ່ີຄ່ອງແຄ່ວເທົ່ານັ້ນ, ແຕ່ຍັງຕ້ອງຮູ້ສີຊໍ ແລະ ຮັບຮູ້ໄດ້ເຖິງສຽງເປັນຢ່າງດີ. ຈາກຄວາມຮູ້ທ່ີເລິກເຊິ່ງນັ້ນ ໄດ້ຊ່ວຍໃຫ້ເຂົາເຈົ້າສ້າງສັນບັນດາ ຊໍ ທີ່ມີສຽງມາດຕະຖານ, ດັງກ້ອງກັງວານໃສດີ ແລະ ປ່ຽມລົ້ນໄປດ້ວຍອາ ລົມຈິດ. ຊໍ ແຕ່ລະອັນ ສ່ວນຫຼາຍແມ່ນຕ້ອງໃຊ້ເວລາຫຼາຍວັນ ເພື່ອເຮັດໃຫ້ສຳເລັດຮູບ, ຕ້ອງໃຊ້ຄວາມອົດທົນ ແລະ ຄວາມລະອຽດໃນແຕ່ລະຂັ້ນຕອນ”.
ໃນເມື່ອກ່ອນ, ຊໍອີ້ ຂອງຊາວເຜົ່າ ມົ້ງ ສ່ວນຫຼາຍແມ່ນເຮັດດ້ວຍໄມ້ປ່ອງ, ແຕ່ວັດຖຸດິບປະເພດນີ້ແມ່ນເພງ່າຍ, ອາຍຸການນຳໃຊ້ບໍ່ສູງ. ເພື່ອໃຫ້ຊໍ ມີຄວາມທົນທານກວ່າເກົ່າ, ທ່ານ ລົ່ງ ໄດ້ຫັນມານຳໃຊ້ໄມ້ເນື້ອແຂງ. ແຕ່ສ່ວນແກ່ນຂອງລຳຕົ້ນໄມ້ ທີ່ເອົາມາຈາກປ່າ, ເພິ່ນໄດ້ປະດິດສ້າງ ເຕົ້າຊໍ, ເຈາະຮູ ເພື່ອສ້າງໂຄງປະ ກອບຄັນຊໍ, ຂັດຜິວໃຫ້ກ້ຽງດີ ໃນທຸກລາຍລະອຽດ. ບັນດາພາກ ສ່ວນ ເຊັ່ນ: ຄັນຊໍ, ລູກບິດສາຍຊໍ, ຢາງຮອງສາຍ ລ້ວນແຕ່ເຮັດດ້ວຍໄມ້ດູ່ ຊຶ່ງເປັນປະເພດໄມ້ເນື້ອແຂງ, ຊ່ວຍໃຫ້ສາຍຊໍ ມີຄວາມເຄັ່ງສະເໝີ ເຮັດໃຫ້ສຽງ ດັງກ້ອງ ແລະ ໃສ. ສະເພາະຄັນສີຊໍ ແມ່ນເຮັດດ້ວຍຂົນຫາງມ້າ, ເຊິ່ງເປັນວັດຖຸດິບມູນເຊື້ອ ທີ່ສ້າງໃຫ້ເກີດສຽງ ທ່ີອ່ອນໂຍນ, ແຕ່ຈະແຈ້ງດີ.
ບໍ່ຢຸດຢູ່ ໃນການນຳໃຊ້ເທົ່ານັ້ນ, ຊໍອີ້ ຍັງມີຄຸນຄ່າທາງດ້ານສະ ຫງວນຄວາມງາມອີກດ້ວຍ. ຢູ່ເທິງລູກບິດສາຍຊໍ, ສ່ວນຫຼາຍແມ່ນແກະສະຫຼັກເປັນຮູບສັດຕ່າງໆ ເຊັ່ນ: ນົກ, ນົກຍູງ, ຂີ້ກ້ຽມ ຫຼື ບັນດາລວດລາຍ ທີ່ໃກ້ຊິດກັບ ຊີວິດການເປັນຢູ່ ຂອງເຂດພູສູງ, ສ້າງເປັນຈຸດເດັ່ນເອກະລັກສະເພາະ ໃຫ້ແກ່ຜະລິດຕະພັນແຕ່ລະອັນ.
ໃນທຸກວັນີ້, ນັກທ່ອງທ່ຽວຫຼາຍຄົນ ທີ່ມາພັກເຊົາ ຢູ່ຕາມໂຮມສະເຕ ພາຍໃນບ້ານ ສ່ວນຫຼາຍແມ່ນຊື້ ຊໍອີ້ ເປັນເຄື່ອງທີ່ລະນຶກ. ສິ່ງທີ່ສຳຄັນກວ່ານັ້ນແມ່ນ, ສຽງຊໍອີ້ ຍັງຄົງປາກົດ ຢູ່ນຳບັນດາວັນບຸນເທດສະການ ແລະ ການເຄື່ອນໄຫວ ວັດທະນະທຳ ສິລະປະ ວັນນະຄະດີ ຂອງບ້ານ, ປະກອບສ່ວນ ຮັດແໜ້ນຄວາມສາມັກຄີ ໃນຊຸມຊົນ.
ທ່ານ ຫງວຽນແທັງເຊີນ, ຮອງຫົວໜ້າ ພະແນກວັດທະນະທຳ - ສັງຄົມ ຕາແສງ ຄຸນຮ໋າ ໄດ້ແບ່ງປັນວ່າ: “ການອະນຸລັກຮັກສາຊໍອີ້ ບໍ່ພຽງແຕ່ແມ່ນການຮັກສາ ເຄື່ອງດົນຕີຊະນິດໜຶ່ງເທົ່ານັ້ນ, ແຕ່ຍັງແມ່ນ ການຮັກສາ ເອກະລັກ ວັດທະນະທຳ ຂອງ ຊາວເຜົ່າ ມົ້ງ, ທັງເປີດໂອກາດ ການພັດທະນາ ການທ່ອງທ່ຽວ ຊຸມຊົນ, ຍົກສູງລາຍຮັບໃຫ້ແກ່ພໍ່ແມ່ປະຊາຊົນ ອີກດ້ວຍ”.
ທ່າມກາງກະແສໄຫຼແຫ່ງຄວາມທັນສະໄໝ, ຄວາມອົດທົນພະ ຍາຍາມ ຂອງ ທ່ານ ກື໋ອາລົ່ງ ພວມຊ່ວຍໃຫ້ສຽງຊໍ ຂອງ ເຜົ່າ ມົ້ງ ສືບຕໍ່ດັງກ້ອງກັງວານ, ເລົ່າເລື່ອງລາວ ວັດທະນະທຳຂອງປ່າດົງພົງໄພ ເຂດພາກຕາເວັນຕົກສ່ຽງເໜືອ ໃຫ້ແກ່ຮຸ່ນຄົນຕໍ່ໆ ໄປ.
ບົດ: ເງິນຮ່າ - ພາບ: ເຕິດເຊີນ, ແທັງຢາງ/VNP


















